2 ຂ່າວຄາວ8

ພາລະກິດ​ອື່ນ​ໆ​ຂອງ​ໂຊໂລໂມນ

1ໃນ​ໄລຍະ​ສຸດທ້າຍ​ຂອງ​ຊ່ວງ​ເວລາ​ຊາວ​ປີ ເຊິ່ງ​ໂຊໂລໂມນ​ໄດ້​ກໍ່​ສ້າງ​ອາຄານ​ທັງ​ສອງ​ນີ້ ຄື​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ລາຊະວັງ2ໂຊໂລໂມນ​ໄດ້​ສ້າງ​ໝູ່ບ້ານ​ຕ່າງໆ​ທີ່​ກະສັດ​ຮີຣາມ ​ໄດ້​ມອບ​ໃຫ້​ເພິ່ນ ແລະ ໃຫ້​ຊາວ​ອິດສະຣາເອນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.3ແລ້ວ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ຮາມັດໂຊບາ ແລະ ໄດ້​ຢຶດ​ເມືອງ​ນັ້ນ.4ເພິ່ນ​ຍັງ​ໄດ້​ສ້າງ​ເມືອງ​ຕາດໂມ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ເມືອງຕ່າງໆ​ທີ່​ໃຊ້​ເພື່ອ​ຄັງ​ສະບຽງ​ອາຫານ​ທັງໝົດ​ທີ່​ເພິ່ນ​ເຄີຍ​ໄດ້​ສ້າງ​ໃນ​ຮາມັດ.5ເພິ່ນ​ໄດ້​ສ້າງ​ເມືອງ​ເບັດໂຮໂຣນ​ເບື້ອງເທິງ ແລະ ເບັດໂຮໂຣນ​ເບື້ອງລຸ່ມ​ຂຶ້ນ​ໃໝ່​ເປັນ​ເມືອງ​ປ້ອມ​ປ້ອງກັນ​ພ້ອມທັງ​ເຮັດ​ກຳແພງ ແລະ ປະຕູ ແລະ ກອນ​ປະຕູ,6ທັງ​ຍັງ​ໄດ້​ສ້າງ​ເມືອງ​ຕ່າງໆ ເພື່ອ​ເປັນ​ຄັງ​ສະບຽງ​ອາຫານ​ຂອງ​ເພິ່ນ ແລະ ສ້າງ​ເມືອງ​ສຳລັບ​ລົດມ້າ​ຮົບ ແລະ ມ້າ​ຂອງ​ເພິ່ນ ຄື​ທຸກສິ່ງ​ທີ່​ເພິ່ນ​ປາຖະໜາ​ຈະ​ສ້າງ​ໃນ​ເຢຣູຊາເລັມ, ໃນ​ເລບານອນ ແລະ ທົ່ວ​ເຂດແດນ​ທັງໝົດ​ທີ່​ເພິ່ນ​ປົກຄອງ.
7ສ່ວນ​ປະຊາຊົນ​ທີ່​ເຫລືອ​ຢູ່​ທີ່​ເປັນ​ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ. (ຄົນ​ເຫລົ່ານີ້​ບໍ່​ແມ່ນ​ຊາວ​ອິດສະຣາເອນ).8ຄື​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ຄົນ​ເຫລົ່ານີ້ ເຊິ່ງ​ຊົນຊາດ​ອິດສະຣາເອນ​ບໍ່​ສາມາດ​ທຳລາຍ​ລ້າງ​ໃຫ້​ໝົດ​ໄປ​ໄດ້ ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນ​ເຫລົ່ານີ້​ມາ​ເປັນ​ແຮງງານ​ຂ້າທາດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.9ແຕ່​ໂຊໂລໂມນ​ບໍ່​ໄດ້​ເຮັດ​ຊາວອິດສະຣາເອນ​ຄົນ​ໃດ​ມາ​ເປັນ​ຂ້າທາດ​ເພື່ອ​ເຮັດ​ວຽກ​ໃຫ້​ເພິ່ນ; ບໍ່​ວ່າ​ພວກເຂົາ​ເປັນ​ທະຫານ, ຜູ້ບັນຊາການ​ກອງທັບ, ຜູ້ບັນຊາການ​ລົດຮົບ ແລະ ຄົນ​ຂັບ​ລົດຮົບ​ຂອງ​ເພິ່ນ.10ແລະ ຍັງ​ໃຫ້​ພວກເຂົາ​ເປັນ​ຫົວໜ້າ​ຂ້າລາຊະການ​ຂອງ​ກະສັດ​ໂຊໂລໂມນ​ສອງຮ້ອຍ​ຫສິ້ຄົນ ແລະ ເປັນ​ຜູ້ຮັບຜິດຊອບ​ຄວບຄຸມ​ຄົນງານ​ເຫລົ່ານີ້​ດ້ວຍ.
