1 ຊາມູເອນ8

ຊາວ​ອິດສະຣາເອນ​ຂໍ​ກະສັດ

1ເມື່ອ​ຊາມູເອນ​ເຖົ້າແກ່​ແລ້ວ, ເພິ່ນ​ກໍ​ໄດ້​ແຕ່ງຕັ້ງ​ລູກຊາຍ​ຂອງ​ເພິ່ນ​ຂຶ້ນ​ເປັນ​ຜູ້ນຳ ​ຂອງ​ອິດສະຣາເອນ.2ລູກຊາຍ​ກົກ​ຂອງ​ເພິ່ນ​ມີ​ຊື່​ວ່າ​ໂຢເອນ ແລະ ລູກຊາຍ​ຄົນ​ທີ​ສອງ​ຂອງ​ເພິ່ນ​ມີ​ຊື່​ວ່າ​ອາບີຢາ ແລະ ທັງ​ສອງ​ຮັບໃຊ້​ຢູ່​ເບເອນເຊບາ.3ແຕ່​ລູກຊາຍ​ທັງ​ສອງ​ຂອງ​ເພິ່ນ​ບໍ່​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ເພິ່ນ. ພວກເຂົາ​ໄດ້​ຫັນ​ໄປ​ເຮັດ​ຕາມ​ຄວາມ​ບໍ່​ຊື່ສັດ ແລ້ວ​ຮັບ​ສິນບົນ ແລະ ບິດເບືອນ​ຄວາມ​ຍຸຕິທຳ.
4ດັ່ງນັ້ນ ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ​ຈຶ່ງ​ຮວມ​ຕົວ​ກັນ​ມາ​ພົບ​ຊາມູເອນ​ຢູ່​ທີ່​ຣາມາ.5ພວກເຂົາ​ໄດ້​ເວົ້າ​ວ່າ, “ທ່ານ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ແລະ ບັນດາ​ລູກຊາຍ​ຂອງ​ທ່ານ​ກໍ​ບໍ່​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ທ່ານ; ບັດນີ້ ຂໍ​ແຕ່ງຕັ້ງ​ກະສັດ​ຂຶ້ນ​ມາ​ນຳພາ ​ພວກເຮົາ ເໝືອນດັ່ງ​ຊົນຊາດ​ອື່ນໆ​ທັງໝົດ​ທີ່​ມີ​ກະສັດ”.
6ແຕ່​ເມື່ອ​ພວກເຂົາ​ເວົ້າ​ວ່າ, “ຂໍ​ແຕ່ງຕັ້ງ​ກະສັດ​ຂຶ້ນ​ນໍາ​ພາ​ພວກເຮົາ”, ຊາມູເອນ​ກໍ​ຮູ້ສຶກ​ບໍ່​ພໍໃຈ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ.7ແລະ ພຣະເຈົ້າ​ຢາເວ​ໄດ້​ບອກ​ເພິ່ນ​ວ່າ: “ຈົ່ງ​ຟັງ​ທຸກສິ່ງ​ທີ່​ພວກເຂົາ​ກໍາລັງ​ບອກ​ເຈົ້າ; ເພາະ​ພວກເຂົາ​ບໍ່​ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ ແລະ ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ຂອງ​ພວກເຂົາ.8ນັບ​ຕັ້ງ​ແຕ່​ເຮົາ​ພາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ​ຈົນ​ເຖິງ​ບັດນີ້, ພວກເຂົາ​ປະຖິ້ມ​ເຮົາ​ຢູ່​ສະເໝີ ແລະ ຫັນ​ໄປ​ຮັບໃຊ້​ພະ​ອື່ນໆ, ດັ່ງນັ້ນ ພວກເຂົາ​ກໍ​ກຳລັງ​ເຮັດ​ກັບ​ເຈົ້າ​ຢ່າງ​ດຽວ​ກັນ.9ບັດນີ້ ຈົ່ງ​ຮັບ​ຟັງ​ພວກເຂົາ; ແຕ່​ຈົ່ງ​ຢ້ຳ​ເຕືອນ​ພວກເຂົາ​ໃຫ້​ຮູ້​ວ່າ​ກະສັດ​ທີ່​ຈະ​ມາ​ປົກຄອງ​ພວກເຂົາ​ນັ້ນ​ຈະ​ມີ​ສິດທິ​ຫຍັງ​ແດ່”.
