2 ຂ່າວຄາວ15
ການປະຕິຮູບຂອງອາສາ
1ພຣະວິນຍານຂອງພຣະເຈົ້າໄດ້ລົງມາເໜືອອາຊາຣີຢາລູກຊາຍຂອງໂອເດັດ2ລາວຈຶ່ງໄດ້ອອກໄປພົບອາສາ ແລະ ກ່າວກັບເພິ່ນວ່າ, “ຈົ່ງຟັງຂ້າພະເຈົ້າ, ອາສາ ແລະ ຊາວຢູດາ ແລະ ຊາວເບັນຢາມິນທັງໝົດ. ພຣະເຈົ້າຢາເວຢູ່ກັບພວກທ່ານ ເມື່ອພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານສະແຫວງຫາພຣະອົງ ພວກທ່ານກໍຈະພົບພຣະອົງ, ແຕ່ຖ້າພວກທ່ານປະຖິ້ມພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.3ດົນນານມາແລ້ວທີ່ອິດສະຣາເອນຢູ່ໂດຍບໍ່ມີພຣະເຈົ້າອົງທ່ຽງແທ້, ບໍ່ມີປະໂລຫິດທີ່ຈະສັ່ງສອນ ແລະ ບໍ່ມີກົດບັນຍັດ.4ແຕ່ໃນຍາມຍາກລຳບາກ ພວກເຂົາຈຶ່ງໄດ້ຫັນກັບຄືນມາຫາພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ແລະ ສະແຫວງຫາພຣະອົງ, ແລ້ວພວກເຂົາກໍພົບພຣະອົງ.5ໃນສະໄໝນັ້ນການເດີນທາງກໍບໍ່ປອດໄພ, ເພາະຄົນທີ່ອາໄສໃນດິນແດນນັ້ນຕົກຢູ່ໃນສະພາບສັບສົນວຸ້ນວາຍຫລາຍ.6ຊົນຊາດໜຶ່ງກໍທຳລາຍອີກຊົນຊາດໜຶ່ງ ເມືອງໜຶ່ງກໍທໍາລາຍອີກເມືອງໜຶ່ງ. ເພາະພຣະເຈົ້າໄດ້ເຮັດໃຫ້ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນພ້ອມກັບຄວາມທຸກໃຈນາໆປະການ.7ແຕ່ພວກທ່ານຕ້ອງເຂັ້ມແຂງ ແລະ ຢ່າທໍ້ຖອຍໃຈເພາະວຽກງານຂອງພວກທ່ານຈະໄດ້ຮັບບຳເໜັດ”.8ເມື່ອອາສາໄດ້ຍິນຖ້ອຍຄຳເຫລົ່ານີ້ ແລະ ຜູ້ຄຳທຳນວາຍຂອງອາຊາຣີຢາລູກຊາຍຂອງ ໂອເດັດແລ້ວ, ເພິ່ນກໍມີກຳລັງໃຈ. ເພິ່ນໄດ້ທໍາລາຍຮູບເຄົາລົບອັນໜ້າລັງກຽດອອກຈາກທົ່ວດິນແດນຂອງຢູດາຍ ແລະ ເບັນຢາມິນ ແລະ ຈາກເມືອງຕ່າງໆທີ່ເພິ່ນຢຶດມາໄດ້ໃນເນີນພູເອຟຣາອິມ. ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວທີ່ຢູ່ທາງດ້ານໜ້າລະບຽງຂອງວິຫານຂອງພຣະເຈົ້າຢາເວ.9ຈາກນັ້ນເພິ່ນໄດ້ເຕົ້າໂຮມຊາວຢູດາ ແລະ ຊາວເບັນຢາມິນທັງໝົດ ແລະ ປະຊາຊົນຈາກເອຟຣາອິມ, ມານາເຊ ແລະ ຊີເມໂອນຜູ້ທີ່ໄດ້ຕັ້ງຖິ່ນຖານທ່າມກາງພວກເຂົາ. ເພາະມີຄົນຈຳນວນຫລວງຫລາຍຈາກອິດສະຣາເອນມາຢູ່ກັບເພິ່ນ ເມື່ອພວກເຂົາເຫັນວ່າພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ຢູ່ກັບເພິ່ນ.10ພວກເຂົາໄດ້ຊຸມນຸມກັນຢູ່ທີ່ເຢຣູຊາເລັມໃນເດືອນທີສາມຂອງການປົກຄອງປີທີສິບຫ້າຂອງອາສາ.11ໃນມື້ນັ້ນພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ມີງົວເຈັດຮ້ອຍໂຕ, ແກະ ແລະ ແບ້ເຈັດພັນໂຕທີ່ພວກເຂົາຢຶດໄດ້ພວກເຂົາໄດ້ນໍາເອົາກັບມາ.12ພວກເຂົາໄດ້ເຮັດຄໍາໝັ້ນສັນຍາທີ່ຈະສະແຫວງຫາພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາດ້ວຍສຸດໃຈ ແລະ ດ້ວຍສຸດຈິດຂອງພວກເຂົາ.13ທຸກຄົນທີ່ບໍ່ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຕ້ອງຈະຖືກລົງໂທດເຖິງຕາຍ ບໍ່ວ່າຜູ້ນ້ອຍ ຫລື ຜູ້ໃຫຍ່, ຊາຍ ຫລື ຍິງກໍຕາມ.14ພວກເຂົາໄດ້ສາບານຕໍ່ພຣະເຈົ້າຢາເວດ້ວຍສຽງໂຫ່ຮ້ອງຂຶ້ນດັງໆ, ຮ້ອງຂຶ້ນດ້ວຍການເປົ່າແກ ແລະ ເປົ່າເຂົາສັດດັງສະໜັ່ນ.15ປະຊາຊົນຢູດາທັງໝົດກໍຊື່ນຊົມຍິນດີໃນຄຳສາບານນັ້ນ ເພາະພວກເຂົາໄດ້ສາບານຢ່າງສຸດໃຈ. ພວກເຂົາສະແຫວງຫາພຣະເຈົ້າຢ່າງກະຕືລືລົ້ນ. ແລະ ພວກເຂົາກໍໄດ້ພົບພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ໂຜດໃຫ້ພວກເຂົາມີຄວາມສະຫງົບສຸກຢູ່ທຸກດ້ານ.16ກະສັດອາສາໄດ້ປົດນາງມາອາກາ ແມ່ເຖົ້າຂອງເພິ່ນອອກຈາກຕຳແໜ່ງແມ່ຂອງລາຊີນີ, ເພາະນາງໄດ້ສ້າງຮູບເຄົາລົບອັນໜ້າກຽດຊັງເພື່ອກາບໄຫວ້ເຈົ້າແມ່ອາເຊຣາ. ອາສາໄດ້ຕັດຮູບເຄົາລົບນັ້ນລົງ, ທັບໃຫ້ໝຸ່ນ ແລະ ເຜົາຖິ້ມທີ່ຮ່ອມພູກິດໂຣນ.17ເຖິງແມ່ນວ່າ ເພິ່ນບໍ່ໄດ້ທໍາລາຍສະຖານທີ່ບູຊາທີ່ສູງຕ່າງໆອອກຈາກອິດສະຣາເອນ, ແຕ່ຈິດໃຈຂອງອາສາກໍທຸ້ມເທຕໍ່ພຣະເຈົ້າຢາເວຢ່າງເຕັມທີ່ຕະຫລອດຊີວິດຂອງເພິ່ນ.18ເພິ່ນໄດ້ນຳເອົາເງິນ ແລະ ຄໍາ ແລະ ເຄື່ອງໃຊ້ຕ່າງໆທີ່ເພິ່ນ ແລະ ພໍ່ຂອງເພິ່ນໄດ້ອຸທິດຖວາຍແກ່ພຣະເຈົ້າມາໄວ້ໃນວິຫານຂອງພຣະເຈົ້າ.19ບໍ່ມີສົງຄາມອີກຈົນເຖິງປີທີສາມສິບຫ້າຂອງການປົກຄອງຂອງອາສາ.Biblica, Inc.