1 ຊາມູເອນ10
1ຫລັງຈາກນັ້ນ ຊາມູເອນກໍເອົາເຕົ້ານ້ຳມັນໝາກກອກມາ ແລະ ຖອກນ້ຳມັນນັ້ນໃສ່ຫົວຂອງໂຊນ ແລະ ຈູບລາວ, ໂດຍກ່າວວ່າ, “ພຣະເຈົ້າຢາເວໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງພຣະອົງບໍ່ແມ່ນບໍ? 2ໃນວັນນີ້ເມື່ອເຈົ້າຈາກຂ້ອຍໄປແລ້ວ, ເຈົ້າຈະພົບຊາຍສອງຄົນຢູ່ໃກ້ຂຸມຝັງສົບຂອງຣາເຊັນ, ທີ່ເຊັນຊາຊາຍແດນຂອງເບັນຢາມິນ. ພວກເຂົາຈະບອກເຈົ້າວ່າ, ‘ຝູງລໍທີ່ມອບໃຫ້ເຈົ້າໄປຊອກນັ້ນເຫັນແລ້ວ ແລະ ບັດນີ້ ພໍ່ຂອງເຈົ້າກໍເຊົາຫ່ວງເລື່ອງຝູງລໍນັ້ນແລ້ວ ແຕ່ກັງວົນກ່ຽວກັບເຈົ້າ. ເພິ່ນຖາມວ່າ, “ເຮົາຈະເຮັດແນວໃດກ່ຽວກັບລູກຊາຍຂອງເຮົາ?” ’3“ແລ້ວເຈົ້າຈະເດີນທາງຕໍ່ຈາກທີ່ນັ້ນໄປຮອດຕົ້ນໄມ້ໃຫຍ່ແຫ່ງຕາໂບ. ຈະພົບຊາຍສາມຄົນທີ່ກຳລັງຈະໄປນະມັດສະການພຣະເຈົ້າຢູ່ທີ່ເບັດເອນ, ຄົນໜຶ່ງອູ້ມແບ້ໜຸ່ມສາມໂຕ, ອີກຄົນໜຶ່ງຖືເຂົ້າຈີ່ສາມກ້ອນ, ຄົນທີສາມຖືຖົງໜັງເຫລົ້າອະງຸ່ນໜຶ່ງຖົງ.4ພວກເຂົາຈະທັກທາຍເຈົ້າ ແລະ ຍື່ນເຂົ້າຈີ່ໃຫ້ເຈົ້າສອງກ້ອນ, ເຊິ່ງເຈົ້າກໍຈະຮັບໄວ້.5“ຫລັງຈາກນັ້ນ ເຈົ້າຈະໄປເຖິງເມືອງກີເບອາຂອງພຣະເຈົ້າ, ເຊິ່ງມີກອງທະຫານປ້ອງກັນຂອງພວກຟີລິດສະຕິນ. ເມື່ອເຈົ້າໄປຮອດເມືອງນັ້ນ ເຈົ້າກໍຈະພົບຂະບວນຜູ້ທຳນວາຍລົງມາຈາກສະຖານສູງພ້ອມກັບພິນ, ກອງແຊັກ, ຂຸ່ຍ ແລະ ພິນເຂົາຄູ່ບັນເລງຕໍ່ໜ້າພວກເຂົາ ແລະ ພວກເຂົາຈະກ່າວຄຳທຳນວາຍ.6ພຣະວິນຍານຂອງພຣະເຈົ້າຢາເວຈະລົງມາເໜືອເຈົ້າດ້ວຍລິດເດດ ແລະ ເຈົ້າຈະທຳນວາຍຮ່ວມກັບພວກເຂົາ; ແລ້ວເຈົ້າຈະປ່ຽນເປັນຄົນລະຄົນ.7ເມື່ອສຳເລັດຕາມໝາຍສຳຄັນຕ່າງໆເຫລົ່ານີ້ແລ້ວ, ຈົ່ງເຮັດທຸກສິ່ງຕາມທີ່ເຈົ້າເຫັນວ່າສົມຄວນເຮັດ, ເພາະພຣະເຈົ້າຢູ່ກັບເຈົ້າ.8“ຈົ່ງລ່ວງໜ້າໄປທີ່ກິນການ. ຂ້ອຍຈະໄປຫາເຈົ້າແນ່ນອນ ເພື່ອຖວາຍເຄື່ອງເຜົາບູຊາ ແລະ ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທໍາ, ແຕ່ເຈົ້າຕ້ອງລໍຖ້າເຈັດວັນ ຈົນກວ່າຂ້ອຍຈະມາຫາເຈົ້າ ແລະ ຂ້ອຍຈະບອກເຈົ້າວ່າເຈົ້າຄວນເຮັດຫຍັງ”.
ໂຊນໄດ້ຕອບວ່າ, “ໄປຊອກຫາຝູງລໍ, ພວກເຮົາໄປຕາມຫາ ແຕ່ບໍ່ພົບ, ພວກເຮົາຈຶ່ງໄປຫາຊາມູເອນ”.15ລຸງຂອງໂຊນກ່າວວ່າ, “ຈົ່ງເລົ່າໃຫ້ລຸງຟັງວ່າຊາມູເອນເວົ້າຫຍັງກັບພວກເຈົ້າ”.16ໂຊນຕອບວ່າ, “ລາວຢືນຢັນກັບພວກເຮົາວ່າພົບຝູງລໍແລ້ວ”. ແຕ່ໂຊນບໍ່ໄດ້ບອກລຸງວ່າຊາມູເອນໄດ້ແຕ່ງຕັ້ງຕົນເປັນກະສັດ.17ຊາມູເອນໄດ້ເອີ້ນຊຸມນຸມຊາວອິດສະຣາເອນມາພົບພຣະເຈົ້າຢາເວຢູ່ທີ່ມີຊະປາ18ແລະ ໄດ້ກ່າວກັບພວກເຂົາວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ເຮົາໄດ້ນຳອິດສະຣາເອນອອກມາຈາກເອຢິບ ແລະ ກອບກູ້ພວກເຈົ້າອອກຈາກອຳນາດຂອງເອຢິບ ແລະ ອານາຈັກທັງໝົດທີ່ກົດຂີ່ຂົ່ມເຫັງພວກເຈົ້າ’.19ແຕ່ບັດນີ້ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ຊ່ວຍພວກເຈົ້າຈາກໄພພິບັດ ແລະ ຄວາມທຸກຍາກທັງຫລາຍ. ແລ້ວພວກເຈົ້າໄດ້ກ່າວວ່າ, ‘ຂໍໃຫ້ຕັ້ງກະສັດປົກຄອງພວກເຮົາ’. ດັ່ງນັ້ນ ຈົ່ງສະແດງໂຕຕໍ່ໜ້າພຣະເຈົ້າຢາເວເທື່ອລະເຜົ່າເທື່ອລະຕະກຸນ”.20ເມື່ອຊາມູເອນໃຫ້ທຸກເຜົ່າຂອງຊາວອິດສະຣາເອນອອກມາດ້ານໜ້າ, ເຜົ່າທີ່ຈັບສະຫລາກໄດ້ກໍຄືເຜົ່າເບັນຢາມິນ.21ຫລັງຈາກນັ້ນ ຊາມູເອນໄດ້ນຳເຜົ່າເບັນຢາມິນໄປຂ້າງໜ້າ, ເທື່ອລະຄອບຄົວ ແລະ ຄອບຄົວມາຕະຣີກໍຖືກເລືອກ. ໃນທີ່ສຸດໂຊນລູກຊາຍຂອງກີເຊກໍຖືກເລືອກ. ແຕ່ເມື່ອພວກເຂົາຊອກຫາໂຊນ, ກໍບໍ່ພົບລາວ.22ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະເຈົ້າຢາເວວ່າ, “ລາວມາຮອດບ່ອນນີ້ແລ້ວບໍ?”
ແລະ ພຣະເຈົ້າຢາເວກໍໄດ້ກ່າວວ່າ, “ມາແລ້ວ, ລາວລີ້ຢູ່ໃນກອງສະບຽງ”.23ພວກເຂົາຈຶ່ງແລ່ນໄປແລ້ວນຳເອົາລາວອອກມາ ແລະ ໃນຂະນະທີ່ລາວຢືນຢູ່ໃນທ່າມກາງປະຊາຊົນ ລາວກໍສູງກວ່າຄົນອື່ນທັງໝົດ ໜຶ່ງສ່ວນຫົວ.24ຊາມູເອນໄດ້ກ່າວແກ່ປະຊາຊົນທັງໝົດວ່າ, “ພວກເຈົ້າເຫັນຄົນທີ່ພຣະເຈົ້າຢາເວໄດ້ເລືອກບໍ່? ບໍ່ມີຜູ້ໃດເໝືອນລາວອີກແລ້ວໃນທ່າມກາງປະຊາຊົນ”.
ຫລັງຈາກນັ້ນ ປະຊາຊົນທັງໝົດກໍໂຫ່ຮ້ອງວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”25ຊາມູເອນໄດ້ອະທິບາຍຕໍ່ປະຊາຊົນເລື່ອງສິດ ແລະ ໜ້າທີ່ຂອງການເປັນກະສັດ. ເພິ່ນບັນທຶກກົດເຫລົ່ານັ້ນລົງໃນໜັງສືມ້ວນ ແລະ ເກັບຮັກສາໄວ້ຕໍ່ໜ້າພຣະເຈົ້າຢາເວ. ຫລັງຈາກນັ້ນ ຊາມູເອນກໍໃຫ້ຄົນທັງຫລາຍກັບເຮືອນ.26ເມື່ອໂຊນກັບໄປທີ່ເຮືອນຂອງຕົນຢູ່ທີ່ກີເບອາ ພ້ອມກັບນັກຮົບແກ່ງກ້າທີ່ພຣະເຈົ້າດົນໃຈໄປກັບລາວດ້ວຍ.27ແຕ່ມີນັກເລງບາງຄົນເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໃຫ້ລອດພົ້ນໄດ້ຢ່າງໃດ?” ພວກເຂົາໄດ້ດູຖູກໂຊນ ແລະ ບໍ່ຍອມນຳເອົາຂອງຂວັນມາໃຫ້ລາວ. ແຕ່ໂຊນກໍມິດງຽບ.
ໂຊນຂຶ້ນເປັນກະສັດ
9ຂະນະທີ່ໂຊນຫັນຫລັງໄປຈາກຊາມູເອນ, ພຣະເຈົ້າໄດ້ປ່ຽນແປງຈິດໃຈຂອງໂຊນ ແລະ ໝາຍສຳຄັນທັງໝົດກໍເປັນຈິງໃນວັນນັ້ນ.10ເມື່ອໂຊນ ແລະ ຄົນຮັບໃຊ້ຂອງລາວມາເຖິງກີເບອາ, ກໍພົບຂະບວນຜູ້ທໍານວາຍ; ພະວິນຍານຂອງພຣະເຈົ້າລົງມາເໜືອໂຊນດ້ວຍລິດເດດ ແລະ ລາວກໍໄດ້ຮ່ວມທຳນວາຍກັບພວກເຂົາ.11ເມື່ອຄົນທັງຫລາຍທີ່ເຄີຍຮູ້ຈັກໂຊນມາກ່ອນເຫັນລາວທຳນວາຍຮ່ວມກັບບັນດາຜູ້ທໍານວາຍ. ພວກເຂົາກໍຖາມກັນວ່າ, “ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ? ໂຊນກໍເປັນຜູ້ທໍານວາຍບໍ?”12ຊາຍຄົນໜຶ່ງທີ່ອາໄສຢູ່ທີ່ນັ້ນຖາມກັບຄືນໄປວ່າ, “ແລ້ວຄົນເຫລົ່ານີ້ເປັນລູກຂອງຜູ້ໃດ?” ດັ່ງນັ້ນ ມັນຈຶ່ງເປັນທີ່ມາຂອງຄໍາກ່າວທີ່ວ່າ: “ໂຊນກໍເປັນຜູ້ທໍານວຍບໍ?”13ຫລັງຈາກທີ່ໂຊນຢຸດກ່າວຄຳທຳນວາຍແລ້ວ, ລາວກໍຂຶ້ນໄປທີ່ສະຖານສູງ.14ບັດນີ້ ລຸງຂອງໂຊນໄດ້ຖາມລາວ ແລະ ຄົນຮັບໃຊ້ຂອງລາວວ່າ, “ພວກເຈົ້າໄປໃສມາ?”ໂຊນໄດ້ຕອບວ່າ, “ໄປຊອກຫາຝູງລໍ, ພວກເຮົາໄປຕາມຫາ ແຕ່ບໍ່ພົບ, ພວກເຮົາຈຶ່ງໄປຫາຊາມູເອນ”.15ລຸງຂອງໂຊນກ່າວວ່າ, “ຈົ່ງເລົ່າໃຫ້ລຸງຟັງວ່າຊາມູເອນເວົ້າຫຍັງກັບພວກເຈົ້າ”.16ໂຊນຕອບວ່າ, “ລາວຢືນຢັນກັບພວກເຮົາວ່າພົບຝູງລໍແລ້ວ”. ແຕ່ໂຊນບໍ່ໄດ້ບອກລຸງວ່າຊາມູເອນໄດ້ແຕ່ງຕັ້ງຕົນເປັນກະສັດ.17ຊາມູເອນໄດ້ເອີ້ນຊຸມນຸມຊາວອິດສະຣາເອນມາພົບພຣະເຈົ້າຢາເວຢູ່ທີ່ມີຊະປາ18ແລະ ໄດ້ກ່າວກັບພວກເຂົາວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ເຮົາໄດ້ນຳອິດສະຣາເອນອອກມາຈາກເອຢິບ ແລະ ກອບກູ້ພວກເຈົ້າອອກຈາກອຳນາດຂອງເອຢິບ ແລະ ອານາຈັກທັງໝົດທີ່ກົດຂີ່ຂົ່ມເຫັງພວກເຈົ້າ’.19ແຕ່ບັດນີ້ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ຊ່ວຍພວກເຈົ້າຈາກໄພພິບັດ ແລະ ຄວາມທຸກຍາກທັງຫລາຍ. ແລ້ວພວກເຈົ້າໄດ້ກ່າວວ່າ, ‘ຂໍໃຫ້ຕັ້ງກະສັດປົກຄອງພວກເຮົາ’. ດັ່ງນັ້ນ ຈົ່ງສະແດງໂຕຕໍ່ໜ້າພຣະເຈົ້າຢາເວເທື່ອລະເຜົ່າເທື່ອລະຕະກຸນ”.20ເມື່ອຊາມູເອນໃຫ້ທຸກເຜົ່າຂອງຊາວອິດສະຣາເອນອອກມາດ້ານໜ້າ, ເຜົ່າທີ່ຈັບສະຫລາກໄດ້ກໍຄືເຜົ່າເບັນຢາມິນ.21ຫລັງຈາກນັ້ນ ຊາມູເອນໄດ້ນຳເຜົ່າເບັນຢາມິນໄປຂ້າງໜ້າ, ເທື່ອລະຄອບຄົວ ແລະ ຄອບຄົວມາຕະຣີກໍຖືກເລືອກ. ໃນທີ່ສຸດໂຊນລູກຊາຍຂອງກີເຊກໍຖືກເລືອກ. ແຕ່ເມື່ອພວກເຂົາຊອກຫາໂຊນ, ກໍບໍ່ພົບລາວ.22ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະເຈົ້າຢາເວວ່າ, “ລາວມາຮອດບ່ອນນີ້ແລ້ວບໍ?”
ແລະ ພຣະເຈົ້າຢາເວກໍໄດ້ກ່າວວ່າ, “ມາແລ້ວ, ລາວລີ້ຢູ່ໃນກອງສະບຽງ”.23ພວກເຂົາຈຶ່ງແລ່ນໄປແລ້ວນຳເອົາລາວອອກມາ ແລະ ໃນຂະນະທີ່ລາວຢືນຢູ່ໃນທ່າມກາງປະຊາຊົນ ລາວກໍສູງກວ່າຄົນອື່ນທັງໝົດ ໜຶ່ງສ່ວນຫົວ.24ຊາມູເອນໄດ້ກ່າວແກ່ປະຊາຊົນທັງໝົດວ່າ, “ພວກເຈົ້າເຫັນຄົນທີ່ພຣະເຈົ້າຢາເວໄດ້ເລືອກບໍ່? ບໍ່ມີຜູ້ໃດເໝືອນລາວອີກແລ້ວໃນທ່າມກາງປະຊາຊົນ”.
ຫລັງຈາກນັ້ນ ປະຊາຊົນທັງໝົດກໍໂຫ່ຮ້ອງວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”25ຊາມູເອນໄດ້ອະທິບາຍຕໍ່ປະຊາຊົນເລື່ອງສິດ ແລະ ໜ້າທີ່ຂອງການເປັນກະສັດ. ເພິ່ນບັນທຶກກົດເຫລົ່ານັ້ນລົງໃນໜັງສືມ້ວນ ແລະ ເກັບຮັກສາໄວ້ຕໍ່ໜ້າພຣະເຈົ້າຢາເວ. ຫລັງຈາກນັ້ນ ຊາມູເອນກໍໃຫ້ຄົນທັງຫລາຍກັບເຮືອນ.26ເມື່ອໂຊນກັບໄປທີ່ເຮືອນຂອງຕົນຢູ່ທີ່ກີເບອາ ພ້ອມກັບນັກຮົບແກ່ງກ້າທີ່ພຣະເຈົ້າດົນໃຈໄປກັບລາວດ້ວຍ.27ແຕ່ມີນັກເລງບາງຄົນເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໃຫ້ລອດພົ້ນໄດ້ຢ່າງໃດ?” ພວກເຂົາໄດ້ດູຖູກໂຊນ ແລະ ບໍ່ຍອມນຳເອົາຂອງຂວັນມາໃຫ້ລາວ. ແຕ່ໂຊນກໍມິດງຽບ.
Biblica, Inc.