2 ຂ່າວຄາວ6
1ແລ້ວໂຊໂລໂມນຈຶ່ງໄດ້ເວົ້າວ່າ, “ພຣະເຈົ້າຢາເວໄດ້ກ່າວໄວ້ວ່າພຣະອົງຈະຢູ່ໃນເມກມືດ;2ຂ້ານ້ອຍໄດ້ສ້າງວິຫານອັນສະຫງ່າງາມສໍາລັບພຣະອົງ, ເຊິ່ງເປັນບ່ອນທີ່ພຣະອົງຈະສະຖິດຢູ່ຕະຫລອດໄປ”.3ໃນຂະນະທີ່ປະຊາຊົນອິດສະຣາເອນກຳລັງຢືນຢູ່ທີ່ນັ້ນ, ກະສັດໂຊໂລໂມນໄດ້ຫັນກັບມາກ່າວອວຍພອນພວກເຂົາ.4ແລ້ວເພິ່ນໄດ້ກ່າວວ່າ:
“ຈົ່ງສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ໄດ້ເຮັດໃຫ້ຄໍາສັນຍາສໍາເລັດເປັນຈິງຕາມທີ່ໄດ້ເຮັດໄວ້ກັບດາວິດພໍ່ຂອງຂ້ານ້ອຍດ້ວຍຖ້ອຍຄໍາຂອງພຣະອົງເອງ. ເພາະພຣະອົງໄດ້ກ່າວວ່າ,5‘ຕັ້ງແຕ່ເວລານັ້ນທີ່ເຮົານຳປະຊາຊົນຂອງເຮົາອອກມາຈາກເອຢິບ, ເຮົາບໍ່ໄດ້ເລືອກເມືອງໜຶ່ງຂອງເຜົ່າໃດໆຂອງອິດສະຣາເອນໃນການສ້າງວິຫານເພື່ອວ່ານາມຂອງເຮົາຈະຢູ່ທີ່ນັ້ນ ຫລື ບໍ່ໄດ້ເລືອກເອົາຜູ້ໃດຂຶ້ນມາເປັນຜູ້ນຳປົກຄອງປະຊາຊົນອິດສະຣາເອນຂອງເຮົາ.6ແຕ່ບັດນີ້ເຮົາໄດ້ເລືອກເອົາເຢຣູຊາເລັມເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ ແລະ ເຮົາໄດ້ເລືອກດາວິດໃຫ້ປົກຄອງປະຊາຊົນອິດສະຣາເອນຂອງເຮົາ’.7“ດາວິດພໍ່ຂອງຂ້າພະເຈົ້າຕັ້ງໃຈຈະສ້າງວິຫານຖວາຍແກ່ນາມພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.8ແຕ່ພຣະເຈົ້າຢາເວໄດ້ກ່າວກັບດາວິດພໍ່ຂອງຂ້າພະເຈົ້າວ່າ, ‘ທີ່ເຈົ້າມີໃຈຈະສ້າງວິຫານເພື່ອນາມຂອງເຮົານັ້ນກໍດີຢູ່ແລ້ວ.9ເຖິງຢ່າງໃດກໍ່ຕາມ, ເຈົ້າຈະບໍ່ໄດ້ເປັນຜູ້ສ້າງວິຫານ ແຕ່ລູກຊາຍຜູ້ເປັນເລືອດເນື້ອເຊື້ອໄຂຂອງເຈົ້າຈະເປັນຜູ້ສ້າງວິຫານເພື່ອນາມຂອງເຮົາ’.10“ພຣະເຈົ້າຢາເວໄດ້ເຮັດຕາມສັນຍາ ຄືໃຫ້ຂ້າພະເຈົ້າໄດ້ນັ່ງບັນລັງແຫ່ງອິດສະຣາເອນສືບຕໍ່ຈາກດາວິດຜູ້ເປັນພໍ່ຂອງຂ້າພະເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ໄດ້ສັນຍາໄວ້ ແລະ ຂ້າພະເຈົ້າໄດ້ສ້າງວິຫານນີ້ເພື່ອນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.11ຂ້າພະເຈົ້າໄດ້ວາງຫີບຄຳໝັ້ນສັນຍາໄວ້ຢູ່ທີ່ນັ້ນ, ເຊິ່ງເປັນຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວທີ່ພຣະອົງໄດ້ເຮັດໄວ້ກັບປະຊາຊົນອິດສະຣາເອນ”.
“ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ບໍ່ມີພະໃດເໝືອນພຣະອົງທັງໃນຟ້າສະຫວັນ ຫລື ແຜ່ນດິນໂລກ ພຣະອົງຜູ້ຮັກສາຄໍາໝັ້ນສັນຍາແຫ່ງຄວາມຮັກຂອງພຣະອົງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງຄື ຜູ້ທີ່ຍັງດຳເນີນຊີວິດໃນທາງຂອງພຣະອົງຢ່າງສຸດໃຈ.15ພຣະອົງໄດ້ຮັກສາຄຳສັນຍາຕໍ່ຜູ້ຮັບໃຊ້ຂອງພຣະອົງຄື ດາວິດພໍ່ຂອງຂ້ານ້ອຍ; ພຣະອົງໄດ້ສັນຍາດ້ວຍປາກຂອງພຣະອົງ ແລະ ໄດ້ເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເໝືອນດັ່ງທຸກວັນນີ້.16“ບັດນີ້ ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຂໍຮັກສາຄຳໝັ້ນສັນຍາທີ່ມີຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ ຜູ້ເປັນພໍ່ຂອງຂ້ານ້ອຍເມື່ອພຣະອົງໄດ້ກ່າວວ່າ, ‘ຖ້າເຊື້ອສາຍຂອງເຈົ້າລະມັດລະວັງໃນທຸກສິ່ງທີ່ພວກເຂົາປະຕິບັດຢູ່ຕໍ່ໜ້າເຮົາຕາມກົດບັນຍັດຂອງເຮົາ, ດັ່ງທີ່ເຈົ້າໄດ້ປະຕິບັດມານັ້ນ ເຈົ້າຈະບໍ່ຂາດຜູ້ສືບທອດທີ່ຈະນັ່ງຕໍ່ໜ້າເຮົາເທິງບັນລັງຂອງອິດສະຣາເອນ’.17ແລະ ບັດນີ້ ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຂໍໂຜດໃຫ້ຄໍາສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງພຣະອົງເກີດເປັນຈິງດ້ວຍ.18“ແຕ່ພຣະເຈົ້າຈະສະຖິດຢູ່ເທິງແຜ່ນດິນໂລກຮ່ວມກັບມະນຸດໄດ້ບໍ? ແມ່ນແຕ່ຟ້າສະຫວັນທີ່ສູງສຸດກໍບໍ່ສາມາດຮັບພຣະອົງໄດ້. ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະຍິ່ງນ້ອຍຫລາຍກວ່າເທົ່າໃດ!19ແຕ່ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຂໍໂຜດຟັງຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຟັງຄຳອ້ອນວອນຂໍຄວາມເມດຕາຂອງລາວ. ຂໍໂຜດຟັງຄຳຮ້ອງຂໍ ແລະ ຄໍາອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງກຳລັງອະທິຖານຕໍ່ພຣະອົງໃນວັນນີ້.20ຂໍໃຫ້ຕາຂອງພຣະອົງເບິ່ງມາທີ່ວິຫານນີ້ທັງກາງເວັນ ແລະ ກາງຄືນ, ນີ້ເປັນບ່ອນທີ່ພຣະອົງໄດ້ກ່າວວ່າ ພຣະອົງຈະຕັ້ງນາມຂອງພຣະອົງໄວ້ຢູ່ທີ່ນັ້ນ. ຂໍພຣະອົງໂຜດຟັງຄໍາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງທີ່ອະທິຖານຕໍ່ສະຖານທີ່ນີ້.21ເມື່ອຜູ້ຮັບໃຊ້ ແລະ ປະຊາຊົນອິດສະຣາເອນຂອງພຣະອົງອະທິຖານກົງໄປທີ່ສະຖານທີ່ແຫ່ງນີ້ ຂໍໂຜດຟັງຈາກຟ້າສະຫວັນອັນເປັນບ່ອນຢູ່ຂອງພຣະອົງ ແລະ ເມື່ອພຣະອົງຟັງແລ້ວ ຂໍໂຜດຍົກໂທດ.22“ເມື່ອຜູ້ໃດເຮັດຜິດຕໍ່ເພື່ອນບ້ານຂອງຕົນ ແລະ ຕ້ອງສາບານ ແລະ ພວກເຂົາມາຫາແລ້ວສາບານຢູ່ຕໍ່ໜ້າແທ່ນບູຊາໃນວິຫານນີ້,23ຂໍໂຜດຟັງຈາກຟ້າສະຫວັນ ແລະ ພິຈາລະນາ. ຂໍຕັດສິນຄວາມລະຫວ່າງຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ຂໍລົງໂທດຄົນຜິດ ແລະ ໃຫ້ສິ່ງທີ່ພວກເຂົາໄດ້ເຮັດນັ້ນຕົກໃສ່ໂຕພວກເຂົາເອງ ແລະ ສ່ວນຜູ້ບໍລິສຸດຂໍພຣະອົງປະກາດວ່າພວກເຂົາບໍ່ຜິດ ເປັນອັນພິສູດແລ້ວວ່າພວກເຂົາເປັນຜູ້ບໍລິສຸດ.24“ເມື່ອປະຊາຊົນອິດສະຣາເອນຂອງພຣະອົງເຮັດບາບຕໍ່ພຣະອົງ ແລະ ຖືກສັດຕູມາຢຶດຄອງ, ຖ້າພວກເຂົາໄດ້ຫັນກັບຄືນມາຫາພຣະອົງ ແລະ ສັນລະເສີນນາມຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະອົງໃນວິຫານແຫ່ງນີ້,25ຂໍໂຜດຟັງຈາກຟ້າສະຫວັນ ແລະ ໂຜດອະໄພການບາບຂອງປະຊາຊົນອິດສະຣາເອນຂອງພຣະອົງ ແລະ ນຳພວກເຂົາກັບມາທີ່ດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກເຂົາ ແລະ ບັນພະບຸລຸດຂອງພວກເຂົາ.26“ເມື່ອທ້ອງຟ້າຖືກປິດ ແລະ ບໍ່ມີຝົນເພາະປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ພຣະອົງ ແລະ ເມື່ອພວກເຂົາອະທິຖານຕໍ່ສະຖານທີ່ແຫ່ງນີ້ ແລະ ສັນລະເສີນນາມຂອງພຣະອົງ ແລະ ຫັນກັບຈາກບາບຂອງຕົນເພາະພຣະອົງໄດ້ລົງໂທດພວກເຂົາແລ້ວ,27ຂໍໂຜດຟັງຈາກຟ້າສະຫວັນ ແລະ ອະໄພບາບຂອງຜູ້ຮັບໃຊ້ຂອງພຣະອົງ, ປະຊາຊົນອິດສະຣາເອນຂອງພຣະອົງ. ຂໍໂຜດສອນວິຖີທາງດຳເນີນຊີວິດທີ່ຖືກຕ້ອງ ແລະ ໃຫ້ຝົນແກ່ດິນແດນທີ່ພຣະອົງໄດ້ມອບໃຫ້ເປັນມໍລະດົກຂອງປະຊາຊົນພຣະອົງ.28“ຖ້າເກີດການອຶດຢາກອາຫານ ຫລື ພະຍາດລະບາດໃນດິນແດນ ຫລື ພະຍາດພືດ ຫລື ພະຍາດລານ້ຳຄ້າງ ຫລື ຕັກແຕນບຸກມາທຳລາຍ ຫລື ສັດຕູທັງຫລາຍມາລ້ອມເມືອງ, ບໍ່ວ່າຈະເປັນພະຍາດ ຫລື ໄພພິບັດໃດກໍຕາມທີ່ເກີດຂຶ້ນ.29ແລະ ເມື່ອມີຄຳອະທິຖານ ຫລື ຄຳອ້ອນວອນຈາກຜູ້ໃດຜູ້ໜຶ່ງໃນທ່າມກາງປະຊາຊົນອິດສະຣາເອນຂອງພຣະອົງ ເຊິ່ງແຕ່ລະຄົນຮູ້ເຖິງຄວາມທຸກໃຈຂອງຕົນດີ ແລະ ຍົກມືຂອງຕົນຂຶ້ນຕໍ່ວິຫານແຫ່ງນີ້30ຂໍໂຜດຟັງຈາກຟ້າສະຫວັນຄື ບ່ອນຢູ່ຂອງພຣະອົງ. ຂໍໂຜດໃຫ້ອະໄພ ແລະ ຈັດການກັບທຸກຄົນຕາມສິ່ງທີ່ພວກເຂົາໄດ້ກະທໍາ. ເນື່ອງຈາກພຣະອົງຮູ້ຈັກຈິດໃຈຂອງພວກເຂົາ (ເພາະພຣະອົງເທົ່ານັ້ນຮູ້ຈິດໃຈຂອງມະນຸດ).31ເພື່ອວ່າພວກເຂົາຈະຢຳເກງພຣະອົງ ແລະ ເຊື່ອຟັງພຣະອົງຢູ່ຕະຫລອດເວລາທີ່ພວກເຂົາອາໄສຢູ່ໃນດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍ.32“ສ່ວນຄົນຕ່າງຊາດທີ່ບໍ່ແມ່ນປະຊາຊົນອິດສະຣາເອນຂອງພຣະອົງ ແຕ່ໄດ້ມາຈາກແດນດິນຫ່າງໄກ ຍ້ອນນາມອັນຍິ່ງໃຫຍ່ ແລະ ມືອັນມີລິດອໍານາດຍິ່ງໃຫຍ່ຂອງພຣະອົງ ແລະ ແຂນຂອງພຣະອົງທີ່ໄດ້ຢຽດອອກມາ ເມື່ອພວກເຂົາມາອະທິຖານທີ່ວິຫານນີ້,33ຂໍໂຜດຟັງຈາກຟ້າສະຫວັນບ່ອນຢູ່ຂອງພຣະອົງ. ຂໍຕອບຄຳອະທິຖານທີ່ຄົນຕ່າງຊາດທີ່ໄດ້ທູນຂໍຕໍ່ພຣະອົງ, ເພື່ອວ່າປະຊາຊົນໃນໂລກຈະຮູ້ຈັກນາມຂອງພຣະອົງ ແລະ ຢຳເກງພຣະອົງເໝືອນດັ່ງກັບປະຊາຊົນອິດສະຣາເອນພຣະອົງເອງ ແລະ ຈະຮູ້ວ່າຂ້ານ້ອຍໄດ້ສ້າງວິຫານນີ້ຂຶ້ນເພື່ອປະກາດນາມຂອງພຣະອົງ.34“ເມື່ອພຣະອົງໃຊ້ປະຊາຊົນຂອງພຣະອົງອອກໄປສູ້ຮົບກັບສັດຕູ ບໍ່ວ່າຢູ່ບ່ອນໃດທີ່ພຣະອົງສົ່ງພວກເຂົາໄປ ແລະ ເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າຢາເວ ມຸ່ງໜ້າມາທີ່ນະຄອນນີ້ທີ່ພຣະອົງໄດ້ເລືອກໄວ້ ແລະ ທີ່ວິຫານແຫ່ງນີ້ ເຊິ່ງຂ້ານ້ອຍສ້າງຂຶ້ນເພື່ອນາມຂອງພຣະອົງ,35ຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ ແລະ ຂໍໂຜດຊ່ວຍເຫລືອພວກເຂົາດ້ວຍ.36“ເມື່ອພວກເຂົາເຮັດບາບຕໍ່ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ເຮັດບາບເລີຍ ແລ້ວພຣະອົງຈຶ່ງໃຈຮ້າຍໃຫ້ກັບພວກເຂົາ ແລະ ມອບພວກເຂົາໄວ້ກັບສັດຕູຂອງພວກເຂົາ, ຜູ້ທີ່ເອົາໄປເປັນຊະເລີຍທີ່ດິນແດນຫ່າງໄກ ຫລື ໃກ້ກໍຕາມ;37ແລະ ຖ້າພວກເຂົາປ່ຽນໃຈໃນດິນແດນທີ່ພວກເຂົາເປັນຊະເລີຍ ແລະ ກັບໃຈແລ້ວອ້ອນວອນຕໍ່ພຣະອົງໃນດິນແດນຂອງຜູ້ທີ່ຈັບພວກເຂົາເປັນຊະເລີຍນັ້ນ ແລະ ເວົ້າວ່າ ‘ພວກຂ້ານ້ອຍໄດ້ເຮັດບາບ, ພວກຂ້ານ້ອຍຜິດໄປແລ້ວ, ພວກຂ້ານ້ອຍໄດ້ປະພຶດຊົ່ວ’;38ແລະ ຖ້າພວກເຂົາຫັນກັບຄືນມາຫາພຣະອົງຢ່າງສຸດຈິດ ແລະ ສຸດໃຈຂອງພວກເຂົາໃນແດນດິນທີ່ພວກເຂົາຖືກຈັບໄປເປັນຊະເລີຍ ແລະ ອະທິຖານປິ່ນໜ້າໃສ່ດິນແດນທີ່ພຣະອົງມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ, ປິ່ນໜ້າໃສ່ເມືອງທີ່ພຣະອົງໄດ້ເລືອກໄວ້ ແລະ ປິ່ນໜ້າໃສ່ວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນເພື່ອນາມຂອງພຣະອົງ;39ຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ, ເຊິ່ງເປັນບ່ອນຢູ່ຂອງພຣະອົງ, ແລະ ຂໍໂຜດຊ່ວຍເຫລືອພວກເຂົາ. ແລະ ອະໄພໃຫ້ແກ່ປະຊາຊົນຂອງພຣະອົງ, ຜູ້ທີ່ໄດ້ເຮັດບາບຕໍ່ພຣະອົງດ້ວຍ.40“ບັດນີ້, ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ຂໍໂຜດຫລຽວເບິ່ງ ແລະ ງ່ຽງຫູຟັງຄຳພາວັນນາອະທິຖານທີ່ຂ້ານ້ອຍອຸທິດຖວາຍໃນບ່ອນນີ້ດ້ວຍ.41“ບັດນີ້ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ຂໍໂຜດລຸກຂຶ້ນ ແລະ ມາຍັງບ່ອນຢູ່ຂອງພຣະອົງ, ທັງພຣະອົງ ແລະ ຫີບຄຳໝັ້ນສັນຍາແຫ່ງລິດອຳນາດຂອງພຣະອົງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ຂໍໃຫ້ບັນດາປະໂລຫິດຂອງພຣະອົງສວມຄວາມພົ້ນຂອງພຣະອົງ, ຂໍໃຫ້ປະຊາຊົນທີ່ສັດຊື່ຂອງພຣະອົງຊົມຊື່ນຍິນດີໃນພຣະຄຸນຄວາມດີຂອງພຣະອົງ.42ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ຂໍຢ່າໄດ້ປະຕິເສດຜູ້ທີ່ພຣະອົງໄດ້ເຈີມໄວ້. ຂໍໂຜດລະນຶກເຖິງຄວາມຮັກອັນຍິ່ງໃຫຍ່ທີ່ໄດ້ສັນຍາໄວ້ກັບດາວິດຜູ້ຮັບໃຊ້ຂອງພຣະອົງ”.
“ຈົ່ງສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ໄດ້ເຮັດໃຫ້ຄໍາສັນຍາສໍາເລັດເປັນຈິງຕາມທີ່ໄດ້ເຮັດໄວ້ກັບດາວິດພໍ່ຂອງຂ້ານ້ອຍດ້ວຍຖ້ອຍຄໍາຂອງພຣະອົງເອງ. ເພາະພຣະອົງໄດ້ກ່າວວ່າ,5‘ຕັ້ງແຕ່ເວລານັ້ນທີ່ເຮົານຳປະຊາຊົນຂອງເຮົາອອກມາຈາກເອຢິບ, ເຮົາບໍ່ໄດ້ເລືອກເມືອງໜຶ່ງຂອງເຜົ່າໃດໆຂອງອິດສະຣາເອນໃນການສ້າງວິຫານເພື່ອວ່ານາມຂອງເຮົາຈະຢູ່ທີ່ນັ້ນ ຫລື ບໍ່ໄດ້ເລືອກເອົາຜູ້ໃດຂຶ້ນມາເປັນຜູ້ນຳປົກຄອງປະຊາຊົນອິດສະຣາເອນຂອງເຮົາ.6ແຕ່ບັດນີ້ເຮົາໄດ້ເລືອກເອົາເຢຣູຊາເລັມເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ ແລະ ເຮົາໄດ້ເລືອກດາວິດໃຫ້ປົກຄອງປະຊາຊົນອິດສະຣາເອນຂອງເຮົາ’.7“ດາວິດພໍ່ຂອງຂ້າພະເຈົ້າຕັ້ງໃຈຈະສ້າງວິຫານຖວາຍແກ່ນາມພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.8ແຕ່ພຣະເຈົ້າຢາເວໄດ້ກ່າວກັບດາວິດພໍ່ຂອງຂ້າພະເຈົ້າວ່າ, ‘ທີ່ເຈົ້າມີໃຈຈະສ້າງວິຫານເພື່ອນາມຂອງເຮົານັ້ນກໍດີຢູ່ແລ້ວ.9ເຖິງຢ່າງໃດກໍ່ຕາມ, ເຈົ້າຈະບໍ່ໄດ້ເປັນຜູ້ສ້າງວິຫານ ແຕ່ລູກຊາຍຜູ້ເປັນເລືອດເນື້ອເຊື້ອໄຂຂອງເຈົ້າຈະເປັນຜູ້ສ້າງວິຫານເພື່ອນາມຂອງເຮົາ’.10“ພຣະເຈົ້າຢາເວໄດ້ເຮັດຕາມສັນຍາ ຄືໃຫ້ຂ້າພະເຈົ້າໄດ້ນັ່ງບັນລັງແຫ່ງອິດສະຣາເອນສືບຕໍ່ຈາກດາວິດຜູ້ເປັນພໍ່ຂອງຂ້າພະເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ໄດ້ສັນຍາໄວ້ ແລະ ຂ້າພະເຈົ້າໄດ້ສ້າງວິຫານນີ້ເພື່ອນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.11ຂ້າພະເຈົ້າໄດ້ວາງຫີບຄຳໝັ້ນສັນຍາໄວ້ຢູ່ທີ່ນັ້ນ, ເຊິ່ງເປັນຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວທີ່ພຣະອົງໄດ້ເຮັດໄວ້ກັບປະຊາຊົນອິດສະຣາເອນ”.
ຄໍາອະທິຖານຂອງການອຸທິດຖວາຍວິຫານຂອງໂຊໂລໂມນ
12ແລ້ວໂຊໂລໂມນກໍຢືນຂຶ້ນຢູ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວຢູ່ຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດທີ່ມາຊຸມນຸມກັນ ແລະ ເພິ່ນຍົກມືຂຶ້ນອະທິຖານ.13ບັດນີ້ ໂຊໂລໂມນໄດ້ເຮັດເວທີທອງສຳລິດຍາວຫ້າສອກ, ກວ້າງຫ້າສອກ ແລະ ສູງສາມສອກ ແລະ ໄດ້ວາງມັນໄວ້ກາງເດີນດ້ານນອກ. ເພິ່ນໄດ້ຂຶ້ນໄປທີ່ເທິງເວທີນັ້ນ ແລະ ກໍຄຸເຂົ່າລົງຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດທີ່ມາຊຸມນຸມກັນ ແລ້ວເພິ່ນກໍຍົກມືຂຶ້ນສູ່ຟ້າສະຫວັນ.14ເພິ່ນໄດ້ກ່າວວ່າ:“ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ບໍ່ມີພະໃດເໝືອນພຣະອົງທັງໃນຟ້າສະຫວັນ ຫລື ແຜ່ນດິນໂລກ ພຣະອົງຜູ້ຮັກສາຄໍາໝັ້ນສັນຍາແຫ່ງຄວາມຮັກຂອງພຣະອົງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງຄື ຜູ້ທີ່ຍັງດຳເນີນຊີວິດໃນທາງຂອງພຣະອົງຢ່າງສຸດໃຈ.15ພຣະອົງໄດ້ຮັກສາຄຳສັນຍາຕໍ່ຜູ້ຮັບໃຊ້ຂອງພຣະອົງຄື ດາວິດພໍ່ຂອງຂ້ານ້ອຍ; ພຣະອົງໄດ້ສັນຍາດ້ວຍປາກຂອງພຣະອົງ ແລະ ໄດ້ເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເໝືອນດັ່ງທຸກວັນນີ້.16“ບັດນີ້ ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຂໍຮັກສາຄຳໝັ້ນສັນຍາທີ່ມີຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ ຜູ້ເປັນພໍ່ຂອງຂ້ານ້ອຍເມື່ອພຣະອົງໄດ້ກ່າວວ່າ, ‘ຖ້າເຊື້ອສາຍຂອງເຈົ້າລະມັດລະວັງໃນທຸກສິ່ງທີ່ພວກເຂົາປະຕິບັດຢູ່ຕໍ່ໜ້າເຮົາຕາມກົດບັນຍັດຂອງເຮົາ, ດັ່ງທີ່ເຈົ້າໄດ້ປະຕິບັດມານັ້ນ ເຈົ້າຈະບໍ່ຂາດຜູ້ສືບທອດທີ່ຈະນັ່ງຕໍ່ໜ້າເຮົາເທິງບັນລັງຂອງອິດສະຣາເອນ’.17ແລະ ບັດນີ້ ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຂໍໂຜດໃຫ້ຄໍາສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງພຣະອົງເກີດເປັນຈິງດ້ວຍ.18“ແຕ່ພຣະເຈົ້າຈະສະຖິດຢູ່ເທິງແຜ່ນດິນໂລກຮ່ວມກັບມະນຸດໄດ້ບໍ? ແມ່ນແຕ່ຟ້າສະຫວັນທີ່ສູງສຸດກໍບໍ່ສາມາດຮັບພຣະອົງໄດ້. ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະຍິ່ງນ້ອຍຫລາຍກວ່າເທົ່າໃດ!19ແຕ່ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຂໍໂຜດຟັງຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຟັງຄຳອ້ອນວອນຂໍຄວາມເມດຕາຂອງລາວ. ຂໍໂຜດຟັງຄຳຮ້ອງຂໍ ແລະ ຄໍາອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງກຳລັງອະທິຖານຕໍ່ພຣະອົງໃນວັນນີ້.20ຂໍໃຫ້ຕາຂອງພຣະອົງເບິ່ງມາທີ່ວິຫານນີ້ທັງກາງເວັນ ແລະ ກາງຄືນ, ນີ້ເປັນບ່ອນທີ່ພຣະອົງໄດ້ກ່າວວ່າ ພຣະອົງຈະຕັ້ງນາມຂອງພຣະອົງໄວ້ຢູ່ທີ່ນັ້ນ. ຂໍພຣະອົງໂຜດຟັງຄໍາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງທີ່ອະທິຖານຕໍ່ສະຖານທີ່ນີ້.21ເມື່ອຜູ້ຮັບໃຊ້ ແລະ ປະຊາຊົນອິດສະຣາເອນຂອງພຣະອົງອະທິຖານກົງໄປທີ່ສະຖານທີ່ແຫ່ງນີ້ ຂໍໂຜດຟັງຈາກຟ້າສະຫວັນອັນເປັນບ່ອນຢູ່ຂອງພຣະອົງ ແລະ ເມື່ອພຣະອົງຟັງແລ້ວ ຂໍໂຜດຍົກໂທດ.22“ເມື່ອຜູ້ໃດເຮັດຜິດຕໍ່ເພື່ອນບ້ານຂອງຕົນ ແລະ ຕ້ອງສາບານ ແລະ ພວກເຂົາມາຫາແລ້ວສາບານຢູ່ຕໍ່ໜ້າແທ່ນບູຊາໃນວິຫານນີ້,23ຂໍໂຜດຟັງຈາກຟ້າສະຫວັນ ແລະ ພິຈາລະນາ. ຂໍຕັດສິນຄວາມລະຫວ່າງຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ຂໍລົງໂທດຄົນຜິດ ແລະ ໃຫ້ສິ່ງທີ່ພວກເຂົາໄດ້ເຮັດນັ້ນຕົກໃສ່ໂຕພວກເຂົາເອງ ແລະ ສ່ວນຜູ້ບໍລິສຸດຂໍພຣະອົງປະກາດວ່າພວກເຂົາບໍ່ຜິດ ເປັນອັນພິສູດແລ້ວວ່າພວກເຂົາເປັນຜູ້ບໍລິສຸດ.24“ເມື່ອປະຊາຊົນອິດສະຣາເອນຂອງພຣະອົງເຮັດບາບຕໍ່ພຣະອົງ ແລະ ຖືກສັດຕູມາຢຶດຄອງ, ຖ້າພວກເຂົາໄດ້ຫັນກັບຄືນມາຫາພຣະອົງ ແລະ ສັນລະເສີນນາມຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະອົງໃນວິຫານແຫ່ງນີ້,25ຂໍໂຜດຟັງຈາກຟ້າສະຫວັນ ແລະ ໂຜດອະໄພການບາບຂອງປະຊາຊົນອິດສະຣາເອນຂອງພຣະອົງ ແລະ ນຳພວກເຂົາກັບມາທີ່ດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກເຂົາ ແລະ ບັນພະບຸລຸດຂອງພວກເຂົາ.26“ເມື່ອທ້ອງຟ້າຖືກປິດ ແລະ ບໍ່ມີຝົນເພາະປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ພຣະອົງ ແລະ ເມື່ອພວກເຂົາອະທິຖານຕໍ່ສະຖານທີ່ແຫ່ງນີ້ ແລະ ສັນລະເສີນນາມຂອງພຣະອົງ ແລະ ຫັນກັບຈາກບາບຂອງຕົນເພາະພຣະອົງໄດ້ລົງໂທດພວກເຂົາແລ້ວ,27ຂໍໂຜດຟັງຈາກຟ້າສະຫວັນ ແລະ ອະໄພບາບຂອງຜູ້ຮັບໃຊ້ຂອງພຣະອົງ, ປະຊາຊົນອິດສະຣາເອນຂອງພຣະອົງ. ຂໍໂຜດສອນວິຖີທາງດຳເນີນຊີວິດທີ່ຖືກຕ້ອງ ແລະ ໃຫ້ຝົນແກ່ດິນແດນທີ່ພຣະອົງໄດ້ມອບໃຫ້ເປັນມໍລະດົກຂອງປະຊາຊົນພຣະອົງ.28“ຖ້າເກີດການອຶດຢາກອາຫານ ຫລື ພະຍາດລະບາດໃນດິນແດນ ຫລື ພະຍາດພືດ ຫລື ພະຍາດລານ້ຳຄ້າງ ຫລື ຕັກແຕນບຸກມາທຳລາຍ ຫລື ສັດຕູທັງຫລາຍມາລ້ອມເມືອງ, ບໍ່ວ່າຈະເປັນພະຍາດ ຫລື ໄພພິບັດໃດກໍຕາມທີ່ເກີດຂຶ້ນ.29ແລະ ເມື່ອມີຄຳອະທິຖານ ຫລື ຄຳອ້ອນວອນຈາກຜູ້ໃດຜູ້ໜຶ່ງໃນທ່າມກາງປະຊາຊົນອິດສະຣາເອນຂອງພຣະອົງ ເຊິ່ງແຕ່ລະຄົນຮູ້ເຖິງຄວາມທຸກໃຈຂອງຕົນດີ ແລະ ຍົກມືຂອງຕົນຂຶ້ນຕໍ່ວິຫານແຫ່ງນີ້30ຂໍໂຜດຟັງຈາກຟ້າສະຫວັນຄື ບ່ອນຢູ່ຂອງພຣະອົງ. ຂໍໂຜດໃຫ້ອະໄພ ແລະ ຈັດການກັບທຸກຄົນຕາມສິ່ງທີ່ພວກເຂົາໄດ້ກະທໍາ. ເນື່ອງຈາກພຣະອົງຮູ້ຈັກຈິດໃຈຂອງພວກເຂົາ (ເພາະພຣະອົງເທົ່ານັ້ນຮູ້ຈິດໃຈຂອງມະນຸດ).31ເພື່ອວ່າພວກເຂົາຈະຢຳເກງພຣະອົງ ແລະ ເຊື່ອຟັງພຣະອົງຢູ່ຕະຫລອດເວລາທີ່ພວກເຂົາອາໄສຢູ່ໃນດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍ.32“ສ່ວນຄົນຕ່າງຊາດທີ່ບໍ່ແມ່ນປະຊາຊົນອິດສະຣາເອນຂອງພຣະອົງ ແຕ່ໄດ້ມາຈາກແດນດິນຫ່າງໄກ ຍ້ອນນາມອັນຍິ່ງໃຫຍ່ ແລະ ມືອັນມີລິດອໍານາດຍິ່ງໃຫຍ່ຂອງພຣະອົງ ແລະ ແຂນຂອງພຣະອົງທີ່ໄດ້ຢຽດອອກມາ ເມື່ອພວກເຂົາມາອະທິຖານທີ່ວິຫານນີ້,33ຂໍໂຜດຟັງຈາກຟ້າສະຫວັນບ່ອນຢູ່ຂອງພຣະອົງ. ຂໍຕອບຄຳອະທິຖານທີ່ຄົນຕ່າງຊາດທີ່ໄດ້ທູນຂໍຕໍ່ພຣະອົງ, ເພື່ອວ່າປະຊາຊົນໃນໂລກຈະຮູ້ຈັກນາມຂອງພຣະອົງ ແລະ ຢຳເກງພຣະອົງເໝືອນດັ່ງກັບປະຊາຊົນອິດສະຣາເອນພຣະອົງເອງ ແລະ ຈະຮູ້ວ່າຂ້ານ້ອຍໄດ້ສ້າງວິຫານນີ້ຂຶ້ນເພື່ອປະກາດນາມຂອງພຣະອົງ.34“ເມື່ອພຣະອົງໃຊ້ປະຊາຊົນຂອງພຣະອົງອອກໄປສູ້ຮົບກັບສັດຕູ ບໍ່ວ່າຢູ່ບ່ອນໃດທີ່ພຣະອົງສົ່ງພວກເຂົາໄປ ແລະ ເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າຢາເວ ມຸ່ງໜ້າມາທີ່ນະຄອນນີ້ທີ່ພຣະອົງໄດ້ເລືອກໄວ້ ແລະ ທີ່ວິຫານແຫ່ງນີ້ ເຊິ່ງຂ້ານ້ອຍສ້າງຂຶ້ນເພື່ອນາມຂອງພຣະອົງ,35ຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ ແລະ ຂໍໂຜດຊ່ວຍເຫລືອພວກເຂົາດ້ວຍ.36“ເມື່ອພວກເຂົາເຮັດບາບຕໍ່ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ເຮັດບາບເລີຍ ແລ້ວພຣະອົງຈຶ່ງໃຈຮ້າຍໃຫ້ກັບພວກເຂົາ ແລະ ມອບພວກເຂົາໄວ້ກັບສັດຕູຂອງພວກເຂົາ, ຜູ້ທີ່ເອົາໄປເປັນຊະເລີຍທີ່ດິນແດນຫ່າງໄກ ຫລື ໃກ້ກໍຕາມ;37ແລະ ຖ້າພວກເຂົາປ່ຽນໃຈໃນດິນແດນທີ່ພວກເຂົາເປັນຊະເລີຍ ແລະ ກັບໃຈແລ້ວອ້ອນວອນຕໍ່ພຣະອົງໃນດິນແດນຂອງຜູ້ທີ່ຈັບພວກເຂົາເປັນຊະເລີຍນັ້ນ ແລະ ເວົ້າວ່າ ‘ພວກຂ້ານ້ອຍໄດ້ເຮັດບາບ, ພວກຂ້ານ້ອຍຜິດໄປແລ້ວ, ພວກຂ້ານ້ອຍໄດ້ປະພຶດຊົ່ວ’;38ແລະ ຖ້າພວກເຂົາຫັນກັບຄືນມາຫາພຣະອົງຢ່າງສຸດຈິດ ແລະ ສຸດໃຈຂອງພວກເຂົາໃນແດນດິນທີ່ພວກເຂົາຖືກຈັບໄປເປັນຊະເລີຍ ແລະ ອະທິຖານປິ່ນໜ້າໃສ່ດິນແດນທີ່ພຣະອົງມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ, ປິ່ນໜ້າໃສ່ເມືອງທີ່ພຣະອົງໄດ້ເລືອກໄວ້ ແລະ ປິ່ນໜ້າໃສ່ວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນເພື່ອນາມຂອງພຣະອົງ;39ຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ, ເຊິ່ງເປັນບ່ອນຢູ່ຂອງພຣະອົງ, ແລະ ຂໍໂຜດຊ່ວຍເຫລືອພວກເຂົາ. ແລະ ອະໄພໃຫ້ແກ່ປະຊາຊົນຂອງພຣະອົງ, ຜູ້ທີ່ໄດ້ເຮັດບາບຕໍ່ພຣະອົງດ້ວຍ.40“ບັດນີ້, ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ຂໍໂຜດຫລຽວເບິ່ງ ແລະ ງ່ຽງຫູຟັງຄຳພາວັນນາອະທິຖານທີ່ຂ້ານ້ອຍອຸທິດຖວາຍໃນບ່ອນນີ້ດ້ວຍ.41“ບັດນີ້ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ຂໍໂຜດລຸກຂຶ້ນ ແລະ ມາຍັງບ່ອນຢູ່ຂອງພຣະອົງ, ທັງພຣະອົງ ແລະ ຫີບຄຳໝັ້ນສັນຍາແຫ່ງລິດອຳນາດຂອງພຣະອົງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ຂໍໃຫ້ບັນດາປະໂລຫິດຂອງພຣະອົງສວມຄວາມພົ້ນຂອງພຣະອົງ, ຂໍໃຫ້ປະຊາຊົນທີ່ສັດຊື່ຂອງພຣະອົງຊົມຊື່ນຍິນດີໃນພຣະຄຸນຄວາມດີຂອງພຣະອົງ.42ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ຂໍຢ່າໄດ້ປະຕິເສດຜູ້ທີ່ພຣະອົງໄດ້ເຈີມໄວ້. ຂໍໂຜດລະນຶກເຖິງຄວາມຮັກອັນຍິ່ງໃຫຍ່ທີ່ໄດ້ສັນຍາໄວ້ກັບດາວິດຜູ້ຮັບໃຊ້ຂອງພຣະອົງ”.
Biblica, Inc.