1 ຊາມູເອນ30
ດາວິດທຳລາຍຄົນອາມາເຫລັກ
1ດາວິດ ແລະ ຄົນຂອງເພິ່ນມາເຖິງຊິກລັກໃນມື້ທີສາມ. ບັດນີ້ ຊາວອາມາເຫລັກໄດ້ມາປຸ້ນເນເກັບ ແລະ ເມືອງຊິກລັກ. ພວກເຂົາໄດ້ໂຈມຕີ ແລະ ເຜົາເມືອງຊິກລັກ,2ແລະ ໄດ້ຈັບແມ່ຍິງ ແລະ ທຸກຄົນທີ່ຢູ່ໃນເມືອງ, ທັງເດັກ ແລະ ຜູ້ໃຫຍ່ໄປເປັນຊະເລີຍ. ພວກເຂົາບໍ່ໄດ້ຂ້າຜູ້ໃດ, ແຕ່ກວາດຕ້ອນພວກເຂົາໄປນໍາໃນຂະນະທີ່ພວກເຂົາເດີນທາງຕໍ່ໄປ.3ເມື່ອດາວິດ ແລະ ຄົນຂອງເພິ່ນມາຮອດເມືອງຊິກລັກ, ພວກເຂົາເຫັນວ່າເມືອງຖືກທໍາລາຍດ້ວຍໄຟ ແລະ ເມຍກັບລູກຊາຍລູກສາວຂອງພວກເຂົາກໍຖືກຈັບໄປເປັນຊະເລີຍ.4ດັ່ງນັ້ນ ດາວິດ ແລະ ຄົນຂອງເພິ່ນຈຶ່ງຮ້ອງໄຫ້ສຽງດັງຈົນບໍ່ມີແຮງທີ່ຈະຮ້ອງໄຫ້ອີກ.5ເມຍທັງສອງຄົນຂອງດາວິດກໍຕົກເປັນຊະເລີຍ ຄືອາຮີໂນອາມແຫ່ງຢິດຊະເຣນ ແລະ ອາບີກາຍເມຍໝ້າຍຂອງນາບານແຫ່ງກາເມນ.6ດາວິດທຸກໃຈຫລາຍເພາະຄົນຂອງເພິ່ນເວົ້າກັນວ່າຈະເອົາກ້ອນຫີນແກວ່ງໃສ່ດາວິດ; ພວກເຂົາຕ່າງກໍຂົມຂື່ນໃຈຍ້ອນລູກຊາຍລູກສາວຂອງພວກເຂົາ. ແຕ່ດາວິດໄດ້ຮັບກຳລັງໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.7ຫລັງຈາກນັ້ນ ດາວິດຈຶ່ງເວົ້າກັບປະໂລຫິດອາບີອາທາ, ລູກຊາຍຂອງອາຮີເມເຫລັກວ່າ, “ຂໍເອົາເສື້ອຄຸມເອໂຟດມາໃຫ້ຂ້ອຍ”. ອາບີອາທາກໍເອົາມາໃຫ້ເພິ່ນ,8ແລະ ດາວິດໄດ້ຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄລ່ຕາມກອງໂຈນນີ້ໄປບໍ? ຂ້ານ້ອຍຈະຕາມພວກເຂົາທັນບໍ?”ພຣະເຈົ້າກ່າວວ່າ, “ຈົ່ງຕາມພວກເຂົາໄປ, ເຈົ້າຈະຕາມພວກເຂົາທັນ ແລະ ຊ່ວຍຄົນທັງຫລາຍໄດ້ສຳເລັດ”.9ດາວິດ ແລະ ຄົນຂອງເພິ່ນຈຳນວນຫົກຮ້ອຍຄົນໄດ້ມາຮອດຮ່ອມພູເບໂສເຣ, ເຊິ່ງບາງຄົນກໍຢຸດພັກຢູ່ທີ່ນັ້ນ.10ເພາະມີສອງຮ້ອຍຄົນໝົດແຮງຂ້າມຮ່ອມພູໄປບໍ່ໄຫວ, ແຕ່ດາວິດ ແລະ ອີກສີ່ຮ້ອຍຄົນຍັງໄລ່ຕາມຕໍ່ໄປ.11ພວກເຂົາໄດ້ພົບຊາຍເອຢິບຄົນໜຶ່ງຢູ່ກາງທົ່ງນາ ແລະ ໄດ້ນຳເອົາລາວມາພົບດາວິດ. ພວກເຂົາໄດ້ເອົານ້ຳໃຫ້ລາວດື່ມ ແລະ ເອົາອາຫານໃຫ້ກິນ12ຄືເຂົ້າໜົມໝາກເດື່ອແຫ້ງຈຳນວນເລັກນ້ອຍ ແລະ ເຂົ້າໜົມໝາກອະງຸ່ນແຫ້ງສອງກ້ອນ. ລາວກິນແລ້ວຈຶ່ງມີແຮງຂຶ້ນເພາະລາວບໍ່ໄດ້ກິນອາຫານອັນໃດ ແລະ ບໍ່ໄດ້ດື່ມອັນໃດມາສາມວັນສາມຄືນແລ້ວ.13ດາວິດຖາມລາວວ່າ, “ເຈົ້າເປັນຄົນຂອງຜູ້ໃດ ແລະ ມາຈາກໃສ?”
ລາວຕອບວ່າ, “ຂ້ານ້ອຍເປັນຊາວເອຢິບ, ເປັນຂ້າທາດຂອງຊາວອາມາເຫລັກຄົນໜຶ່ງ. ນາຍຂອງຂ້ານ້ອຍໄດ້ຖິ້ມຂ້ານ້ອຍໄວ້ສາມວັນແລ້ວເພາະຂ້ານ້ອຍບໍ່ສະບາຍ.14ພວກເຮົາໄດ້ປຸ້ນເນເກັບແຫ່ງເຄເຣຕິເກດກັບເຂດແດນທີ່ເປັນຂອງຢູດາ ແລະ ເຂດແດນຂອງກາເລັບ. ແລ້ວພວກເຮົາກໍໄດ້ເຜົາເມືອງຊິກລັກ”.15ດາວິດຖາມວ່າ, “ເຈົ້ານຳທາງເຮົາລົງໄປເຖິງກອງໂຈນນັ້ນໄດ້ຫລື ບໍ່?”
ລາວຕອບວ່າ, “ຖ້າທ່ານສາບານໃນນາມຂອງພຣະເຈົ້າວ່າຈະບໍ່ຂ້າຂ້ານ້ອຍ ຫລື ສົ່ງຂ້ານ້ອຍກັບໄປໃຫ້ນາຍ, ຂ້ານ້ອຍກໍຈະນຳທາງທ່ານໄປຫາພວກເຂົາ”.16ລາວໄດ້ນຳດາວິດລົງໄປທີ່ນັ້ນ ແລະ ໃນທີ່ນັ້ນຊາວອາມາເຫລັກ, ກະຈາຍກັນຢູ່ເຕັມທົ່ງນາ, ກິນ, ດື່ມກັນຢ່າງສະໜຸກສະໜານ ແລະ ຊື່ນຊົມກັບຊັບສິນອັນຫລວງຫລາຍທີ່ຢຶດມາໄດ້ຈາກແດນຟີລິດສະຕິນ ແລະ ຈາກຢູດາ.17ແລງວັນນັ້ນດາວິດໄດ້ສູ້ຮົບກັບພວກເຂົາຈົນຮອດແລງຂອງມື້ຕໍ່ມາ ແລະ ບໍ່ມີຜູ້ໃດໜີລອດໄປໄດ້, ເວັ້ນແຕ່ຊາຍໜຸ່ມສີ່ຮ້ອຍຄົນທີ່ຂີ່ອູດໜີໄປ.18ດາວິດໄດ້ສິ່ງຂອງທຸກຢ່າງທີ່ພວກອາມາເຫລັກປຸ້ນໄປຄືນມາທັງໝົດ, ລວມທັງເມຍສອງຄົນ.19ບໍ່ມີສິ່ງໃດຂາດຫາຍໄປ, ບໍ່ວ່າເດັກ ຫລື ຜູ້ໃຫຍ່, ເດັກຊາຍ ຫລື ເດັກຍິງ, ສິ່ງຂອງທີ່ຖືກປຸ້ນ ຫລື ສິ່ງທີ່ຖືກຢຶດເອົາໄປ. ດາວິດໄດ້ຄືນມາທັງໝົດ.20ລາວຢຶດຝູງສັດທັງໝົດ ແລະ ຄົນຂອງລາວກໍກວາດຕ້ອນມາຂ້າງໜ້າອີກຝູງໜຶ່ງບອກວ່າ, “ນີ້ເປັນເຄື່ອງທີ່ດາວິດຢຶດມາ”.21ຫລັງຈາກນັ້ນ ດາວິດກໍກັບມາຫາສອງຮ້ອຍຄົນທີ່ໝົດແຮງຕິດຕາມເພິ່ນໄປບໍ່ໄຫວທີ່ຖ້າຢູ່ຮ່ອມພູເບໂສເຣ. ພວກເຂົາໄດ້ອອກມາພົບດາວິດ ແລະ ຄົນທີ່ຢູ່ກັບເພິ່ນ.22ແຕ່ບັນດາຄົນຊົ່ວ ແລະ ຄົນທີ່ມັກສ້າງບັນຫາໃນທ່າມກາງຜູ້ທີ່ໄປກັບດາວິດໄດ້ເວົ້າວ່າ, “ພວກເຮົາຈະບໍ່ແບ່ງສິ່ງຂອງທີ່ຢຶດຄືນມາໄດ້ໃຫ້ພວກເຂົາ. ເພາະພວກເຂົາບໍ່ໄດ້ໄປກັບພວກເຮົາ, ແຕ່ໃຫ້ພວກເຂົາເອົາເມຍ ແລະ ເອົາລູກຂອງຕົນຄືນໄປ ແລະ ອອກໄປ”.23ດາວິດໄດ້ຕອບວ່າ, “ບໍ່, ພີ່ນ້ອງຂອງຂ້າພະເຈົ້າເອີຍ, ພວກເຈົ້າບໍ່ຄວນເຮັດເຊັ່ນນັ້ນກັບສິ່ງທີ່ພຣະເຈົ້າຢາເວມອບໃຫ້ແກ່ພວກເຮົາ. ພຣະອົງປົກປ້ອງພວກເຮົາ ແລະ ໄດ້ມອບກອງກຳລັງຕ່າງໆທີ່ມາໂຈມຕີພວກເຮົານັ້ນໃຫ້ແກ່ພວກເຮົາ.24ຜູ້ໃດຈະເຫັນດີກັບສິ່ງທີ່ພວກເຈົ້າເວົ້າ? ພວກເຮົາຈະແບ່ງໃຫ້ເທົ່າກັນ. ທັງຄົນທີ່ອອກຮົບ ແລະ ຄົນທີ່ຄອຍຖ້າເບິ່ງແຍງເຄື່ອງຂອງ”.25ດາວິດຈຶ່ງຕັ້ງເປັນກົດເກນ ແລະ ຂໍ້ປະຕິບັດສຳລັບອິດສະຣາເອນຕັ້ງແຕ່ວັນນັ້ນຈົນເຖິງບັດນີ້.26ເມື່ອດາວິດມາຮອດເມືອງຊິກລັກ, ເພິ່ນກໍສົ່ງເຄື່ອງທີ່ຢຶດມາໄດ້ບາງສ່ວນໄປໃຫ້ບັນດາຜູ້ອາວຸໂສຂອງຢູດາທີ່ເປັນສະຫາຍຂອງເພິ່ນ ແລະ ແຈ້ງວ່າ, “ນີ້ຄືຂອງຂວັນສຳລັບທ່ານ ເຊິ່ງໄດ້ມາຈາກການປຸ້ນສັດຕູຂອງພຣະເຈົ້າຢາເວ”.27ດາວິດໄດ້ສົ່ງຂອງຂວັນເຫລົ່ານີ້ໄປຫາບັນດາຜູ້ນຳໃນເບັດເອັນ, ຣາໂມດ ເນເກັບ ແລະ ຢັດທີ;28ໃນອາໂຣເອ, ສິຟະໂມດ, ເອຊະເຕມົວ29ແລະ ຣາການ; ໃນຫົວເມືອງຕ່າງໆຂອງຊາວເຢຣາເມເອນ ແລະ ຊາວເກນິດ;30ໃນໂຮມາ, ໂບຣາຊານ, ອາຕາກ31ແລະ ເຮັບໂຣນ; ແລະ ໃນທີ່ຕ່າງໆ ເຊິ່ງດາວິດກັບຄົນຂອງເພິ່ນເຄີຍເດີນທາງໄປມາ.
Biblica, Inc.