11ໂຊໂລໂມນ​ໄດ້​ນໍາ​ເອົາ​ບັນດາ​ລູກສາວ​ຂອງ​ຟາໂຣ​ຈາກ​ເມືອງ​ຂອງ​ດາວິດ​ໄປ​ທີ່​ວັງ​ທີ່​ເພິ່ນ​ໄດ້​ສ້າງຂຶ້ນ​ສໍາລັບ​ພວກນາງ. ເພິ່ນ​ໄດ້​ກ່າວ​ວ່າ, “ເມຍ​ຂອງ​ເຮົາ​ຈະ​ຕ້ອງ​ບໍ່​ອາໄສ​ຢູ່​ໃນ​ວັງ​ຂອງ​ດາວິດ ກະສັດ​ແຫ່ງ​ອິດສະຣາເອນ, ເພາະ​ບ່ອນ​ຕ່າງ​ໆ​ນັ້ນ​ເປັນ​ບ່ອນ​ທີ່​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຜ່ານເຂົ້າ​ໄປ​ເປັນ​ບ່ອນ​ບໍລິສຸດ”.
12ຢູ່​ເທິງ​ແທ່ນ​ບູຊາ​ທີ່​ເພິ່ນ​ໄດ້​ສ້າງຂຶ້ນ​ຢູ່​ທາງ​ໜ້າ​ຂອງ​ລະບຽງ​ນັ້ນ, ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງເຜົາບູຊາ​ແກ່​ພຣະເຈົ້າຢາເວ,13ຕາມ​ລະບຽບ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ຖວາຍ​ປະຈຳວັນ​ທີ່​ໂມເຊ​ສັ່ງ​ໄວ້​ສຳລັບ​ວັນຊະບາໂຕ, ວັນ​ເດືອນ​ອອກ​ໃໝ່ ແລະ ສາມ​ເທດສະການ​ປະຈຳ​ປີ​ຄື: ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ເທດສະການ​ປະຈຳ​ອາທິດ ແລະ ເທດສະການປຸກຕູບຢູ່.14ເພື່ອ​ຮັກສາ​ຂໍ້​ຄໍາສັ່ງ​ຂອງ​ດາວິດ​ພໍ່​ຂອງ​ເພິ່ນ, ເພິ່ນ​ໄດ້​ຈັດຕັ້ງ​ປະໂລຫິດ​ອອກ​ເປັນ​ໝວດ​ໃຫ້​ເຮັດ​ໜ້າທີ່​ຂອງ​ພວກເຂົາ ແລະ ໃຫ້​ຊາວ​ເລວີ​ນຳ​ພາ​ໃນ​ການ​ຮ້ອງເພງ​ສັນລະເສີນ ແລະ ຊ່ວຍເຫລືອ​ປະໂລຫິດ​ເຮັດ​ໜ້າທີ່​ປະຈຳ​ວັນ​ຕາມ​ທີ່​ໄດ້​ກໍານົດ​ໄວ້. ເພິ່ນ​ຍັງ​ໄດ້​ແຕ່ງຕັ້ງ​ຄົນ​ເຝົ້າ​ຍາມ​ປະຕູ​ເປັນ​ໝວດ​ຕ່າງໆ​ຢູ່​ຕາມ​ປະຕູ, ເພາະ​ນີ້​ແມ່ນ​ສິ່ງ​ທີ່​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ສັ່ງ​ໄວ້.15ພວກເຂົາ​ບໍ່​ໄດ້​ລະເລີຍ​ຄຳສັ່ງ​ຂອງ​ກະສັດ​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂລຫິດ ແລະ ຊາວເລວີ ບໍ່​ວ່າ​ໃນ​ເລື່ອງ​ໃດ​ກໍ​ຕາມ​ລວມທັງ​ເລື່ອງ​ຄັງ​ຕ່າງໆ​ດ້ວຍ.
16ວຽກ​ການທັງໝົດ​ຂອງ​ໂຊໂລໂມນ​ກໍ​ສຳເລັດ, ຕັ້ງແຕ່​ມື້​ທີ່​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຖືກ​ວາງ​ລົງ​ຈົນ​ເຖິງ​ວິຫານ​ກໍ່ສ້າງ​ສຳເລັດ. ດັ່ງນັ້ນ ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ສ້າງ​ສຳເລັດ.
17ແລ້ວ​ໂຊໂລໂມນ​ກໍ​ໄດ້​ໄປ​ທີ່​ເອຊີໂອນເກເບ ແລະ ເອລາດ​ຢູ່​ຊາຍ​ຝັ່ງ​ຂອງ​ເອໂດມ.18ແລະ ຮີຣາມ​ໄດ້​ສົ່ງ​ເຮືອ​ອອກ​ໄປ​ໃຫ້​ເພິ່ນ​ໂດຍ​ຢູ່​ໃຕ້​ຄໍາສັ່ງ​ຂອງ​ທະຫານ​ຂອງ​ເພິ່ນ​ເອງ, ພ້ອມທັງ​ລູກເຮືອ​ທີ່​ມີ​ຄວາມ​ຊຳນານ​ທາງ​ທະເລ. ຄົນ​ເຫລົ່ານີ້​ກັບ​ພວກ​ທະຫານ​ຂອງ​ໂຊໂລໂມນ​ໄດ້​ແລ່ນ​ເຮືອ​ໄປ​ທີ່​ໂອຟີ ແລະ ໄດ້​ເອົາ​ນຳ​ຄຳ​ເປັນ​ຈໍານວນ​ຫ້າສິບ​ຕາລັນຕົນ, ເຊິ່ງ​ພວກເຂົາ​ໄດ້​ມອບ​ໃຫ້​ແກ່​ກະສັດ​ໂຊໂລໂມນ.

Biblica, Inc.

https://app.library.bible/content/eab9312f9f16b3a2