2 ຂ່າວຄາວ4
ເຄື່ອງໃຊ້ຕ່າງໆສຳລັບວິຫານ
1ໂຊໂລໂມນໄດ້ສ້າງແທ່ນບູຊາທອງສຳລິດຍາວຊາວສອກ ກວ້າງຊາວສອກ ແລະ ສູງສິບສອກ. 2ຮູຣາມໄດ້ຫລໍ່ຂັນຮູບກົມດ້ວຍໂລຫະສູງ 5 ສອກ, ມີເສັ້ນຜ່າສູນກາງ 10 ສອກ ແລະ ເສັ້ນອ້ອມວົງ 30 ສອກ.3ກ້ອງຂັນເປັນຮູບງົວອ້ອມຂັນສອກລະສິບຮູບ. ຮູບງົວໄດ້ຖືກຫລອມເປັນສອງແຖວໃຫ້ເປັນເນື້ອດຽວກັນກັບຂັນ.4ຂັນນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ສາມໂຕໄດ້ປິ່ນໜ້າໄປທາງທິດເໜືອ, ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນຕົກ, ສາມໂຕໄດ້ປິ່ນໜ້າໄປທາງທິດໃຕ້, ແລະ ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນອອກ. ຂັນໄດ້ຖືກວາງເທິງຫົວຂອງງົວ ແລະ ຫລັງຂອງງົວຢູ່ໃຈກາງຂອງຂັ້ນ.5ຂັນນັ້ນມີຄວາມໜາໜຶ່ງຝ່າມື, ປາກຂັນເປັນເໝືອນປາກຂອງຈອກ, ເຊິ່ງຄືກັນກັບດອກລີລາບານ. ບັນຈຸນໍ້າໄດ້ 3.000 ບັດ. 6ແລ້ວເພິ່ນໄດ້ເຮັດອ່າງສິບໜ່ວຍສຳລັບຊໍາລະລ້າງ ແລະ ຫ້າໜ່ວຍຕັ້ງໄວ້ຢູ່ທາງທິດໃຕ້ ແລະ ຫ້າໜ່ວຍຕັ້ງໄວ້ຢູ່ທາງທິດເໜືອ. ຂັນເຫລົ່ານີ້ໃຊ້ສໍາລັບຊໍາລະລ້າງເຄື່ອງເຜົາຖວາຍບູຊາ, ແຕ່ນໍ້າທີ່ຢູ່ໃນຂັນໃຫຍ່ແມ່ນໃຫ້ປະໂລຫິດໃຊ້ສຳລັບຊຳລະລ້າງ.7ເພິ່ນໄດ້ເຮັດຫລັກຕະກຽງຄຳສິບອັນຕາມແບບທີ່ໄດ້ກຳນົດໄວ້ໂດຍສະ ເພາະ ແລະ ຕັ້ງຫລັກຕະກຽງເຫລົ່ານັ້ນໄວ້ໃນວິຫານ, ຫ້າອັນຕັ້ງໄວ້ຢູ່ທາງດ້ານໃຕ້ ແລະ ອີກຫ້າອັນຕັ້ງໄວ້ຢູ່ທາງດ້ານເໜືອ.8ເພິ່ນໄດ້ເຮັດໂຕະສິບໜ່ວຍ ແລະ ຕັ້ງໄວ້ມັນໃນວິຫານ. ຫ້າໜ່ວຍວາງໄວ້ຢູ່ທາງດ້ານໃຕ້ ແລະ ອີກຫ້າໜ່ວຍວາງໄວ້ຢູ່ທາງດ້ານເໜືອ. ເພິ່ນຍັງໄດ້ເຮັດຖ້ວຍຄຳໜຶ່ງຮ້ອຍໃບ.9ເພິ່ນໄດ້ເຮັດເດີ່ນສຳລັບບັນດາປະໂລຫິດ ແລະ ເດີ່ນໃຫຍ່ ແລະ ປະຕູຕ່າງໆສໍາລັບເຂົ້າໄປເດີ່ນ ແລະ ໂອບປະຕູດ້ວຍທອງສຳລິດ.10ເພິ່ນຂັນນັ້ນໄດ້ຕັ້ງໄວ້ຢູ່ທາງດ້ານໃຕ້ທີ່ແຈທາງດ້ານຕາເວັນອອກສຽງໃຕ້ຂອງວິຫານ.11ແລະ ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະ ຖ້ວຍດ້ວຍ.