2 ຂ່າວຄາວ5
1ເມື່ອວຽກງານທັງໝົດສຳລັບວິຫານຂອງພຣະເຈົ້າຢາເວສຳເລັດຮຽບຮ້ອຍແລ້ວ, ເພິ່ນກໍໄດ້ນຳເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ, ເຊິ່ງດາວິດຜູ້ເປັນພໍ່ຂອງເພິ່ນໄດ້ຖວາຍໄວ້ ແລ້ວເພິ່ນກໍໄດ້ເກັບໄວ້ໃນຄັງວິຫານຂອງພຣະເຈົ້າ.
ຫີບພັນທະສັນຍາຖືກນໍາເຂົ້າໃນວິຫານ
2ແລ້ວໂຊໂລໂມນກໍເອີ້ນບັນດາຜູ້ອາວຸໂສທັງໝົດຂອງອິດສະຣາເອນ, ຫົວໜ້າເຜົ່າທັງໝົດ ແລະ ຫົວໜ້າຄອບຄົວທັງໝົດຂອງຊາວອິດສະຣາເອນມາທີ່ເຢຣູຊາເລັມ, ເພື່ອນຳຫີບພັນທະສັນຍາຂອງພຣະເຈົ້າຢາເວຈາກພູເຂົາຊີໂອນ, ເມືອງຂອງດາວິດ.3ແລ້ວຜູ້ຊາຍອິດສະຣາເອນທັງໝົດກໍພ້ອມກັນມາພົບກະສັດໃນຊ່ວງເທດສະການໃນເດືອນທີເຈັດ.4ເມື່ອຜູ້ອາວຸໂສທັງໝົດຂອງອິດສະຣາເອນມາຮອດແລ້ວ, ພວກຊາວເລວີກໍຍົກຫີບຄຳໝັ້ນສັນຍາຂຶ້ນ,5ແລະ ພວກເຂົາໄດ້ນໍາຫີບຄຳໝັ້ນສັນຍາ ແລະ ເຕັນນັດພົບ ແລະ ເຄື່ອງໃຊ້ສັກສິດທັງໝົດມາທີ່ວິຫານ. ບັນດາປະໂລຫິດຊາວເລວີກໍໄດ້ຫາມຂຶ້ນໄປທີ່ວິຫານ;6ແລະ ກະສັດໂຊໂລໂມນ ແລະ ປະຊາຊົນອິດສະຣາເອນທັງໝົດທີ່ໄດ້ຊຸມນຸມກັນກັບເພິ່ນຕໍ່ໜ້າຫີບຄໍາໝັ້ນສັນຍາໄດ້ຖວາຍແກະ ແລະ ງົວເປັນເຄື່ອງບູຊາຈຳນວນຫລວງຫລາຍຈົນພວກເຂົາບໍ່ສາມາດບັນທຶກໄດ້ ຫລື ບໍ່ສາມາດນັບໄດ້.7ຫລັງຈາກນັ້ນ ປະໂລຫິດກໍນຳຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວເຂົ້າສູ່ສະຖານນະມັດສະການຊັ້ນໃນຂອງວິຫານຄືບ່ອນທີ່ສັກສິດທີ່ສຸດ ແລະ ຕັ້ງໄວ້ໃຕ້ປີກຂອງເຄຣຸບ.8ເຄຣຸບພືປີກອອກປົກຄຸມເໜືອບ່ອນທີ່ຫີບຄໍາໝັ້ນສັນຍາຢູ່ ແລະ ປົກຄຸມເໜືອຫີບກັບໄມ້ຄານຫາມ.9ໄມ້ຄານຫາມເຫລົ່ານີ້ຍາວຫລາຍໂດຍເດ່ອອກມາຈາກຫີບ, ເຊິ່ງເບິ່ງເຫັນໄດ້ຈາກທາງດ້ານຂອງຫ້ອງຊັ້ນໃນບ່ອນສັກສິດ, ແຕ່ເບິ່ງບໍ່ເຫັນຈາກດ້ານນອກຂອງບ່ອນສັກສິດ ແລະ ໄມ້ຄານຫາມກໍຍັງຢູ່ທີ່ນັ້ນຈົນເຖິງທຸກວັນນີ້.10ໃນຫີບນັ້ນບໍ່ມີສິ່ງໃດນອກຈາກສີລາສອງແຜ່ນທີ່ໂມເຊໄດ້ໃສ່ໄວ້ເມື່ອເວລາຢູ່ທີ່ພູເຂົາໂຮເຣັບ ບ່ອນທີ່ພຣະເຈົ້າຢາເວເຮັດຄຳໝັ້ນສັນຍາກັບຊົນຊາດອິດສະຣາເອນຫລັງຈາກພວກເຂົາອອກມາຈາກເອຢິບ.11ແລ້ວບັນດາປະໂລຫິດຈຶ່ງອອກມາຈາກບ່ອນສັກສິດ. ບັນດາປະໂລຫິດທັງໝົດທີ່ຢູ່ໃນທີ່ນັ້ນໄດ້ຊຳລະຕົນເອງໃຫ້ບໍລິສຸດ, ບໍ່ວ່າພວກຕົນຈະປະຈຳຢູ່ໝວດໃດກໍຕາມ.12ຊາວເລວີທັງໝົດຜູ້ທີ່ເປັນນັກດົນຕີເຊັ່ນ: ອາສັບ, ເຮມານ ແລະ ເຢດູທູນ ແລະ ພວກລູກຊາຍຂອງພວກເຂົາ ແລະ ຍາດຕິພີ່ນ້ອງຂອງພວກເຂົາໂດຍຢືນຢູ່ທາງດ້ານຕາເວັນອອກຂອງແທ່ນບູຊາ, ພວກເຂົາກໍໄດ້ນຸ່ງຜ້າປ່ານເນື້ອລະອຽດດີ, ແລ້ວກໍຕົບແສ່ງ, ຕິດພິນໃຫຍ່ ແລະ ດີດພິນນ້ອຍ. ພວກເຂົາກໍຮ່ວມກັນກັບບັນດາປະໂລຫິດ 120 ຄົນເປົ່າແກປະສານສຽງກັນ.13ພວກເປົ່າແກ ແລະ ນັກດົນຕີໄດ້ປະສານເປັນສຽງດຽວກັນເພື່ອຖວາຍຄໍາສັນລະເສີນ ແລະ ໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ. ພ້ອມທັງປະສານສຽງແກ, ແສ່ງ ແລະ ເຄື່ອງດົນຕີອື່ນໆ, ພວກນັກຮ້ອງໄດ້ເປັ່ງສຽງຂອງຕົນສັນລະເສີນພຣະເຈົ້າຢາເວ ແລະ ຮ້ອງວ່າ:“ພຣະອົງແສນດີ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ”.ແລ້ວວິຫານຂອງພຣະເຈົ້າຢາເວກໍມີເມກປົກຄຸມເຕັມໄປທົ່ວ,14ບັນດາປະໂລຫິດບໍ່ອາດປະຕິບັດໜ້າທີ່ຂອງຕົນໄດ້ເພາະເມກນັ້ນ, ເນື່ອງຈາກສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມຢູ່ທົ່ວທັງວິຫານຂອງພຣະອົງ.Biblica, Inc.