2 ຂ່າວຄາວ11
1ເມື່ອກະສັດເຣໂຫໂບອາມໄດ້ມາຮອດເຢຣູຊາເລັມ, ເພິ່ນຈຶ່ງຮວບຮວມພວກທະຫານຈາກເຜົ່າຢູດາ ແລະ ເຜົ່າເບັນຢາມິນໄດ້ເປັນຈຳນວນແສນແປດສິບພັນຄົນເພື່ອເຮັດສົງຄາມກັບອິດສະຣາເອນ ແລະ ເພື່ອກອບກູ້ເອົາອານາຈັກຄືນມາໃຫ້ເຣໂຫໂບອາມ.2ແຕ່ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຊມາອີຢາຄົນຂອງພຣະເຈົ້າວ່າ:3“ຈົ່ງໄປບອກເຣໂຫໂບອາມລູກຊາຍກະສັດໂຊໂລໂມນແຫ່ງຢູດາຍ ແລະ ບອກອິດສະຣາເອນທັງໝົດໃນເຜົ່າຢູດາກັບເຜົ່າເບັນຢາມິນວ່າ,4‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຢ່າຂຶ້ນໄປຕໍ່ສູ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ. ທຸກຄົນຈົ່ງເມືອເຮືອນສາ, ເພາະນີ້ແມ່ນເຮົາເປັນຜູ້ກະທໍາສິ່ງນີ້’ ”. ດັ່ງນັ້ນ ພວກເຂົາກໍເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະ ບໍ່ໄດ້ໄປສູ້ຮົບກັບເຢໂຣໂບອາມ.
ເຣໂຫໂບອາມສ້າງປ້ອມປ້ອງກັນເມືອງຢູດາຍ
5ເຣໂຫໂບອາມໄດ້ອາໄສຢູ່ໃນເຢຣູຊາເລັມ ແລະ ໄດ້ສ້າງເມືອງຕ່າງໆຂຶ້ນເພື່ອປ້ອງກັນຢູດາຍມີດັ່ງນີ້:6ເບັດເລເຮັມ, ເອຕາມ, ເຕກົວ,7ເບັດຊູເຣ, ໂຊໂກ, ອາດຸນລຳ,8ກາດ, ມາເຣຊາ, ສີເຟ,9ອາໂດຣາອີມ, ລາກິດ, ອາເຊກາ,10ໂຊຣາ, ໄອຢາໂລນ ແລະ ເຮັບໂຣນ. ເມືອງເຫລົ່ານີ້ເປັນເມືອງປ້ອມປ້ອງກັນໃນຢູດາຍ ແລະ ເບັນຢາມິນ.11ເພິ່ນໄດ້ເພິ່ມການປ້ອມປ້ອງກັນ ແລະ ຕັ້ງຜູ້ບັນຊາການໄວ້ໃນເມືອງເຫລົ່ານີ້, ພ້ອມທັງເກັບສະສົມອາຫານ, ນໍ້າມັນໝາກກອກ ແລະ ເຫລົ້າອະງຸ່ນດ້ວຍ.12ເພິ່ນໄດ້ເກັບໂລ່ ແລະ ຫອກໄວ້ແຕ່ລະເມືອງ ແລະ ເຮັດໃຫ້ເມືອງເຫລົ່ານີ້ເຂັ້ມແຂງຂຶ້ນ. ດັ່ງນັ້ນ ເຜົ່າຢູດາ ແລະ ເຜົ່າເບັນຢາມິນຈຶ່ງເປັນຂອງເພິ່ນ.13ບັນດາປະໂລຫິດ ແລະ ບັນດາຊາວເລວີຈາກທຸກເມືອງຂອງພວກເຂົາທົ່ວອິດສະຣາເອນກໍຢູ່ຝ່າຍເພິ່ນ.14ຊາວເລວີຍອມປະຖິ້ມທົ່ງລ້ຽງສັດຂອງຕົນ ແລະ ຊັບສິນເດີນທາງມາທີ່ຢູດາຍ ແລະ ເຢຣູຊາເລັມ, ເພາະເຢໂຣໂບອາມ ແລະ ລູກຊາຍໄດ້ບໍ່ຍອມຮັບພວກເຂົາໃນຖານະເປັນປະໂລຫິດຂອງພຣະເຈົ້າຢາເວ.15ເມື່ອເພິ່ນໄດ້ແຕ່ງຕັ້ງປະໂລຫິດຂອງເພິ່ນເອງສຳລັບສະຖານທີ່ບູຊາຢູ່ບ່ອນສູງ ແລະ ບ່ອນກາບໄຫວ້ຮູບເຄົາລົບທີ່ເປັນຮູບແບ້ ແລະ ຮູບງົວທີ່ເພິ່ນໄດ້ສ້າງຂຶ້ນນັ້ນ.16ຄົນທີ່ມາຈາກທຸກເຜົ່າຂອງອິດສະຣາເອນຜູ້ທີ່ຕັ້ງໃຈສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກໍໄດ້ຕິດຕາມຊາວເລວີໄປທີ່ເຢຣູຊາເລັມເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.17ພວກເຂົາໄດ້ເຮັດໃຫ້ອານາຈັກຂອງຢູດາຍເຂັ້ມແຂງຂຶ້ນ ແລະ ໄດ້ສະໜັບສະໜູນເຣໂຫໂບອາມລູກຊາຍຂອງໂຊໂລໂມນເປັນເວລາສາມປີທີ່ເຣໂຫໂບອາມດຳເນີນຕາມວິຖີທາງຂອງດາວິດ ແລະ ໂຊໂລໂມນໃນເວລານັ້ນ.ຄອບຄົວຂອງເຣໂຫໂບອາມ
18ເຣໂຫໂບອາມໄດ້ແຕ່ງງານກັບນາງມາຮາລັດ, ຜູ້ທີ່ເປັນລູກສາວຂອງເຢຣິໂມດທີ່ເປັນລູກຊາຍຄົນໜຶ່ງຂອງດາວິດກັບນາງອາບີໄຮ, ເຊິ່ງນາງເປັນລູກສາວຂອງເອລີອາບຫລານສາວຂອງເຢຊີ.19ນາງມີລູກຊາຍໃຫ້ເພິ່ນດັ່ງນີ້: ເຢອຸດ, ເຊມາຣີຢາ ແລະ ຊາຮາມ.20ຕໍ່ມາເພິ່ນໄດ້ນາງມາອາກາ ລູກສາວຂອງອັບຊາໂລມ, ນາງມີລູກຊາຍໃຫ້ເພິ່ນດັ່ງນີ້: ອາບີຢາ, ອັດໄຕ, ຊີຊາ ແລະ ເຊໂລມິດ.21ເຣໂຫໂບອາມຮັກມາອາກາລູກສາວຂອງອັບຊາໂລມຫລາຍກວ່າເມຍຄົນອື່ນໆ ແລະ ເມຍນ້ອຍຂອງຕົນ. ເພິ່ນມີເມຍທັງໝົດສິບແປດຄົນ ແລະ ມີເມຍນ້ອຍຫົກສິບຄົນ, ເພິ່ນມີລູກຊາຍຊາວແປດຄົນ ແລະ ລູກສາວຫົກສິບຄົນ.22ເຣໂຫໂບອາມໄດ້ແຕ່ງຕັ້ງອາບີຢາ ລູກຊາຍຂອງນາງມາອາກາເປັນມຸງກຸດລາຊະກຸມມານໃນທາມກາງບັນດາອ້າຍນ້ອງຂອງລາວ, ເພື່ອລາວຈະໄດ້ເປັນກະສັດຄົນຕໍ່ໄປ.23ເຣໂຫໂບອາມໄດ້ປະຕິບັດຢ່າງສະຫລຽວສະຫລາດໂດຍການແບ່ງພວກລູກຊາຍຄົນອື່ນໆຂອງຕົນໄປຢູ່ຕາມເມືອງຕ່າງໆຂອງຢູດາ ແລະ ເບັນຢາມິນ, ແລະ ໄປຢູ່ຕາມເມືອງປ້ອມປ້ອງກັນທັງໝົດ. ລາວໄດ້ຈັດຫາສະບຽງອາຫານຕ່າງໆໃຫ້ພວກເຂົາມີຢ່າງອຸດົມສົມບູນ ແລະ ຫາເມຍໃຫ້ພວກເຂົາຫລາຍຄົນ.Biblica, Inc.