1 ຊາມູເອນ26
ດາວິດໄວ້ຊີວິດຂອງໂຊນອີກ
1ຊາວຊິເຟໄດ້ມາພົບໂຊນຢູ່ທີ່ເມືອງກີເບອາ ແລະ ເວົ້າວ່າ, “ດາວິດກຳລັງລີ້ຢູ່ທີ່ພູເຂົາຮາກີລາ, ກົງກັນຂ້າມກັບເຢຊິໂມນບໍ່ແມ່ນບໍ?”2ດັ່ງນັ້ນ ໂຊນຈຶ່ງລົງໄປທີ່ຖິ່ນແຫ້ງແລ້ງກັນດານສີເຟ, ໂດຍນຳກອງທະຫານທີ່ຄັດເລືອກແລ້ວສາມພັນຄົນໃນອິດສະຣາເອນໄປຄົ້ນຫາດາວິດ.3ໂຊນໄດ້ຕັ້ງຄ້າຍພັກຢູ່ທີ່ແຄມທາງເທິງໂນນພູຮາກີລາ ກົງກັນຂ້າມກັບເຢຊິໂມນ, ສ່ວນດາວິດແມ່ນຢູ່ໃນຖິ່ນແຫ້ງແລ້ງກັນດານ. ເມື່ອດາວິດເຫັນວ່າໂຊນມາຕາມຫາຕົນຢູ່ທີ່ນັ້ນ,4ເພິ່ນກໍໄດ້ສົ່ງຄົນມາສືບຂ່າວ ແລະ ຮູ້ວ່າໂຊນມາຮອດແນ່ນອນແລ້ວ.5ຫລັງຈາກນັ້ນ ດາວິດກໍອອກໄປ ແລະ ໄປບ່ອນທີ່ໂຊນຕັ້ງຄ້າຍພັກຢູ່. ດາວິດໄດ້ເຫັນສະຖານທີ່ບ່ອນທີ່ໂຊນກັບອັບເນລູກຊາຍຂອງເນຣະ ເຊິ່ງເປັນຜູ້ບັນຊາການທະຫານນອນຢູ່. ໂຊນກຳລັງນອນຢູ່ໃນຄ້າຍພັກ, ໂດຍມີທະຫານຕັ້ງຄ້າຍພັກຢູ່ອ້ອມເພິ່ນ.6ດາວິດຈຶ່ງຖາມອາຮີເມເຫລັກຊາວຮິດຕີ ແລະ ອາບີໄຊນ້ອງຊາຍຂອງໂຢອາບລູກຊາຍຂອງນາງເຊຣູອີຢາວ່າ, “ຜູ້ໃດຈະລົງໄປຫາໂຊນໃນຄ້າຍພັກກັບເຮົາ?”ອາບີໄຊຕອບວ່າ, “ຂ້າພະເຈົ້າຈະໄປກັບທ່ານ”.7ດັ່ງນັ້ນ ດາວິດ ແລະ ອາບີໄຊຈຶ່ງໄດ້ລົງໄປທີ່ກອງທັບໃນເວລາກາງຄືນ, ໂຊນກຳລັງນອນຫລັບຢູ່ໃນຄ້າຍ ພ້ອມກັບຫອກທີ່ປັກຢູ່ພື້ນຂ້າງຫົວຂອງເພິ່ນ. ສ່ວນອັບເນ ແລະ ທະຫານທັງຫລາຍແມ່ນນອນຢູ່ອ້ອມເພິ່ນ.8ອາບີໄຊໄດ້ເວົ້າກັບດາວິດວ່າ, “ວັນນີ້ພຣະເຈົ້າໄດ້ມອບສັດຕູໄວ້ໃນມືຂອງທ່ານແລ້ວ. ບັດນີ້ ຂໍໃຫ້ຂ້າພະເຈົ້າໃຊ້ຫອກແທງໂຊນຕິດກັບພື້ນຄັ້ງດຽວໂດຍບໍ່ຕ້ອງແທງຄັ້ງທີສອງ”.9ແຕ່ດາວິດເວົ້າກັບອາບີໄຊວ່າ, “ຢ່າທຳລາຍເພິ່ນເລີຍ! ຜູ້ໃດຈະພົ້ນຄວາມຜິດໄປໄດ້ທີ່ກ້າແຕະຕ້ອງຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້?10ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ພຣະເຈົ້າຢາເວຈະລົງມືເອງສັນນັ້ນ, ເມື່ອເຖິງເວລາຂອງເພິ່ນ ແລ້ວເພິ່ນກໍຈະຕາຍເອງ ຫລື ຖ້າເພິ່ນອອກຮົບ ເພິ່ນກໍຈະຈິບຫາຍ.11ແຕ່ຂໍພຣະເຈົ້າຢາເວຫ້າມຂ້ອຍໄວ້ບໍ່ໃຫ້ແຕະຕ້ອງຜູ້ທີ່ພຣະເຈົ້າຢາເວເຈີມໄວ້. ໃຫ້ພວກເຮົາເອົາຫອກ ແລະ ໄຫນໍ້າຢູ່ຂ້າງຫົວຂອງເພິ່ນ ແລະ ກໍໄປ”.12ດັ່ງນັ້ນ ດາວິດຈຶ່ງເອົາຫອກ ແລະ ໄຫນ້ຳທີ່ຢູ່ຂ້າງຫົວຂອງໂຊນອອກໄປ. ໂດຍບໍ່ມີຜູ້ໃດຮູ້ເຫັນ ຫລື ຕື່ນຂຶ້ນມາ. ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົານອນຫລັບສະໜິດ.13ຫລັງຈາກນັ້ນ ດາວິດກໍໄດ້ຂ້າມໄປອີກຟາກໜຶ່ງ ແລະ ໄປຢືນຢູ່ເທິງຍອດພູທີ່ໄກອອກໄປ; ມີບ່ອນວ່າງກວ້າງໃຫຍ່ລະຫວ່າງທັງສອງຝ່າຍ.14ເພິ່ນໄດ້ຮ້ອງໃສ່ອັບເນລູກຊາຍຂອງເນຣະ ແລະ ກອງທະຫານວ່າ, “ອັບເນ ທ່ານຈະບໍ່ຕອບເຮົາບໍ?”
ອັບເນໄດ້ຕອບວ່າ, “ເຈົ້າແມ່ນຜູ້ໃດຈຶ່ງກ້າຮ້ອງຫາກະສັດ?”15ດາວິດເວົ້າວ່າ, “ທ່ານເປັນລູກຜູ້ຊາຍບໍ່ແມ່ນບໍ? ແລະ ທົ່ວອິດສະຣາເອນມີຜູ້ໃດທີ່ເກັ່ງກ້າຄືກັບທ່ານ? ເປັນຫຍັງຈຶ່ງບໍ່ປົກປ້ອງກະສັດຜູ້ເປັນເຈົ້ານາຍຂອງທ່ານ? ປ່ອຍໃຫ້ບາງຄົນມາທຳຮ້າຍກະສັດຜູ້ເປັນເຈົ້ານາຍຂອງທ່ານ.16ສິ່ງທີ່ທ່ານໄດ້ເຮັດນັ້ນແມ່ນບໍ່ດີ. ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ທ່ານກັບຄົນຂອງທ່ານກໍສົມຄວນຕາຍສັນນັ້ນ, ເພາະທ່ານບໍ່ໄດ້ປ້ອງກັນເຈົ້ານາຍຂອງທ່ານ, ຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້. ຈົ່ງເບິ່ງໃຫ້ທົ່ວ. ຫອກ ແລະ ໄຫນ້ຳທີ່ຢູ່ໃກ້ຫົວຂອງກະສັດນັ້ນຢູ່ໃສ?”17ໂຊນຈື່ສຽງດາວິດໄດ້ ແລະ ເວົ້າວ່າ, “ນັ້ນແມ່ນສຽງຂອງເຈົ້າບໍ, ດາວິດລູກຂອງພໍ່?”
