2 ຂ່າວຄາວ3
ໂຊໂລໂມນສ້າງວິຫານ
1ແລ້ວໂຊໂລໂມນກໍເລີ່ມສ້າງວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມເທິງພູໂມຣິຢາ. ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດແກ່ດາວິດພໍ່ຂອງເພິ່ນ. ບ່ອນນັ້ນເປັນລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ, ເຊິ່ງເປັນບ່ອນທີ່ດາວິດຈັດຕຽມໄວ້.2ໃນວັນທີສອງເດືອນທີສອງປີທີສີ່ໃນການປົກຄອງຂອງເພິ່ນ, ເພິ່ນໄດ້ເລີ່ມການກໍ່ສ້າງ.3ຮາກຖານຂອງວິຫານຂອງພຣະເຈົ້າທີ່ໂຊໂລໂມນໄດ້ວາງນັ້ນຍາວ 60 ສອກ ແລະ ກວ້າງ 20 ສອກ (ໂດຍໃຊ້ໜ່ວຍສອດຕາມມາດຕະຖານເດີມ)4ລະບຽງຢູ່ທາງດ້ານໜ້າຂອງວິຫານຍາວ 20 ສອກຕາມລວງກວ້າງຂອງອາຄານ ແລະ ສູງ 20 ສອກ.ເພິ່ນໄດ້ໂອບພາຍໃນຫ້ອງນີ້ດ້ວຍຄຳບໍລິສຸດ.5ເພິ່ນປູຫ້ອງໂຖງດ້ວຍໄມ້ແປກ ແລະ ໂອບດ້ວຍຄຳບໍລິສຸດ ແລະ ຕົບແຕ່ງດ້ວຍລວດລາຍຕົ້ນປາມ ແລະ ແບບໂສ້.6ເພິ່ນໄດ້ປະດັບປະດາວິຫານດ້ວຍຫີນອັນງົດງາມ ແລະ ຄຳທີ່ໃຊ້ນັ້ນມາຈາກເມືອງປາຣະວາອິມ.7ເພິ່ນໄດ້ວາງເພດານທັບຄານ, ວົງກົບປະຕູ ຝາ ແລະ ປະຕູວິຫານເຮັດດ້ວຍຄຳ ແລະ ເພິ່ນແກະສະຫລັກລວດລາຍເຄຣຸບໃສ່ຝາຂອງວິຫານ.8ເພິ່ນໄດ້ສ້າງຫ້ອງສັກສິດທີ່ສຸດ, ຫ້ອງມີຄວາມກວ້າງເທົ່າກັນກັບຂະໜາດກັບຄວາມກວ້າງຂອງວິຫານຄື ກວ້າງຊາວສອກ ແລະ ຍາວຊາວສອກ. ເພິ່ນໂອບຫ້ອງພາຍໃນດ້ວຍຄຳສົດປະມານຊາວຫົກຕາລັນຕົນ. 9ເພິ່ນໃຊ້ຄຳນ້ຳໜັກປະມານຫ້າສິບເຊເຂວ ເຮັດຕະປູຄໍາ. ເພິ່ນຍັງໄດ້ວາງສ່ວນຕ່າງໆຂອງຫ້ອງຊັ້ນເທິງໂອບດ້ວຍຄໍາເຊັ່ນກັນ.10ສໍາລັບຫ້ອງສັກສິດທີ່ສຸດ ເພິ່ນໄດ້ເຮັດແກະສະຫລັກຮູບເຄຣຸບຄູ່ໜຶ່ງ ແລະ ໂອບຮູບເຄຣຸບດ້ວຍຄຳ11ປີກຂອງເຄຣຸບທັງສອງຕົນຍາວລວມທັງໝົດ 20 ສອກ. ປີກຂ້າງໜຶ່ງຂອງເຄຣຸບໂຕທຳອິດຍາວ 5 ສອກ ແລະ ປີກຂ້າງໜຶ່ງຈຸກັບຝາຂອງວິຫານ, ສ່ວນປີກອີກຂ້າງໜຶ່ງຍາວ 5 ສອກເຊັ່ນກັນ ເຊິ່ງປີກຈຸກັບປີກຂອງຮູບເຄຣຸບອີກຕົນໜຶ່ງ.12ໃນທຳນອງດຽວກັນ ປີກຂ້າງໜຶ່ງຂອງເຄຣຸບຕົນທີສອງຍາວ 5 ສອກ ແລະ ປີກຈຸກັບຝາອີກດ້ານໜຶ່ງຂອງວິຫານ ແລະ ປີກອີກຂ້າງໜຶ່ງຍາວ 5 ສອກເຊັ່ນກັນ ເຊິ່ງປີກຈຸກັບປີກຂອງເຄຣຸບໂຕທຳອິດ.13ປີກຂອງເຄຣຸບເຫລົ່ານີ້ພືປີກອອກກວ້າງຍາວ 20 ສອກ. ພວກມັນທັງສອງຕົນຢືນປິ່ນໜ້າໃສ່ກັນໃນຫ້ອງໂຖງ. 14ເພິ່ນໄດ້ເຮັດຜ້າກັ້ງສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ໄດ້ເຮັດຜ້າລິນິນເນື້ອລະອຽດດີໂດຍແສ່ວຮູບເຄຣຸບໃສ່ຜ້ານັ້ນ.15ສ່ວນຢູ່ທາງດ້ານໜ້າຂອງວິຫານ ເພິ່ນໄດ້ເຮັດເສົາສອງຕົ້ນ, ຕົ້ນເສົາສູງ 35 ສອກ ແຕ່ລະຕົ້ນມີຫົວເສົາສູງ 5 ສອກ.16ໂຊໂລໂມນໄດ້ເຮັດໂສ້ສານກັນ ແລະ ໄດ້ຕັ້ງມັນໄວ້ເທິງຍອດເສົາ. ເພິ່ນຍັງໄດ້ຮູບໝາກພິລາໜຶ່ງຮ້ອຍໜ່ວຍ ແລະ ຫ້ອຍໃສ່ໂສ້ອີກດ້ວຍ.17ເພິ່ນໄດ້ຕັ້ງເສົາໄວ້ຢູ່ທາງດ້ານໜ້າຂອງວິຫານ, ເສົາຕົ້ນທີໜຶ່ງຢູ່ທາງໃຕ້ຊື່ວ່າຢາກິນ ແລະ ເສົາອີກຕົ້ນໜຶ່ງຢູ່ທາງເໜືອຊື່ວ່າໂບອາດ.
Biblica, Inc.