2 ຂ່າວຄາວ25
ກະສັດອາມາຊີຢາແຫ່ງຢູດາຍ
1ເມື່ອອາມາຊີຢາຂຶ້ນເປັນກະສັດ ເພິ່ນອາຍຸຊາວຫ້າປີ, ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າເຢໂຮອັດດິນ; ນາງມາຈາກເຢຣູຊາເລັມ.2ອາມາຊີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ, ແຕ່ບໍ່ໄດ້ເຮັດດ້ວຍສຸດໃຈ.3ຫລັງຈາກທີ່ອານາຈັກຢູ່ພາຍໃຕ້ການຄວບຄຸມຢ່າງແໜ້ນໜາຂອງອາມາຊີຢາແລ້ວ, ເພິ່ນກໍໄດ້ຂ້າບັນດາຂ້າລາຊະການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນທີ່ເປັນກະສັດ.4ແຕ່ບໍ່ໄດ້ຂ້າລູກຂອງພວກເຂົາຕາມທີ່ຂຽນໄວ້ໃນໜັງສືກົດບັນຍັດຂອງໂມເຊ ເຊິ່ງພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ: “ຢ່າຂ້າພໍ່ແມ່ເພາະບາບຂອງລູກຂອງຕົນ ຫລື ຂ້າລູກເພາະບາບຂອງພໍ່ແມ່; ແຕ່ລະຄົນຈະຕ້ອງຕາຍເພາະບາບຂອງຕົນເອງ”. 5ອາມາຊີຢາໄດ້ເອີ້ນປະຊາຊົນຢູດາຍມາເຕົ້າໂຮມກັນ ແລະ ມອບໝາຍໃຫ້ພວກເຂົາເປັນຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍຕາມຕະກຸນຂອງພວກເຂົາສໍາລັບທົ່ວເຜົ່າຢູດາ ແລະ ເຜົ່າເບັນຢາມິນ. ຈາກນັ້ນເພິ່ນກໍໄດ້ຮວບຮວມພວກຜູ້ຊາຍທີ່ມີອາຍຸຊາວປີ ຫລື ກາຍຊາວປີຂຶ້ນໄປ ແລະ ພົບວ່າມີສາມແສນຄົນທີ່ພ້ອມຈະເກນເຂົ້າເປັນທະຫານ, ເຊິ່ງສາມາດໃຊ້ຫອກ ແລະ ໃຊ້ໂລ່ໄດ້.6ເພິ່ນຍັງໄດ້ຈ້າງທະຫານໜຶ່ງແສນຄົນມາຈາກອິດສະຣາເອນເປັນຈໍານວນໜຶ່ງຮ້ອຍຕາລັນຕົນ. 7ແຕ່ຄົນຂອງພຣະເຈົ້າຄົນໜຶ່ງໄດ້ໄປພົບກະສັດ ແລະ ໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຢ່າໃຫ້ກອງທະຫານເຫລົ່ານີ້ຈາກອິດສະຣາເອນເດີນທາງໄປກັບທ່ານເລີຍ, ເພາະພຣະເຈົ້າຢາເວບໍ່ໄດ້ຢູ່ກັບອິດສະຣາເອນ ຫລື ບໍ່ໄດ້ຢູ່ກັບຄົນໃດຂອງປະຊາຊົນຈາກເອຟຣາອິມເລີຍ.8ເຖິງແມ່ນວ່າ ທ່ານອອກໄປສູ້ຕໍ່ຢ່າງກ້າຫານໃນສະໜາມຮົບ, ພຣະເຈົ້າກໍຈະໂຍນທ່ານອອກໄປຕໍ່ໜ້າສັດຕູ, ເພາະພຣະເຈົ້າມີອຳນາດຈະຊ່ວຍເຫລືອ ຫລື ຈະໂຄ່ນລົ້ມກໍໄດ້”.9ອາມາຊີຢາຖາມຄົນຂອງພຣະເຈົ້າວ່າ, “ແຕ່ຈໍານວນເງິນໜຶ່ງຮ້ອຍຕາລັນຕົນທີ່ເຮົາໄດ້ຈ່າຍໃຫ້ກອງທະຫານອິດສະຣາເອນເຫລົ່ານີ້ເດ່?”