2 ຂ່າວຄາວ17
ເຢໂຮຊາຟັດກະສັດແຫ່ງຢູດາຍ
1ເຢໂຮຊາຟັດລູກຊາຍຂອງເພິ່ນຂຶ້ນເປັນກະສັດແທນອາສາພໍ່ຂອງຕົນ ແລະ ໄດ້ເຮັດຂອງຕົນໃຫ້ເຂັ້ມແຂງຂຶ້ນເພື່ອຕໍ່ສູ້ອິດສະຣາເອນ.2ເພິ່ນໄດ້ວາງກອງທະຫານປະຈຳການໄວ້ຕາມປ້ອມປ້ອງກັນທຸກເມືອງຂອງຢູດາຍ ແລະ ໃນເມືອງຕ່າງໆຂອງເຜົ່າເອຟຣາອິມທີ່ອາສາພໍ່ຂອງເພິ່ນຢຶດໄດ້.3ພຣະເຈົ້າຢາເວຢູ່ກັບເຢໂຮຊາຟັດ ເພາະເພິ່ນໄດ້ເຮັດຕາມແບບຢ່າງຂອງດາວິດບັນພະບຸລຸດຂອງເພິ່ນຕໍ່ໜ້າພຣະອົງ. ເພິ່ນບໍ່ໄດ້ປຶກສາພະບາອານ4ແຕ່ສະແຫວງຫາພຣະເຈົ້າຢາເວຂອງບັນພະບຸລຸດຂອງເພິ່ນ ແລະ ປະຕິບັດຕາມຂໍ້ຄໍາສັ່ງຂອງພຣະອົງຫລາຍກວ່າປະຕິບັດຕາມອິດສະຣາເອນທີ່ໄດ້ເຮັດ.5ພຣະເຈົ້າຢາເວໄດ້ສະຖາປະນາອານາຈັກຂຶ້ນພາຍໃຕ້ການຄວບຄຸມຂອງເພິ່ນ; ແລະ ຊາວຢູດາທັງໝົດກໍໄດ້ນຳຂອງຂັວນມາໃຫ້ເຢໂຮຊາຟັດ, ສະນັ້ນ ເພິ່ນຈຶ່ງຮັ່ງມີ ແລະ ມີກຽດຊື່ສຽງຫລາຍ.6ຈິດໃຈຂອງເພິ່ນໄດ້ທຸ້ມເທໃນວິຖີທາງຂອງພຣະເຈົ້າຢາເວ; ຍິ່ງໄປກວ່ານັ້ນ, ເພິ່ນໄດ້ທໍາລາຍສະຖານທີ່ບູຊາທີ່ສູງຕ່າງໆ ແລະ ເສົາເຈົ້າແມ່ອາເຊຣາອອກຈາກຢູດາຍດ້ວຍ.7ໃນປີທີສາມຂອງການປົກຄອງຂອງເຢໂຮຊາຟັດ ເພິ່ນໄດ້ສົ່ງບັນດາເຈົ້າໜ້າທີ່ຄື: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະ ມີກາອີຢາໄປສັ່ງສອນໃນເມືອງຕ່າງໆໃນຢູດາຍ.8ພ້ອມທັງມີຊາວເລວີໄປພວກເຂົາຄື: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮຮານານ, ອາໂດນີຢາ, ໂຕບີຢາ ແລະ ໂຕບາໂດນີຢາ ແລະ ປະໂລຫິດເອລີຊາມາ ແລະ ເຢໂຮຣາມ.9ພວກເຂົາໄດ້ສັ່ງສອນທົ່ວຢູດາຍໂດຍນຳໜັງສືກົດບັນຍັດຂອງພຣະເຈົ້າຢາເວໄປນໍາດ້ວຍ, ພວກເຂົາໄປທຸກເມືອງຂອງຢູດາຍເພື່ອສັ່ງສອນປະຊາຊົນ.10ທຸກອານາຈັກທີ່ຢູ່ອ້ອມດິນແດນຂອງຢູດາຍຕ່າງກໍຢ້ານກົວພຣະເຈົ້າຢາເວ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າເຮັດສົງຄາມຕໍ່ສູ້ເຢໂຮຊາຟັດ.11ຊາວຟີລິດສະຕິນບາງຄົນໄດ້ນຳເອົາຂອງຂັວນ ແລະ ເງິນມາຖວາຍເປັນເຄື່ອງບັນນາການແກ່ເຢໂຮຊາຟັດ ແລະ ຊາວອາຣັບໄດ້ນໍາເອົາແກະຈຳນວນເຈັດພັນເຈັດຮ້ອຍໂຕ ແລະ ແບ້ຈຳນວນເຈັດພັນເຈັດຮ້ອຍໂຕມາມອບໃຫ້ເພິ່ນ.12ເຢໂຮຊາຟັດມີອຳນາດຫລາຍຍິ່ງຂຶ້ນ; ເພິ່ນໄດ້ສ້າງປ້ອມປ້ອງກັນ ແລະ ຄັງຕາມເມືອງຕ່າງໆໃນຢູດາຍ.13ແລະ ມີສະບຽງອາຫານຢ່າງຫລວງຫລາຍໄວ້ໃນເມືອງຕ່າງໆຂອງຢູດາຍ. ເພິ່ນຍັງມີທະຫານທີ່ມີປະສົບການປະຈຳການຢູ່ໃນເຢຣູຊາເລັມ.14ເຊິ່ງຈັດຕາມຕະກຸນຂອງພວກເຂົາມີດັ່ງນີ້:ຈາກຕະກຸນຢູດາມີຜູ້ຊາບັນການກອງ 1.000 ພັນມີ: ອາດນາເປັນຜູ້ບັນຊາການທະຫານ 300.000 ຄົນ;15ຕໍ່ມາແມ່ນເຢໂຮຮານານເປັນຜູ້ບັນຊາການທະຫານ 280.000 ຄົນ;16ຕໍ່ມາແມ່ນອາມາສີຢາລູກຊາຍຂອງຊີກະຣີເປັນອາສາສະໝັກຮັບໃຊ້ພຣະເຈົ້າຢາເວມີທະຫານ 200.000 ຄົນ.17ຈາກຕະກຸນເບັນຢາມິນມີດັ່ງນີ້: ເອລີອາດາເປັນທະຫານກ້າຫານມີທະຫານຖືອາວຸດ 200.000 ຄົນ ເພ້ອມທັງນັກທະນູ ແລະ ທະຫານຖືໂລ່;18ຕໍ່ມາແມ່ນເຢໂຮຊາບັດມີທະຫານຖືອາວຸດ 180.000 ຄົນທີ່ພ້ອມອອກໄປສູ້ຮົບ.19ທະຫານເຫລົ່ານີ້ເປັນທະຫານທີ່ຮັບໃຊ້ກະສັດ, ນອກຈາກນີ້ ເພິ່ນໄດ້ໃຫ້ພວກເຂົາປະຈຳການຢູ່ໃນເມືອງປ້ອມປ້ອງກັນຕ່າງໆທົ່ວຢູດາຍ.
Biblica, Inc.