2 ຂ່າວຄາວ26
ກະສັດອຸດສີຢາແຫ່ງຢູດາ
1ແລ້ວປະຊາຊົນຢູດາຍທັງໝົດກໍເລືອກເອົາອຸດຊີຢາ ຜູ້ທີ່ມີອາຍຸສິບຫົກປີ, ແລະ ໃຫ້ເພິ່ນຂຶ້ນເປັນກະສັດແທນອາມາຊີຢາພໍ່ຂອງເພິ່ນ.2ຫລັງຈາກອາມາຊີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ. ອຸດຊີຢາໄດ້ສ້າງເມືອງເອລາດຂຶ້ນໃໝ່ ແລະ ຢຶດເມືອງນັ້ນຄືນມາເປັນຂອງຢູດາຍ.3ເມື່ອອຸດຊີຢາໄດ້ຂຶ້ນເປັນກະສັດເພິ່ນອາຍຸສິບຫົກປີ, ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາ 52 ປີ. ແມ່ຂອງເພິ່ນຊື່ວ່າເຢໂກລີຢາ; ນາງມາຈາກເຢຣູຊາເລັມ4ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນກັບອາມາຊີຢາພໍ່ຂອງເພິ່ນທີ່ໄດ້ເຮັດ.5ເພິ່ນໄດ້ສະແຫວງຫາພຣະເຈົ້າຕະຫລອດທີ່ເຊກາຣີຢາມີຊີວິດຢູ່, ຜູ້ທີ່ແນະນຳເພິ່ນໃນການຢຳເກງພຣະເຈົ້າ. ຕາບໃດທີ່ເພິ່ນສະແຫວງຫາພຣະເຈົ້າຢາເວ, ພຣະເຈົ້າກໍໂຜດໃຫ້ເພິ່ນພົບຄວາມສຳເລັດ.6ອຸດຊີຢາໄດ້ອອກໄປສູ້ຮົບກັບຊາວຟີລິດສະຕິນ ແລະ ໄດ້ທຳລາຍກຳແພງເມືອງກາດ, ເມືອງຢັບເນ ແລະ ເມືອງອາຊະໂດດໃຫ້ເພພັງລົງ. ແລ້ວເພິ່ນກໍໄດ້ສ້າງເມືອງຕ່າງໆຂຶ້ນໃໝ່ໃກ້ກັບເມືອງອາຊະໂດດ ແລະ ໃນບ່ອນອື່ນໆອີກໃນທ່າມກາງຊາວຟີລິດສະຕິນ.7ພຣະເຈົ້າໄດ້ຊ່ວຍເພິ່ນຕໍ່ສູ້ກັບຊາວຟີລິດສະຕິນ ແລະ ຊາວອາຣັບທີ່ອາໄສຢູ່ໃນເມືອງເກີດບາອານ ແລະ ຊາວເມອູນີ.8ຊາວອຳໂມນໄດ້ນໍາເອົາເຄື່ອງບັນນາການມາມອບໃຫ້ອຸດຊີຢາ, ແລະ ຊື່ສຽງຂອງເພິ່ນໄດ້ໂດ່ງດັງອອກໄປຈົນເຖິງຊາຍແດນຂອງເອຢິບ, ເພາະເພິ່ນໄດ້ກາຍເປັນຜູ້ທີ່ມີອຳນາດຫລາຍທີ່ສຸດ.9ອຸດຊີຢາໄດ້ສ້າງຫໍຄອຍຕ່າງໆຂຶ້ນໃນເຢຣູຊາເລັມທີ່ແຈປະຕູ, ທີ່ປະຕູຮ່ອມພູ ແລະ ທີ່ແຈກຳແພງ, ແລະ ທີ່ມຸມກຳແພງ ແລ້ວເພິ່ນສ້າງປ້ອມປ້ອງກັນໃສ່ກໍາແພງ.10ເພິ່ນຍັງໄດ້ສ້າງຫໍຄອຍໃນຖິ່ນແຫ້ງແລ້ງກັນດານ ແລະ ຂຸດອ່າງເກັບນ້ຳໄວ້ຫລາຍບ່ອນ, ຍ້ອນເພິ່ນມີຝູງສັດເປັນຈໍານວນຫລວງຫລາຍຢູ່ຕາມຕີນພູ ແລະ ຢູ່ຕາມທົ່ງພຽງ. ເພິ່ນມີຄົນເຮັດວຽກໃນທົ່ງນາ ແລະ ສວນອະງຸ່ນທີ່ຢູ່ເທິງໃນເນີນພູ ແລະ ໃນດິນແດນທີ່ອຸດົມສົມບູນ, ເພາະເພິ່ນຮັກການປູກຝັງ.11ອຸດຊີຢາມີກອງທັບທີ່ໄດ້ຮັບການຝຶກຝົນມາເປັນຢ່າງດີ, ເຊິ່ງພ້ອມທີ່ຈະອອກໄປໂດຍແບ່ງອອກເປັນໜວດຕ່າງໆຕາມຈໍານວນທີ່ເຢອີເອນຜູ້ທີ່ເປັນເລຂາທິການໄດ້ຈັດໄວ້ ແລະ ມາອາເສອີຢາຜູ້ທີ່ເປັນເຈົ້າໜ້າທີ່ຢູ່ພາຍໃຕ້ການນໍາພາຂອງຮານານີຢາ, ເຊິ່ງເປັນຄົນໜຶ່ງໃນຂ້າລາຊະການຂອງກະສັດ.12ຈໍານວນຜູ້ນຳຄອບຄົວທັງໝົດມີ 2.600 ຄົນທີ່ເບິ່ງແຍງທະຫານ.13ກອງທັບທີ່ມີທະຫານ 307.500 ຄົນທີ່ຢູ່ພາຍໃຕ້ຄໍາສັ່ງຂອງພວກເຂົາ, ເຊິ່ງໄດ້ຮັບການຝຶກຝົນເພື່ອອອກສູ້ຮົບ, ເປັນກອງກຳລັງທີ່ເຂັ້ມແຂງເພື່ອສະໜັບສະໜູນກະສັດຕໍ່ສູ້ກັບບັນດາສັດຕູຂອງເພິ່ນ.14ອຸດຊີຢາໄດ້ຈັດຕຽມໂລ່, ຫອກ, ໝວກເຫລັກ, ເສື້ອເກາະ, ທະນູ ແລະ ກະຖຸນໃຫ້ກອງທັບທັງໝົດ.15ໃນເຢຣູຊາເລັມ ເພິ່ນໄດ້ປະດິດເຄື່ອງມືສູ້ຮົບຂຶ້ນເພື່ອນໍາໃຊ້ຢູ່ເທິງຫໍຄອຍຕ່າງໆ ແລະ ເປັນແນວປ້ອງກັນຢູ່ຕາມແຈກຳແພງເມືອງ ເພື່ອວ່າພວກທະຫານຈະສາມາດຍິງທະນູ ແລະ ແກວ່ງກ້ອນຫີນອອກຈາກກໍາແພງໄປໄດ້. ຊື່ສຽງຂອງເພິ່ນໄດ້ໂດ່ງດັງທົ່ວທຸກບ່ອນ, ເພາະເພິ່ນໄດ້ຮັບການຊ່ວຍເຫລືອຢ່າງຫລວງຫລາຍຈາກພຣະເຈົ້າຈົນເພິ່ນໄດ້ກາຍເປັນຜູ້ທີ່ມີອຳນາດຫລາຍທີ່ສຸດ.16ແຕ່ຫລັງຈາກອຸດຊີຢາໄດ້ກາຍເປັນຜູ້ທີ່ມີອຳນາດຫລາຍທີ່ສຸດ, ຄວາມໂອ້ອວດຂອງເພິ່ນກໍນຳເພິ່ນໄປສູ່ຄວາມຕົກຕໍ່າ. ເພິ່ນບໍ່ສັດຊື່ຕໍ່ພຣະເຈົ້າຢາເວ, ພຣະເຈົ້າຂອງເພິ່ນ, ແລະ ເພິ່ນໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າຢາເວເພື່ອເຜົາເຄື່ອງຫອມເທິງແທ່ນບູຊາດ້ວຍຕົນເອງ.17ປະໂລຫິດອາຊາຣີຢາພ້ອມກັບປະໂລຫິດອີກແປດສິບຄົນທີ່ກ້າຫານຂອງພຣະເຈົ້າຢາເວໄດ້ຕາມອຸດຊີຢາເຂົ້າໄປ.18ພວກເຂົາໄດ້ປະເຊີນໜ້າກັບກະສັດອຸດຊີຢາ ແລະ ໄດ້ເວົ້າວ່າ “ອຸດຊີຢາ, ມັນເປັນສິ່ງທີ່ບໍ່ຖືກຕ້ອງບໍທີ່ທ່ານເຜົາເຄື່ອງຫອມຖວາຍແກ່ພຣະເຈົ້າຢາເວ. ເພາະນັ້ນແມ່ນໜ້າທີ່ຂອງບັນດາປະໂລຫິດ ເຊິ່ງເປັນເຊື້ອສາຍຂອງອາໂຣນ, ຜູ້ທີ່ໄດ້ຮັບການຊຳລະຕົນເພື່ອໃຫ້ເຜົາເຄື່ອງຫອມ. ຂໍຈົ່ງອອກໄປຈາກບ່ອນສັກສິດນີ້, ເພາະທ່ານບໍ່ສັດຊື່ແລ້ວ; ແລະ ທ່ານຈະບໍ່ໄດ້ຮັບກຽດຈາກພຣະເຈົ້າຢາເວ ຜູ້ທີ່ເປັນພຣະເຈົ້າ”.19ອຸດຊີຢາຖືກະຖາງຖ່ານໄຟພ້ອມແລ້ວທີ່ຈະເຜົາເຄື່ອງຫອມ, ເພິ່ນກໍເກີດໃຈຮ້າຍຂຶ້ນ. ໃນຂະນະທີ່ ເພິ່ນກໍາລັງໃຈຮ້າຍໃຫ້ບັນດາປະໂລຫິດທີ່ຢູ່ທາງໜ້າແທ່ນບູຊາເຜົາເຄື່ອງຫອມໃນວິຫານຂອງພຣະເຈົ້າຢາເວ, ພະຍາດຂີ້ທູດ ກໍປາກົດຂຶ້ນເທິງໜ້າຜາກຂອງເພິ່ນ.20ເມື່ອຫົວໜ້າປະໂລຫິດອາຊາຣີຢາ ແລະ ປະໂລຫິດຄົນອື່ນໆແນມເບິ່ງເພິ່ນ, ພວກເຂົາກໍເຫັນວ່າເພິ່ນເປັນພະຍາດຂີ້ທູດຢູ່ເທິງໜ້າຜາກຂອງເພິ່ນ, ດັ່ງນັ້ນ ພວກເຂົາກໍຮີບໄລ່ເພິ່ນອອກໄປ. ທີ່ຈິງແລ້ວ, ອຸດຊີຢາເອງກໍຟ້າວຢາກຈະອອກໄປຢູ່ແລ້ວຍ້ອນພຣະເຈົ້າຢາເວໄດ້ລົງໂທດເພິ່ນ.21ກະສັດອຸດຊີຢາເປັນພະຍາດຂີ້ທູດຈົນເພິ່ນໄດ້ຕາຍໄປ. ເພິ່ນອາໄສຢູ່ໃນເຮືອນທີ່ແຍກໄວ້ຕ່າງຫາກ. ຍ້ອນເພິ່ນເປັນພະຍາດຂີ້ທູດ, ແລະ ຈຶ່ງຖືກຫ້າມບໍ່ເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ. ໂຢທາມ ລູກຊາຍຂອງເພິ່ນກໍດູແລເບິ່ງແຍງວັງ ແລະ ປົກຄອງປະຊາຊົນໃນດິນແດນນັ້ນ.22ເຫດການອື່ນໆໃນຊ່ວງການປົກຄອງຂອງອຸດຊີຢາຕັ້ງແຕ່ຕົ້ນຈົນຈົບ. ເຊິ່ງໄດ້ຖືກບັນທຶກໄວ້ໂດຍຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ23ອຸດຊີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດຖືກຝັງໄວ້ໃກ້ກັບອຸບມຸງແຫ່ງກະສັດ, ເພາະປະຊາຊົນໄດ້ເວົ້າວ່າ “ເພິ່ນເປັນພະຍາດຂີ້ທູດ” ໂຢທາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນເພິ່ນ.Biblica, Inc.