2 ຂ່າວຄາວ16
ປີສຸດທ້າຍຂອງອາສາ
1ໃນປີທີສາມສິບຫົກຂອງການປົກຄອງຂອງອາສາ, ກະສັດບາອາຊາແຫ່ງອິດສະຣາເອນໄດ້ມາຕໍ່ສູ້ຢູດາຍ ແລະ ໄດ້ສ້າງປ້ອມປ້ອງກັນທີ່ເມືອງຣາມາເພື່ອປ້ອງກັນບໍ່ຜູ້ໃດໜີໄປ ຫລື ເຂົ້າໄປໃນເຂດແດນຂອງກະສັດອາສາແຫ່ງຢູດາຍ.2ແລ້ວອາຊາໄດ້ນຳເງິນ ແລະ ຄຳອອກມາຈາກຄັງວິຫານຂອງພຣະເຈົ້າຢາເວ ແລະ ຈາກວັງຂອງເພິ່ນເອງ ແລະ ສົ່ງໄປໃຫ້ກະສັດເບັນຮາດາດແຫ່ງອາຣາມ, ຜູ້ທີ່ປົກຄອງຢູ່ທີ່ເມືອງດາມັສກັດ. ເພິ່ນໄດ້ກ່າວວ່າ,3ກະສັດອາສາໄດ້ເວົ້າວ່າ, “ຂໍໃຫ້ພວກເຮົາເປັນພັນທະມິດກັນເໝືອນກັບພໍ່ຂອງພວກເຮົາທັງສອງ. ເບິ່ງແມ, ຂ້າພະເຈົ້າໄດ້ສົ່ງເງິນ ແລະ ຄຳນີ້ມາເປັນຂອງຂັວນແກ່ທ່ານ. ບັດນີ້ ຂໍໃຫ້ເຊົາເປັນພັນທະມິດກັບກະສັດບາອາຊາແຫ່ງອິດສະຣາເອນ ເພື່ອເພິ່ນຈະໄດ້ຖອຍທັບໄປຈາກຂ້າພະເຈົ້າ”.4ເບັນຮາດາດໄດ້ຕົກລົງກັບກະສັດອາສາ ແລະ ໄດ້ສົ່ງບັນດາຜູ້ບັນຊາການກອງທັບຂອງເພິ່ນໄປໂຈມຕີເມືອງຕ່າງໆຂອງອິດສະຣາເອນ. ພວກເຂົາໄດ້ເອົາຊະນະເມືອງອີໂຢນ, ດານ, ອາເບນເບັດມາອາກາ ແລະ ເມືອງທັງໝົດທີ່ເປັນບ່ອນເກັບສະບຽງອາຫານຂອງເນັບທາລີ.5ເມື່ອກະສັດບາອາຊາໄດ້ຍິນເລື່ອງນີ້, ເພິ່ນກໍຢຸດສ້າງເມືອງຣາມາ ແລະ ປະວຽກງານຂອງເພິ່ນໄວ້.6ແລ້ວກະສັດອາສາຈຶ່ງໄດ້ພາຊາວຢູດາທັງໝົດໄປນໍາ ແລະ ພວກເຂົາໄດ້ຂົນຫີນ ແລະ ໄມ້ທ່ອນຈາກເມືອງຣາມາໄປທີ່ບາອາຊາກໍາລັງໃຊ້ສ້າງເມືອງນັ້ນ. ເພິ່ນໄດ້ນໍາເອົາສິ່ງເຫລົ່ານີ້ໄປສ້າງເມືອງເກບາ ແລະ ມີຊະປາ.7ໃນເວລານັ້ນ ຜູ້ທຳນວາຍຮານານີໄດ້ໄປພົບກະສັດອາສາແຫ່ງຢູດາຍ ແລະ ກ່າວກັບເພິ່ນວ່າ, “ຍ້ອນທ່ານເພິ່ງພາກະສັດແຫ່ງອາຣາມ ແລະ ບໍ່ໄດ້ເພິ່ງພາພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ກອງທັບຂອງກະສັດແຫ່ງອາຣາມຈຶ່ງຖອຍໜີໄປຈາກມືຂອງທ່ານ.8ຊາວກູເຊ ແລະ ຊາວລີເບຍມີກອງທັບອັນຍິ່ງໃຫຍ່ພ້ອມທັງລົດຮົບ ແລະ ທະຫານມ້າ ເປັນຈຳນວນຫລວງຫລາຍບໍ່ແມ່ນບໍ? ແຕ່ເມື່ອທ່ານເພິ່ງພາພຣະເຈົ້າຢາເວ, ພຣະອົງກໍໄດ້ມອບພວກເຂົາໄວ້ໃນມືຂອງທ່ານ.9ເພາະສາຍຕາຂອງພຣະເຈົ້າຢາເວໄດ້ເຝົ້າເບິ່ງໄປທົ່ວແຜ່ນດິນໂລກ ເພື່ອໃຫ້ກໍາລັງແກ່ຜູ້ທີ່ທຸ້ມເທ້ຢ່າງສຸດໃຈຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ ແລະ ຕັ້ງແຕ່ບັດນີ້ໄປທ່ານຈະຕ້ອງເຮັດເສິກສົງຄາມຢູ່ເລື້ອຍໆ”.10ອາສາໄດ້ໃຈຮ້າຍໃຫ້ກັບຜູ້ທຳນວາຍ ເພາະໄດ້ກ່າວເລື່ອງນີ້; ເພິ່ນໄດ້ຈັບລາວໄປຂັງໄວ້ໃນຄຸກ. ໃນເວລາດຽວກັນນັ້ນ ອາສາກົດຂີ່ປະຊາຊົນບາງຄົນຢ່າງໂຫດຮ້າຍ.11ເຫດການຕ່າງໆໃນຊ່ວງການປົກຄອງຂອງອາສາ, ຕັ້ງແຕ່ຕົ້ນຈົນຈົບໄດ້ຖືກຂຽນໄວ້ໃນປື້ມຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນ.12ໃນປີທີສາມສິບເກົ້າຂອງການປົກຄອງຂອງເພິ່ນ ອາສາເປັນເຈັບປ່ວຍຢ່າງຮ້າຍແຮງດ້ວຍພະຍາດຢູ່ທີ່ຕີນຂອງເພິ່ນ, ເຖິງແມ່ນວ່າ ພະຍາດຂອງເພິ່ນຈະຮ້າຍແຮງ, ເພິ່ນກໍບໍ່ໄດ້ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ, ແຕ່ເພິ່ນເພິ່ງພາແພດໝໍເທົ່ານັ້ນ.13ແລ້ວໃນປີທີສີ່ສິບເອັດຂອງການປົກຄອງຂອງເພິ່ນ ອາສາກໍໄດ້ຕາຍໄປ ແລະ ໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ.14ພວກເຂົາໄດ້ຝັງເພິ່ນໄວ້ໃນອຸບມຸງທີ່ເພິ່ນໄດ້ເຮັດໄວ້ສຳລັບເພິ່ນເອງໃນເມືອງຂອງດາວິດ. ພວກເຂົາໄດ້ເອົາສົບເພິ່ນວາງໄວ້ເທິງກວຽນທີ່ຫໍ່ດ້ວຍເຄື່ອງເທດ ແລະ ນໍ້າມັນຫອມນາໆຊະນິດ ແລະ ພວກເຂົາກໍ່ໄຟກອງໃຫຍ່ຂຶ້ນເພື່ອໃຫ້ກຽດແກ່ເພິ່ນ.Biblica, Inc.