2 ຂ່າວຄາວ32
ເຊັນນາເກຣິບຂົ່ມຂູ່ເຢຣູຊາເລັມ
1ຫລັງຈາກທີ່ກະສັດເຮເຊກີຢາໄດ້ເຮັດສິ່ງທັງໝົດນັ້ນຢ່າງສັດຊື່ແລ້ວ, ກະສັດເຊັນນາເກຣິບແຫ່ງອັດຊີເຣຍກໍໄດ້ມາຮຸກຮານຢູດາຍ. ເພິ່ນໄດ້ປິດລ້ອມເມືອງຕ່າງໆທີ່ມີປ້ອມປ້ອງໄວ້, ເພິ່ນຄິດຈະຕີເອົາມາເປັນເມືອງຂຶ້ນຂອງຕົນ.2ເມື່ອເຮເຊກີຢາເຫັນວ່າ ເຊັນນາເກຣິບໄດ້ມາ ແລະ ຕັ້ງໃຈຈະສູ້ຮົບກັບເຢຣູຊາເລັມ,3ເພິ່ນກໍໄດ້ປຶກສາກັບບັນດາເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ທະຫານກ່ຽວກັບການປິດນ້ຳຈາກບໍ່ນໍ້າຕ່າງໆທາງນອກເມືອງ ແລະ ພວກເຂົາກໍໄດ້ຊ່ວຍເພິ່ນ.4ພວກເຂົາຈຶ່ງນຳເອົາປະຊາຊົນເປັນຈຳນວນຫລວງຫລາຍມາເພື່ອຕັນບໍ່ນໍ້າທັງໝົດ ແລະ ປິດແມ່ນ້ຳທີ່ໄຫລຜ່ານທົ່ວດິນແດນ. ພວກເຂົາໄດ້ເວົ້າວ່າ “ເປັນຫຍັງບັນດາກະສັດ ແຫ່ງອັດຊີເຣຍໄດ້ມາ ແລະ ຊອກຫາບໍນ້ຳທີ່ອຸດົມສົມບູນເຮັດຫຍັງ?”5ແລ້ວເພິ່ນໄດ້ເຮັດວຽກໜັກເພື່ອຮີບສ້ອມແປງກຳແພງເມືອງທັງໝົດສ່ວນທີ່ມັນເປ້ເພ ແລະ ສ້າງຫໍຄອຍຕາມເທິງກຳແພງ. ເພິ່ນໄດ້ກໍ່ກຳແພງດ້ານນອກອີກຊັ້ນໜຶ່ງ ແລະ ເຮັດເພິ່ມລະບຽງຕື່ມອີກ ໃນເມືອງຂອງດາວິດ. ເພິ່ນຍັງເຮັດຫອກ ແລະ ໂລ່ເປັນຈຳນວນຫລວງຫລາຍໄວ້ອີກດ້ວຍ.6ລາວໄດ້ແຕ່ງຕັ້ງນາຍທະຫານເບິ່ງແຍງປະຊາຊົນ ແລະ ໃຫ້ພວກເຂົາມາເຕົ້າໂຮມກັນຕໍ່ໜ້າລາວທີ່ສີ່ແຍກທີ່ປະຕູເມືອງ. ແລະ ໄດ້ກ່າວໃຫ້ກຳລັງໃຈພວກເຂົາດ້ວຍຖ້ອຍຄໍາດັ່ງນີ້:7“ຈົ່ງເຂັ້ມແຂງ ແລະ ກ້າຫານ. ຢ່າສູ່ຢ້ານ ຫລື ທໍ້ຖອຍໃຈ ຍ້ອນກະສັດແຫ່ງອັດຊີເຣຍ ແລະ ກອງທັບໃຫ່ຍທີ່ມາກັບລາວ, ເພາະມີພະລັງອຳນາດໜຶ່ງຍິ່ງໃຫຍ່ກວ່າພວກເຮົາ ແລະ ກວ່າລາວ.8ລາວມີພຽງແຕ່ອຳນາດຂອງມະນຸດເທົ່ານັ້ນ ແຕ່ພວກເຮົາມີພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈະຊ່ວຍພວກເຮົາ ແລະ ຕໍ່ສູ້ເພື່ອພວກເຮົາ”. ສິ່ງທີ່ເຮເຊກີຢາແຫ່ງຢູດາຍກ່າວນັ້ນໄດ້ເຮັດໃຫ້ປະຊາຊົນມີຄວາມໝັ້ນໃຈຫລາຍຂຶ້ນ.9ຕໍ່ມາ, ເມື່ອກະສັດເຊັນນາເກຣິບແຫ່ງອັດຊີເຣຍ ແລະ ກອງທັບຂອງລາວກໍາລັງປິດລ້ອມເມືອງລາກິດໄວ້, ເພິ່ນໄດ້ສົ່ງເຈົ້າໜ້າທີ່ມາທີ່ເຢຣູຊາເລັມພ້ອມທັງຂໍ້ຄວາມນີ້ມາຫາກະສັດເຮເຊກີຢາແຫ່ງຢູດາຍ ແລະ ມາຫາປະຊາຊົນຢູດາຍທັງທົດທີ່ຢູ່ທີ່ນັ້ນດັ່ງນີ້:10“ກະສັດເຊັນນາເກຣິບແຫ່ງອັດຊີເຣຍກ່າວດັ່ງນີ້ວ່າ: ແມ່ນສິ່ງໃດທີ່ເຮັດໃຫ້ພວກເຈົ້າໝັ້ນໃຈ, ພວກເຈົ້າຈຶ່ງຍັງຢູ່ໃນເຢຣູຊາເລັມພາຍໃຕ້ການປິດລ້ອມນີ້?11ເມື່ອເຮເຊກີຢາໄດ້ກ່າວວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຊ່ວຍພວກເຮົາພົ້ນຈາກມືກະສັດແຫ່ງອັດຊີເຣຍ,’ ເພິ່ນກໍາລັງຫລອກລວງພວກເຈົ້າ, ເພື່ອຈະປ່ອຍໃຫ້ພວກເຈົ້າຕາຍດ້ວຍຄວາມອຶດເຂົ້າ ແລະ ຫິວນໍ້າ.12ເຮເຊກີຢາເອງບໍ່ໄດ້ທໍາລາຍສະຖານທີ່ບູຊາທີ່ສູງ ແລະ ແທ່ນບູຊາຂອງພະຕ່າງໆໂດຍກ່າວກັບຢູດາຍ ແລະ ເຢຣູຊາເລັມວ່າ, ‘ພວກເຈົ້າຈະຕ້ອງນະມັດສະການຕໍ່ໜ້າແທ່ນບູຊາ ແລະ ເຜົາເຄື່ອງບູຊາຢູ່ເທິງແທ່ນບູຊາບ່ອນດຽວເທົ່ານັ້ນ’?13“ພວກເຈົ້າບໍ່ຮູ້ບໍວ່າເຮົາ ແລະ ບັນພະບຸລຸດຂອງເຮົາໄດ້ເຮັດຫຍັງແກ່ປະຊາຊົນທັງໝົດໃນດິນແດນອື່ນໆ? ບັນດາພະຂອງຊົນຊາດເຫລົ່ານັ້ນສາມາດກອບກູ້ດິນແດນຂອງຕົນຈາກມືເຮົາໄດ້ບໍ?14ພະທັງໝົດຂອງຊົນຊາດເຫລົ່ານີ້ອົງໃດທີ່ບັນພະບຸລຸດຂອງເຮົາໄດ້ທຳລາຍໄປທີ່ສາມາດຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກກຳມືຂອງເຮົາໄດ້? ແລ້ວພຣະເຈົ້າຂອງພວກເຈົ້າຈະຊ່ວຍພວກເຈົ້າໃຫ້ພົ້ນຈາກມືເຮົາໄດ້ຢ່າງໃດ?15ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກເຈົ້າ ຫລື ນຳພາພວກເຈົ້າໄປໃນທາງຜິດເຊັ່ນນີ້ເລີຍ. ຢ່າສູ່ໄປເຊື່ອລາວ, ເພາະບໍ່ມີພະເຈົ້າຂອງຊົນຊາດໃດ ຫລື ອານາຈັກໃດໆສາມາດກອບກູ້ປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາ ຫລື ຈາກບັນພະບຸລຸດຂອງເຮົາໄດ້. ພຣະເຈົ້າຂອງພວກເຈົ້າຈະຊ່ວຍພວກເຈົ້າໃຫ້ພົ້ນຈາກມືຂອງເຮົາກໍເປັນໄປບໍ່ໄດ້!”16ເຈົ້າໜ້າທີ່ຂອງເຊັນນາເກຣິບກ່າວຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າ ແລະ ຕໍ່ສູ້ກະສັດເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງ.17ກະສັດຍັງໄດ້ຂຽນຈົດໝາຍໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າຂອງອິດສະຣາເອນ, ແລະ ກ່າວຕໍ່ສູ້ພຣະອົງດ້ວຍຖ້ອຍຄຳດັ່ງນີ້: “ບັນດາພະຂອງປະຊາຊົນທັງໝົດໃນດິນແດນອື່ນໆບໍ່ໄດ້ຊ່ວຍກອບກູ້ປະຊາຊົນຂອງຕົນໃຫ້ພົ້ນຈາກມືເຮົາໄດ້, ພຣະເຈົ້າຂອງເຮເຊກີຢາກໍຈະບໍ່ຊ່ວຍກອບກູ້ປະຊາຊົນຂອງລາວຈາກມືຂອງເຮົາໄດ້ເຊັ່ນດຽວກັນ”.18ຈາກນັ້ນ ພວກເຂົາຮ້ອງຂຶ້ນເປັນພາສາເຮັບເຣີໃສ່ປະຊາຊົນຊາວເຢຣູຊາເລັມທີ່ຢູ່ເທິງກຳແພງເມືອງ, ເພື່ອເຮັດໃຫ້ພວກເຂົາເສຍກໍາລັງໃຈ ແລະ ເຮັດໃຫ້ພວກເຂົາຢ້ານກົວເພື່ອຈະໄດ້ຢຶດເມືອງ.19ພວກເຂົາໄດ້ເວົ້າໃຫ້ພຣະເຈົ້າຂອງຊາວເຢຣູຊາເລັມເປັນເໝືອນກັບບັນດາພະຂອງຊົນຊາດອື່ນໆໃນໂລກທີ່ຖືກສ້າງຂຶ້ນດ້ວຍມືຂອງມະນຸດ.20ກະສັດເຮເຊກີຢາ ແລະ ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດຮ້ອງຂຶ້ນເປັນຄໍາອະທິຖານສູ່ຟ້າສະຫວັນກ່ຽວກັບເລື່ອງນີ້.21ແລະ ພຣະເຈົ້າຢາເວໄດ້ສົ່ງເທວະດາຕົນໜຶ່ງລົງມາຂ້າທະຫານ, ພວກຜູ້ບັນຊາການ ແລະ ພວກເຈົ້າໜ້າທີ່ທັງໝົດໃນຄ້າຍຂອງກະສັດແຫ່ງອັດຊີເຣຍຈົນໝົດ. ສະນັ້ນ ເຊັນນາເກຣິບຈຶ່ງຖອຍທັບໄປກັບທີ່ດິນແດນຂອງເພິ່ນໄປດ້ວຍຄວາມອັບອາຍ. ແລະ ເມື່ອເພິ່ນເຂົ້າໄປໃນວິຫານຂອງເທບພະເຈົ້າຂອງເພິ່ນ, ລູກຊາຍບາງຄົນຂອງເພິ່ນ, ເຊິ່ງເປັນລູກຊາຍແທ້ຂອງເພິ່ນໄດ້ຂ້າເພິ່ນດ້ວຍດາບ.22ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຊ່ວຍກອບກູ້ເອົາເຮເຊກີຢາ ແລະ ຊາວເຢຣູຊາເລັມຈາກມືຂອງເຊັນນາເກຣິບ ກະສັດແຫ່ງອັດຊີເຣຍ ແລະ ຈາກບັນດາສັດຕູອື່ນໆ. ພຣະອົງໄດ້ເບິ່ງແຍງພວກເຂົາ ທຸກໆດ້ານ.23ມີຄົນຈຳນວນຫລວງຫລາຍໄດ້ນຳເຄື່ອງຖວາຍມາທີ່ເຢຣູຊາເລັມ ເພື່ອມາຖວາຍແກ່ພຣະເຈົ້າຢາເວ ແລະ ໄດ້ນຳເອົາຂອງຂັວນອັນມີຄ່າມາໃຫ້ກະສັດເຮເຊກີຢາແຫ່ງຢູດາຍ. ນັບຕັ້ງແຕ່ນັ້ນມາ ເພິ່ນກໍໄດ້ຮັບຄວາມນັບຖືເປັນຢ່າງສູງຈາກຊົນຊາດທັງໝົດ.ຄວາມຈອງຫອງ, ຄວາມສຳເລັດ ແລະ ການຕາຍຂອງເຮເຊກີຢາ
