2 ຂ່າວຄາວ27
ກະສັດໂຢທາມແຫ່ງຢູດາຍ
1ເມື່ອໂຢທາມຂຶ້ນເປັນກະສັດ ເພິ່ນອາຍຸຊາວຫ້າປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາສິບຫົກປີ. ແມ່ຂອງເພິ່ນມີຊື່ວ່າເຢຣູຊາ ເປັນລູກສາວຂອງຊາດົກ.2ໂຢທາມໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນກັນກັບອຸດຊີຢາພໍ່ຂອງເພິ່ນໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ລ່ວງເຂົ້າໄປໃນວິຫານຂອງຂອງພຣະເຈົ້າຢາເວເໝືອນກັນກັບອຸດຊີຢາ. ເຖິງຢ່າງໃດກໍຕາມ, ປະຊາຊົນກໍຍັງສືບຕໍ່ເຮັດບາບຢູ່.3ໂຢທາມໄດ້ສ້າງປະຕູທາງດ້ານເທິງຂອງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່ ແລະ ໄດ້ຕໍ່ເຕີມກຳແພງທີ່ເນີນພູໂອເຟນ.4ເພິ່ນໄດ້ສ້າງເມືອງຕ່າງໆເທິງເນີນພູຂອງຢູດາຍ ແລະ ໄດ້ສ້າງປ້ອມປ້ອງກັນ ແລະ ຫໍຄອຍຕ່າງໆໃນເຂດປ່າໄມ້.5ໂຢທາມໄດ້ສູ້ຮົບກັບກະສັດຂອງຊາວອຳໂມນ ແລະ ໄດ້ເອົາຊະນະພວກເຂົາ. ໃນປີນັ້ນຊາວອໍາໂມນຈ່າຍເງິນໃຫ້ເພິ່ນ 100 ຕາລັນຕົນ, ເຂົ້າຫວີດ 10.000 ໂຄຣະ ແລະ ເຂົ້າບາເລ 10.000 ໂຄຣະ. ຊາວອຳໂມນໄດ້ນໍາເອົາສິ່ງເຫລົ່ານີ້ມາໃຫ້ເພິ່ນຕາມຈຳນວນເດີມໃນປີທີສອງ ແລະ ປີທີສາມດ້ວຍ.6ໂຢທາມມີອຳນາດເຂັ້ມແຂງຂຶ້ນ ເພາະເພິ່ນໄດ້ດຳເນີນຕາມພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສັດຊື່.7ເຫດການອື່ນໆໃນຊ່ວງການປົກຄອງຂອງໂຢທາມ, ພ້ອມທັງການສູ້ຮົບຂອງເພິ່ນທັງໝົດ ແລະ ສິ່ງອື່ນໆອີກທີ່ເພິ່ນໄດ້ເຮັດນັ້ນໄດ້ຖືກບັນທຶກໄວ້ໃນປື້ມຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ.8ເມື່ອໂຢທາມຂຶ້ນເປັນກະສັດ ເພິ່ນມີອາຍຸ 25 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາ 60 ປີ.9ໂຢທາມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດ. ແລ້ວອາຮາດລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນເພິ່ນ.Biblica, Inc.