1 ໂກຣິນໂທ16
ການຖວາຍເພື່ອຊ່ວຍເຫລືອບັນດາຄົນຂອງອົງພຣະຜູ້ເປັນເຈົ້າ
1ບັດນີ້ ກ່ຽວກັບການແຜ່ຊັບເພື່ອບັນດາຄົນຂອງອົງພຣະຜູ້ເປັນເຈົ້ານັ້ນ ຂໍໃຫ້ປະຕິບັດຕາມທີ່ເຮົາໄດ້ບອກໃຫ້ຄຣິສຕະຈັກຕ່າງໆໃນຄາລາເຕຍປະຕິບັດນັ້ນ.2ໃນມື້ທີໜຶ່ງຂອງທຸກໆອາທິດ, ພວກເຈົ້າແຕ່ລະຄົນຄວນແຍກເງິນຈຳນວນໜຶ່ງທີ່ເໝາະສົມກັບລາຍໄດ້ຂອງຕົນ ເກັບສະສົມເງິນນີ້ໄວ້ ເພື່ອວ່າເມື່ອເຮົາມາຈະບໍ່ມີການແຜ່ຊັບອີກ.3ແລ້ວເມື່ອເຮົາມາເຖິງ ເຮົາກໍຈະມອບຈົດໝາຍແນະນຳຕົວໃຫ້ແກ່ບັນດາຜູ້ຊາຍທີ່ພວກເຈົ້າເຫັນສົມຄວນ ແລະ ສົ່ງພວກເຂົາໄປຍັງເຢຣູຊາເລັມພ້ອມກັບເງິນຖວາຍຂອງພວກເຈົ້າ.4ຖ້າເຫັນສົມຄວນສຳລັບເຮົາທີ່ຈະໄປນຳດ້ວຍ, ພວກເຂົາກໍຈະໄປພ້ອມກັບເຮົາ.ຄຳຂໍຮ້ອງສ່ວນຕົວ
5ຫລັງຈາກເຮົາຜ່ານແຂວງມາເກໂດເນຍແລ້ວ ເຮົາຈະມາຫາພວກເຈົ້າ ເພາະເຮົາຈະເດີນທາງຜ່ານໄປທີ່ມາເກໂດເນຍ.6ບາງທີເຮົາອາດພັກຢູ່ນຳພວກເຈົ້າໄລຍະໜຶ່ງ ຫລື ແມ່ນແຕ່ຢູ່ຈົນໝົດລະດູໜາວກໍເປັນໄດ້, ເພື່ອວ່າພວກເຈົ້າຈະຊ່ວຍເຫລືອເຮົາໃນການເດີນທາງ ບໍ່ວ່າເຮົາຈະໄປທີ່ໃດກໍຕາມ.7ເພາະເວລານີ້ເຮົາຍັງບໍ່ຢາກພົບກັບພວກເຈົ້າເທື່ອ ແລະ ພຽງແຕ່ແວ່ຢ້ຽມຢາມເທົ່ານັ້ນ; ຖ້າວ່າອົງພຣະຜູ້ເປັນເຈົ້າອະນຸຍາດ ເຮົາຫວັງວ່າຈະໄດ້ໃຊ້ເວລາຢູ່ກັບພວກເຈົ້າດົນສົມຄວນ.8ແຕ່ເຮົາຈະຢູ່ທີ່ເມືອງເອເຟໂຊຕໍ່ໄປຈົນເຖິງເທສະການເພັນເຕຄໍສະເຕ,9ເພາະວ່າ ປະຕູໄດ້ເປີດກວ້າງໃຫ້ເຮົາເຮັດວຽກຢ່າງເກີດຜົນ ແລະ ຄົນທີ່ຕໍ່ຕ້ານເຮົາກໍມີຫລາຍ.10ເມື່ອຕີໂມທຽວມາ ຂໍໃຫ້ພວກເຈົ້າຊ່ວຍເບິ່ງແຍງບໍ່ໃຫ້ລາວຢ້ານກົວຕໍ່ສິ່ງໃດໃນຂະນະທີ່ລາວຢູ່ນຳພວກເຈົ້າ, ເພາະລາວກໍເຮັດວຽກຂອງອົງພຣະຜູ້ເປັນເຈົ້າເໝືອນກັນກັບເຮົາ.11ດັ່ງນັ້ນ ຢ່າໃຫ້ຜູ້ໃດປະຕິບັດຕໍ່ລາວດ້ວຍການດູຖູກ. ແຕ່ສົ່ງລາວໃຫ້ເດີນທາງຕໍ່ໄປຢ່າງສັນຕິເພື່ອວ່າລາວຈະໄດ້ກັບມາຫາເຮົາ. ເຮົາກຳລັງຄອຍຖ້າລາວກັບພວກພີ່ນ້ອງຢູ່.12ບັດນີ້ ກ່ຽວກັບອາໂປໂລພີ່ນ້ອງຂອງເຮົານັ້ນ ເຮົາໄດ້ຂໍຮ້ອງລາວໃຫ້ມາຫາພວກເຈົ້າພ້ອມກັບບັນດາພີ່ນ້ອງ. ເວລານີ້ລາວຍັງບໍ່ຢາກໄປ, ແຕ່ລາວຈະໄປເມື່ອລາວມີໂອກາດ.13ພວກເຈົ້າທັງຫລາຍຈົ່ງເຝົ້າລະວັງຢູ່; ຈົ່ງຕັ້ງໝັ້ນຢູ່ໃນຄວາມເຊື່ອ; ຈົ່ງກ້າຫານ ແລະ ຈົ່ງເຂັ້ມແຂງ.14ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ.15ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າຄອບຄົວຂອງສະເຕຟານາໄດ້ກັບໃຈມາເຊື່ອເປັນກຸ່ມທຳອິດໃນແຂວງອະຂາຢາ ແລະ ພວກເຂົາໄດ້ອຸທິດຕົນເອງຮັບໃຊ້ຄົນຂອງອົງພຣະຜູ້ເປັນເຈົ້າ. ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮຽກຮ້ອງພວກເຈົ້າ16ໃຫ້ຍອມເຊື່ອຟັງຄົນເຫລົ່ານີ້ ແລະ ທຸກຄົນທີ່ເຂົ້າຮ່ວມໃນວຽກງານ ແລະ ທຳງານດ້ວຍຄວາມຍາກລຳບາກ.17ເຮົາດີໃຈເມື່ອສະເຕຟານາ, ຟອກຕູນາໂຕ ແລະ ອະຂາອີໂກໄດ້ມາເຖິງ ເພາະວ່າພວກເຂົາໄດ້ຈັດຫາສິ່ງທີ່ພວກເຈົ້າຂາດນັ້ນໃຫ້ແກ່ເຮົາ.18ເພາະພວກເຂົາໄດ້ຟື້ນຈິດໃຈຂອງເຮົາຂຶ້ນໃໝ່ ແລະ ຈິດໃຈຂອງພວກເຈົ້າທັງຫລາຍດ້ວຍ. ບັນດາຄົນຢ່າງນີ້ສົມຄວນໄດ້ຮັບການຍອມຮັບ.ການທັກທາຍສຸດທ້າຍ
19ຄຣິສຕະຈັກຕ່າງໆໃນແຂວງເອເຊຍກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ.ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກທີ່ພົບກັນໃນເຮືອນຂອງພວກເຂົາກໍຝາກຄວາມຄິດເຖິງຢ່າງອົບອຸ່ນໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າດ້ວຍ.20ພີ່ນ້ອງທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ.21ເຮົາໂປໂລ ຂຽນຄຳທັກທາຍນີ້ດ້ວຍມືຂອງເຮົາເອງ.22ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ຂໍໃຫ້ຜູ້ນັ້ນຖືກສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດມາເທີ້ນ !23ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າທັງຫລາຍ.24ເຮົາຂໍສົ່ງຄວາມຮັກມາຍັງພວກເຈົ້າທຸກຄົນໃນພຣະເຢຊູຄຣິດເຈົ້າ. ອາແມນ.
Biblica, Inc.