1 ຊາມູເອນ9
ຊາມູເອນເຈີມໂຊນ
1ມີຊາຍເຜົ່າເບັນຢາມິນຄົນໜຶ່ງ, ເຊິ່ງເປັນຄົນມີຖານະດີ, ຜູ້ທີ່ມີຊື່ວ່າກີເຊ, ເປັນລູກຊາຍຂອງອາບີເອນ, ເປັນຫລານຊາຍຂອງເຊໂຣເຣ, ເຊໂຣເຣເປັນລູກຊາຍຂອງເບໂກຣັດ, ຜູ້ເປັນລູກຊາຍຂອງອາຟີຢາແຫ່ງເບັນຢາມິນ.2ກີເຊມີລູກຊາຍຄົນໜຶ່ງຊື່ວ່າໂຊນ, ເປັນຄົນງາມທີ່ສຸດໃນອິດສະຣາເອນ, ລາວເປັນສູງກວ່າຄົນອື່ນໆປະມານໜຶ່ງສ່ວນຫົວ.3ມີມື້ໜຶ່ງຝູງລໍຂອງກີເຊ ພໍ່ຂອງໂຊນເສຍ ແລະ ກີເຊຈຶ່ງໄດ້ເວົ້າກັບໂຊນລູກຊາຍຂອງເພິ່ນວ່າ, “ຈົ່ງອອກໄປຕາມຫາລໍ ແລະ ເອົາຄົນຮັບໃຊ້ຄົນໜຶ່ງໄປນໍາ”.4ດັ່ງນັ້ນ ລາວຈຶ່ງເດີນທາງໄປທົ່ວເຂດພູດອຍເອຟຣາອິມ ແລະ ຜ່ານດິນແດນຊາລີຊາ, ແຕ່ພວກເຂົາກໍບໍ່ພົບຝູງລໍ. ພວກເຂົາຈຶ່ງເດີນທາງໄປທີ່ຊາອາລິມ, ແຕ່ຝູງລໍກໍບໍ່ໄດ້ຢູ່ທີ່ນັ້ນ. ຫລັງຈາກນັ້ນ ລາວຈຶ່ງໄປທີ່ອານາເຂດຂອງເບັນຢາມິນ, ແຕ່ພວກເຂົາກໍບໍ່ພົບຝູງລໍ.5ເມື່ອພວກເຂົາມາເຖິງເມືອງສູເຟ, ໂຊນຈຶ່ງເວົ້າກັບຄົນຮັບໃຊ້ທີ່ມານໍາລາວນັ້ນວ່າ, “ໄປ, ໃຫ້ພວກເຮົາກັບຄືນ ບາງທີພໍ່ຂອງເຮົາອາດຈະເຊົາເປັນຫ່ວງລໍແລ້ວ ແລະ ເລີ່ມກັງວົນໃຈເລື່ອງພວກເຮົາແທນ”.6ແຕ່ຄົນຮັບໃຊ້ນັ້ນໄດ້ຕອບວ່າ, “ເບິ່ງແມ, ໃນເມືອງນີ້ມີຄົນຂອງພຣະເຈົ້າຢູ່ຄົນໜຶ່ງ; ຄົນທັງຫລາຍເຄົາລົບນັບຖືເພິ່ນຫລາຍ ແລະ ທຸກສິ່ງທີ່ເພິ່ນເວົ້າກໍເປັນຄວາມຈິງທຸກປະການ. ໃຫ້ພວກເຮົາພາກັນໄປຫາເພິ່ນ. ບາງທີເພິ່ນອາດບອກພວກເຮົາໄດ້ວ່າຄວນໄປທາງໃດ”.7ໂຊນໄດ້ເວົ້າກັບຄົນຮັບໃຊ້ຂອງຕົນວ່າ, “ຖ້າພວກເຮົາໄປ, ພວກເຮົາຈະເອົາຫຍັງໃຫ້ເພິ່ນ? ອາຫານໃນຖົງສະບຽງຂອງພວກເຮົາກໍໝົດແລ້ວ. ພວກເຮົາບໍ່ມີຂອງຂວັນທີ່ຈະມອບໃຫ້ຄົນຂອງພຣະເຈົ້າ. ພວກເຮົາມີຫຍັງແດ່?”8ຄົນຮັບໃຊ້ນັ້ນໄດ້ຕອບວ່າ. “ເບິ່ງແມ, ຂ້ອຍມີເງິນຢູ່ໜຶ່ງສີ່ເຊເຂວ. ຂ້ອຍຈະມອບເງິນນີ້ໃຫ້ຄົນຂອງພຣະເຈົ້າ. ເພື່ອເພິ່ນຈະບອກທາງແກ່ພວກເຮົາ”.9(ໃນອິດສະຣາເອນສະໄໝນັ້ນ, ຖ້າຜູ້ໃດຈະໄປຖາມພຣະເຈົ້າ, ພວກເຂົາກໍຈະເວົ້າວ່າ, “ໃຫ້ພວກເຮົາພາກັນໄປຫາຜູ້ທຳນວາຍ”, ເພາະຜູ້ທຳນວາຍໃນປັດຈຸບັນເຄີຍຖືກເອີ້ນວ່າໝໍດູ).10ໂຊນໄດ້ເວົ້າກັບຄົນຮັບໃຊ້ຂອງຕົນວ່າ, “ໄປ, ໃຫ້ພວກເຮົາພາກກັນໄປ”. ດັ່ງນັ້ນ ພວກເຂົາຈຶ່ງມຸ່ງໜ້າໄປທີ່ເມືອງທີ່ຄົນຂອງພຣະເຈົ້າຢູ່.11ເມື່ອພວກເຂົາຂຶ້ນໄປທີ່ໂນນພູເພື່ອໄປທີ່ເມືອງນັ້ນ, ພວກເຂົາ, ກໍພົບແມ່ຍິງໝຸ່ມຈຳນວນໜຶ່ງທີ່ອອກມາຕັກນ້ຳ ແລະ ພວກເຂົາໄດ້ຖາມແມ່ຍິງເຫລົ່ານັ້ນວ່າ, “ໝໍດູຢູ່ບ່ອນນີ້ບໍ?”12ແມ່ຍິງເຫລົ່ານັ້ນໄດ້ຕອບວ່າ, “ເພິ່ນຢູ່ທີ່ນີ້, ເພິ່ນຫາກໍລ່ວງໜ້າພວກເຈົ້າໄປ. ຈົ່ງຟ້າວຕາມໄປ; ເພິ່ນຫາກໍມາເຖິງເມືອງຂອງພວກເຮົາມື້ນີ້, ເພາະຄົນທັງຫລາຍຈະຖວາຍເຄື່ອງບູຊາເທິງສະຖານສູງ.13ເມື່ອພວກເຈົ້າໄປເຖິງຕົວເມືອງ ພວກເຈົ້າກໍຈະພົບເພິ່ນກ່ອນທີ່ເພິ່ນຈະຂຶ້ນໄປກິນອາຫານຢູ່ເທິງສະຖານສູງ. ຄົນທັງຫລາຍຈະບໍ່ເລີ່ມກິນອາຫານຈົນກວ່າເພິ່ນຈະໄປຮອດ, ເພາະເພິ່ນຕ້ອງອວຍພອນເຄື່ອງບູຊາ; ຫລັງຈາກນັ້ນ, ບັນດາຄົນທີ່ໄດ້ຮັບເຊີນຈຶ່ງຈະກິນອາຫານ. ຈົ່ງຟ້າວໄປຕອນນີ້; ພວກເຈົ້າຈະໄດ້ພົບເພິ່ນແນ່ນອນ”.14ພວກເຂົາຈຶ່ງເຂົ້າໄປໃນເມືອງ ແລະ ໃນຂະນະທີ່ພວກເຂົາກໍາລັງເຂົ້າໄປ, ຊາມູເອນກໍກຳລັງຍ່າງມຸ່ງໜ້າມາທາງພວກເຂົາຕາມທາງຂຶ້ນໄປສະຖານສູງ.15ພຣະເຈົ້າຢາເວໄດ້ເປີດເຜີຍສິ່ງນີ້ແກ່ຊາມູເອນຕັ້ງແຕ່ວັນກ່ອນທີ່ໂຊນຈະມາເຖິງວ່າ:16“ມື້ອື່ນເວລາປະມານນີ້ ເຮົາຈະສົ່ງຊາຍຄົນໜຶ່ງຈາກເຂດແດນເບັນຢາມິນມາຫາເຈົ້າ. ຈົ່ງເຈີມລາວໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງເຮົາ; ລາວຈະຊ່ວຍປະຊາຊົນໃຫ້ຫລຸດພົ້ນຈາກມືຂອງຊາວຟີລິດສະຕິນ. ເຮົາເມດຕາສົງສານປະຊາຊົນຂອງເຮົາ, ເພາະສຽງຮ້ອງໄຫ້ຂອງພວກເຂົາມາເຖິງເຮົາແລ້ວ”.17ເມື່ອຊາມູເອນເຫັນໂຊນ, ພຣະເຈົ້າຢາເວໄດ້ເວົ້າກັບເພິ່ນວ່າ, “ນີ້ແມ່ນຄົນທີ່ເຮົາບອກເຈົ້າໄວ້; ລາວຈະປົກຄອງປະຊາຊົນຂອງເຮົາ”.18ໂຊນຍ່າງເຂົ້າມາຫາຊາມູເອນຢູ່ທີ່ປະຕູເມືອງ ແລະ ເວົ້າວ່າ, “ຂໍໃຫ້ເຈົ້າຊ່ວຍບອກທາງໄປເຮືອນຂອງໝໍດູດ້ວຍ?”19ຊາມູເອນໄດ້ຕອບວ່າ, “ເຮົານີ້ແຫລະ ແມ່ນຜູ້ທຳນວາຍ. ຈົ່ງນຳໜ້າເຮົາຂຶ້ນໄປຍັງສະຖານສູງ, ເພາະມື້ນີ້ເຈົ້າຈະກິນອາຫານກັບເຮົາ ແລະ ມື້ອື່ນເຊົ້າເຮົາຈະສົ່ງເຈົ້າໄປຕາມທາງຂອງເຈົ້າ ແລະ ຈະບອກທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າ.20ສ່ວນຝູງລໍທີ່ເສຍໄປເມື່ອສາມວັນກ່ອນນັ້ນ, ບໍ່ຕ້ອງຫ່ວງພວກມັນ; ພວກເຂົາໄດ້ພົບພວກມັນແລ້ວ. ແລ້ວຄວາມປາຖະໜາຂອງຊາວອິດສະຣາເອນທັງໝົດຫັນໄປຫາຜູ້ໃດ, ຖ້າບໍ່ແມ່ນເຈົ້າ ແລະ ຄອບຄົວຂອງເຈົ້າ?”21ໂຊນໄດ້ຕອບວ່າ, “ແຕ່ວ່າຂ້ານ້ອຍເປັນຄົນເບັນຢາມິນ, ເຊິ່ງເປັນເຜົ່ານ້ອຍທີ່ສຸດຂອງອິດສະຣາເອນບໍ່ແມ່ນບໍ? ແລະ ຕະກຸນຂອງຂ້ານ້ອຍກໍນ້ອຍທີ່ສຸດໃນບັນດາຕະກຸນໃນເຜົ່າເບັນຢາມິນບໍ່ແມ່ນບໍ? ດ້ວຍເຫດໃດທ່ານຈຶ່ງກ່າວກັບຂ້ານ້ອຍເຊັ່ນນັ້ນ?”22ຊາມູເອນຈຶ່ງນຳໂຊນກັບຄົນຮັບໃຊ້ຂອງລາວເຂົ້າໄປໃນຫ້ອງໃຫຍ່ ແລະ ໃຫ້ທັງສອງນັ່ງຢູ່ສົ້ນໂຕະທ່າມກາງແຂກຮັບເຊີນ ເຊິ່ງມີຈຳນວນປະມານສາມສິບຄົນ.23ຊາມູເອນໄດ້ບອກພໍ່ຄົວວ່າ, “ຈົ່ງນຳຕ່ອນຊີ້ນທີ່ເຮົາມອບໃຫ້ເຈົ້າ, ຊີ້ນທີ່ເຮົາບອກເຈົ້າໃຫ້ເກັບໄວ້ຕ່າງຫາກນັ້ນອອກມາ”.24ດັ່ງນັ້ນ ພໍ່ຄົວຈຶ່ງໄດ້ນຳຊີ້ນສ່ວນຂາມາວາງຕໍ່ໜ້າໂຊນ. ຊາມູເອນກ່າວວ່າ, “ນີ້ຄືສິ່ງທີ່ເກັບໄວ້ສຳລັບເຈົ້າ. ເຊີນກິນ, ເພາະຊີ້ນນີ້ໄດ້ແຍກໄວ້ສຳລັບເຈົ້າໃນໂອກາດນີ້ ຕັ້ງແຕ່ເວລາທີ່ຂ້ອຍກ່າວວ່າ, ‘ຂ້ອຍໄດ້ເຊີນແຂກມາແລ້ວ’ ”. ໂຊນກໍກິນອາຫານຮ່ວມກັບຊາມູເອນໃນວັນນັ້ນ.25ຫລັງຈາກພວກເຂົາກັບຈາກສະຖານສູງເຂົ້າມາໃນເມືອງແລ້ວ, ຊາມູເອນໄກ້ສົນທະນາກັນກັບໂຊນເທິງດາດຟ້າຢູ່ເຮືອນຂອງລາວ.26ເຊົ້າຕໍ່ມາເມື່ອຟ້າເລີ່ມແຈ້ງ, ຊາມູເອນກໍໄດ້ເອີ້ນໂຊນ ເຊິ່ງຢູ່ເທິງດາດຟ້າວ່າ, “ຈົ່ງຕຽມໂຕ, ຂ້ອຍຈະໄປສົ່ງ”. ເມື່ອໂຊນພ້ອມແລ້ວ, ທັງສອງກໍຍ່າງອອກໄປດ້ວຍກັນ.27ຂະນະທີ່ມາເຖິງສຸດເຂດເມືອງ, ຊາມູເອນກໍບອກໂຊນວ່າ, “ຈົ່ງໃຫ້ຄົນຮັບໃຊ້ລ່ວງໜ້າໄປກ່ອນພວກເຮົາ” ແລະ ຄົນຮັບໃຊ້ກໍໄປ ຊາມູເອນບອກໂຊນວ່າ, “ສ່ວນເຈົ້າແມ່ນໃຫ້ລໍຖ້າບຶດໜຶ່ງ, ເພື່ອວ່າຂ້ອຍຈະແຈ້ງຄຳສັ່ງຂອງພຣະເຈົ້າແກ່ເຈົ້າ”.Biblica, Inc.