2 ຂ່າວຄາວ10
ອິດສະຣາເອນກະບົດຕໍ່ເຣໂຫໂບອາມ
1ເຣໂຫໂບອາມໄດ້ອອກໄປທີ່ຊີເຄມ ເພາະຊາວອິດສະຣາເອນທັງໝົດພາກັນໄປທີ່ນັ້ນເພື່ອຕັ້ງເຣໂຫໂບອາມຂຶ້ນເປັນກະສັດ.2ເມື່ອເຢໂຣໂບອາມ ລູກຊາຍຂອງເນບັດ (ເຊິ່ງໜີກະສັດໂຊໂລໂມນໄປຢູ່ໃນເອຢິບ) ຮູ້ຂ່າວ, ລາວຈຶ່ງກັບມາຈາກເອຢິບ.3ສະນັ້ນ ພວກເຂົາກໍສົ່ງຄົນໄປຫາເຢໂຣໂບອາມ ແລ້ວເພິ່ນ ແລະ ອິດສະຣາເອນທັງໝົດກໍໄປຫາເຣໂຫໂບອາມ ແລະ ເວົ້າກັບເພິ່ນວ່າ4“ພໍ່ຂອງທ່ານໄດ້ວາງແອກໜັກໃຫ້ພວກຂ້ານ້ອຍ, ແຕ່ບັດນີ້ ຂໍໃຫ້ຜ່ອນພາລະ ແລະ ບັນເທົາແອກທີ່ເພິ່ນໄດ້ວາງໄວ້ເທິງພວກຂ້ານ້ອຍ ແລ້ວພວກຂ້ານ້ອຍຈະຮັບໃຊ້ທ່ານ”.5ເຣໂຫໂບອາມໄດ້ຕອບວ່າ “ຈົ່ງກັບມາຫາເຮົາອີກສາມວັນ” ດັ່ງນັ້ນ ປະຊາຊົນຈຶ່ງພາກັນຈາກໄປ.6ກະສັດເຣໂຫໂບອາມໄດ້ປຶກສາກັບບັນດາຜູ້ອາວຸໂສທີ່ເຄີຍຮັບໃຊ້ໂຊໂລໂມນພໍ່ຂອງເພິ່ນເມື່ອເວລາທີ່ພໍ່ຂອງເພິ່ນຍັງມີຊີວິດຢູ່. ເພິ່ນໄດ້ຖາມວ່າ, “ທ່ານວ່າເຮົາຄວນຈະຕອບປະຊາຊົນເຫລົ່ານີ້ວ່າຢ່າງໃດ?”7ພວກເຂົາໄດ້ຕອບວ່າ, “ຖ້າທ່ານຈະໃຫ້ຄວາມເມດຕາຕໍ່ປະຊາຊົນເຫລົ່ານີ້ ແລະ ເອົາໃຈພວກເຂົາ ແລະ ໃຫ້ຄຳຕອບທີ່ພວກເຂົາພໍໃຈ, ພວກເຂົາກໍຈະເປັນຜູ້ຮັບໃຊ້ຂອງທ່ານຕະຫລອດໄປ”.8ແຕ່ເຣໂຫໂບອາມໄດ້ປະຕິເສດຄຳແນະນຳຂອງບັນດາຜູ້ອາວຸໂສທີ່ໃຫ້ເພິ່ນ ແລະ ໄດ້ປຶກສາຄົນໜຸ່ມທີ່ເຕີບໃຫຍ່ມານຳກັນກັບເພິ່ນ ແລະ ກຳລັງຮັບໃຊ້ເພິ່ນຢູ່.9ເພິ່ນໄດ້ຖາມພວກເຂົາວ່າ, “ພວກເຈົ້າຈະແນະນຳຢ່າງໃດ? ພວກເຮົາຄວນຈະຕອບບັນດາຄົນທີ່ມາເວົ້າກັບເຮົາວ່າ, ‘ຂໍໃຫ້ຜ່ອນແອກທີ່ພໍ່ຂອງທ່ານວາງໄວ້ເທິງພວກຂ້ານ້ອຍ’ ບໍ?”10ພວກຄົນໜຸ່ມທີ່ເຕີບໃຫຍ່ຂຶ້ນມາກັບເພິ່ນກໍໄດ້ຕອບວ່າ, “ຂໍໃຫ້ກ່າວກັບບັນດາຄົນທີ່ມາເວົ້າກັບທ່ານວ່າ, ‘ພໍ່ຂອງທ່ານໄດ້ວາງແອກໜັກໄວ້ເທິງພວກເຮົາ, ແຕ່ຂໍເຮັດໃຫ້ແອກຂອງພວກເຮົາເບົາລົງ’. ບັດນີ້ ໃຫ້ບອກພວກເຂົາວ່າ, ‘ນິ້ວກ້ອຍຂອງເຮົາກໍໜາກວ່າແອວຂອງພໍ່ເຮົາ.11ພໍ່ຂອງເຮົາໄດ້ວາງແອກໜັກໄວ້ເທິງພວກເຈົ້າ; ເຮົາຈະເຮັດໃຫ້ແອກນັ້ນໜັກຫລາຍຂຶ້ນໄປອີກ. ພໍ່ຂອງເຮົາເຄີຍໃຊ້ໄມ້ແສ້ຂ້ຽນຕີພວກເຈົ້າ; ເຮົາຈະໃຊ້ແມງງອດຫລິ້ນງານພວກເຈົ້າ’ ”.12ສາມມື້ຕໍ່ມາ ເຢໂຣໂບອາມ ແລະ ປະຊາຊົນທັງໝົດໄດ້ກັບມາພົບກະສັດເຣໂຫໂບອາມຕາມທີ່ເພິ່ນເວົ້າໄວ້ວ່າ, “ອີກສາມມື້ຈຶ່ງກັບມາພົບເຮົາ”.13ກະສັດໄດ້ຕອບພວກເຂົາຢ່າງຫຍາບຄາຍ. ເພິ່ນບໍ່ຍອມຟັງຄຳແນະນຳຂອງບັນດາຜູ້ອາວຸໂສ,14ເພິ່ນໄດ້ເຮັດຕາມຄຳແນະນຳຂອງພວກຄົນໜຸ່ມ ແລະ ໄດ້ເວົ້າວ່າ “ພໍ່ຂອງເຮົາໄດ້ວາງແອກໜັກໃຫ້ພວກເຈົ້າ; ເຮົາຈະເຮັດໃຫ້ແອກນັ້ນໜັກຫລາຍຂຶ້ນໄປອີກ. ພໍ່ຂອງເຮົາເຄີຍໃຊ້ໄມ້ແສ້ຂ້ຽນຕີພວກເຈົ້າ ສ່ວນເຮົາຈະໃຊ້ແມງງອດຫລິ້ນງານພວກເຈົ້າ”.15ດັ່ງນັ້ນ ກະສັດບໍ່ຟັງປະຊາຊົນ, ເພາະເຫດການນີ້ມາຈາກພຣະເຈົ້າ, ເພື່ອໃຫ້ຖ້ອຍຄຳຂອງພຣະອົງທີ່ໄດ້ກ່າວແກ່ເຢໂຣໂບອາມລູກຊາຍຂອງເນບັດສໍາເລັດເປັນຈິງຜ່ານທາງອາຮີຢາຊາວຊີໂລ.16ເມື່ອອິດສະຣາເອນທັງໝົດໄດ້ເຫັນວ່າກະສັດບໍ່ຍອມຟັງພວກຕົນ, ພວກເຂົາກໍໄດ້ຕອບກະສັດວ່າ:“ພວກເຮົາກ່ຽວຂ້ອງອັນໃດກັບດາວິດ,ມີສ່ວນອັນໃດກັບລູກຊາຍຂອງເຢຊີ?ອິດສະຣາເອນ, ຈົ່ງກັບໄປທີ່ເຕັນຂອງພວກເຈົ້າ!ດາວິດເອີຍ, ຈົ່ງເບິ່ງແຍງເຮືອນຂອງເຈົ້າເອງສາ!”ດັ່ງນັ້ນ ຊາວອິດສະຣາເອນທັງໝົດຈຶ່ງພາກັນເມືອເຮືອນ.17ແຕ່ສຳລັບຄົນອິດສະຣາເອນທີ່ອາໄສຢູ່ໃນເມືອງຕ່າງໆຂອງຢູດາຍນັ້ນ ເຣໂຫໂບອາມຍັງຄົງປົກຄອງພວກເຂົາຢູ່.18ກະສັດເຣໂຫໂບອາມໄດ້ໃຊ້ອາໂດນີຣາມໄປ, ຜູ້ທີ່ມີໜ້າທີ່ເກນເອົາແຮງງານ, ແຕ່ຊາວອິດສະຣາເອນໄດແກວ່ງກ້ອນຫີນໃສ່ລາວຈົນຕາຍ. ເຖິງຢ່າງໃດກໍຕາມ, ສ່ວນກະສັດເຣໂຫໂບອາມຈຶ່ງຟ້າວຂຶ້ນລົດມ້າ ແລະ ປົບໜີໄປທີ່ເຢຣູຊາເລັມ.19ດັ່ງນັ້ນ ອິດສະຣາເອນຈຶ່ງກະບົດຕໍ່ຄອບຄົວຂອງດາວິດມາຈົນເຖິງທຸກວັນນີ້.Biblica, Inc.