24ໃນເວລານັ້ນ ກະສັດເຮເຊກີຢາໄດ້ເຈັບປ່ວຍໜັກ ແລະ ຈົນເພິ່ນເກືອບຕາຍ. ເພິ່ນຈຶ່ງໄດ້ອະທິຖານຕໍ່ພຣະເຈົ້າຢາເວ, ພຣະອົງໄດ້ຕອບ ແລະ ໃຫ້ໝາຍສຳຄັນແກ່ເພິ່ນ.25ແຕ່ເຮເຊກີຢາມີໃຈຈອງຫອງຂຶ້ນ ແລະ ເພິ່ນບໍ່ໄດ້ສຳນຶກໃນຄວາມເມດຕາຂອງພຣະອົງທີ່ໄດ້ສໍາແດງແກ່ເພິ່ນ; ເຫດສະນັ້ນ ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງລົງມາເທິງເພິ່ນ ແລະ ຢູດາຍ ແລະ ເຢຣູຊາເລັມ.26ແລ້ວເຮເຊກີຢາ ແລະ ຊາວເຢຣູຊາເລັມກໍໄດ້ກັບໃຈຈາກຄວາມຈອງຫອງຂອງຕົນ; ເຫດສະນັ້ນ ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງບໍ່ໄດ້ຕົກໃສ່ພວກເຂົາໃນຊ່ວງສະໄໝຂອງເຮເຊກີຢາ.27ເຮເຊກີຢາໄດ້ຮັ່ງມີຂຶ້ນຫລາຍ ແລະ ມີກຽດຫລາຍ, ເພິ່ນໄດ້ສ້າງຄັງຕ່າງໆ ເພື່ອເກັບເງິນ, ຄໍາ, ຫີນອັນງົດງາມຕ່າງໆ, ເຄື່ອງເທດ, ໂລ່ ແລະ ສິ່ງຂອງທີ່ມີຄ່າອື່ນໆ.28ເພິ່ນຍັງໄດ້ສ້າງຄັງເພື່ອເກັບເຂົ້າ, ເຫລົ້າອະງຸ່ນໃໝ່, ນໍ້າມັນໝາກກອກ ແລະ ເພິ່ນໄດ້ສ້າງຄອກຕ່າງໆສຳລັບງົວປະເພດຕ່າງ ແລະ ຄອກແກະ.29ເພິ່ນໄດ້ສ້າງໝູ່ບ້ານຫລາຍແຫ່ງ ແລະ ມີຝູງແບ້, ຝູງແກະ ແລະ ຝູງງົວເປັນຈໍານວນຫລວງຫລາຍ. ເພາະພຣະເຈົ້າໄດ້ໃຫ້ຄວາມຮັ່ງມີອັນຫລວງຫລາຍໃຫ້ແກ່ເພິ່ນ.30ກະສັດເຮເຊກີຢາແມ່ນເປັນຜູ້ທີ່ອັດນໍ້າທີ່ໄຫລໄປສູ່ບໍ່ນໍ້າກີໂຮນດ້ານເທິງ ແລະ ທາງລະບາຍນ້ຳໄຫລມາສູ່ທາງດ້ານຕາເວັນຕົກຂອງເມືອງຂອງດາວິດ. ເພິ່ນໄດ້ປະສົບຜົນສໍາເລັດໃນທຸກສິ່ງທີ່ເພິ່ນໄດ້ເຮັດ.31ແຕ່ເມື່ອບັນດາຜູ້ປົກຄອງຂອງບາບີໂລນໄດ້ສົ່ງຄະນະທູດມາຖາມກ່ຽວກັບໝາຍສຳຄັນທີ່ເກີດຂຶ້ນໃນດິນແດນຂອງເພິ່ນ, ພຣະເຈົ້າໄດ້ປ່ອຍໃຫ້ພວກເພິ່ນທົດສອບເຮເຊກີຢາ ແລະ ເພື່ອຢາກຮູ້ທຸກສິ່ງທີ່ຢູ່ໃນຈິດໃຈຂອງເພິ່ນ.32ເຫດການອື່ນໆກ່ຽວກັບການປົກຄອງຂອງເຮເຊກີຢາ ແລະ ການກະທໍາທີ່ເປັນການອຸທິດຕົນຂອງເພິ່ນເພື່ອພຣະເຈົ້າໄດ້ຖືກບັນທຶກໄວ້ໃນນິມິດຂອງຜູ້ທໍານວາຍເອຊາຢາລູກຊາຍຂອງອາໂມດໃນປື້ມຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນ.33ເຮເຊກີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ເທິງເນີນພູທີ່ເປັນບ່ອນທີ່ອຸບມຸງຂອງເຊື້ອສາຍດາວິດຕັ້ງຢູ່. ປະຊາຊົນຢູດາຍ ແລະ ເຢຣູຊາເລັມທັງໝົດໄດ້ໃຫ້ກຽດເພິ່ນເມື່ອເພິ່ນໄດ້ຕາຍໄປ. ແລ້ວມານາເຊລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນເພິ່ນ.Biblica, Inc.