ຄົນຂອງພຣະເຈົ້າໄດ້ຕອບວ່າ, “ພຣະເຈົ້າຢາເວສາມາດໃຫ້ທ່ານຫລາຍກວ່ານັ້ນ”.10ດັ່ງນັ້ນ ອາມາຊີຢາຈຶ່ງໄລ່ກອງທະຫານທີ່ມາຈາກເອຟຣາອິມທີ່ມາກັບເພິ່ນໄປ ແລະ ສົ່ງພວກເຂົາກັບຄືນເມືອ. ພວກເຂົາກໍໃຈຮ້າຍຫລາຍໃຫ້ແກ່ຊາວຢູດາ ແລະ ກັບຄືນເມືອດ້ວຍຄວາມໂມໂຫ.11ແລ້ວອາມາຊີຢາໄດ້ຮວບຮວມກໍາລັງທະຫານຂອງເພິ່ນທັງໝົດ ແລະ ນຳພາກອງທັບອອກໄປທີ່ຮ່ອມພູເກືອ. ເພິ່ນໄດ້ຂ້າຊາວເສອີສິບພັນຄົນຢູ່ທີ່ນັ້ນ.12ກອງທັບຢູດາຍຍັງໄດ້ຈັບເປັນຊາວເສອີທີ່ລອດຊີວິດສິບພັນຄົນ, ແລ້ວນຳເອົາພວກເຂົາຂຶ້ນໄປເທິງຈອມຜາ ແລະ ໂຍນພວກເຂົາລົງມາໃຫ້ແຕກເປັນຕ່ອນໆ.13ໃນເວລາດຽວກັນນັ້ນ ກອງທະຫານຮັບຈ້າງທີ່ອາມາຊີຢາໄດ້ສົ່ງກັບຄືນເມືອ ແລະ ເພິ່ນທີ່ບໍ່ຍອມໃຫ້ເຂົ້າຮ່ວມສູ້ຮົບນັ້ນກໍໄດ້ບຸກໂຈມຕີເມືອງຕ່າງໆຂອງຢູດາຍຕັ້ງແຕ່ເມືອງຊາມາເຣຍຈົນເຖິງເມືອງເບັດໂຮໂຣນ. ພວກເຂົາໄດ້ຂ້າຄົນສາມພັນຄົນ ແລະ ປຸ້ນເອົາເຄື່ອງຂອງທີ່ມີຄ່າໄປເປັນຈຳນວນຫລວງຫລາຍ.14ເມື່ອອາມາຊີຢາກັບມາຈາກການຂ້າຊາວເອໂດມ, ເພິ່ນໄດ້ນຳເອົາຮູບເຄົາລົບຂອງຊາວເສອີກັບຄືນມານຳດ້ວຍ. ເພິ່ນໄດ້ຕັ້ງພວກມັນເປັນພະຂອງເພິ່ນເອງ, ແລ້ວກໍກາບໄຫວ້ພວກມັນ ແລະ ເຜົາເຄື່ອງບູຊາໃຫ້ແກ່ພະເຫລົ່ານັ້ນ.15ພຣະເຈົ້າຢາເວໄດ້ໂກດຮ້າຍຕໍ່ອາມາຊີຢາຫລາຍ, ພຣະອົງຈຶ່ງໄດ້ສົ່ງຜູ້ທໍານວາຍຄົນໜຶ່ງໄປຫາເພິ່ນ ແລະ ໄດ້ຖາມວ່າ “ເປັນຫຍັງທ່ານຈຶ່ງໄປປຶກສາພະຕ່າງໆຂອງຊົນຊາດນີ້, ເຊິ່ງບໍ່ສາມາດຊ່ວຍປະຊາຊົນຂອງຕົນໃຫ້ພົ້ນມືທ່ານໄດ້?”16ໃນຂະນະທີ່ຜູ້ທໍານວາຍກຳລັງເວົ້າຢູ່ນັ້ນ, ກະສັດໄດ້ກ່າວກັບເພິ່ນວ່າ “ພວກເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດບໍ? ຈົ່ງຢຸດເວົ້າສາ! ຈະໃຫ້ເຮົາຂ້າເຈົ້າເຮັດຫຍັງ?”
