2 ຂ່າວຄາວ9
ລາຊີນີແຫ່ງເຊບາມາຢ້ຽມເຍືອນໂຊໂລໂມນ
1ເມື່ອລາຊີນີແຫ່ງເຊບາໄດ້ຍິນຊື່ສຽງໂຊໂລໂມນ, ນາງກໍມາທີ່ເຢຣູຊາເລັມເພື່ອທົດສອບເພິ່ນໂດຍຕັ້ງຄໍາຖາມຍາກໆ. ລາຊີນີມາຮອດເຢຣູຊາເລັມພ້ອມກັບຂະບວນທີ່ໃຫຍ່ຫລວງພ້ອມທັງຝູງອູດບັນທຸກເຄື່ອງເທດ, ຄຳເປັນຈຳນວນຫລາຍ ແລະ ຫີນລ້ຳຄ່າ, ນາງໄດ້ມາພົບໂຊໂລໂມນ ແລະ ສົນທະນາກັບເພິ່ນກ່ຽວກັບທຸກເລື່ອງທີ່ມີຢູ່ໃນຄວາມຄິດຂອງນາງ.2ໂຊໂລໂມນໄດ້ຕອບຄຳຖາມທັງໝົດຂອງນາງໄດ້ທຸກຂໍ້; ບໍ່ມີສິ່ງໃດຍາກເກີນກວ່າທີ່ກະສັດໂຊໂລໂມນຈະອະທິບາຍໃຫ້ແກ່ນາງ.3ເມື່ອລາຊີນີແຫ່ງເຊບາໄດ້ເຫັນສະຕິປັນຍາຂອງໂຊໂລໂມນ ແລະ ເຫັນວັງທີ່ເພິ່ນໄດ້ສ້າງຂຶ້ນດ້ວຍ,4ອາຫານຢູ່ເທິງໂຕະຂອງເພິ່ນ, ບັນດາຂ້າລາຊະການຂອງເພິ່ນທີ່ກຳລັງນັ່ງຢູ່, ບັນດາຜູ້ຮັບໃຊ້ທີ່ຢູ່ໃນເຄື່ອງແບບຂອງຕົນ, ພະນັກງານຍົກຈອກຂອງເພິ່ນ ແລະ ເຄື່ອງເຜົາບູຊາຈຳນວນຫລວງຫລາຍທີ່ເພິ່ນໄດ້ຖວາຍຢູ່ໃນວິຫານຂອງພຣະເຈົ້າຢາເວ ນາງກໍປະຫລາດໃຈຫລາຍ.5ນາງເວົ້າກັບກະສັດໂຊໂລໂມນວ່າ, “ຄຳລາຍງານທີ່ຂ້ານ້ອຍໄດ້ຍິນໄດ້ຟັງມາໃນປະເທດຂອງຂ້ານ້ອຍກ່ຽວກັບຄວາມສຳເລັດຂອງທ່ານ ແລະ ສະຕິປັນຍາຂອງທ່ານນັ້ນລ້ວນແຕ່ເປັນຄວາມຈິງ.6ແຕ່ຂ້ານ້ອຍບໍ່ເຊື່ອສິ່ງທີ່ພວກເຂົາໄດ້ເວົ້າເລີຍຈົນກະທັ້ງຂ້ານ້ອຍໄດ້ມາເຫັນກັບຕາຂອງຂ້ານ້ອຍເອງ. ທີ່ຈິງແລ້ວ, ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນກໍບໍ່ຮອດເຄິ່ງຂອງຄວາມຍິ່ງໃຫຍ່ແຫ່ງສະຕິປັນຍາຂອງທ່ານ; ທ່ານຍິ່ງໃຫຍ່ເກີນກວ່າທີ່ຂ້ານ້ອຍໄດ້ຍິນມາຢ່າງຫລວງຫລາຍ.7ປະຊາຊົນຂອງທ່ານຄົງຈະມີຄວາມສຸກຫລາຍ! ບັນດາຂ້າລາຊະການຂອງທ່ານຄົງມີຈະຄວາມສຸກທີ່ໄດ້ຢືນຢູ່ຕໍ່ໜ້າທ່ານ ແລະ ໄດ້ຟັງສະຕິປັນຍາຂອງທ່ານ!8ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ຜູ້ທີ່ປິຕິຍິນດີໃນທ່ານ ແລະ ຕັ້ງທ່ານໄວ້ເທິງບັນລັງເປັນກະສັດເພື່ອປົກຄອງແທນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະຄວາມຮັກຂອງພຣະເຈົ້າຂອງທ່ານທີ່ມີຕໍ່ອິດສະຣາເອນ ແລະ ຄວາມປະສົງຂອງພຣະອົງເພື່ອສະໜັບສະໜູນພວກເຂົາຕະຫລອດໄປ. ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານເປັນກະສັດເໜືອພວກເຂົາເພື່ອຮັກສາຄວາມຍຸຕິທຳ ແລະ ຄວາມຊອບທຳ”.9ແລ້ວນາງໄດ້ມອບຄໍາ 120 ຕາລັນຕົນ, ເຄື່ອງເທດເປັນຈຳນວນຫລາຍ ແລະ ຫີນລ້ຳຄ່າໃຫ້ແກ່ກະສັດ. ຍັງບໍ່ເຄີຍມີເຄື່ອງເທດທີ່ດີເໝືອນກັບທີ່ລາຊີນີແຫ່ງເຊບາໄດ້ມອບໃຫ້ແກ່ກະສັດໂຊໂລໂມນມາກ່ອນ.10(ຄົນຮັບໃຊ້ຂອງຮີຣາມ ແລະ ຂອງກະສັດໂຊໂລໂມນຍັງໄດ້ນຳຄຳມາຈາກໂອຟີ; ພວກເຂົາໄດ້ນຳເອົາໄມ້ຈັນ ແລະ ຫີນລ້ຳຄ່າມາຈາກທີ່ນັ້ນດ້ວຍ.11ກະສັດໄດ້ໃຊ້ໄມ້ຈັນນັ້ນເຮັດຂັ້ນໄດວິຫານຂອງພຣະເຈົ້າຢາເວ ແລະ ຂັ້ນໄດວັງ ແລະ ເຮັດພິນໃຫຍ່ ແລະ ພິນນ້ອຍໃຫ້ບັນດານັກດົນຕີ. ບໍ່ເຄີຍເຫັນເຊັ່ນນີ້ມາກ່ອນໃນຢູດາຍ.)12ກະສັດໂຊໂລໂມນໄດ້ມອບທຸກສິ່ງຕາມທີ່ນາງປາຖະໜາ ແລະ ຂໍ; ເພິ່ນໄດ້ໃຫ້ນາງຫລາຍກວ່າທີ່ນາງນຳມາໃຫ້ເພິ່ນ. ແລ້ວນາງພ້ອມທັງຂະບວນກໍກັບຄືນໄປປະເທດຂອງນາງ.ສະຫງ່າລາສີຂອງໂຊໂລໂມນ
13ທຸກປີໂຊໂລໂມນໄດ້ຮັບຄຳໜັກປະມານ 666 ຕາລັນຕົນ 14ຍັງບໍ່ລວມພາສີອາກອນຈາກບັນດາພໍ່ຄ້າ. ບັນດາກະສັດແຫ່ງອາຣະເບຍ ແລະ ຜູ້ປົກຄອງຂອງດິນແດນຕ່າງໆທີ່ໄດ້ນຳຄຳ ແລະ ເງິນມາມອບໃຫ້ໂຊໂລໂມນ.15ກະສັດໂຊໂລໂມນໄດ້ເອົາຄຳຕີເປັນໂລ່ຈໍານວນສອງຮ້ອຍອັນ; ໂລ່ຄໍາແຕ່ລະອັນເຮັດດ້ວຍຄຳຫົກຮ້ອຍເຊເຂວ 16ເພິ່ນຍັງໄດ້ເຮັດໂລ່ນ້ອຍຄໍາຈໍານວນສາມຮ້ອຍອັນ, ແຕ່ລະອັນເຮັດດ້ວຍຄຳໜັກປະມານສາມຮ້ອຍເຊເຂວ. ກະສັດໄດ້ເກັບໂລ່ເຫລົ່ານີ້ໄວ້ໃນວັງແຫ່ງດົງເລບານອນ.17ແລ້ວກະສັດໄດ້ເຮັດບັນລັງຂະໜາດໃຫຍ່ຕົບແຕ່ງດ້ວຍງາຊ້າງ ແລະ ໂອບດ້ວຍຄຳບໍລິສຸດ.18ບັນລັງນັ້ນມີຂັ້ນໄດຫົກຂັ້ນ ແລະ ມີອັນຮອງຕີນທີ່ເຮັດດ້ວຍຄຳ. ມີບ່ອນວາງແຂນທັງສອງຂ້າງພ້ອມທັງມີໂຕສິງຢືນຢູ່ໂຕລະຂ້າງ.19ມີໂຕສິງສິບສອງໂຕຢືນຢູ່ຂັ້ນໄດຫົກຂັ້ນ, ໂດຍມີມີໜຶ່ງໂຕຢືນຢູ່ທີ່ປາຍຂອງຂັ້ນໄດແຕ່ລະຂັ້ນ. ບໍ່ເຄີຍມີຢ່າງນີ້ໃນອານາຈັກອື່ນ.20ຈອກທັງໝົດຂອງກະສັດໂຊໂລໂມນແມ່ນເຮັດດ້ວຍຄຳ ແລະ ເຄື່ອງໃຊ້ທັງໝົດໃນເຮືອນຂອງເພິ່ນຢູ່ທີ່ປ່າເລບານອນ ແມ່ນລ້ວນແຕ່ເຮັດດ້ວຍຄຳບໍລິສຸດ, ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະໃນສະໄໝຂອງໂຊໂລໂມນນັ້ນເງິນຖືວ່າບໍ່ມີຄ່າ.21ເພິ່ນມີກອງເຮືອໃຫ່ຍຄ້າຂາຍຫລາຍລໍາ ມີລູກເຮືອເປັນຄົນຮັບໃຊ້ມາຈາກກະສັດຮີຣາມ. ທຸກໆສາມປີເຮືອຈະບັນທຸກຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະ ລີງບາບູນມາດ້ວຍ.22ກະສັດໂຊໂລໂມນຮັ່ງມີ ແລະ ມີສະຕິປັນຍາເໜືອກວ່າກະສັດທຸກຄົນທີ່ຢູ່ໃນແຜ່ນດິນໂລກນີ້.23ບັນດາກະສັດທັງຫລາຍທົ່ວໂລກມາຫາໂຊໂລໂມນເພື່ອຟັງສະຕິປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ.24ທຸກໆປີ ທຸກຄົນທີ່ມາກໍຈະນຳເອົາເຄື່ອງຂອງມາມອບໃຫ້ ຄືເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຄຳ, ເສື້ອຄຸມ, ອາວຸດ, ເຄື່ອງເທດ ແລະ ມ້າກັບມ້າລໍ.25ໂຊໂລໂມນມີບ່ອນເກັບໂຕມ້າ ແລະ ລົດມ້າສີ່ພັນບ່ອນ ແລະ ມີທະຫານມ້າສິບສອງພັນຄົນ ເຊິ່ງເພິ່ນໄດ້ເກັບລົດມ້າບາງສ່ວນໄວ້ທີ່ເມືອງຕ່າງໆ ແລະ ໄດ້ເກັບບາງສ່ວນໄວ້ກັບເພິ່ນທີ່ເຢຣູຊາເລັມ.26ເພິ່ນໄດ້ປົກຄອງບັນດາກະສັດທັງໝົດຕັ້ງແຕ່ແມ່ນໍ້າເອີຟຣັດຈົນເຖິງດິນແດນຟີລິດສະຕິນ ແລະ ໄກອອກໄປຈົນເຖິງຊາຍແດນຂອງເອຢິບ.27ກະສັດໄດ້ເຮັດໃຫ້ເງິນເປັນເໝືອນດັ່ງກ້ອນຫີນໃນເຢຣູຊາເລັມ ແລະ ມີໄມ້ສີດາຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ.28ຝູງມ້າຂອງໂຊໂລໂມນນັ້ນໄດ້ນຳເຂົ້າຈາກເອຢິບ ແລະ ປະເທດອື່ນໆ.ໂຊໂລໂມນຕາຍ
29ເຫດການອື່ນໆອີກໃນຊ່ວງການປົກຄອງໂຊໂລໂມນຕັ້ງແຕ່ຕົ້ນຈົນຈົບມີບັນທຶກໄວ້ໃນບັນທຶກຂອງຜູ້ທໍານວາຍນາທານ, ໃນຄຳທໍານວາຍຂອງອາຮີຢາແຫ່ງຊີໂລ ແລະ ໃນນິມິດຂອງຜູ້ທຳນວາຍອິດໂດທີ່ກ່ຽວກັບເຢໂຣໂບອາມລູກຊາຍຂອງເນບັດບໍ່ແມ່ນບໍ?30ໂຊໂລໂມນໄດ້ປົກຄອງໃນເຢຣູຊາເລັມເໜືອອິດສະຣາເອນເປັນເວລາສີ່ສິບປີ.31ແລ້ວເພິ່ນລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດພໍ່ຂອງເພິ່ນ. ແລ້ວເຣໂຫໂບອາມລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນເພິ່ນ.Biblica, Inc.