2 ຂ່າວຄາວ12
ຊີຊາກໂຈມຕີເຢຣູຊາເລັມ
1ຫລັງຈາກ ເຣໂຫໂບອາມໄດ້ຂຶ້ນປົກຄອງເປັນກະສັດແລ້ວ ເພິ່ນກໍເຂັ້ມແຂງຂຶ້ນ, ເພິ່ນ ແລະ ອິດສະຣາເອນທັງໝົດ ທີ່ຢູ່ເພິ່ນກໍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າຢາເວ.2ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ, ກະສັດຊີຊາກແຫ່ງເອຢິບໄດ້ໂຈມຕີເຢຣູຊາເລັມໃນປີທີຫ້າຂອງການປົກຄອງຂອງກະສັດເຣໂຫໂບອາມ.3ໂດຍມີລົດຮົບໜຶ່ງພັນສອງຮ້ອຍຄັນ ແລະ ທະຫານມ້າຫົກສິບພັນຄົນ ແລະ ກອງທະຫານເປັນຈໍານວນຫລວງຫລາຍເກີນກວ່າທີ່ຈະນັບໄດ້ຂອງຊາວລີເບຍ, ຊາວສຸກກິດ ແລະ ຊາວກູເຊ ມາກັບເພິ່ນຈາກເອຢິບ,4ຊີຊາກໄດ້ຢຶດເມືອງປ້ອມປ້ອງກັນຕ່າງໆຂອງຢູດາຍ ແລະ ມາຈົນຮອດເຢຣູຊາເລັມ.5ຜູ້ທຳນວາຍເຊມາອີຢາໄດ້ເຂົ້າໄປຫາກະສັດເຣໂຫໂບອາມ ແລະ ບັນດາຜູ້ນຳຂອງຊາວຢູດາທີ່ໄດ້ມາເຕົ້າໂຮມກັນໃນເຢຣູຊາເລັມເພາະຢ້ານຊີຊາກ, ແລະ ເພິ່ນໄດ້ກ່າວກັບພວກເຂົາວ່າ, “ພຣະເຈົ້າຢາເວກ່າວວ່າ, ‘ພວກເຈົ້າໄດ້ປະຖິ້ມເຮົາ; ເຫດສະນັ້ນ ບັດນີ້, ເຮົາຈຶ່ງຈະປະຖິ້ມພວກເຈົ້າໃຫ້ຊີຊາກ’ ”.6ກະສັດ ແລະ ບັນດາຜູ້ນຳກໍຖ່ອມຕົວລົງ ແລະ ໄດ້ເວົ້າວ່າ, “ພຣະເຈົ້າຢາເວຍຸຕິທໍາ”.7ເມື່ອພຣະເຈົ້າຢາເວໄດ້ເຫັນວ່າພວກເຂົາຖ່ອມຕົວລົງ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຊມາອີຢາກ່າວວ່າ: “ຍ້ອນພວກເຂົາໄດ້ຖ່ອມຕົວລົງ, ເຮົາຈະບໍ່ທຳລາຍພວກເຂົາ ແຕ່ຈະຊ່ວຍກູ້ພວກເຂົາໃຫ້ພົ້ນໃນໄວໆນີ້. ຄວາມໂກດຮ້າຍຂອງເຮົາຈະບໍ່ຖອກໃສ່ເຢຣູຊາເລັມຜ່ານຊີຊາກ.8ແຕ່ພວກເຂົາຈະຢູ່ພາຍໃຕ້ອໍານາດຂອງເພິ່ນ, ເພື່ອວ່າພວກເຂົາຈະຮຽນຮູ້ເຖິງຄວາມແຕກຕ່າງລະຫວ່າງການຮັບໃຊ້ເຮົາ ແລະ ການຮັບໃຊ້ບັນດາກະສັດຈາກດິນແດນອື່ນໆ”.9ເມື່ອກະສັດຊີຊາກແຫ່ງເອຢິບໄດ້ໂຈມຕີເຢຣູຊາເລັມ, ເພິ່ນກວາດເອົາຊັບສົມບັດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ຂອງລາຊະວົງໄປຈົນໝົດ. ເພິ່ນໄດ້ກວາດເອົາທຸກສິ່ງ, ລວມທັງໂລ່ຄຳຂອງກະສັດໂຊໂລໂມນທີ່ໄດ້ເຮັດໄວ້.10ດັ່ງນັ້ນ ກະສັດເຣໂຫໂບອາມຈຶ່ງໄດ້ເຮັດໂລ່ທອງສຳລິດຂຶ້ນແທນໂລ່ຄຳ ແລະ ມອບໝາຍໃຫ້ບັນດາຜູ້ບັນຊາການທະຫານເຝົ້າຍາມ ເຊິ່ງປະຈຳການຢູ່ທີ່ທາງເຂົ້າລາຊະວັງໃຫ້ເບິ່ງແຍງ.11ເມື່ອໃດກໍຕາມທີ່ກະສັດໄປທີ່ວິຫານຂອງພຣະເຈົ້າຢາເວ. ບັນດາທະຫານເຝົ້າຍາມໄດ້ໄປກັບເພິ່ນຈະຖືໂລ່ ແລະ ຫລັງຈາກນັ້ນນຳໂລ່ກໍເຫລົ່ານັ້ນກັບໄປໄວ້ທີ່ຫ້ອງທະຫານເຝົ້າຍາມ.12ຍ້ອນເຣໂຫໂບອາມໄດ້ຖ່ອມຕົວລົງ, ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງບໍ່ໄດ້ຕົກໃສ່ເພິ່ນ ແລະ ພຣະອົງບໍ່ໄດ້ທຳລາຍເພິ່ນໃຫ້ໝົດສິ້ນ. ທີ່ຈິງ ກໍມີບາງສິ່ງທີ່ດີຢູ່ໃນຢູດາຍ.13ກະສັດເຣໂຫໂບອາມໄດ້ສະຖານປະນາຕົນເອງຢ່າງໝັ້ນຄົງໃນເຢຣູຊາເລັມ ແລະ ສືບຕໍ່ເປັນກະສັດ. ເມື່ອເພິ່ນໄດ້ຂຶ້ນເປັນກະສັດ ເພິ່ນມີອາຍຸໄດ້ສີ່ສິບເອັດປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາສິບເຈັດປີ, ນະຄອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈາກທຸກເຜົ່າຂອງອິດສະຣາເອນເພື່ອຕັ້ງນາມຂອງພຣະອົງໄວ້. ແມ່ຂອງເພິ່ນຊື່ວ່ານາອາມາ; ນາງເປັນຊາວອຳໂມນ.14ເຣໂຫໂບອາມໄດ້ເຮັດສິ່ງທີ່ຊົ່ວຊ້າເພາະເພິ່ນບໍ່ໄດ້ເອົາໃຈໃສ່ໃນການສະແຫວງຫາພຣະເຈົ້າຢາເວ.15ເຫດການຕ່າງໆໃນຊ່ວງການປົກຄອງຂອງເຣໂຫໂບອາມຕັ້ງແຕ່ຕົ້ນຈົນຈົບໄດ້ຖືກຂຽນຂຶ້ນໃນການບັນທຶກຂອງຜູ້ທຳນວາຍເຊມາອີຢາ ແລະ ຂອງຜູ້ທຳນວາຍອິດໂດທີ່ກ່ຽວກັບຈັດລຳດັບເຊື່ອສາຍບໍ່ແມ່ນບໍ? ເຣໂຫໂບອາມ ແລະ ເຢໂຣໂບອາມໄດ້ສືບຕໍ່ສູ້ຮົບກັນຢູ່.16ເຣໂຫໂບອາມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດ. ແລ້ວອາບີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນເພິ່ນ.Biblica, Inc.