2 ຂ່າວຄາວ13

ກະສັດ​ອາບີຢາ​ແຫ່ງ​ຢູດາຍ

1ໃນ​ປີ​ທີ​ສິບແປດ​ຂອງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ, ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ,2ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ, ລູກສາວ ​ຂອງ​ອູຣິເອນ​ແຫ່ງ​ກີເບອາ.
ມີ​ສົງຄາມ​ລະຫວ່າງ​ອາບີຢາ ແລະ ເຢໂຣໂບອາມ.
3ອາບີຢາ​ໄດ້​ອອກ​ໄປ​ສູ້ຮົບ​ດ້ວຍ​ກອງທັບ​ທີ່​ມີ​ທະຫານ​ສີ່​ແສນ​ຄົນ, ແລະ ເຢໂຣໂບອາມ​ໄດ້​ຕັ້ງ​ແນວ​ຮົບ​ຕໍ່ສູ້​ເພິ່ນ​ດ້ວຍ​ກອງທະຫານ​ແປດ​ແສນ​ຄົນ.
4ອາບີຢາ​ຢືນ​ຢູ່​ເທິງ​ພູເຂົາ​ເສມາຣາອິມ​ໃນ​ເນີນພູ​ຂອງ​ເອຟຣາອິມ ແລະ ໄດ້​ກ່າວ​ວ່າ, “ເຢໂຣໂບອາມ ແລະ ຊາວ​ອິດສະຣາເອນ​ທັງໝົດ, ຈົ່ງ​ຟັງ​ຂ້າພະເຈົ້າ!5ທ່ານ​ບໍ່​ຮູ້​ບໍ່​ວ່າ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ມອບ​ຕໍາແໜ່ງ​ການ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ແກ່​ດາວິດ ແລະ ເຊື້ອສາຍ​ຂອງ​ເພິ່ນ​ໂດຍ​ຄໍາໝັ້ນສັນຍາ​ທີ່​ບໍ່​ມີ​ວັນ​ລຶບລ້າງ​ໄດ້​ບໍ່​ແມ່ນ​ບໍ?6ແຕ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ, ຂ້າລາຊະການ​ຄົນ​ໜຶ່ງ​ຂອງ​ໂຊໂລໂມນ ລູກຊາຍ​ຂອງ​ດາວິດ​ໄດ້​ກະບົດ​ຕໍ່​ນາຍ​ຂອງ​ຕົນ.7ແລ້ວ​ກໍ​ມີ​ພວກ​ນັກເລງ​ໄຮ້​ຄ່າ​ຈໍານວນ​ໜຶ່ງ​ໄດ້​ລ້ອມ​ເພິ່ນ​ໄວ້ ແລະ ຕໍ່ຕ້ານ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ເມື່ອ​ເພິ່ນ​ຍັງ​ໜຸ່ມນ້ອຍ​ທີ່​ບໍ່​ກ້າຫານ ແລະ ບໍ່​ເຂັ້ມແຂງ​ພໍ​ທີ່​ຈະ​ຕໍ່​ສູ້​ກັບ​ພວກເຂົາ​ໄດ້.
8“ແລະ ບັດນີ້ ພວກ​ທ່ານ​ຄິດ​ຕໍ່ຕ້ານ​ກັບ​ອານາຈັກ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ຢູ່​ໃນ​ມື​ຂອງ​ເຊື້ອສາຍ​ຂອງ​ດາວິດ. ພວກທ່ານ​ມີ​ກອງທັບ​ທີ່​ຍິ່ງໃຫຍ່​ກໍ​ຈິງ ແລະ ມີ​ຮູບ​ງົວຄຳ​ຢູ່​ກັບ​ພວກທ່ານ​ທີ່​ເຢໂຣໂບອາມ​ໄດ້​ສ້າງ​ຂຶ້ນ​ເປັນ​ພະ​ຂອງ​ພວກທ່ານ.9ແຕ່​ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂລຫິດ​ຂອງ​ພຣະເຈົ້າຢາເວ​ຄື ບັນດາ​ລູກຊາຍ​ຂອງ​ອາໂຣນ ແລະ ຊາວເລວີ​ອອກ​ໄປ​ບໍ່​ແມ່ນ​ບໍ? ແລະ ແຕ່ງຕັ້ງ​ປະໂລຫິດ​ຂອງ​ພວກທ່ານ​ເອງ​ຂຶ້ນ​ເໝືອນ​ດັ່ງ​ຊົນຊາດ​ອື່ນໆ​ໄດ້​ເຮັດ​ບໍ່​ແມ່ນ​ບໍ? ຜູ້ໃດ​ທີ່​ນໍາ​ງົວ​ໜຸ່ມ​ມາ​ຖວາຍ ແລະ ແກະເຖິກ​ເຈັດ​ໂຕ​ມາ​ຖວາຍ​ໃຫ້​ພວກທ່ານ​ລາວ​ກໍ​ໄດ້​ເປັນ​ປະໂລຫິດ​ຂອງ​ສິ່ງ​ທີ່​ບໍ່ແມ່ນ​ພຣະເຈົ້າ.
10“ແຕ່​ສໍາລັບ​ພວກເຮົາ​ແລ້ວ, ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ ພວກເຮົາ​ບໍ່​ໄດ້​ປະຖິ້ມ​ພຣະອົງ. ບັນດາ​ປະໂລຫິດ​ທີ່​ຮັບໃຊ້​ພຣະເຈົ້າ​ຢາເວ​ກໍ​ເປັນ​ລູກຊາຍ​ອາໂຣນ ແລະ ຊາວເລວີ​ກໍ​ເປັນ​ຜູ້ຊ່ວຍ​ຂອງ​ພວກເຂົາ.11ທຸກ​ຕອນເຊົ້າ ແລະ ທຸກ​ຕອນແລງ ພວກເຂົາ​ເຜົາ​ເຄື່ອງຖວາຍບູຊາ ແລະ ເຄື່ອງຫອມ​ແກ່​ພຣະເຈົ້າ​ຢາເວ. ພວກເຂົາ​ວາງ​ເຂົ້າຈີ່​ເທິງ​ໂຕະ​ທີ່​ຖືກ​ຊຳລະ​ຈາກ​ມົນທິນ​ຕາມ​ພິທີ​ແລ້ວ ແລະ ໄຕ້​ຕະກຽງ​ຄໍາ​ຢູ່​ເທິງ​ຫລັກຕະກຽງ​ຄຳ​ທຸກ​ຄືນ. ພວກເຮົາ​ກໍາລັງ​ປະຕິບັດ​ຕາມ​ຂໍ້​ຄໍາສັ່ງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.12ພຣະເຈົ້າ​ຢູ່​ກັບ​ພວກເຮົາ; ພຣະອົງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ. ບັນດາ​ປະໂລຫິດ​ຂອງ​ພຣະອົງ​ກໍ​ຈະ​ເປົ່າ​ແກ​ເພື່ອ​ໂຫ່ຮ້ອງ​ອອກ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ, ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ເທາະ, ເພາະ​ພວກທ່ານ​ບໍ່​ມີ​ທາງ​ທີ່​ຈະ​ເອົາ​ຊະນະ​ໄດ້​ດອກ”.
