1 ຊາມູເອນ7
1ດັ່ງນັ້ນ ຊາວເມືອງກີຣີອາດເຢອາຣີມຈຶ່ງມາຮັບຫີບພັນທະສັນຍາຂອງພຣະເຈົ້າຢາເວໄປ. ພວກເຂົາໄດ້ນໍາເອົາຫີບນັ້ນໄປໄວ້ຢູ່ເຮືອນຂອງອາບີນາດາບທີ່ຢູ່ເທິງໂນນພູ ແລ້ວຊຳລະ ແລະ ໄດ້ແຕ່ງຕັ້ງເອເລອາຊາລູກຊາຍຂອງລາວໃຫ້ເຝົ້າຮັກສາຫີບພັນທະສັນຍາຂອງພຣະເຈົ້າຢາເວ.2ຫີບພັນທະສັນຍານັ້ນຍັງຢູ່ທີ່ກີຣີອາດເຢອາຣີມເປັນເວລາຊາວປີ. ຊາມູເອນປາບພວກຟີລິດສະຕິນຢູ່ທີ່ມີຊະປາ
ຫລັງຈາກນັ້ນ ປະຊາຊົນອິດສະຣາເອນທັງໝົດກໍພາກັນກັບຄືນມາຫາພຣະເຈົ້າຢາເວ.3ດັ່ງນັ້ນ ຊາມູເອນຈຶ່ງເວົ້າກັບຊາວອິດສະຣາເອນວ່າ, “ຖ້າພວກເຈົ້າຫັນກັບມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າແລ້ວ ກໍໃຫ້ກຳຈັດບັນດາພະຕ່າງຊາດກັບພະອັດສະຕາກອອກໄປ ແລະ ຖວາຍຊີວິດຂອງພວກເຈົ້າແກ່ພຣະເຈົ້າຢາເວ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ, ແລ້ວພຣະອົງຈະຊ່ວຍກອບກູ້ພວກເຈົ້າໃຫ້ພົ້ນຈາກມືຂອງຊາວຟີລິດສະຕິນ”.4ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ທຳລາຍຮູບປັ້ນພະບາອານ ແລະ ພະອັດສະຕາກ ແລະ ຮັບໃຊ້ພຣະເຈົ້າຢາເວແຕ່ອົງດຽວ.5ຫລັງຈາກນັ້ນ ຊາມູເອນກໍໄດ້ເວົ້າວ່າ, “ຈົ່ງໃຫ້ຊາວອິດສະຣາເອນທັງໝົດມາຊຸມນຸມກັນຢູ່ທີ່ມີຊະປາ, ແລ້ວຂ້າພະເຈົ້າຈະອະທິຖານອ້ອນວອນຕໍ່ພຣະເຈົ້າຢາເວເພື່ອພວກເຈົ້າ”.6ເມື່ອພວກເຂົາມາຊຸມນຸມກັນຢູ່ທີ່ມີຊະປາ, ພວກເຂົາກໍໄດ້ຕັກນ້ຳຂຶ້ນມາເທລົງຕໍ່ໜ້າພຣະເຈົ້າຢາເວ. ໃນວັນນັ້ນພວກເຂົາໄດ້ຖືສິນອົດອາຫານ ແລະ ສາລະພາບວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ”. ບັດນີ້ ຊາມູເອນຈຶ່ງເປັນຜູ້ນຳ ຊາວອິດສະຣາເອນຢູ່ທີ່ມີຊະປາ.7ເມື່ອຊາວຟີລິດສະຕິນໄດ້ຍິນວ່າຊາວອິດສະຣາເອນໄດ້ຊຸມນຸມກັນຢູ່ທີ່ມີຊະປາ, ບັນດາຜູ້ມີອຳນາດປົກຄອງຂອງຟີລິດສະຕິນກໍມາໂຈມຕີພວກເຂົາ. ເມື່ອຊາວອິດສະຣາເອນຮູ້ຂ່າວ, ພວກເຂົາກໍຕົກໃຈຢ້ານພວກຟີລິດສະຕິນຫລາຍ.8ພວກເຂົາໄດ້ເວົ້າກັບຊາມູເອນວ່າ, “ຢ່າຢຸດອ້ອນວອນຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເພື່ອພວກເຮົາ, ເພື່ອພຣະອົງຈະຊ່ວຍກອບກູ້ພວກເຮົາອອກຈາກມືຂອງຊາວຟີລິດສະຕິນ”.9ຫລັງຈາກນັ້ນ ຊາມູເອນຈຶ່ງເອົາລູກແກະໂຕໜຶ່ງທີ່ຍັງບໍ່ອອກນົມມາຖວາຍແກ່ພຣະເຈົ້າຢາເວ ເພື່ອເປັນເຄື່ອງເຜົາບູຊາ. ເພິ່ນໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວແທນຊາວອິດສະຣາເອນ, ແລ້ວພຣະເຈົ້າຢາເວກໍຕອບເພິ່ນ.10ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງເຜົາບູຊາຢູ່ນັ້ນ, ຊາວຟີລິດສະຕິນກໍໄດ້ເຂົ້າມາໃກ້ເພື່ອສູ້ຮົບກັບອິດສະຣາເອນ. ແຕ່ໃນວັນນັ້ນພຣະເຈົ້າໄດ້ຕໍ່ສູ້ຊາວຟີລິດສະຕິນໂດຍໃຫ້ຟ້າຜ່າສຽງດັງສະໜັ່ນຫວັ່ນໄຫວ ເຮັດໃຫ້ພວກເຂົາຕື່ນຕົກໃຈ ແລະ ແຕກທັບຖອຍໄປຕໍ່ໜ້າຊາວອິດສະຣາເອນ.11ຄົນອິດສະຣາເອນໄດ້ພາກັນຫລັ່ງອອກຈາກເມືອງມີຊະປາ ແລະ ຕາມຂ້າຊາວຟີລິດສະຕິນໄປຕະຫລອດທາງຈົນຮອດເບັດຄາ.12ຫລັງຈາກນັ້ນ ຊາມູເອນຈຶ່ງໄດ້ນຳຫີນມາກ້ອນໜຶ່ງ ແລະ ຕັ້ງໄວ້ຢູ່ລະຫວ່າງເມືອງມີຊະປາ ແລະ ເມືອງເຊນ. ເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າເອເບັນເອເຊ, ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກເຮົາ”.13ດັ່ງນັ້ນ ຊາວຟີລິດສະຕິນຈຶ່ງພ່າຍແພ້ ແລະ ບໍ່ໄດ້ມາຮຸກຮານອິດສະຣາເອນອີກເລີຍ.
ຕະຫລອດຊົ່ວອາຍຸຂອງຊາມູເອນ, ມືຂອງພຣະເຈົ້າຢາເວໄດ້ຕໍ່ສູ້ກັບຊາວຟີລິດສະຕິນ.14ຫົວເມືອງຕ່າງໆທີ່ຢູ່ລະຫວ່າງເອັກໂຣນ ແລະ ກາດທີ່ຖືກຊາວຟີລິດສະຕິນຢຶດໄປນັ້ນ, ບັດນີ້ ຊາວອິດສະຣາເອນກໍໄດ້ຕີຄືນມາໄດ້ ແລະ ທັງຍັງໄດ້ກອບກູ້ດິນແດນທີ່ຢູ່ໃກ້ຄຽງຈາກອຳນາດຂອງຊາວຟີລິດສະຕິນ. ແລ້ວ ໃນລະຫວ່າງນັ້ນຊາວອິດສະຣາເອນກໍຢູ່ຢ່າງສັນຕິກັບຊາວອາໂມ.15ຊາມູເອນເປັນຜູ້ນຳຂອງຊາວອິດສະຣາເອນສືບຕໍ່ມາຕະຫລອດຊົ່ວອາຍຸຂອງເພິ່ນ.16ທຸກປີເພິ່ນຈະເດີນທາງອ້ອມໄປ ຈາກເບັດເອນໄປທີ່ກິນການ, ໄປມີຊະປາ, ເພື່ອພິຈາລະນາຄະດີຄວາມຂອງຊາວອິດສະຣາເອນໃນສະຖານທີ່ຕ່າງໆເຫລົ່ານັ້ນ.17ແຕ່ເພິ່ນຈະກັບມາທີ່ຣາມາ, ເຊິ່ງເປັນຖິ່ນຖານຂອງເພິ່ນສະເໝີ ແລະ ພິຈາລະນາຄະດີຄວາມຂອງຊາວອິດສະຣາເອນຢູ່ທີ່ນັ້ນດ້ວຍ ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ຣາມາ.

Biblica, Inc.