ດັ່ງນັ້ນ ຮູຣາມໄດ້ເຮັດວຽກຈົນສໍາເລັດຕາມທີ່ກະສັດໂຊໂລໂມນໄດ້ມອບໝາຍໃຫ້ຢູ່ໃນວິຫານຂອງພຣະເຈົ້າມີດັ່ງນີ້:12ເສົາສອງຕົ້ນ; ຫົວເສົາທີ່ເປັນຮູບຖ້ວຍສອງອັນຢູ່ເທິງຍອດເສົາ; ຕາໜ່າງປະດັບຫົວເສົາສອງຊຸດຫົວເສົາທີ່ເປັນຮູບຖ້ວຍສອງອັນຢູ່ເທິງຍອດເສົາ;13ໝາກພິລາສີ່ຮ້ອຍໜ່ວຍສຳລັບຕາໜ່າງສອງຊຸດ (ຕາໜ່າງແຕ່ລະຊຸດມີໝາກພິລາຢູ່ສອງແຖວປະດັບຢູ່ເທິງຫົວເສົາ);14ແທ່ນທອງສຳລິດພ້ອມກັບອ່າງ15ຂັນນໍ້າ ແລະ ງົວສິບສອງໂຕທີ່ຢູ່ກ້ອງຂັນ.16ໝໍ້, ຊ້ວນ, ຂໍເກາະຊີ້ນ ແລະ ເຄື່ອງໃຊ້ກ່ຽວຂ້ອງທັງໝົດ.
ຮູຣາມອາບີໄດ້ເຮັດສິ່ງເຫລົ່ານີ້ທັງໝົດໃຫ້ກະສັດໂຊໂລໂມນສຳລັບວິຫານຂອງພຣະເຈົ້າຢາເວໂດຍໃຊ້ທອງສຳລິດທີ່ເງົາເຫລື້ອມ.17ກະສັດໄດ້ໃຫ້ຫລໍ່ສິ່ງເຫລົ່ານີ້ຂຶ້ນດ້ວຍດິນໜຽວຢູ່ໃນທົ່ງຮາບແຫ່ງແມ່ນ້ຳຈໍແດນ ລະຫວ່າງເມືອງຊຸກໂກດ ແລະ ເມືອງຊາເຣທານ. 18ໂຊໂລໂມນເຮັດທຸກສິ່ງເຫລົ່ານີ້ໂດຍໃຊ້ທອງສຳລິດເປັນຈຳນວນຫລວງຫລາຍຈົນບໍ່ສາມາດຊັ່ງໄດ້.19ໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ທັງໝົດທີ່ຢູ່ໃນວິຫານຂອງພຣະເຈົ້າມີດັ່ງນີ້:
ແທ່ນບູຊາຄຳ; ໂຕະສຳລັບວາງເຂົ້າຈີ່ຖວາຍ;20ຫລັກຕະກຽງຄຳບໍລິສຸດພ້ອມທັງຕະກຽງ, ເພື່ອໃຕ້ຢູ່ທາງດ້ານໜ້າຂອງບ່ອນສັກສິດທີ່ຢູ່ດ້ານໃນຕາມທີ່ໄດ້ກໍານົດໄວ້;21ຕະກຽງ ແລະ ຄີມແມ່ນເຮັດດ້ວຍຄຳ (ພວກມັນເຮັດມາຈາກຄຳທີ່ເປັນແທ່ງ)22ມີດຕັດສຳລັບຕັດໄສ້ຕະກຽງ, ຖ້ວຍ, ຈານ ແລະ ກະຖາງໄຟເຮັດດ້ວຍຄໍາບໍລິສຸດ; ແລະ ປະຕູຄໍາຕ່າງໆຂອງວິຫານຄື, ປະຕູດ້ານໃນທີ່ເຂົ້າໄປສູ່ບ່ອນສັກສິດທີ່ສຸດ ແລະ ປະຕູຫ້ອງໂຖງກໍເຮັດດ້ວຍຄຳ.
Biblica, Inc.