1 ຊາມູເອນ25
ດາວິດ, ນາບານ ແລະ ອາບີກາຍ
1ບັດນີ້ ຊາມູເອນກໍໄດ້ຕາຍໄປ ແລະ ຊາວອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ແກ່ເພິ່ນ; ແລ້ວຝັງສົບເພິ່ນໄວ້ທີ່ຣາມາບ້ານເກີດຂອງເພິ່ນ. ສ່ວນດາວິດແມ່ນຍ້າຍລົງໄປທີ່ຖິ່ນແຫ້ງແລ້ງກັນດານປາຣານ. 2ມີເສດຖີຄົນໜຶ່ງໃນມາໂອນ, ເຊິ່ງມີຊັບສົມບັດຢູ່ທີ່ກາເມນ. ລາວມີແບ້ໜຶ່ງພັນໂຕ ແລະ ແກະສາມພັນໂຕ, ໃນຂະນະລາວໄດ້ໄປທີ່ກາກເມນເພື່ອຕັດຂົນແກະ.3ເສດຖີຄົນນີ້ມີຊື່ວ່ານາບານ ລາວເປັນເຊື້ອສາຍຂອງກາເຫລັບ ແລະ ເມຍຂອງລາວກໍມີຊື່ວ່າອາບີກາຍ. ນາງເປັນຄົນງາມ ແລະ ສະຫລາດ, ແຕ່ຜົວຂອງນາງເປັນຄົນໃຈແຄບ ແລະ ຫຍາບຄາຍ.4ຂະນະທີ່ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານ, ເພິ່ນກໍໄດ້ຍິນວ່ານາບານກຳລັງຕັດຂົນແກະຢູ່.5ດັ່ງນັ້ນ ລາວຈຶ່ງໄດ້ສັ່ງຊາຍໜຸ່ມສິບຄົນວ່າ, “ຈົ່ງໄປຫານາບານຢູ່ທີ່ກາກເມນ ແລະ ທັກທາຍລາວໃນນາມຂອງເຮົາ.6ຈົ່ງເວົ້າກັບລາວວ່າ: ‘ຂໍໃຫ້ທ່ານມີອາຍຸຍືນຍາວ! ຂໍໃຫ້ທ່ານ ແລະ ຄອບຄົວຂອງທ່ານມີສຸຂະພາບດີ! ແລະ ຂໍໃຫ້ທຸກສິ່ງທີ່ເປັນຂອງທ່ານຈະເລີນຂຶ້ນ!7“ ‘ຂ້າພະເຈົ້າຮູ້ມາວ່າທ່ານກຳລັງຕັດຂົນແກະ. ພວກຂ້າພະເຈົ້າບໍ່ເຄີຍທຳຮ້າຍຄົນລ້ຽງແກະຂອງທ່ານເລີຍຂະນະທີ່ພວກເຂົາອາໄສຢູ່ທ່າມກາງພວກຂ້າພະເຈົ້າ ແລະ ຕະຫລອດເວລາທີ່ພວກເຂົາຢູ່ໃນກາກເມນກໍບໍ່ມີສິ່ງໃດຂາດຫາຍໄປ.8ຂໍໃຫ້ຖາມຄົນຂອງທ່ານເບິ່ງວ່າເປັນເໝືອນທີ່ກ່າວມານີ້ບໍ. ເຫດສະນັ້ນ ຂໍທ່ານໄດ້ເອຶ້ອເຟຶ້ອແກ່ຄົນຂອງຂ້າພະເຈົ້າ, ເພາະພວກຂ້າພະເຈົ້າມາໃນງານລ້ຽງສະຫລອງນີ້. ຂໍໃຫ້ດາວິດລູກຊາຍຂອງທ່ານ ແລະ ຜູ້ຮັບໃຊ້ຂອງທ່ານແລ້ວແຕ່ຈະເອື້ອເຟື້ອພວກເຂົາ’ ”.9ເມື່ອບັນດາຄົນຂອງດາວິດມາຮອດ, ພວກເຂົາກໍບອກໃຫ້ນາບານຮູ້ຕາມນັ້ນໃນນາມຂອງດາວິດ. ຫລັງຈາກນັ້ນ ພວກເຂົາກໍລໍຟັງຄຳຕອບ.10ນາບານໄດ້ຕອບບັນດາຄົນຮັບໃຊ້ຂອງດາວິດວ່າ, “ດາວິດແມ່ນຜູ້ໃດ? ລູກຊາຍຂອງເຢຊີຄົນນີ້ແມ່ນຜູ້ໃດ? ທຸກມື້ນີ້ກໍມີລູກຈ້າງຫລາຍຄົນໄດ້ໜີຈາກນາຍຂອງຕົນໄປ.11ເປັນຫຍັງເຮົາຈຶ່ງຈະເອົາເຂົ້າຈີ່ກັບນ້ຳ ແລະ ຊີ້ນທີ່ເຮົາຂ້າສຳລັບຄົນຕັດຂົນແກະຂອງເຮົາໄປໃຫ້ກຸ່ມຄົນທີ່ເຮົາບໍ່ຮູ້ຈັກເລີຍ?”12ຄົນຂອງດາວິດຈຶ່ງກັບມາລາຍງານທຸກຖ້ອຍຄຳທີ່ນາບານກ່າວ.13ດາວິດໄດ້ເວົ້າກັບຄົນຂອງຕົນວ່າ, “ໃຫ້ທຸກຄົນຖືດາບຂອງຕົນ!” ດັ່ງນັ້ນ ທຸກຄົນຈຶ່ງຖືດາບ ແລະ ດາວິດເອງກໍພາຍດາບອອກເດີນທາງ. ມີພັກພວກປະມານ 400 ຄົນ ຕິດຕາມໄປ, ສ່ວນອີກສອງຮ້ອຍຄົນເຝົ້າເຄື່ອງຢູ່ທີ່ເບື້ອງຫລັງ.14ມີຄົນໃຊ້ຄົນໜຶ່ງຂອງນາບານໄດ້ໄປບອກອາບີກາຍ, ເມຍຂອງນາບານວ່າ, “ດາວິດໄດ້ສົ່ງຄົນຈາກຖິ່ນແຫ້ງແລ້ງກັນດານມາທັກທາຍນາຍຂອງພວກເຮົາ, ແຕ່ນາຍໄດ້ໝິ່ນປະໝາດຄົນພວກເຂົາ.15ແທ້ຈິງແລ້ວຄົນຂອງດາວິດແມ່ນດີຕໍ່ພວກເຮົາຫລາຍ. ພວກເຂົາບໍ່ໄດ້ເຮັດອັນຕະລາຍແກ່ພວກເຮົາເລີຍ ແລະ ຕະຫລອດເວລາທີ່ພວກເຮົາຢູ່ກາງທົ່ງນາໃກ້ໆພວກເຂົານັ້ນ ກໍບໍ່ມີອັນໃດເສຍໄປຈັກຢ່າງ.16ພວກເຂົາເປັນເກາະກຳບັງໃຫ້ພວກເຮົາທັງກາງເວັນ ແລະ ກາງຄືນຕະຫລອດເວລາທີ່ພວກເຮົາລ້ຽງແກະຢູ່ໃກ້ໆພວກເຂົາ.17ຂໍໃຫ້ນາຍຄິດທົບທວນເບິ່ງວ່ານາຍຈະເຮັດຫຍັງໄດ້ແດ່, ເພາະໄພກຳລັງຈະມາເຖິງນາຍ ແລະ ຄອບຄົວຂອງນາຍທັງໝົດ. ນາຍຂອງພວກເຮົາເປັນຄົນຊົ່ວຮ້າຍບໍ່ຍອມຟັງຄຳຂອງຜູ້ໃດເລີຍ”.18ອາບີກາຍບໍ່ໄດ້ຊັກຊ້າ. ນາງຟ້າວຈັດເຂົ້າຈີ່ 200 ກ້ອນ, ເຫລົ້າອະງຸ່ນ 2 ຖົງໜັງ, ຊີ້ນແກະທີ່ເຮັດສຳເລັດແລ້ວຫ້າໂຕ, ເຂົ້າຂົ້ວ 5 ຊີ, ເຂົ້າໜົມໝາກອະງຸ່ນແຫ້ງ 100 ກ້ອນ ແລະ ເຂົ້າໜົມໝາກເດື່ອ 200 ກ້ອນ ແລະ ໃຊ້ລໍບັນທຸກເຄື່ອງເຫລົ່ານີ້ໄປ.19ນາງໄດ້ສັ່ງບັນດາຄົນຮັບໃຊ້ຂອງຕົນວ່າ, “ຈົ່ງຟ້າວລ່ວງໜ້າໄປກ່ອນ; ຂ້ອຍຈະຕາມຫລັງພວກເຈົ້າໄປ”. ແຕ່ນາງບໍ່ໄດ້ບອກນາບານຜົວຂອງຕົນ.20ຂະນະທີ່ນາງກຳລັງຂີ່ລໍມາຕາມທາງໄປສູ່ຮ່ອມພູເລິກ, ນາງກໍໄດ້ພົບດາວິດ ແລະ ຄົນຂອງເພິ່ນກໍາລັງມຸ່ງໜ້າມາຫານາງ.21ດາວິດຫາກໍເວົ້າວ່າ, “ບໍ່ມີປະໂຫຍດທີ່ເຮົາເຝົ້າເບິ່ງແຍງຝູງສັດຂອງຄົນນີ້ໃນຖິ່ນແຫ້ງແລ້ງກັນດານ ເພື່ອບໍ່ໃຫ້ມີອັນໃດເສຍໄປຈັກຢ່າງ. ລາວຕອບແທນການດີຂອງເຮົາດ້ວຍການຊົ່ວ.22ຖ້າຮອດມື້ເຊົ້າມາ, ເຮົາຍັງໄວ້ຊີວິດຜູ້ຊາຍທີ່ເປັນຄົນຂອງນາບານແມ່ນແຕ່ຄົນດຽວ, ຂໍພຣະເຈົ້າຈັດການກັບເຮົາ ຢ່າງໜັກ!”23ເມື່ອອາບີກາຍໄດ້ເຫັນດາວິດ, ນາງຈຶ່ງຟ້າວລົງຈາກຫລັງລໍ ແລະ ໝອບກາບລົງໝູບໜ້າລົງທີ່ພື້ນຕໍ່ໜ້າດາວິດ.24ນາງໄດ້ໝອບລົງທີ່ຕີນດາວິດ ແລະ ເວົ້າວ່າ: “ຂໍກະລຸນາ, ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ຜູ້ຮັບໃຊ້ຂອງທ່ານໄດ້ເວົ້າກັບທ່ານ; ຂໍກະລຸນາຟັງສິ່ງທີ່ຜູ້ຮັບໃຊ້ຂອງທ່ານຈະເວົ້າ.25ຂໍໃຫ້ເຈົ້ານາຍຂອງຂ້ານ້ອຍຢ່າໄດ້ສົນໃຈນໍານາບານຄົນຊົ່ວຮ້າຍນັ້ນເລີຍ. ລາວເປັນຄົນໂງ່ຊື່ເໝືອນກັບຊື່ຂອງລາວ, ຄວາມໂງ່ຂອງລາວຈະຕິດຕາມລາວໄປ. ສ່ວນຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ບໍ່ທັນໄດ້ພົບຄົນທີ່ທ່ານສົ່ງໄປ.26ບັດນີ້, ເຈົ້ານາຍຂອງຂ້ານ້ອຍ, ເນື່ອງຈາກພຣະເຈົ້າຢາເວໄດ້ປ້ອງກັນບໍ່ໃຫ້ມືຂອງທ່ານເປື້ອນເລືອດດ້ວຍການລົງມືແກ້ແຄ້ນເອງ, ພຣະເຈົ້າຢາເວມີຊີວິດຢູ່ສັນໃດ ແລະ ທ່ານມີຊີວິດຢູ່ສັນໃດ, ຂໍໃຫ້ສັດຕູ ແລະ ຄົນທັງປວງທີ່ມຸ້ງຮ້າຍຕໍ່ທ່ານຈົ່ງເປັນເໝືອນນາບານສັນນັ້ນ.27ແລະ ນີ້ຄືຂອງຂວັນທີ່ຜູ້ຮັບໃຊ້ຂອງທ່ານນຳມາມອບໃຫ້ແກ່ທ່ານ, ຂໍທ່ານຈົ່ງມອບໃຫ້ແກ່ຄົນທີ່ຕິດຕາມທ່ານດ້ວຍ.28“ຂໍໂຜດຍົກໂທດໃຫ້ແກ່ຄວາມຜິດຂອງຜູ້ຮັບໃຊ້ຂອງທ່ານດ້ວຍ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງທ່ານຈະໃຫ້ທ່ານ ແລະ ເຊື້ອສາຍຂອງທ່ານເປັນກະສັດຕະຫລອດໄປຢ່າງແນ່ນອນ, ເພາະທ່ານໄດ້ຕໍ່ສູ້ໃນສົງຄາມຂອງພຣະເຈົ້າຢາເວ ແລະ ຂໍຢ່າໃຫ້ພົບການກະທຳຜິດໃນໂຕທ່ານເລີຍຕະຫລອດຊີວິດຂອງທ່ານ.29ເຖິງແມ່ນຈະມີຄົນໄລ່ຕາມເອົາຊີວິດຂອງທ່ານ, ທ່ານກໍຍັງຄົງປອດໄພຢູ່ພາຍໃຕ້ການປົກປ້ອງຄຸ້ມຄອງຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ແຕ່ຊີວິດສັດຕູຂອງທ່ານຈະຫາຍໄປເໝືອນຖືກແກວ່ງຈາກສະລິງ.30ເມື່ອພຣະເຈົ້າຢາເວເຮັດໃຫ້ສິ່ງດີງາມທັງໝົດແກ່ທ່ານຕາມຄຳສັນຍາ ແລະ ໄດ້ຕັ້ງທ່ານໃຫ້ເປັນຜູ້ນຳເໜືອອິດສະຣາເອນແລ້ວ,31ທ່ານຈະບໍ່ໄດ້ເສຍໃຈທີ່ຂ້າຄົນໂດຍບໍ່ຈຳເປັນ ຫລື ລົງມືແກ້ແຄ້ນເອງ ແລະ ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ນຳຄວາມສຳເລັດມາໃຫ້ທ່ານແລ້ວ, ໂຜດລະນຶກເຖິງຜູ້ຮັບໃຊ້ຂອງທ່ານດ້ວຍ”.32ດາວິດໄດ້ຕອບອາບີກາຍວ່າ, “ຂໍຖວາຍສັນເສີນແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຜູ້ໄດ້ສົ່ງເຈົ້າມາພົບເຮົາໃນວັນນີ້.33ຂໍພຣະເຈົ້າອວຍພອນເຈົ້າສຳລັບການຕັດສິນໃຈທີ່ດີຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຊ່ວຍປ້ອງກັນເຮົາບໍ່ໃຫ້ຂ້າຄົນໃນວັນນີ້ ແລະ ບໍ່ຕ້ອງແກ້ແຄ້ນໃຫ້ມືເປື້ອນເລືອດ.34ບໍ່ດັ່ງນັ້ນ, ພຣະເຈົ້າຢາວ ພຣະເຈົ້າແຫ່ງອິດສະຣາເອນຜູ້ປ້ອງກັນບໍ່ໃຫ້ເຮົາເຮັດອັນຕະລາຍໃຫ້ເຈົ້າ, ຊີວິດຢູ່ສັນໃດ, ຖ້າເຈົ້າບໍ່ໄດ້ມາພົບເຮົາຢ່າງວ່ອງໄວ, ຄົນຂອງນາບານກໍຄົງບໍ່ມີຊີວິດເຫລືອລອດແມ່ນແຕ່ຄົນດຽວໃນເຊົ້າມື້ອື່ນສັນນັ້ນ”.35ແລ້ວດາວິດຈຶ່ງຮັບເອົາຂອງຂວັນຈາກນາງ ແລະ ເວົ້າວ່າ, “ຈົ່ງກັບໄປຢ່າງສັນຕິ. ເຮົາຮັບຟັງຄຳຂອງເຈົ້າ ແລະ ຈະເຮັດຕາມຄຳຮ້ອງຂໍຂອງເຈົ້າ”.36ເມື່ອນາງອາບີກາຍກັບຄືນເມືອຫານາບານ, ກໍພົບວ່ານາບານກຳລັງຈັດງານລ້ຽງໃຫຍ່ຢູ່ໃນເຮືອນປານງານລ້ຽງຂອງກະສັດ. ນາບານກຳລັງມ່ວນຊື່ນ ແລະ ເມົາຢ່າງໜັກ. ດັ່ງນັ້ນ ນາງຈຶ່ງບໍ່ໄດ້ເລົ່າສິ່ງໃດໃຫ້ລາວຟັງຈົນຮອດມື້ເຊົ້າ.37ໃນຕອນເຊົ້າ, ເມື່ອລາວຊ່ວງເມົາແລ້ວ ເມຍຂອງລາວກໍໄດ້ເລົ່າເຫດການທຸກຢ່າງທີ່ເກີດຂຶ້ນໃຫ້ລາວຟັງ ແລ້ວລາວກໍຕົກໃຈຫລາຍ ແລະ ບໍ່ເໜັງຕີງເໝືອນກັບກ້ອນຫີນ.38ປະມານສິບວັນຕໍ່ມາ, ພຣະເຈົ້າຢາເວໄດ້ລົງໂທດນາບານ ແລະ ລາວກໍຕາຍ.39ເມື່ອດາວິດໄດ້ຍິນວ່ານາບານຕາຍແລ້ວ, ເພິ່ນກໍເວົ້າວ່າ, “ສັນລະເສີນພຣະເຈົ້າຢາເວ, ຜູ້ໃຫ້ຄວາມເປັນທຳແກ່ຂ້ານ້ອຍແລ້ວເພາະລາວໄດ້ໝິ່ນປະໝາດຂ້ານ້ອຍ ແລະ ໄດ້ປ້ອງກັນຜູ້ຮັບໃຊ້ຂອງພຣະອົງບໍ່ໃຫ້ເຮັດຜິດ ແລະ ໃຫ້ນາບານໄດ້ຮັບໂທດສົມກັບຄວາມຜິດຂອງລາວ”.ຫລັງຈາກນັ້ນ ດາວິດກໍໄດ້ສົ່ງຄົນໄປຂໍນາງອາບີກາຍມາເປັນເມຍ,40ຄົນຂອງດາວິດໄດ້ມາທີ່ກາກເມນ ແລະ ເວົ້າກັບອາບີກາຍວ່າ, “ດາວິດໄດ້ສົ່ງພວກເຮົາມາຮັບທ່ານໄປເປັນເມຍຂອງເພິ່ນ”.41ນາງໄດ້ໝອບກາບໝູບໜ້າລົງທີ່ພື້ນ ແລະ ເວົ້າວ່າ, “ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ແລ້ວກໍພ້ອມທີ່ຈະຮັບໃຊ້ທ່ານ ແລະ ລ້າງຕີນໃຫ້ບັນດາຜູ້ຮັບໃຊ້ຂອງທ່ານ”.42ອາບີກາຍຟ້າວຂຶ້ນລໍໄປກັບຜູ້ນໍາຂ່າວຂອງດາວິດ ໂດຍມີສາວໃຊ້ຫ້າຄົນຕິດຕາມໄປນໍາ ແລະ ນາງໄດ້ເປັນເມຍຂອງດາວິດ.43ດາວິດຍັງໄດ້ແຕ່ງງານກັບນາງອາຮີໂນອາມຈາກຢິດຊະເຣນ ແລະ ນາງທັງສອງໄດ້ເປັນເມຍຂອງດາວິດ.44ແຕ່ໂຊນໄດ້ຍົກມີການລູກສາວຂອງເພິ່ນ, ເຊິ່ງເປັນເມຍຂອງດາວິດໃຫ້ແກ່ປານຕີ ລູກຊາຍຂອງລາອິດຜູ້ມາຈາກການລິມ.
Biblica, Inc.