2 ຂ່າວຄາວ34
ປະຕິຮູບຂອງໂຢຊີຢາ
1ເມື່ອໂຢສີຢາໄດ້ຂຶ້ນເປັນກະສັດ ເພິ່ນມີອາຍຸແປດປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສາມສິບເອັດປີ.2ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ແລະ ໄດ້ເຮັດຕາມແບບຢ່າງຂອງດາວິດບັນພະບຸລຸດຂອງເພິ່ນ, ໂດຍບໍ່ຫັນໄປທາງຂວາ ຫລື ໄປທາງຊ້າຍ.3ໃນປີທີແປດຂອງການປົກຄອງຂອງເພິ່ນ ເມື່ອເພິ່ນຍັງໜຸ່ມນ້ອຍ, ເພິ່ນກໍໄດ້ເລີ່ມສະແຫວງຫາພຣະເຈົ້າຂອງດາວິດບັນພະບຸລຸດຂອງເພິ່ນ ແລະ ໃນປີທີສິບສອງເພິ່ນກໍໄດ້ເລີ່ມຕົ້ນຊຳລະຢູດາຍ ແລະ ບ່ອນກາບໄຫວ້ຕ່າງໆ, ເສົາໄມ້ເຈົ້າແມ່ອາເຊຣາ, ຮູບເຄົາລົບອື່ນໆທີ່ຢູ່ໃນເຢຣູຊາເລັມ.4ພາຍໃຕ້ການຊີ້ນຳຂອງເພິ່ນແທ່ນບູຊາພະບາອານໄດ້ຖືກທໍາລາຍລົງ ແລະ ແທ່ນເຜົາເຄື່ອງຫອມທີ່ຢູ່ເທິງແທ່ນບູຊານັ້ນກໍໄດ້ຖືກຕັດລົງເປັນປ່ຽງໆ, ເພິ່ນໄດ້ທັບເສົາໄມ້ເຈົ້າແມ່ອາເຊຣາ ແລະ ຮູບເຄົາລົບຕ່າງໆ. ແລ້ວເພິ່ນກໍໄດ້ທັບສິ່ງເຫລົ່ານີ້ໃຫ້ໝຸ່ນ ແລະ ເອົາໄປໂຮຍໃສ່ເທິງຂຸມຝັງສົບຂອງບັນດາຜູ້ທີ່ຖວາຍເຄື່ອງບູຊາແກ່ພະເຫລົ່ານັ້ນ.5ເພິ່ນໄດ້ເຜົາກະດູກບັນດາປະໂລຫິດຂອງພະເຫລົ່ານັ້ນເທິງແທ່ນບູຊາຂອງພວກເຂົາເອງ, ແລ້ວກໍເພິ່ນກໍໄດ້ຊຳລະຢູດາຍ ແລະ ເຢຣູຊາເລັມ.6ຢູ່ໃນເມືອງຕ່າງໆຂອງມານາເຊ, ເອຟຣາອິມ ແລະ ຊີເມໂອນໄປຈົນຮອດເນັບທາລີ ແລະ ໃນຊາກຫັກພັງທີ່ຢູ່ອ້ອມພວກເຂົາ,7ເພິ່ນໄດ້ທັບແທ່ນບູຊາລົງ ແລະ ເສົາໄມ້ເຈົ້າແມ່ອາເຊຣາ ແລະ ທັບຮູບເຄົາລົບໃຫ້ໝຸ່ນເປັນຜົງ, ແທ່ນເຜົາເຄື່ອງຫອມໃຫ້ແຕກເປັນປ່ຽງໆທົ່ວອິດສະຣາເອນ. ແລ້ວເພິ່ນກໍໄດ້ກັບຄືນມາທີ່ເຢຣູຊາເລັມ.8ໃນປີທີສິບແປດຂອງການປົກຄອງຂອງໂຢສີຢາ, ເພິ່ນໄດ້ຊຳລະດິນແດນ ແລະ ວິຫານ, ໂຢສີຢາໄດ້ແຕ່ງຕັ້ງຊາຟານ ລູກຊາຍຂອງອາຊາລີຢາ, ມາອາເສອີຢາໄປເປັນຜູ້ປົກຄອງເມືອງ, ພ້ອມທັງໄດ້ແຕ່ງຕັ້ງໂຢອາ ລູກຊາຍຂອງໂຢອາຮາດເປັນຜູ້ບັນທຶກ, ເພື່ອໄປສ້ອມແປງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.9ພວກເຂົາໄດ້ໄປພົບມະຫາປະໂລຫິດຮິນກີຢາ ແລະ ໄດ້ມອບເງິນໃຫ້ແກ່ເພິ່ນ ເພື່ອນຳເອົາມາເຂົ້າໄປໄວ້ໃນວິຫານຂອງພຣະເຈົ້າ, ເຊິ່ງຊາວເລວີທີ່ເປັນຄົນເຝົ້າຍາມປະຕູໄດ້ຮວບຮວມເງິນມາຈາກຊາວມານາເຊ ແລະ ຊາວເອຟຣາອິມ ແລະ ຈາກປະຊາຊົນທີ່ຍັງເຫລືອຢູ່ໃນອິດສະຣາເອນທັງໝົດ ແລະ ຈາກປະຊາຊົນຊາວຢູດາ ຊາວເບັນຢາມິນ ແລະ ຄົນທີ່ອາໄສໃນເຢຣູຊາເລັມທັງໝົດ.10ແລ້ວພວກເຂົານຳເອົາເງິນເຫລົ່ານີ້ໄປມອບໃຫ້ຜູ້ຄວບຄຸມການສ້ອມແປງວິຫານຂອງພຣະເຈົ້າຢາເວ. ຄົນເຫລົ່ານີ້ໄດ້ຈ່າຍເງິນໃຫ້ຄົນງານທີ່ເຮັດວຽກສ້ອມແປງ ແລະ ສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.11ພວກເຂົາຍັງໄດ້ມອບເງິນໃຫ້ຊ່າງໄມ້ ແລະ ຊ່າງກໍ່ໄປຊື້ຫີນທີ່ແກະສະຫລັກ ແລະ ໄມ້ສຳລັບເຮັດໂຄງຮ່າງຂອງອາຄານ ແລະ ໄມ້ຄານສຳລັບອາຄານຕ່າງໆທີ່ກະສັດຂອງຢູດາຍໄດ້ປ່ອຍໃຫ້ຫັກພັງລົງ.12ຄົນງານໄດ້ເຮັດໜ້າທີ່ຢ່າງສັດຊື່. ຜູ້ສັ່ງການແມ່ນຢາຮາດ ແລະ ໂອບາດີຢາ, ເປັນເຊື້ອສາຍຂອງຊາວເລວີຈາກຕະກຸນເມຣາຣິ, ເຊກາຣີຢາ ແລະ ເມຊຸນລຳຈາກຕະກຸນໂກຮາດ. ຊາວເລວີທຸກຄົນມີຄວາມຊຳນານໃນການຫລິ້ນດົນຕີ.13ມີໜ້າທີ່ເບິ່ງແຍງສັ່ງການຄົນງານໃຫ້ເຮັດວຽກງານແຕ່ລະຢ່າງ. ຊາວເລວີບາງຄົນກໍເຮັດໜ້າທີ່ເປັນເລຂາທິການ, ຜູ້ປ້ອງກັນ ແລະ ເປັນຄົນເຝົ້າຍາມປະຕູ.ໜັງສືກົດບັນຍັດຖືກຄົ້ນພົບ
14ໃນຂະນະທີ່ພວກເຂົາກໍາລັງນຳເອົາເງິນເຂົ້າມາໃນວິຫານຂອງພຣະເຈົ້າຢາເວ, ປະໂລຫິດຮິນກີຢາໄດ້ພົບໜັງສືກົດບັນຍັດຂອງພຣະເຈົ້າຢາເວທີ່ພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ.15ຮິນກີຢາໄດ້ກ່າວແກ່ເລຂາຊາຟານວ່າ, “ຂ້າພະເຈົ້າໄດ້ພົບໜັງສືກົດບັນຍັດໃນວິຫານຂອງພຣະເຈົ້າຢາເວ”. ແລ້ວເພິ່ນກໍໄດ້ມອບໜັງສືນັ້ນໃຫ້ແກ່ຊາຟານ.16ຊາຟານຈຶ່ງນຳເອົາໜັງສືນັ້ນໄປມອບໃຫ້ກະສັດ ແລະ ລາຍງານຕໍ່ເພິ່ນວ່າ: “ບັນດາເຈົ້າໜ້າທີ່ຂອງທ່ານກໍາລັງເຮັດທຸກຢ່າງທີ່ໄດ້ມອບໝາຍໃຫ້ພວກເຂົາ.17ພວກເຂົາໄດ້ນຳເອົາເງິນອອກມາຈາກວິຫານຂອງພຣະເຈົ້າຢາເວ ແລະ ມອບເງິນນັ້ນໃຫ້ຜູ້ທີ່ເບິ່ງແຍງວຽກງານ ແລະ ຄົນງານ”.18ແລ້ວເລຂາຊາຟານກໍໄດ້ບອກກະສັດວ່າ, “ປະໂລຫິດຮິນກີຢາໄດ້ມອບໜັງສືນີ້ໃຫ້ຂ້ານ້ອຍ”. ແລ້ວຊາຟານຈຶ່ງອ່ານໜັງສືນັ້ນຕໍ່ໜ້າກະສັດ.19ເມື່ອກະສັດໄດ້ຍິນຄໍາຖ້ອຍຈາກໜັງສືກົດບັນຍັດນັ້ນ, ເພິ່ນກໍຈີກເສື້ອຂອງຕົນ20ເພິ່ນໄດ້ສັ່ງຮິນກີຢາ, ອາຮີກຳ ລູກຊາຍຂອງຊາຟານ, ອັບໂດນ ລູກຊາຍຂອງມີກາ, ຊາຟານເລຂາທິການ ແລະ ອາສາອີຢາຜູ້ຮັບໃຊ້ປະຈຳກະສັດດັ້ງນີ້:21“ຈົ່ງໄປຖາມພຣະເຈົ້າຢາເວເພື່ອເຮົາ ແລະ ເພື່ອປະຊາຊົນຜູ້ທີ່ຍັງເຫລືອຢູ່ໃນອານາຈັກອິດສະຣາເອນ ແລະ ຢູດາຍກ່ຽວກັບສິ່ງທີ່ໄດ້ຂຽນໄວ້ໃນໜັງສືທີ່ໄດ້ພົບນີ້. ຄວາມໂກດຮ້າຍຂອງພຣະເຈົ້າຢາເວທີ່ຕົກໃສ່ພວກເຮົານັ້ນໃຫຍ່ຫລາຍ ເພາະບັນພະບຸລຸດຂອງພວກເຮົານັ້ນບໍ່ໄດ້ຮັກສາຖ້ອຍຄຳຂອງພຣະເຈົ້າຢາເວ; ພວກເຂົາບໍ່ໄດ້ປະຕິບັດຕາມທຸກສິ່ງທີ່ໄດ້ບັນທຶກໄວ້ໃນໜັງສືນີ້ເລີຍ”.22ຮິນກີຢາ ແລະ ບັນດາຄົນທີ່ກະສັດສົ່ງມາກັບເພິ່ນຈຶ່ງໄປພົບກັບຜູ້ທຳນວາຍຍິງຮຸນດາ, ເຊິ່ງອາໄສຢູ່ທີ່ເຢຣູຊາເລັມແຂວງສອງ ນາງເປັນເມຍຂອງຊໍລູມທີ່ເປັນລູກຊາຍຂອງໂທກຮັດ ແລະ ຮາກຣາ , ຊານລຸມເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນວິຫານ.23ນາງກ່າວກັບພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ ຈົ່ງແຈ້ງຜູ້ທີ່ໃຊ້ເຈົ້າມາຫາເຮົາວ່າ:24‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະນຳໄພພິບັດມາຍັງບ່ອນນີ້ ແລະ ມາຍັງປະຊາຊົນຕາມຄຳສາບແຊ່ງທັງໝົດທີ່ໄດ້ຂຽນໄວ້ໃນໜັງສືທີ່ໄດ້ອ່ານຕໍ່ໜ້າກະສັດຢູດາຍ.25ເພາະພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍແກ່ບັນດາພະອື່ນໆ ແລະ ຍົວະຄວາມໃຈຮ້າຍຂອງເຮົາດ້ວຍທຸກຢ່າງທີ່ມືຂອງພວກເຂົາໄດ້ເຮັດຂຶ້ນ, ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງໃສ່ບ່ອນນີ້ ແລະ ຈະລະງັບບໍ່ໄດ້’.26ຈົ່ງບອກກະສັດຢູດາຍທີ່ໃຊ້ພວກເຈົ້າມາຖາມພຣະເຈົ້າຢາເວນັ້ນວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບຂໍ້ຄວາມທີ່ເຈົ້າໄດ້ຍິນດັ່ງນີ້ວ່າ:27ເນື່ອງຈາກຈິດໃຈຂອງເຈົ້າໄດ້ຍອມຮັບ ແລະ ເຈົ້າໄດ້ຖ່ອມຕົວລົງຕໍ່ໜ້າພຣະເຈົ້າເມື່ອໄດ້ຍິນສິ່ງທີ່ເຮົາກ່າວໄວ້ກ່ຽວກັບສະຖານທີ່ນີ້ ແລະ ປະຊາຊົນ, ແລະ ເພາະເຈົ້າໄດ້ຖ່ອມຕົວລົງຕໍ່ໜ້າເຮົາ ແລະ ຈີກເສື້ອຂອງຕົນ ແລະ ຮ້ອງໄຫ້ຕໍ່ໜ້າເຮົາ, ເຮົາໄດ້ຍິນເຈົ້າແລ້ວ ພຣະເຈົ້າຢາເວປະກາດດັ່ງນີ້.28ບັດນີ້ ເຮົາຈະຮວບຮວມເຈົ້າກັບບັນພະບຸລຸດຂອງເຈົ້າ ແລະ ເຈົ້າຈະຖືກຝັງໄວ້ຢ່າງສະຫງົບສຸກ. ດວງຕາຂອງເຈົ້າບໍ່ຕ້ອງເຫັນໄພພິບັດທັງໝົດ ເຊິ່ງເຮົາຈະນຳມາຍັງສະຖານທີ່ນີ້ ແລະ ປະຊາຊົນເຫລົ່ານັ້ນທີ່ອາໄສຢູ່ບ່ອນນີ້’ ”.ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາຄຳຕອບຂອງນາງກັບຄືນມາບອກກະສັດ.29ຫລັງຈາກນັ້ນ ກະສັດໂຢຊີຢາກໍໄດ້ເອີ້ນຜູ້ອາວຸໂສຂອງຢູດາຍ ແລະ ເຢຣູຊາເລັມທຸກຄົນມາລວມກັນ.30ເພິ່ນໄດ້ຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວພ້ອມກັນກັບປະຊາຊົນຢູດາຍ, ຊາວເຢຣູຊາເລັມ, ບັນດາປະໂລຫິດ ແລະ ຄົນເລວີ ຄືປະຊາຊົນທັງໝົດ ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ເພິ່ນໄດ້ອ່ານທຸກຖ້ອຍຄຳໃນໜັງສືພັນທະສັນຍາໃຫ້ພວກເຂົາຟັງ, ເຊິ່ງໄດ້ພົບໃນວິຫານຂອງພຣະເຈົ້າຢາເວນັ້ນ.31ເພິ່ນຢືນຢູ່ຂ້າງເສົາ ແລະ ຮື້ຟື້ນພັນທະສັນຍາຕໍ່ໜ້າພຣະເຈົ້າຢາເວທີ່ວ່າຈະປະຕິບັດຕາມພຣະເຈົ້າຢາເວ ແລະ ປະຕິບັດຂໍ້ຄຳສັ່ງຂອງພຣະເຈົ້າ, ກົດລະບຽບ ແລະ ດຳລັດຂອງພຣະອົງດ້ວຍສຸດໃຈ ແລະ ສຸດຈິດ, ແລະ ຈະເຊື່ອຟັງຖ້ອຍຄຳແຫ່ງພັນທະສັນຍາທີ່ໄດ້ຂຽນໄວ້ໃນໜັງສືນີ້.32ແລ້ວເພິ່ນກໍໄດ້ໃຫ້ທຸກຄົນໃນເຢຣູຊາເລັມ ແລະ ຊາວເບັນຢາມິນປະຕິຍານຕົນຕໍ່ພັນທະສັນຍານັ້ນ; ປະຊາຊົນຊາວເຢຣູຊາເລັມກໍເຮັດຢ່າງນັ້ນຕາມພັນທະສັນຍາຂອງພຣະເຈົ້າ, ຜູ້ເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.33ໂຢຊີຢາໄດ້ທໍາລາຍຮູບເຄົາລົບອັນໜ້າລັງກຽດທັງໝົດໄປຈາກດິນແດນທັງໝົດທີ່ເປັນຂອງຊາວອິດສະຣາເອນ ແລະ ເພິ່ນໄດ້ຮຽກຮ້ອງໃຫ້ທຸກຄົນທີ່ຢູ່ໃນອິດສະຣາເອນໃຫ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດພວກເຂົາຕະຫລອດສະໄໝຂອງໂຢຊີຢາ.
Biblica, Inc.