ດັ່ງນັ້ນ ຜູ້ທໍານວາຍຈຶ່ງຢຸດເວົ້າແຕ່ໄດ້ເວົ້າວ່າ, “ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈຈະທຳລາຍທ່ານແລ້ວ, ຍ້ອນທ່ານໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ຍອມຟັງຄຳແນະນໍາຂອງຂ້ານ້ອຍ”.17ຫລັງຈາກກະສັດອາມາຊີຢາແຫ່ງຢູດາຍໄດ້ປຶກສາຫາລືກັບບັນດາທີ່ປຶກສາຂອງເພິ່ນ, ເພິ່ນໄດ້ສົ່ງຄຳທ້າທາຍໄປຫາກະສັດເຢໂຮອາດແຫ່ງອິດສະຣາເອນ, ລູກຊາຍຂອງເຢໂຮອາຮາດ, ຫລານຊາຍຂອງເຢຮູວ່າ “ຈົ່ງອອກມາ, ໃຫ້ພວກເຮົາມາປະເຊີນໜ້າກັນໃນສະໜາມຮົບ”.18ແຕ່ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຕອບກະສັດອາມາຊີຢາແຫ່ງຢູດາຍວ່າ: “ຕົ້ນໜາມໃນເລບານອນສົ່ງຂ່າວມາຫາຕົ້ນສີດາໃນເລບານອນວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານກັບລູກຊາຍຂອງເຮົາ’ ແລ້ວກໍມີສັດປ່າໂຕໜຶ່ງໃນເລບານອນມາຢຽບຢໍ່າຕົ້ນໜາມນັ້ນໃຫ້ໝຸ່ນ.19ທ່ານຄິດວ່າທ່ານໄດ້ເອົາຊະນະຊາວເອໂດມແລ້ວ, ແລະ ທ່ານໄດ້ໂອ້ອວດ ແລະ ຈອງຫອງ. ແຕ່ຈົ່ງຢູ່ເຮືອນສາ! ເປັນຫຍັງຈຶ່ງຫາຄວາມເດືອດຮ້ອນ ແລະ ເຮັດໃຫ້ໂຕທ່ານເອງ ແລະ ຢູດາຍຈິບຫາຍໄປນໍາກັນ?”20ເຖິງຢ່າງໃດກໍ່ຕາມ, ອາມາຊີຢາບໍ່ຍອມຟັງ, ເພາະພຣະເຈົ້າເປັນຜູ້ກະທໍານັ້ນ ເພື່ອມອບພວກເຂົາໄວ້ໃນມືຂອງເຢໂຮອາດ, ຍ້ອນພວກເຂົາສະແຫວງຫາພະຕ່າງໆຂອງເອໂດມ.21ດັ່ງນັ້ນ ກະສັດເຢໂຮອາດແຫ່ງອິດສະຣາເອນຈຶ່ງບຸກໂຈມຕີ. ເພິ່ນ ແລະ ກະສັດອາມາຊີຢາແຫ່ງຢູດາຍໄດ້ມາປະເຊີນໜ້າຢູ່ທີ່ເມືອງເບັດເຊເມດໃນຢູດາຍ.22ແລ້ວຢູດາຍກໍພ່າຍແພ້ໃຫ້ອິດສະຣາເອນ ແລະ ທຸກຄົນໄດ້ແຕກໜີກັບໄປເຮືອນຂອງຕົນ.23ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຈັບອາມາຊີຢາລູກຊາຍຂອງຢູດາຍ, ຫລານຊາຍຂອງອາຮາຊີຢາ ໄດ້ທີ່ເບັດເຊເມດ. ແລ້ວເຢໂຮອາດກໍນຳເພິ່ນມາທີ່ເຢຣູຊາເລັມ ແລະ ໄດ້ທຳລາຍກຳແພງເມືອງເຢຣູຊາເລັມລົງຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈເປັນໄລຍະທາງຍາວ 400 ສອກ. 24ເພິ່ນໄດ້ຢຶດເອົາຄຳ, ເງິນທັງໝົດ ແລະ ເຄື່ອງໃຊ້ທຸກຢ່າງທີ່ພົບໃນວິຫານຂອງພຣະເຈົ້າທີ່ໂອເບັດເອໂດມເປັນຜູ້ເບິ່ງແຍງຢູ່, ພ້ອມທັງຊັບສົມບັດໃນວັງ ແລະ ຈັບໂຕປະກັນໄປ, ແລ້ວກໍກັບຄືນມາທີ່ຊາມາເຣຍ.25ອາມາຊີຢາລູກຊາຍຂອງກະສັດໂຢອາດແຫ່ງຢູດາຍນັ້ນມີຊີວິດຍືນກວ່າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນສິບຫ້າປີ.26ສໍາລັບເຫດການອື່ນໆໃນຊ່ວງການປົກຄອງຂອງອາມາຊີຢາ, ຕັ້ງແຕ່ຕົ້ນຈົນຈົບໄດ້ຖືກຂຽນໄວ້ໃນປື້ມຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນບໍ່ແມ່ນບໍ?27ຕັ້ງແຕ່ສະໄໝອາມາຊີຢາຫັນໜີຈາກການຕິດຕາມພຣະເຈົ້າຢາເວ, ພວກເຂົາຮ່ວມຫົວກັນຈະຂ້າເພິ່ນໃນເຢຣູຊາເລັມ ແລະ ເພິ່ນຈຶ່ງປົບໜີໄປທີ່ເມືອງລາກິດ, ແຕ່ພວກເຂົາໄດ້ສົ່ງຄົນໄປຕາມຂ້າເພິ່ນທີ່ເມືອງລາກິດ ແລະ ໄດ້ຂ້າເພິ່ນຢູ່ທີ່ນັ້ນ.28ຊາກສົບຂອງເພິ່ນຖືກບັນທຸກໃສ່ຫລັງມ້າ ແລະ ໄດ້ຖືກຝັງໄວ້ກັບບັນພະບຸລຸດຂອງເພິ່ນໃນນະຄອນແຫ່ງຢູດາຍ.
Biblica, Inc.