2 ຂ່າວຄາວ24

ໂຢອາດ​ສ້ອມ​ແປງ​ວິຫານ

1ເມື່ອ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ເຈັດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສີ່​ສິບ​ປີ ແມ່​ຂອງ​ເພິ່ນ​ຊື່​ວ່າ​ຊີບີຢາ; ນາງ​ມາ​ຈາກ​ເມືອງ​ເບເອນເຊບາ.2ໂຢອາດ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ທີ່​ປະໂລຫິດ​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.3ເຢໂຮຍອາດາ​ໄດ້​ເລືອກ​ເມຍ​ສອງ​ຄົນ​ໃຫ້​ເພິ່ນ, ແລະ ເພິ່ນ​ມີ​ລູກຊາຍ ແລະ ລູກສາວ​ຫລາຍ​ຄົນ.
4ບໍ່ດົນ​ຕໍ່ມາ​ໂຢອາດ​ກໍ​ໄດ້​ຕັດສິນໃຈ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.5ເພິ່ນ​ຈຶ່ງ​ເອີ້ນ​ບັນດາ​ປະໂລຫິດ ແລະ ຊາວເລວີ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ທີ່​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ ຮວບຮວມ​ເງິນ​ປະຈຳ​ປີ​ຈາກ​ອິດສະຣາເອນ​ທັງໝົດ​ສໍາລັບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກທ່ານ. ຈົ່ງ​ລົງ​ມື​ເຮັດ​ດຽວນີ້”. ແຕ່​ຊາວເລວີ​ບໍ່​ໄດ້​ເຮັດ​ຕາມ​ທັນທີ.
6ເຫດສະນັ້ນ ເພິ່ນ​ໄດ້​ເອີ້ນ​ເຢໂຮຍອາດາ​ຫົວໜ້າ​ປະໂລຫິດ​ມາ ແລະ ໄດ້​ຖາມ​ເພິ່ນ​ວ່າ “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່ອອກ​ຄຳສັ່ງ​ໃຫ້​ຊາວເລວີ​ໄປ​ເກັບ​ເງິນ​ຈາກ​ຢູດາຍ ແລະ ໄປ​ເກັບ​ພາສີ​ຈາກ​ເຢຣູຊາເລັມ? ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້ ແລະ ຕາມ​ຊຸມຊົນ​ອິດສະຣາເອນ​ສຳລັບ​ເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ?”
7ບັນດາ​ລູກຊາຍ​ຂອງ​ນາງ​ອາທາລີຢາ ຍິງ​ຊົ່ວຮ້າຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ໄດ້​ນໍາ​ເອົາ​ເຄື່ອງ​ບໍລິສຸດ​ຕ່າງໆ​ຂອງ​ວິຫານ​ໄປ​ໃຊ້​ສຳລັບ​ພະບາອານ.
8ກະສັດ​ໄດ້​ສັ່ງ​ໃຫ້​ເຮັດ​ຫີບ​ໜ່ວຍ​ໜຶ່ງ ແລະ ເອົາ​ໄປ​ຕັ້ງ​ໄວ້​ດ້ານນອກ​ທີ່​ທາງ​ປະຕູ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ.9ແລ້ວ​ກໍ​ມີ​ການ​ປະກາດ​ໃນ​ຢູດາຍ ແລະ ໃນ​ເຢຣູຊາເລັມ ເພື່ອ​ໃຫ້​ພວກເຂົາ​ນຳ​ພາສີ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ໄດ້​ກຳນົດ​ຈາກ​ອິດສະຣາເອນ​ໃນ​ຖິ່ນແຫ້ງແລ້ງ​ກັນດານ.10ບັນດາ​ເຈົ້າໜ້າທີ່ ແລະ ປະຊາຊົນ​ທັງໝົດ​ກໍ​ໄດ້​ນຳ​ເງິນ​ດ້ວຍ​ຄວາມຍິນດີ, ແລະ ປ່ອນ​ລົງ​ໃສ່​ໃນ​ຫີບ​ຈົນ​ເຕັມ.11ທຸກຄັ້ງ​ທີ່​ຊາວເລວີ​ໄດ້​ຫີບ​ມາ​ໃຫ້​ເຈົ້າໜ້າທີ່​ຂອງ​ກະສັດ ແລະ ພວກເຂົາ​ກໍ​ເຫັນ​ວ່າ, ມີ​ເງິນ​ເປັນ​ຈຳນວນ​ຫລວງຫລາຍ, ເລຂາທິການ​ຂອງ​ລາຊະວັງ ແລະ ຫົວໜ້າ​ປະໂລຫິດ​ຈະ​ເອົາ​ເງິນ​ອອກ​ຈາກ​ຫີບ ແລ້ວ​ກໍ​ນໍາ​ເອົາ​ຫີບເປົ່າ​ໄປ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ. ພວກເຂົາ​ເຮັດ​ແບບ​ນີ້​ເປັນ​ປະຈໍາ ແລະ ກໍ​ຮວບຮວມ​ເງິນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ.12ກະສັດ ແລະ ເຢໂຮຍອາດາ​ໄດ້​ມອບ​ເງິນ​ນັ້ນ​ໃຫ້​ບັນດາ​ຜູ້ຮັບຜິດຊອບ​ການ​ກໍ່​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຈ້າງ​ຊ່າງ​ກໍ່, ຊ່າງ​ໄມ້ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຍັງ​ໄດ້​ຈ້າງ​ຊ່າງ​ເຫລັກ ແລະ ຊ່າງ​ທອງສຳຣິດ​ເພື່ອ​ສ້ອມແປງ​ວິຫານ​ດ້ວຍ.
13ຄົນ​ທີ່​ຮັບຜິດຊອບ​ວຽກງານ​ຕ່າງ​ໆ​ກໍ​ເຮັດວຽກ​ປະຕິບັດ​ຢ່າງດຸ​ໝັ່ນ, ການ​ສ້ອມແປງ​ດໍາເນີນ​ໄປ​ພາຍໃຕ້​ການ​ຊີ້​ນໍາ​ຂອງ​ພວກເຂົາ ພວກເຂົາ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຕາມ​ຮູບແບບ​ດັ້ງເດີມ​ຂອງ​ວິຫານ ແລະ ເຮັດ​ໃຫ້​ແໜ້ນໜາ​ຂຶ້ນ​ກວ່າ​ເກົ່າ.14ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກ​ຢ່າງ​ສໍາເລັດ​ແລ້ວ, ພວກເຂົາ​ກໍ​ໄດ້​ນໍາ​ເອົາ​ເງິນ​ທີ່​ຍັງ​ເຫລືອ​ນັ້ນ​ມອບ​ໃຫ້​ກະສັດ ແລະ ເຢໂຮຍອາດາ, ແລະ ເພື່ອ​ໃຊ້​ເຮັດ​ເຄື່ອງໃຊ້​ຕ່າງໆ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຊັ່ນ: ເຄື່ອງໃຊ້​ໃນ​ການ​ຮັບໃຊ້ ແລະ ເຄື່ອງເຜົາ​ບູຊາ ແລະ ກໍ​ຍັງ​ເຮັດ​ຖ້ວຍ ແລະ ເຄື່ອງໃຊ້​ອື່ນໆ​ທີ່​ເປັນ​ຄໍາ ແລະ ເງິນ. ການ​ຖວາຍ​ເຄື່ອງ​ບູຊາ​ກໍ​ໄດ້​ສືບຕໍ່​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ທີ່​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.
15ເຢໂຮຍອາດາ​ແກ່ຊະຣາ​ຫລາຍ ແລະ ເພິ່ນ​ມີ​ອາຍຸ​ຍືນຍາວ, ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້​ໜຶ່ງ​ຮ້ອຍ​ສາມ​ສິບ​ປີ.16ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຮ່ວມກັນ​ກັບ​ບັນດາ​ກະສັດ​ໃນ​ເມືອງ​ຂອງ​ດາວິດ, ຍ້ອນ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ອິດສະຣາເອນ​ເພື່ອ​ພຣະເຈົ້າ ແລະ ວິຫານ​ຂອງ​ພຣະອົງ.