10ຊາມູເອນ​ຈຶ່ງ​ບອກ​ຄຳສັ່ງ​ທັງໝົດ​ຂອງ​ພຣະເຈົ້າ​ຢາເວ​ແກ່​ບັນດາ​ປະຊາຊົນ​ທີ່​ຂໍ​ໃຫ້​ມີ​ກະສັດ.11ເພິ່ນ​ໄດ້​ເວົ້າ​ວ່າ, “ກະສັດ​ທີ່​ຈະ​ປົກຄອງ​ພວກ​ເຈົ້າ​ຈະ​ມີ​ສິດທິ​ດັ່ງນີ້​ຄື: ເພິ່ນ​ຈະ​ເກນ​ບັນດາ​ລູກຊາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ທະຫານ​ລົດຮົບ, ທະຫານ​ມ້າ ແລະ ພວກເຂົາ​ຈະ​ແລ່ນ​ນຳ​ຂະບວນ​ລົດມ້າ​ຂອງ​ເພິ່ນ.12ເພິ່ນ​ຈະ​ໃຫ້​ບາງຄົນ​ເປັນ​ຜູ້ບັນຊາການ​ເບິ່ງແຍງ​ກອງພັນ ແລະ ຜູ້ບັນຊາການ​ທະຫານ​ຫ້າ​ສິບ​ຄົນ. ໃຫ້​ບາງ​ຄົນ​ໄຖ​ນາ ແລະ ເກັບກ່ຽວ​ຜົນລະປູກ​ຂອງ​ເພິ່ນ ແລະ ໃຫ້​ບາງ​ຄົນ​ເຮັດ​ອາວຸດ​ສົງຄາມ ແລະ ອຸປະກອນ​ລົດມ້າ​ຂອງ​ເພິ່ນ.13ເພິ່ນ​ຈະ​ເກນ​ບັນດາ​ລູກສາວ​ຂອງ​ພວກເຈົ້າ​ໄປ​ເປັນ​ຜູ້​ປຸງ​ນໍ້າຫອມ ແລະ ເປັນ​ແມ່ຄົວ ແລະ ຜູ້​ເຮັດ​ຂະໜົມ.14ເພິ່ນ​ຈະ​ຢຶດ​ເອົາ​ທົ່ງນາ ແລະ ສວນ​ອະງຸ່ນ ແລະ ສວນ​ໝາກກອກ​ສ່ວນ​ທີ່​ດີ​ທີ່ສຸດ​ຂອງ​ພວກເຈົ້າ​ໄປ ແລະ ມອບ​ໃຫ້​ບັນດາ​ຄົນ​ຮັບໃຊ້​ຂອງ​ເພິ່ນ.15ເພິ່ນ​ຈະ​ຢຶດ​ເອົາ​ໜຶ່ງ​ໃນ​ສິບ​ຂອງ​ຜົນລະປູກ ແລະ ເຫລົ້າ​ອະງຸ່ນ​ຂອງ​ພວກເຈົ້າ​ໄປ ແລ້ວ​ແຈກ​ຈ່າຍ​ໃຫ້​ບັນດາ​ຄົນ​ຮັບໃຊ້ ແລະ ຂ້າລາຊະການ​ຂອງ​ເພິ່ນ.16ເພິ່ນ​ຈະ​ເກນ​ຄົນ​ຮັບໃຊ້​ຊາຍ​ກັບ​ຍິງ​ຂອງ​ພວກເຈົ້າ ແລະ ເອົາ​ງົວ​ກັບ​ລໍ​ທີ່​ດີ​ທີ່ສຸດ​ຂອງ​ພວກເຈົ້າ​ໄປ​ໃຊ້​ງານ​ສຳລັບ​ຕົນ​ເອງ.17ເພິ່ນ​ຈະ​ເອົາ​ໜຶ່ງ​ໃນ​ສິບ​ຈາກ​ຝູງສັດ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ເອງ​ກໍ​ຈະ​ຕົກ​ເປັນ​ທາດ​ຂອງ​ເພິ່ນ.18ເມື່ອ​ເຖິງ​ວັນ​ນັ້ນ, ພວກເຈົ້າ​ຈະ​ອ້ອນວອນ​ຂໍ​ການ​ປົດປ່ອຍ​ຈາກ​ກະສັດ​ທີ່​ພວກເຈົ້າ​ໄດ້​ເລືອກ, ແຕ່​ພຣະເຈົ້າ​ຢາເວ​ຈະ​ບໍ່​ຕອບ​ພວກເຈົ້າ​ໃນ​ວັນນັ້ນ”.
19ແຕ່​ປະຊາຊົນ​ບໍ່​ຟັງ​ຄຳ​ເຕືອນ​ຂອງ​ຊາມູເອນ. ພວກເຂົາ​ຢືນຍັນ​ວ່າ, “ພວກເຮົາ​ຕ້ອງການ​ກະສັດ​ປົກຄອງ​ພວກເຮົາ.20ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ເໝືອນ​ຊົນຊາດ​ອື່ນໆ​ທັງໝົດ, ທີ່​ມີ​ກະສັດ​ນຳພາ ແລະ ຈະ​ນໍາ​ໜ້າ​ພວກເຮົາ​ໄປ ແລະ ສູ້ຮົບ​ຊ່ວຍ​ພວກເຮົາ”.
21ເມື່ອ​ຊາມູເອນ​ໄດ້​ຍິນ​ປະຊາຊົນ​ທັງໝົດ​ເວົ້າ, ເພິ່ນ​ຈຶ່ງ​ໄດ້​ນໍາ​ເອົາ​ຄໍາເວົ້າ​ນັ້ນ​ໄປ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.22ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຈົ່ງ​ຟັງ​ພວກເຂົາ ແລະ ແຕ່ງຕັ້ງ​ກະສັດ​ໃຫ້​ພວກເຂົາ”.
ຊາມູເອນ​ຈຶ່ງ​ກ່າວ​ແກ່​ຊົນຊາດ​ອິດສະຣາເອນ​ວ່າ, “ໃຫ້​ທຸກຄົນ​ກັບ​ໄປ​ທີ່​ເມືອງ​ຂອງ​ຕົນ”.

Biblica, Inc.

https://app.library.bible/content/eab9312f9f16b3a2