2 ຂ່າວຄາວ33
ກະສັດມານາເຊແຫ່ງຢູດາຍ
1ເມື່ອມານາເຊຂຶ້ນເປັນກະສັດ ເມື່ອເພິ່ນມີອາຍຸສິບສອງປີ ແລະ ປົກຄອງໃນເຢຣູຊາເລັມ 55 ປີ.2ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວໂດຍປະຕິບັດຕາມພິທີການຕ່າງໆອັນໜ້າກຽດຊັງຂອງຊົນຊາດຕ່າງໆທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປໃຫ້ພົ້ນຈາກຊາວອິດສະຣາເອນ.3ມານາເຊໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ ເຊິ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍໄປແລ້ວນັ້ນຂຶ້ນມາໃໝ່; ເພິ່ນຍັງໄດ້ສ້າງແທ່ນບູຊາພະບາອານ ແລະ ໄດ້ສ້າງເສົາໄມ້ເຈົ້າແມ່ອາເຊຣາດ້ວຍ. ເພິ່ນໄດ້ກາບໄຫວ້ດວງດາວທັງໝົດໃນທ້ອງຟ້າ.4ເພິ່ນໄດ້ສ້າງແທ່ນບູຊາຢູ່ໃນວິຫານຂອງພຣະເຈົ້າຢາເວ ເຊິ່ງພຣະເຈົ້າຢາເວໄດ້ກ່າວໄວ້ວ່າ “ນາມຂອງເຮົາຈະຄົງຕັ້ງຢູ່ໃນເຢຣູຊາເລັມຕະຫລອດໄປ”.5ເພິ່ນໄດ້ສ້າງແທ່ນບູຊາສຳລັບດວງດາວທັງໝົດໃນທ້ອງຟ້າຢູ່ທີ່ເດີ່ນທັງສອງຂອງວິຫານຂອງພຣະເຈົ້າຢາເວ.6ເພິ່ນໄດ້ເອົາລູກຊາຍຂອງຕົນເຜົາເປັນເຄື່ອງບູຊາ ໃນຮ່ອມພູເບນຮິນໂນມ, ເພິ່ນໄດ້ທຳນວາຍໂຊກຊະຕາ, ໃຊ້ເວດມົນຄາຖາ, ສະແຫວງຫາລາງບອກເຫດການລ່ວງໜ້າ ແລະ ໄດ້ປຶກສາໝໍມໍ ແລະ ດວງວິນຍານຕ່າງໆ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍຫລາຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ຍົວະໃຫ້ພຣະອົງໃຈຮ້າຍ.7ເພິ່ນຕັ້ງຮູບເຄົາລົບທີ່ເພິ່ນໄດ້ເຮັດຂຶ້ນໄວ້ໃນວິຫານຂອງພຣະເຈົ້າ, ເຊິ່ງພຣະເຈົ້າໄດ້ກ່າວກັບດາວິດ ແລະ ໂຊໂລໂມນລູກຊາຍຂອງເພິ່ນວ່າ, “ນາມຂອງເຮົາຈະຕັ້ງຢູ່ຕະຫລອດໄປໃນວິຫານແຫ່ງນີ້ ແລະ ໃນເຢຣູຊາເລັມ, ເຊິ່ງເຮົາໄດ້ເລືອກຈາກທຸກເຜົ່າຂອງອິດສະຣາເອນ.8ແລະ ເຮົາຈະບໍ່ເຮັດຕີນຂອງຊາວອິດສະຣາເອນຕ້ອງໜີໄປຈາກດິນແດນທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າ, ຂໍພຽງແຕ່ພວກເຂົາຈະຕ້ອງເອົາໃຈໃສ່ປະຕິບັດຕາມທຸກສິ່ງທີ່ເຮົາສັ່ງພວກເຂົາໄວ້ກ່ຽວກັບກົດບັນຍັດທັງໝົດ, ຂໍ້ຄຳສັ່ງຕ່າງໆ ແລະ ກົດລະບຽບຕ່າງໆທີ່ໄດ້ມອບໃຫ້ຜ່ານທາງໂມເຊ”.9ແຕ່ມານາເຊໄດ້ນໍາພາຊາວຢູດາ ແລະ ຊາວເຢຣູຊາເລັມຫລົງຜິດໄປ, ດັ່ງນັ້ນ ພວກເຂົາຍິ່ງໄດ້ເຮັດສິ່ງທີ່ຊົ່ວຮ້າຍຫລາຍກວ່າຊົນຊາດຕ່າງໆທີ່ພຣະເຈົ້າຢາເວໄດ້ທຳລາຍໃຫ້ພົ້ນໄປຈາກຊາວອິດສະຣາເອນ.10ພຣະເຈົ້າຢາເວໄດ້ເວົ້າກັບມານາເຊ ແລະ ປະຊາຊົນຂອງພຣະອົງແລ້ວ, ແຕ່ພວກເຂົາກໍບໍ່ສົນໃຈ.11ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳຜູ້ບັນຊາການກອງທັບຂອງກະສັດແຫ່ງອັດຊີເຣຍມາຕໍ່ສູ້ພວກເຂົາ, ພວກເຂົາໄດ້ຈັບມານາເຊໄປເປັນຊະເລີຍ, ເອົາເບັດເກາະດັງຂອງເພິ່ນ, ລ່າມເພິ່ນດ້ວຍໂສ້ທອງສຳລິດ ແລະ ຈັບເອົາເພິ່ນໄປທີ່ບາບີໂລນ.12ໃນຄວາມທຸກລຳບາກ ເພິ່ນໄດ້ສະແຫວງຫາຄວາມເມດຕາຈາກພຣະເຈົ້າຢາເວ ແລະ ຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ.13ແລະ ເມື່ອມານາເຊໄດ້ອະທິຖານຫາພຣະອົງ, ພຣະເຈົ້າຢາເວກໍໄດ້ຟັງ ແລະ ໄດ້ຕອບຄຳອ້ອນວອນຂອງເພິ່ນ; ດັ່ງນັ້ນ ພຣະອົງຈຶ່ງໄດ້ນໍາເພິ່ນກັບຄືນມາທີ່ເຢຣູຊາເລັມ. ແລ້ວມານາເຊໄດ້ຮູ້ວ່າ ພຣະເຈົ້າຢາເວເປັນພຣະເຈົ້າ.14ຫລັງຈາກນັ້ນ ມານາເຊກໍໄດ້ສ້າງກຳແພງຊັ້ນນອກຂອງເມືອງດາວິດຂຶ້ນໃໝ່, ຕັ້ງແຕ່ດ້ານຕາເວັນຕົກຂອງນໍ້າພຸກີໂຮນໃນຮ່ອມພູຈົນເຖິງປະຕູປາ ແລະ ອ້ອມເນີນພູໂອເຟນ; ເພິ່ນຍັງໄດ້ສ້າງກຳແພງນັ້ນໃຫ້ສູງຂຶ້ນກວ່າເກົ່າຫລາຍ. ເພິ່ນໄດ້ຈັດໃຫ້ບັນດາຜູ້ບັນຊາການທະຫານເຂົ້າປະຈຳການໃນເມືອງທີ່ມີປ້ອມປ້ອງກັນທັງໝົດໃນຢູດາຍ.15ເພິ່ນໄດ້ທໍາລາຍບັນດາພະຕ່າງຊາດຈົນໝົດ ແລະ ໄດ້ເອົາຮູບເຄົາລົບອອກໄປຈາກວິຫານຂອງພຣະເຈົ້າຢາເວ; ເພິ່ນໄດ້ທໍາລາຍແທ່ນບູຊາທັງໝົດທີ່ເພິ່ນໄດ້ສ້າງຂຶ້ນເທິງເນີນພູທີ່ວິຫານຕັ້ງຢູ່ ແລະ ໃນເຢຣູຊາເລັມ; ແລ້ວເພິ່ນກໍໄດ້ໂຍນສິ່ງເຫລົ່ານີ້ອອກໄປນອກເມືອງ.16ແລ້ວເພິ່ນກໍໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວຂຶ້ນໃໝ່ ແລະ ໄດ້ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ ແລະ ຖວາຍເຄື່ອງບູຊາຂອບພຣະຄຸນພຣະເຈົ້າເທິງແທ່ນບູຊານັ້ນ ແລະ ສັ່ງໃຫ້ຊາວຢູດາຮັບໃຊ້ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ.17ເຖິງແມ່ນວ່າປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາຕາມສະຖານທີ່ສູງຕ່າງໆກໍຕາມ, ແຕ່ພວກເຂົາກໍໄດ້ຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາເທົ່ານັ້ນ.18ເຫດການອື່ນໆກ່ຽວກັບການປົກຄອງຂອງມານາເຊ, ລວມທັງຄຳອະທິຖານຂອງເພິ່ນຕໍ່ພຣະເຈົ້າ ແລະ ຖ້ອຍຄຳຂອງບັນດາຜູ້ທຳນວາຍທີ່ໄດ້ເວົ້າກັບເພິ່ນໃນນາມຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ຂຽນໄວ້ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. 19ຄຳອະທິຖານຂອງມານາເຊ ແລະ ການທີ່ພຣະເຈົ້າໄດ້ຕອບເພິ່ນ, ການເຮັດບາບຕ່າງໆ ແລະ ຄວາມບໍ່ສັດຊື່ຂອງເພິ່ນ ແລະ ລວມທັງສະຖານທີ່ສູງຕ່າງໆທີ່ເພິ່ນໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ ແລະ ຕັ້ງເສົາໄມ້ຂອງເຈົ້າແມ່ອາເຊຣາ ແລະ ຮູບເຄົາລົບຕ່າງໆໄວ້ກ່ອນທີ່ເພິ່ນໄດ້ຖ່ອມຕົວລົງ ສິ່ງທັງໝົດເຫລົ່ານີ້ໄດ້ຂຽນໄວ້ໃນການບັນທຶກຂອງບັນດາຜູ້ທໍານວາຍ. 20ມານາເຊໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນວັງຂອງເພິ່ນ. ແລ້ວອາໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນເພິ່ນ.ກະສັດອາໂມນແຫ່ງຢູດາຍ
21ເມື່ອອາໂມນໄດ້ຂຶ້ນເປັນກະສັດ ເພິ່ນອາຍຸຊາວສອງປີ ແລະ ໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສອງປີ.22ອາໂມນໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຕາມແບບຢ່າງຂອງມານາເຊພໍ່ຂອງເພິ່ນ. ອາໂມນໄດ້ກາບໄຫວ້ ແລະ ຖວາຍເຄື່ອງບູຊາແກ່ບັນດາຮູບເຄົາລົບທັງໝົດທີ່ມານາເຊໄດ້ສ້າງຂຶ້ນ.23ແຕ່ເພິ່ນບໍ່ຄືກັນກັບມານາເຊພໍ່ຂອງເພິ່ນ, ເພິ່ນບໍ່ໄດ້ຖ່ອມຕົວລົງຕໍ່ໜ້າພຣະເຈົ້າຢາເວ; ເພິ່ນໄດ້ເຮັດຜິດຫລາຍຂຶ້ນ.24ພວກຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມຫົວກັນຂ້າເພິ່ນໃນວັງຂອງເພິ່ນ.25ປະຊາຊົນໃນດິນແດນນັ້ນຈຶ່ງຂ້າຊີວິດຜູ້ລັກລອບຂ້າກະສັດອາໂມນທຸກຄົນ ແລ້ວແຕ່ງຕັ້ງໂຢຊີຢາລູກຊາຍຂອງອາໂມນຂຶ້ນເປັນກະສັດແທນ.Biblica, Inc.