1 ຊາມູເອນ24
ດາວິດໄວ້ຊີວິດໂຊນ
1ຫລັງຈາກທີ່ໂຊນກັບມາຈາກການສູ້ຮົບກັບຊາວຟີລິດສະຕິນ, ມີຄົນມາລາຍງານເພິ່ນວ່າ, “ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານເອນເກດີ”.2ດັ່ງນັ້ນ ໂຊນຈຶ່ງນຳບັນດາຄົນໜຸ່ມທີ່ມີຄວາມສາມາດຈາກທົ່ວອິດສະຣາເອນສາມພັນຄົນໄປຄົ້ນຫາດາວິດ ແລະ ພັກພວກຂອງເພິ່ນຢູ່ໃກ້ໂງ່ນຫີນແບ້ປ່າ.3ໂຊນໄດ້ຂຶ້ນມາຮອດຄອກແກະຢູ່ແຄມທາງ; ຢູ່ທີ່ນັ້ນມີຖ້ຳແຫ່ງໜຶ່ງ ແລະ ໂຊນກໍໄດ້ເຂົ້າໄປໃນຖ້ຳນັ້ນເພື່ອໄປຖ່າຍ. ດາວິດກັບພັກພວກຂອງຕົນກໍຢູ່ໃນຖ້ຳນັ້ນທີ່ເລິກເຂົ້າໄປອີກ.4ຄົນຂອງດາວິດໄດ້ເວົ້າວ່າ, “ມື້ນີ້ແມ່ນມື້ທີ່ພຣະເຈົ້າຢາເວເວົ້າ ກັບທ່ານໄວ້ວ່າ, ‘ເຮົາຈະມອບສັດຕູໄວ້ໃນມືຂອງເຈົ້າ ຈົ່ງເຮັດກັບລາວຕາມໃຈເຈົ້າ’ ”. ແລ້ວດາວິດກໍຄານເຂົ້າໄປ ແລະ ຕັດສົ້ນເສື້ອຄຸມຂອງໂຊນໂດຍທີ່ໂຊນບໍ່ຮູ້ໂຕ.5ຕໍ່ມາ, ດາວິດຮູ້ສຶກຜິດທີ່ໄດ້ຕັດສົ້ນເສື້ອຄຸມຂອງໂຊນ.6ດາວິດໄດ້ເວົ້າກັບພັກພວກຂອງຕົນວ່າ, “ພຣະເຈົ້າຢາເວໄດ້ຫ້າມຂ້ອຍບໍ່ໃຫ້ເຮັດເຊັ່ນນັ້ນຕໍ່ນາຍຂອງຂ້ອຍ, ຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້, ຫລື ບໍ່ໃຫ້ລົງມືທຳຮ້າຍກະສັດ; ເພາະເພິ່ນເປັນຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້”.7ດາວິດເວົ້າດັ່ງນີ້ກໍເພື່ອຫ້າມຄົນຂອງຕົນບໍ່ໃຫ້ທຳຮ້າຍໂຊນ. ແລ້ວໂຊນກໍໄດ້ອອກໄປຈາກຖ້ຳ ແລະ ໄປຕາມທາງຂອງເພິ່ນ.8ຫລັງຈາກນັ້ນ ດາວິດກໍອອກໄປຈາກຖ້ຳ ແລະ ຮ້ອງບອກໂຊນວ່າ, “ກະສັດຜູ້ເປັນເຈົ້ານາຍຂອງຂ້ານ້ອຍ!” ເມື່ອໂຊນຫັນໜ້າມາ, ດາວິດກໍໝອບລົງ ແລະ ກົ້ມໜ້າລົງພື້ນ.9ເພິ່ນໄດ້ເວົ້າຕໍ່ໂຊນວ່າ, “ເປັນຫຍັງທ່ານຈຶ່ງຟັງຄົນທັງຫລາຍທີ່ເວົ້າວ່າ, ‘ດາວິດມຸ່ງທໍາລາຍທ່ານ’?10ມື້ນີ້ທ່ານກໍເຫັນກັບຕາແລ້ວວ່າທີ່ພຣະເຈົ້າຢາເວໄດ້ມອບທ່ານໄວ້ໃນມືຂອງຂ້ານ້ອຍໃນຖ້ຳນີ້. ມີຜູ້ສະໜັບສະໜູນຂ້ານ້ອຍໃຫ້ຂ້າທ່ານ, ແຕ່ຂ້ານ້ອຍໄວ້ຊີວິດທ່ານ; ເພາະຂ້ານ້ອຍໄດ້ເວົ້າໄວ້ວ່າ, ‘ຂ້ານ້ອຍຈະບໍ່ລົງມືຂອງຕົນທຳຮ້າຍເຈົ້ານາຍຂອງຂ້ານ້ອຍ, ເພາະວ່າທ່ານເປັນຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້’.11ເບິ່ງແມ, ພໍ່ຂອງຂ້ານ້ອຍ, ຂໍໃຫ້ເບິ່ງສົ້ນຂອງເສື້ອຄຸມຂອງທ່ານທີ່ຢູ່ໃນມືຂອງຂ້ານ້ອຍນີ້! ຂ້ານ້ອຍໄດ້ຕັດສົ້ນເສື້ອຄຸມຂອງທ່ານອອກມາ ແຕ່ບໍ່ໄດ້ຂ້າທ່ານ. ບັດນີ້ ຂໍໃຫ້ເຂົ້າໃຈວ່າໃນມືຂອງຂ້ານ້ອຍບໍ່ມີສິ່ງໃດບອກວ່າຂ້ານ້ອຍມີຄວາມຜິດ ຫລື ກະບົດຕໍ່ທ່ານ. ຂ້ານ້ອຍບໍ່ໄດ້ເຮັດຜິດຕໍ່ທ່ານ, ເຖິງແມ່ນວ່າທ່ານໄດ້ໄລ່ຕາມເອົາຊີວິດຂ້ານ້ອຍຢູ່.12ຂໍໃຫ້ພຣະເຈົ້າຢາເວຕັດສິນຄວາມລະຫວ່າງທ່ານກັບຂ້ານ້ອຍ ແລະ ຂໍໃຫ້ພຣະເຈົ້າຢາເວໄດ້ຕອບແທນສິ່ງທີ່ທ່ານໄດ້ເຮັດຜິດຕໍ່ຂ້ານ້ອຍ, ແຕ່ມືຂອງຂ້ານ້ອຍເອງຈະບໍ່ແຕະຕ້ອງທ່ານ.13ຄຳບູຮານກ່າວໄວ້ວ່າ, ‘ການກະທຳຊົ່ວມາຈາກຄົນຊົ່ວ,’ ດັ່ງນັ້ນ ຂ້ານ້ອຍຈະບໍ່ແຕະຕ້ອງທ່ານເລີຍ.14“ຜູ້ໃດທີ່ກະສັດແຫ່ງອິດສະຣາເອນອອກໄລ່ຕາມ? ທ່ານໄລ່ຕາມຜູ້ໃດ? ໝາຕາຍບໍ? ໝັດໂຕໜຶ່ງບໍ?15ຂໍໃຫ້ພຣະເຈົ້າຢາເວເປັນຜູ້ພິພາກສາຕັດສິນລະຫວ່າງພວກເຮົາ. ຂໍພຣະອົງພິຈາລະນາຄະດີຂອງຂ້ານ້ອຍ ແລະ ຢືນຢັນວ່າຂ້ານ້ອຍບໍ່ຜິດ; ຂໍຕັດສິນວ່າຂ້ານ້ອຍບໍ່ຜິດໂດຍການຊ່ວຍກອບກູ້ໃຫ້ພົ້ນຈາກມືຂອງທ່ານ”.16ເມື່ອດາວິດເວົ້າຈົບແລ້ວ, ໂຊນກໍຖາມວ່າ, “ນັ້ນສຽງຂອງເຈົ້າບໍ, ດາວິດລູກຂອງພໍ່?” ແລະ ເພິ່ນກໍຮ້ອງໄຫ້ສຽງດັງ.17ເພິ່ນເວົ້າວ່າ, “ເຈົ້າເປັນຄົນຊອບທຳຫລາຍກວ່າເຮົາ, ເຈົ້າດີຕໍ່ເຮົາມາຕະຫລອດ, ແຕ່ເຮົາກັບເຮັດຮ້າຍຕໍ່ເຈົ້າ.18ບັດນີ້ ເຈົ້າຫາກໍໄດ້ບອກເຮົາເຖິງຄວາມດີທີ່ເຈົ້າໄດ້ເຮັດຕໍ່ເຮົາ; ພຣະເຈົ້າຢາເວໄດ້ມອບເຮົາໄວ້ໃນມືຂອງເຈົ້າ, ແຕ່ເຈົ້າກໍບໍ່ໄດ້ຂ້າເຮົາ.19ມີຜູ້ໃດບໍທີ່ພົບສັດຕູແລ້ວປ່ອຍໄປ, ໂດຍບໍ່ເຮັດອັນຕະລາຍ? ຂໍໃຫ້ພຣະເຈົ້າຢາເວມອບບຳເໜັດໃຫ້ແກ່ເຈົ້າທີ່ເຈົ້າໄດ້ເມດຕາເຮົາໃນວັນນີ້.20ເຮົາຮູ້ວ່າເຈົ້າຈະໄດ້ເປັນກະສັດຢ່າງແນ່ນອນ ແລະ ອານາຈັກອິດສະຣາເອນຈະໝັ້ນຄົງໃນມືຂອງເຈົ້າ.21ບັດນີ້ ຈົ່ງສາບານໃນນາມພຣະເຈົ້າຢາເວວ່າ ເມື່ອເຖິງເວລານັ້ນ ເຈົ້າຈະບໍ່ຂ້າຄົນໃນຄອບຄົວຂອງເຮົາ ຫລື ກວາດລ້າງເຊື້ອສາຍຂອງເຮົາ”.22ດັ່ງນັ້ນ ດາວິດຈຶ່ງໄດ້ປະຕິຍານຕໍ່ໂຊນ. ຫລັງຈາກນັ້ນ ໂຊນຈຶ່ງເດີນທາງກັບວັງ, ສ່ວນດາວິດ ແລະ ຄົນຂອງເພິ່ນກໍໄດ້ກັບໄປທີ່ໝັ້ນຂອງຕົນ.Biblica, Inc.