2 ໂກຣິນໂທ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ຕີໂມທຽວນ້ອງຊາຍຂອງເຮົາ,
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ ພ້ອມດ້ວຍຜູ້ບໍລິສຸດຂອງພຣະເຈົ້າທຸກຄົນທົ່ວແຂວງອະຂາຢາ:2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ ພ້ອມດ້ວຍຜູ້ບໍລິສຸດຂອງພຣະເຈົ້າທຸກຄົນທົ່ວແຂວງອະຂາຢາ:2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ສັນລະເສີນພຣະເຈົ້າແຫ່ງການເລົ້າໂລມໃຈທັງປວງ
3ສັນລະເສີນພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ພຣະບິດາເຈົ້າແຫ່ງຄວາມເມດຕາ ແລະ ພຣະເຈົ້າແຫ່ງການເລົ້າໂລມໃຈທັງປວງ,4ຜູ້ເລົ້າໂລມໃຈພວກເຮົາໃນຄວາມທຸກລຳບາກທຸກຢ່າງຂອງພວກເຮົາ, ເພື່ອວ່າພວກເຮົາຈະສາມາດເລົ້າໂລມໃຈບັນດາຜູ້ທີ່ປະສົບກັບຄວາມທຸກລຳບາກໃນເລື່ອງໃດເລື່ອງໜຶ່ງດ້ວຍການເລົ້າໂລມໃຈທີ່ພວກເຮົາເອງໄດ້ຮັບຈາກພຣະເຈົ້າ.5ເພາະເຊັ່ນດຽວກັນກັບທີ່ພວກເຮົາຮ່ວມໃນການທົນທຸກຂອງພຣະຄຣິດເຈົ້າຫລາຍເຫລືອລົ້ນຢ່າງໃດ, ການເລົ້າໂລມໃຈຂອງພວກເຮົາໂດຍທາງພຣະຄຣິດເຈົ້າກໍຫລາຍເຫລືອລົ້ນຢ່າງນັ້ນ.6ຖ້າພວກເຮົາທົນທຸກ, ການທົນທຸກນັ້ນກໍເພື່ອການເລົ້າໂລມໃຈ ແລະ ເພື່ອຄວາມພົ້ນຂອງພວກເຈົ້າ, ຖ້າພວກເຮົາໄດ້ຮັບການເລົ້າໂລມໃຈ ກໍເພື່ອໃຫ້ພວກເຈົ້າໄດ້ຮັບການເລົ້າໂລມໃຈ ເຊິ່ງສົ່ງຜົນໃຫ້ພວກເຈົ້າມີຄວາມພຽນອົດທົນໃນຄວາມທຸກລຳບາກຢ່າງດຽວກັບທີ່ພວກເຮົາທົນທຸກຢູ່.7ແລະ ພວກເຮົາມີຄວາມຫວັງສຳລັບພວກເຈົ້າກໍໝັ້ນຄົງຢູ່, ເພາະວ່າພວກເຮົາຮູ້ວ່າພວກເຈົ້າຮ່ວມໃນຄວາມທຸກລຳບາກກັບພວກເຮົາຢ່າງໃດ ພວກເຈົ້າກໍຈະຮ່ວມໃນການເລົ້າໂລມໃຈກັບພວກເຮົາເໝືອນກັນຢ່າງນັ້ນ.8ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ເຖິງຄວາມທຸກລຳບາກທີ່ພວກເຮົາໄດ້ປະເຊີນໃນແຂວງເອເຊຍ. ພວກເຮົາຢູ່ພາຍໃຕ້ຄວາມກົດດັນອັນໃຫຍ່ ຈົນສຸດຄວາມສາມາດຂອງພວກເຮົາທີ່ຈະທົນໄດ້, ຈົນວ່າພວກເຮົາໝົດຫວັງທີ່ຈະເອົາຊີວິດໃຫ້ພົ້ນໄດ້.9ແທ້ຈິງ ພວກເຮົາຮູ້ສຶກວ່າພວກເຮົາໄດ້ຖືກຕັດສິນປະຫານຊີວິດແລ້ວ. ແຕ່ສິ່ງນີ້ເກີດຂຶ້ນກໍເພື່ອບໍ່ໃຫ້ພວກເຮົາເພິ່ງພາຕົນເອງ ແຕ່ໃຫ້ເພິ່ງພາພຣະເຈົ້າ ຜູ້ເຮັດໃຫ້ຄົນຕາຍເປັນຄືນມາ.10ພຣະອົງໄດ້ປົດປ່ອຍພວກເຮົາໃຫ້ພົ້ນຈາກອັນຕະລາຍເຖິງແກ່ຄວາມຕາຍເຊັ່ນນີ້ ແລະ ພຣະອົງຈະປົດປ່ອຍພວກເຮົາອີກ. ພວກເຮົາໄດ້ຕັ້ງຄວາມຫວັງໄວ້ໃນພຣະອົງວ່າ ພຣະອົງຈະສືບຕໍ່ປົດປ່ອຍພວກເຮົາ,11ເຊັ່ນດຽວກັບທີ່ພວກເຈົ້າຊ່ວຍພວກເຮົາໂດຍຄຳອະທິຖານຂອງພວກເຈົ້າ. ແລ້ວຄົນທັງຫລາຍກໍຈະຂອບພຣະຄຸນພຣະເຈົ້າເພາະພວກເຮົາສຳລັບຄວາມກະລຸນາທີ່ພວກເຮົາໄດ້ຮັບ ເຊິ່ງເປັນການຕອບຄຳອະທິຖານຂອງຄົນທັງຫລາຍ.ໂປໂລປ່ຽນແຜນການ
12ບັດນີ້ ນີ້ແມ່ນຄວາມອວດອ້າງຂອງພວກເຮົາຄື: ຈິດສຳນຶກຂອງພວກເຮົາກໍເປັນພະຍານວ່າ ພວກເຮົາໄດ້ປະພຶດຕົນຢູ່ໃນໂລກນີ້ ແລະ ໂດຍສະເພາະໃນຄວາມສຳພັນຂອງພວກເຮົາກັບພວກເຈົ້າດ້ວຍຄວາມສັດຊື່ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາບໍ່ໄດ້ປະພຶດຕາມປັນຍາຝ່າຍໂລກ ແຕ່ຕາມພຣະຄຸນຂອງພຣະເຈົ້າ.13ເພາະພວກເຮົາບໍ່ໄດ້ຂຽນເຖິງພວກເຈົ້າໃນສິ່ງທີ່ພວກເຈົ້າບໍ່ສາມາດອ່ານ ຫລື ເຂົ້າໃຈໄດ້. ແລະ ເຮົາຫວັງວ່າ,14ໃນເມື່ອພວກເຈົ້າເຂົ້າໃຈພວກເຮົາໃນບາງສ່ວນແລ້ວ, ພວກເຈົ້າຈະເຂົ້າໃຈຢ່າງຄົບຖ້ວນວ່າ ພວກເຈົ້າກໍສາມາດອວດອ້າງເຖິງພວກເຮົາເໝືອນດັ່ງພວກເຮົາຈະອວດອ້າງເຖິງພວກເຈົ້າໃນວັນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.15ເພາະເຮົາໝັ້ນໃຈໃນເລື່ອງນີ້, ເຮົາຈຶ່ງຢາກຈະມາຢ້ຽມຢາມພວກເຈົ້າກ່ອນ ເພື່ອວ່າພວກເຈົ້າຈະໄດ້ປະໂຫຍດສອງເທົ່າ.16ເຮົາຢາກມາຢ້ຽມຢາມພວກເຈົ້າໃນລະຫວ່າງທາງໄປແຂວງມາເກໂດເນຍ ແລະ ຈະມາຫາພວກເຈົ້າອີກເມື່ອກັບມາຈາກແຂວງມາເກໂດເນຍ ແລະ ຫລັງຈາກນັ້ນ ໃຫ້ພວກເຈົ້າສົ່ງເຮົາເດີນທາງໄປຍັງແຂວງຢູດາຍ.17ເມື່ອເຮົາໄດ້ຕັ້ງໃຈຈະເຮັດຢ່າງນີ້ ເຮົາເຮັດໄປແບບບໍ່ຈິງຈັງບໍ? ຫລື ເຮົາໄດ້ວາງແຜນໃນແບບຄົນຂອງໂລກທີ່ພ້ອມຈະຮັບປາກໄປເທົ່ານັ້ນວ່າ: “ມາ” ແລະ “ບໍ່ມາ” ບໍ?18ແຕ່ພຣະເຈົ້າສັດຊື່ແນ່ນອນຢ່າງໃດ ຂໍ້ຄວາມຂອງພວກເຮົາທີ່ໃຫ້ແກ່ພວກເຈົ້າກໍບໍ່ແມ່ນ “ມາ” ແລະ “ບໍ່ມາ”.19ເພາະພຣະບຸດຂອງພຣະເຈົ້າຄືພຣະເຢຊູຄຣິດເຈົ້າ ຜູ້ທີ່ເຮົາກັບຊີລາ ແລະ ຕີໂມທຽວໄດ້ປະກາດແກ່ພວກເຈົ້ານັ້ນບໍ່ແມ່ນທັງ “ຈິງ” ແລະ “ບໍ່ຈິງ” ແຕ່ໃນພຣະອົງເປັນ “ຈິງ” ສະເໝີ.20ເພາະບໍ່ວ່າພຣະເຈົ້າໄດ້ເຮັດຄຳສັນຍາໄວ້ຫລວງຫລາຍເທົ່າໃດກໍຕາມ, ຄຳສັນຍາເຫລົ່ານັ້ນກໍເປັນ “ຈິງ” ໃນພຣະຄຣິດເຈົ້າ. ແລະ ດັ່ງນັ້ນ ໂດຍທາງພຣະອົງພວກເຮົາຈຶ່ງກ່າວຄຳວ່າ “ອາແມນ” ເພື່ອຖວາຍກຽດຕິຍົດແກ່ພຣະເຈົ້າ.21ບັດນີ້ແມ່ນພຣະເຈົ້າທີ່ເຮັດໃຫ້ທັງພວກເຮົາ ແລະ ພວກເຈົ້າຕັ້ງໝັ້ນໃນພຣະຄຣິດເຈົ້າ. ພຣະອົງໄດ້ເຈີມພວກເຮົາ,22ໄດ້ປະທັບຕາສະແດງຄວາມເປັນເຈົ້າຂອງໃສ່ພວກເຮົາ ແລະ ໄດ້ມອບພຣະວິນຍານຂອງພຣະອົງໃສ່ໄວ້ໃນໃຈພວກເຮົາເປັນເຄື່ອງມັດຈຳ, ເປັນການຮັບປະກັນໃນສິ່ງທີ່ຈະມາເຖິງ.23ເຮົາຂໍຮ້ອງພຣະເຈົ້າໃຫ້ເປັນພະຍານແກ່ເຮົາ ແລະ ເຮົາຂໍເອົາຊີວິດຂອງເຮົາເປັນເດີມພັນກ່ຽວກັບເລື່ອງນີ້ວ່າເຮົາບໍ່ໄດ້ກັບໄປທີ່ເມືອງໂກຣິນໂທນັ້ນ ກໍເພາະເຮົາຢາກສະຫງວນພວກເຈົ້າໄວ້.24ພວກເຮົາບໍ່ໄດ້ເປັນນາຍຢູ່ເໜືອຄວາມເຊື່ອຂອງພວກເຈົ້າ, ແຕ່ເຮົາເຮັດວຽກຮ່ວມກັບພວກເຈົ້າເພື່ອຄວາມຊື່ນຊົມຍິນດີຂອງພວກເຈົ້າ, ເພາະໂດຍຄວາມເຊື່ອ ພວກເຈົ້າຈຶ່ງຕັ້ງໝັ້ນຄົງຢູ່.Biblica, Inc.