ຄວາມຊົ່ວຮ້າຍ​ຂອງ​ໂຢອາດ

17ຫລັງຈາກ​ເຢໂຮຍອາດາ​ໄດ້​ຕາຍໄປ​ແລ້ວ, ບັນດາ​ເຈົ້າໜ້າທີ່​ຂອງ​ຢູດາຍ​ໄດ້​ມາ ແລະ ເພື່ອ​ສະແດງ​ຄວາມເຄົາລົບ​ຕໍ່​ກະສັດ, ແລະ ເພິ່ນ​ໄດ້​ຟັງ​ຄວາມ​ພວກເຂົາ.18ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ແລະ ໄປ​ກາບໄຫວ້​ເສົາ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ ແລະ ຮູບເຄົາລົບ​ຕ່າງໆ. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ຕົກ​ໃສ່​ຢູດາຍ ແລະ ເຢຣູຊາເລັມ​ຍ້ອນ​ຄວາມຜິດ​ຂອງ​ພວກເຂົາ.19ເຖິງແມ່ນວ່າ ພຣະເຈົ້າຢາເວ​ໄດ້​ສົ່ງ​ບັນດາ​ຜູ້ທຳນວາຍ​ມາ​ເພື່ອ​ນຳ​ປະຊາຊົນ​ໃຫ້​ກັບ​ມາ​ຫາ​ພຣະອົງ, ແລະ ແມ່ນວ່າ​ບັນດາ​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ ແຕ່​ປະຊາຊົນ​ກໍ​ບໍ່​ຍອມ​ຟັງ.
20ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ເໜືອ​ເຊກາຣີຢາ​ລູກຊາຍ​ຂອງ​ປະໂລຫິດ​ເຢໂຮຍອາດາ. ເພິ່ນ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ປະຊາຊົນ ແລະ ໄດ້​ກ່າວ​ວ່າ, “ພຣະເຈົ້າ​ກ່າວ​ວ່າ: ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່​ຈະເລີນ​ຂຶ້ນ. ຍ້ອນ​ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະອົງ​ຈຶ່ງ​ໄດ້​ປະຖິ້ມ​ພວກເຈົ້າ’ ”.
21ແຕ່​ພວກເຂົາ​ໄດ້​ວາງແຜນ​ຊົ່ວຮ້າຍ​ຕໍ່ສູ້​ເຊກາຣີຢາ, ແລະ ຕາມ​ຄຳສັ່ງ​ກະສັດ ພວກເຂົາ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຈົນ​ຕາຍ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.22ກະສັດ​ໂຢອາດ​ບໍ່​ໄດ້​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ​ພໍ່​ຂອງ​ເຊກາຣີຢາ​ໄດ້​ສະແດງ​ຕໍ່​ເພິ່ນ ແຕ່​ພັດ​ໄດ້​ຂ້າ​ລູກຊາຍ​ຂອງ​ເພິ່ນ, ຂະນະທີ່​ເພິ່ນ​ຈະ​ສິ້ນໃຈ​ຕາຍ​ເຊກາຣີຢາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ໂຜດ​ເບິ່ງ​ສິ່ງ​ນີ້ ແລະ ລົງໂທດ​ທ່ານ​ດ້ວຍ”.
23ໃນ​ປີ​ຕໍ່ມາ, ກອງທັບ​ອາຣາມ​ໄດ້​ມາ​ຕໍ່ສູ້​ກັບ​ໂຢອາດ; ແລະ ຍັງ​ໄດ້​ບຸກລຸກ​ຢູດາຍ ແລະ ເຢຣູຊາເລັມ ແລະ ໄດ້​ຂ້າ​ບັນດາ​ຜູ້ນຳ​ທັງໝົດ​ຂອງ​ປະຊາຊົນ. ພວກເຂົາ​ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້​ໄປ​ມອບໃຫ້​ກະສັດ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ.24ເຖິງແມ່ນວ່າ ກອງທັບ​ຂອງ​ຊາວອາຣາມ​ໄດ້​ມາ​ດ້ວຍ​ກຳລັງ​ທະຫານ​ພຽງແຕ່​ເລັກໜ້ອຍ, ແຕ່​ພຣະເຈົ້າຢາເວ​ກໍ​ໄດ້​ມອບ​ກອງທັບ​ທີ່​ໃຫຍ່​ກວ່າ​ໄວ້​ໃນ​ມື​ຂອງ​ພວກເຂົາ. ຍ້ອນ​ຢູດາຍ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ໂຢອາດ​ຈຶ່ງ​ໄດ້​ຖືກ​ລົງໂທດ.25ເມື່ອ​ຊາວອາຣາມ​ໄດ້​ຖອຍ​ກັບ​ໄປ, ພວກເຂົາ​ໄດ້​ປ່ອຍ​ໃຫ້​ເພິ່ນ​ໄດ້​ຮັບ​ບາດເຈັບ​ຢ່າງ​ສາຫັດ. ເຈົ້າໜ້າທີ່​ຂອງ​ເພິ່ນ​ຮ່ວມຫົວ​ກັນ​ຂ້າ​ເພິ່ນ​ຍ້ອນ​ເພິ່ນ​ໄດ້​ຂ້າ​ລູກຊາຍ​ຂອງ​ປະໂລຫິດ​ເຢໂຮຍອາດາ, ພວກເຂົາ​ໄດ້​ຂ້າ​ໂຢອາດ​ຢູ່​ເທິງ​ຕຽງ​ນອນ​ຂອງ​ເພິ່ນ ສະນັ້ນ ເພິ່ນ​ໄດ້​ຕາຍ​ໄປ ແລະ ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່​ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.
26ຜູ້​ທີ່​ຮ່ວມຫົວ​ກັນ​ຂ້າ​ເພິ່ນ​ນັ້ນ​ແມ່ນ​ຊາບັດ ລູກຊາຍ​ຂອງ​ນາງ​ຊີເມອາດ​ທີ່​ເປັນ​ຍິງ​ຊາວອຳໂມນ, ແລະ ເຢໂຮຊາບັດ ລູກຊາຍ​ຂອງ​ນາງ​ຊິມຣິດ ​ຍິງ​ຊາວ​ໂມອາບ.27ການ​ບັນທຶກ​ກ່ຽວກັບ​ເລື່ອງ​ຂອງ​ບັນດາ​ລູກຊາຍ​ຂອງ​ໂຢອາດ, ມີ​ຄຳທຳນວາຍ​ຕ່າງໆ​ທີ່​ກ່ຽວກັບ​ເພິ່ນ ແລະ ການ​ບັນທຶກ​ກ່ຽວກັບ​ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ການ​ບັນທຶກ​ຂອງ​ໜັງສື​ແຫ່ງ​ບັນດາ​ກະສັດ. ແລ້ວ​ອາມາຊີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

Biblica, Inc.

https://app.library.bible/content/eab9312f9f16b3a2