ດາວິດໄດ້ຕອບວ່າ, “ແມ່ນແລ້ວທ່ານ, ກະສັດຜູ້ເປັນເຈົ້ານາຍຂອງຂ້ານ້ອຍ”.18ແລະ ເພິ່ນກໍໄດ້ຖາມຕື່ມອີກວ່າ, “ເປັນຫຍັງນາຍຂອງຂ້ານ້ອຍຈຶ່ງໄລ່ຕາມຜູ້ຮັບໃຊ້ຂອງທ່ານ? ຂ້ານ້ອຍໄດ້ເຮັດຫຍັງ ແລະ ຂ້ານ້ອຍໄດ້ເຮັດທີ່ເປັນຄວາມຜິດ?19ບັດນີ້ ຂໍທ່ານຟັງຂ້ານ້ອຍ. ຖ້າພຣະເຈົ້າຢາເວໄດ້ຍົວະໃຫ້ທ່ານຕໍ່ສູ້ກັບຂ້ານ້ອຍ, ກໍຂໍໃຫ້ທ່ານໄດ້ຮັບເຄື່ອງບູຊາຈາກຂ້ານ້ອຍດ້ວຍ. ເຖິງຢ່າງໃດກໍຕາມ, ຖ້າເປັນແຜນການຂອງມະນຸດ, ກໍຂໍໃຫ້ຄົນນັ້ນຖືກສາບແຊ່ງຕໍ່ໜ້າພຣະເຈົ້າຢາເວ! ພວກເຂົາຂັບໄລ່ຂ້ານ້ອຍບໍ່ໃຫ້ມີສ່ວນຮ່ວມໃນກຳມະສິດຈາກພຣະເຈົ້າຢາເວ ແລະ ເວົ້າວ່າ, ‘ຈົ່ງໄປຮັບໃຊ້ພະອື່ນ’.20ບັດນີ້ ຂໍຢ່າໃຫ້ຂ້ານ້ອຍຕ້ອງໄປຕາຍໃນຕ່າງແດນຫ່າງໄກຈາກເບື້ອງພຣະພັກພຣະເຈົ້າຢາເວ. ກະສັດແຫ່ງອິດສະຣາເອນອອກມາໄລ່ຕາມໝັດໂຕໜຶ່ງເໝືອນຄົນທີ່ລ່ານົກກະທາຢູ່ເທິງພູເຂົາ”.21ແລ້ວໂຊນຈຶ່ງເວົ້າວ່າ, “ເຮົາໄດ້ເຮັດບາບແລ້ວ. ຈົ່ງກັບມາ, ດາວິດລູກຂອງພໍ່. ຂ້ອຍຈະບໍ່ພະຍາຍາມຫາຊ່ອງທາງທຳຮ້າຍເຈົ້າອີກ, ເພາະໃນວັນນີ້ເຈົ້າເຫັນຊີວິດຂອງຂ້ອຍມີຄຸນຄ່າ. ຂ້ອຍເຮັດຄືຄົນໂງ່ຈ້າແທ້ໆ ແລະ ໄດ້ເຮັດຜິດຢ່າງໜັກ”.22ດາວິດຕອບວ່າ, “ນີ້ແມ່ນຫອກຂອງທ່ານ, ຂໍໃຊ້ຄົນຜູ້ໜຶ່ງຂ້າມມາ ແລະ ເອົາມັນໄປ.23ພຣະເຈົ້າຢາເວໃຫ້ບຳເໜັດແກ່ທຸກຄົນຕາມຄວາມຊອບທຳ ແລະ ຄວາມສັດຊື່ຂອງຜູ້ນັ້ນ. ພຣະເຈົ້າຢາເວໄດ້ມອບທ່ານໄວ້ໃນມືຂອງຂ້ານ້ອຍວັນນີ້, ແຕ່ຂ້ານ້ອຍຈະບໍ່ແຕະຕ້ອງຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້.24ໃນວັນນີ້ຂ້ານ້ອຍໄດ້ເຫັນຄຸນຄ່າຂອງຊີວິດຂອງທ່ານສັນໃດ, ຂໍພຣະເຈົ້າຢາເວເຫັນຄຸນຄ່າຂອງຊີວິດຂອງຂ້ານ້ອຍ ແລະ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມທຸກຍາກທັງໝົດສັນນັ້ນ”.25ຫລັງຈາກນັ້ນ ໂຊນກໍໄດ້ເວົ້າກັບດາວິດວ່າ, “ດາວິດລູກຂອງພໍ່, ຂໍພຣະເຈົ້າອວຍພອນເຈົ້າ, ເຈົ້າຈະເຮັດສິ່ງໃຫຍ່ ແລະ ຊະນະຢ່າງແນ່ນອນ”.
ດ້ວຍເຫດນີ້ ດາວິດຈຶ່ງຈາກໄປ ແລະ ໂຊນກໍກັບໄປທີ່ວັງ.
Biblica, Inc.