13ບັດນີ້ ເຢໂຣໂບອາມ​ກໍ​ໄດ້​ສົ່ງ​ກອງທະຫານ​ໄປ​ລ້ອມ​ທາງຫລັງ, ເພື່ອວ່າ​ເມື່ອ​ເພິ່ນ​ໄດ້​ພະເຊີນ​ໜ້າ​ກັບ​ຢູດາຍ​ນັ້ນ ພວກເຂົາ​ກໍ​ດັກ​ໂຈມຕີ​ດ້ານຫລັງ​ພວກເຂົາ.14ທະຫານ​ຢູດາ​ຫັນ​ຫລັງ​ມາ​ເບິ່ງ ແລະ ກໍ​ເຫັນ​ວ່າ​ພວກເຂົາ​ກໍາລັງ​ຖືກ​ໂຈມຕີ​ທັງ​ດ້ານໜ້າ ແລະ ດ້ານຫລັງ. ແລ້ວ​ພວກເຂົາ​ຈຶ່ງ​ຮ້ອງ​ຫາ​ພຣະເຈົ້າຢາເວ. ບັນດາ​ປະໂລຫິດ​ກໍ​ເປົ່າແກ​ຂຶ້ນ.15ແລ້ວ​ພວກທະຫານ​ຢູດາ​ກໍ​ໄດ້​ໂຫ່ຮ້ອງ​ອອກ​ສູ້ຮົບ. ເມື່ອ​ໄດ້​ຍິນ​ສຽງ​ໂຫ່ຮ້ອງ​ອອກ​ສູ້ຮົບ​ຂອງ​ພວກເຂົາ, ພຣະເຈົ້າ​ເຮັດ​ໃຫ້​ເຢໂຣໂບອາມ ແລະ ກອງທັບ​ອິດສະຣາເອນ​ທັງໝົດ​ແຕກ​ຖອຍ​ໜີ​ໄປ​ຕໍ່ໜ້າ​ອາບີຢາ ແລະ ຊາວຢູດາ.16ຊາວ​ອິດສະຣາເອນ​ໄດ້​ປົບໜີ​ໄປ​ຕໍ່ໜ້າ​ຊາວຢູດາ ແລະ ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ຊາວຢູດາ.17ອາບີຢາ ແລະ ກອງທະຫານ​ຂອງ​ຕົນ​ສ້າງ​ຄວາມ​ສູນເສຍ​ຢ່າງ​ໜັກ​ໃຫ້​ແກ່​ພວກເຂົາ, ຈຶ່ງ​ເຮັດ​ໃຫ້​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ​ລົ້ມ​ຕາຍ​ຫ້າ​ແສນ​ຄົນ.18ຊາວອິດສະຣາເອນ​ກໍ​ໄດ້​ພ່າຍແພ້​ໃນ​ຄັ້ງ​ນັ້ນ, ແລະ ປະຊາຊົນ​ຢູດາ​ມີ​ໄຊຊະນະ​ເພາະ​ພວກເຂົາ​ໄດ້​ເພິ່ງພາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
19ອາບີຢາ​ໄດ້​ໄລ່​ຕາມ​ເຢໂຣໂບອາມ ແລະ ຢຶດ​ເອົາ​ເມືອງ​ເບັດເອນ, ເມືອງ​ເຢຊານາ ແລະ ເມືອງ​ເອຟະໂຣນ​ມາ​ຈາກ​ເພິ່ນ, ພ້ອມທັງ​ໝູ່​ບ້ານ​ຕ່າງໆ​ທີ່​ອ້ອມ​ເມືອງ​ເຫລົ່ານີ້.20ເຢໂຣໂບອາມ​ບໍ່​ສາມາດ​ກອບກູ້​ອຳນາດ​ຄືນ​ມາ​ໄດ້​ອີກ​ເລີຍ​ຕະຫລອດ​ຊ່ວງ​ສະໄໝ​ຂອງ​ອາບີຢາ. ແລ້ວ​ຕໍ່ມາ​ພຣະເຈົ້າ​ຢາເວ​ໄດ້​ປະຫານ​ເຢໂຣໂບອາມ ແລະ ເພິ່ນ​ໄດ້​ຕາຍ​ໄປ.
21ແຕ່​ອາບີຢາ​ກໍ​ເຂັ້ມແຂງ​ຫລາຍ​ຍິ່ງ​ຂຶ້ນ. ເພິ່ນ​ມີ​ເມຍ​ສິບ​ສີ່​ຄົນ ແລະ ມີ​ລູກຊາຍ​ຊາວ​ສອງ​ຄົນ ແລະ ມີ​ລູກສາວ​ສິບ​ຫົກ​ຄົນ.
22ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາບີຢາ, ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ ແລະ ສິ່ງ​ທີ່​ໄດ້​ເວົ້າ​ໄດ້​ຖືກ​ຂຽນ​ໄວ້​ໃນ​ການ​ບັນທຶກ​ຂອງ​ຜູ້ທຳນວາຍ​ອິດໂດ.

Biblica, Inc.

https://app.library.bible/content/eab9312f9f16b3a2