2 ໂກຣິນໂທ2
1ດັ່ງນັ້ນ ເຮົາຈຶ່ງຕັດສິນໃຈວ່າ ເຮົາຈະບໍ່ມາຢ້ຽມຢາມແລ້ວເຮັດໃຫ້ພວກເຈົ້າເຈັບປວດອີກ.2ເພາະຖ້າເຮົາເຮັດໃຫ້ພວກເຈົ້າໂສກເສົ້າ, ຈະເຫລືອຜູ້ໃດທີ່ເຮັດໃຫ້ເຮົາດີໃຈ? ກໍມີແຕ່ພວກເຈົ້າຜູ້ທີ່ເຮົາເຮັດໃຫ້ໂສກເສົ້ານັ້ນແຫລະ.3ເຮົາໄດ້ຂຽນດັ່ງທີ່ເຮົາໄດ້ເຮັດ, ເພື່ອວ່າເມື່ອເຮົາມາເຖິງ ເຮົາຈະບໍ່ຕ້ອງໂສກເສົ້າຍ້ອນຄົນທີ່ຄວນຈະເຮັດໃຫ້ເຮົາມີຄວາມຊື່ນຊົມຍິນດີ. ເຮົາມີຄວາມໝັ້ນໃຈໃນພວກເຈົ້າທຸກຄົນວ່າ ພວກເຈົ້າທຸກຄົນຈະຮ່ວມຊື່ນຊົມຍິນດີກັບເຮົາ.4ເພາະເຮົາຂຽນມາເຖິງພວກເຈົ້າມາດ້ວຍຄວາມໂສກເສົ້າຢ່າງໜັກ ດ້ວຍຄວາມເຈັບປວດຫົວໃຈ ແລະ ດ້ວຍນ້ຳຕາ, ບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າໂສກເສົ້າ ແຕ່ເພື່ອໃຫ້ພວກເຈົ້າຮູ້ຄວາມຮັກອັນເລິກເຊິ່ງຂອງເຮົາທີ່ມີສຳລັບພວກເຈົ້າ.
ການໃຫ້ອະໄພໃຫ້ແກ່ຜູ້ທີ່ເຮັດຜິດ
5ຖ້າມີຄົນໃດກໍ່ໃຫ້ເກີດຄວາມໂສກເສົ້າ ລາວກໍບໍ່ໄດ້ເຮັດໃຫ້ເຮົາໂສກເສົ້າຫລາຍເທົ່າກັບທີ່ເຮັດໃຫ້ພວກເຈົ້າທັງຫລາຍໂສກເສົ້າໃນລະດັບໜຶ່ງ ທີ່ກ່າວວ່າໃນລະດັບໜຶ່ງນັ້ນ ກໍເພາະເຮົາບໍ່ຢາກເວົ້າຮຸນແຮງເກີນໄປ.6ການລົງໂທດທີ່ເກີດຂຶ້ນກັບລາວໂດຍຄົນສ່ວນໃຫຍ່ກໍພຽງພໍແລ້ວ.7ບັດນີ້ພວກເຈົ້າຄວນຈະໃຫ້ອະໄພ ແລະ ເລົ້າໂລມໃຈລາວ ເພື່ອວ່າລາວຈະບໍ່ໄດ້ຖືກຄອບງຳໂດຍຄວາມໂສກເສົ້າຫລາຍເກີນໄປ.8ເຫດສະນັ້ນ ເຮົາຂໍຮ້ອງພວກເຈົ້າໃຫ້ຢືນຢັນຄວາມຮັກຂອງພວກເຈົ້າທີ່ມີຕໍ່ລາວອີກເທື່ອໜຶ່ງ.9ເຫດຜົນອື່ນອີກທີ່ເຮົາຂຽນມານັ້ນກໍເພື່ອຈະເບິ່ງວ່າພວກເຈົ້າຈະຕັ້ງໝັ້ນຄົງຕໍ່ການທົດລອງ ແລະ ເຊື່ອຟັງໃນທຸກສິ່ງ ຫລື ບໍ່.10ຖ້າພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ແລະ ຖ້າມີສິ່ງໃດທີ່ຈະຕ້ອງຍົກໂທດ ເຮົາກໍໄດ້ຍົກໂທດໃຫ້ແລ້ວໃນສາຍຕາຂອງພຣະຄຣິດເຈົ້າເພາະເຫັນແກ່ພວກເຈົ້າ,11ເພື່ອວ່າພວກເຮົາຈະໄດ້ບໍ່ເສຍໄຊໃຫ້ມານຊາຕານ. ເພາະວ່າພວກເຮົາຮູ້ແຜນການຂອງມັນ.ຜູ້ຮັບໃຊ້ແຫ່ງພັນທະສັນຍາໃໝ່
12ບັດນີ້ເມື່ອເຮົາໄປເມືອງໂທອາດເພື່ອປະກາດຂ່າວປະເສີດຂອງພຣະຄຣິດເຈົ້ານັ້ນ ແລະ ພົບວ່າອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູແກ່ເຮົາແລ້ວ,13ເຮົາກໍຍັງບໍ່ມີສັນຕິສຸກໃນຈິດໃຈເລີຍ, ເພາະວ່າເຮົາບໍ່ພົບຕີໂຕນ້ອງຊາຍຂອງເຮົາຢູ່ທີ່ນັ້ນ. ດັ່ງນັ້ນ ເຮົາຈຶ່ງກ່າວລາພວກເຂົາ ແລ້ວເດີນທາງໄປທີ່ແຂວງມາເກໂດເນຍ.14ແຕ່ໂມທະນາຂອບພຣະຄຸນພຣະເຈົ້າຜູ້ນຳພາພວກເຮົາເໝືອນດັ່ງເປັນຊະເລີຍໃນຂະບວນແຫ່ງໄຊຊະນະຂອງພຣະຄຣິດເຈົ້າຕະຫລອດມາ ແລະ ໃຊ້ພວກເຮົາເພື່ອກະຈາຍກິ່ນຫອມແຫ່ງຄວາມຮູ້ຈັກພຣະອົງຢູ່ທົ່ວທຸກບ່ອນ.15ເພາະວ່າພວກເຮົາເປັນກິ່ນຫອມຂອງພຣະຄຣິດເຈົ້າ ທີ່ຖວາຍແກ່ພຣະເຈົ້າໃນທ່າມກາງບັນດາຜູ້ທີ່ກຳລັງໄດ້ຮັບຄວາມພົ້ນ ແລະ ບັນດາຜູ້ທີ່ກຳລັງຈະຈິບຫາຍ.16ເປັນກິ່ນແຫ່ງຄວາມຕາຍສຳລັບຄົນພວກໜຶ່ງ ແລະ ເປັນກິ່ນຫອມທີ່ນຳຊີວິດສຳລັບຄົນອີກພວກໜຶ່ງ. ແລະ ແມ່ນຜູ້ໃດນໍທີ່ສົມຄວນກັບງານນີ້?17ພວກເຮົາບໍ່ເໝືອນຫລາຍຄົນ ທີ່ເລາະຂາຍພຣະຄຳຂອງພຣະເຈົ້າເພື່ອຫາກຳໄລ. ແຕ່ກົງກັນຂ້າມ ໃນພຣະຄຣິດເຈົ້າ ພວກເຮົາກ່າວຕໍ່ໜ້າພຣະເຈົ້າດ້ວຍຄວາມຈິງໃຈເໝືອນດັ່ງບັນດາຄົນທີ່ພຣະເຈົ້າໄດ້ໃຊ້ມາ.Biblica, Inc.