1 ຊາມູເອນ21
ດາວິດທີ່ເມືອງໂນບ
1ດາວິດເດີນທາງໄປເມືອງໂນບ, ເພື່ອພົບປະໂລຫິດອາຮີເມເຫລັກ. ອາຮີເມເຫລັກຕົວສັ່ນເມື່ອພົບດາວິດ, ເພິ່ນໄດ້ຖາມວ່າ, “ດ້ວຍເຫດໃດທ່ານຈຶ່ງມາຄົນດຽວ? ເປັນຫຍັງຈຶ່ງບໍ່ມີຜູ້ໃດມາກັບທ່ານ?”2ດາວິດໄດ້ຕອບປະໂລຫິດອາຮີເມເຫລັກວ່າ, “ກະສັດໄດ້ສົ່ງຂ້າພະເຈົ້າມາເຮັດພາລະກິດຢ່າງໜຶ່ງ ແລະ ເວົ້າກັບຂ້າພະເຈົ້າວ່າ, ‘ຢ່າໃຫ້ຜູ້ໃດຮູ້ກ່ຽວກັບພາລະກິດທີ່ຂ້ອຍກໍາລັງສົ່ງເຈົ້າໄປເຮັດ’. ສໍາລັບຄົນຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ບອກພວກເຂົາໄວ້ແລ້ວວ່າຈະໄປພົບກັນຢູ່ໃສ.3ແຕ່ວ່າເວລານີ້, ທ່ານມີຫຍັງໃຫ້ຂ້າພະເຈົ້າກິນບໍ? ຂໍເຂົ້າຈີ່ຈັກຫ້າກ້ອນ ຫລື ອັນໃດກໍໄດ້ທີ່ທ່ານມີ”.4ປະໂລຫິດໄດ້ຕອບດາວິດວ່າ, “ຂ້ອຍບໍ່ມີເຂົ້າຈີ່ທຳມະດາ, ມີແຕ່ເຂົ້າຈີ່ສັກສິດຢູ່ນີ້ ເຊິ່ງຂ້ອຍຄິດວ່າພວກເຈົ້າຈະກິນໄດ້ກໍຕໍ່ເມື່ອຄົນຂອງເຈົ້າບໍ່ໄດ້ຮ່ວມຫລັບນອນກັບຍິງໃດໃນຕະຫລອດໄລຍະນີ້”.5ດາວິດໄດ້ຕອບວ່າ, “ແນ່ນອນ ໂດຍປົກກະຕິເມື່ອ ອອກປະຕິບັດພາລະກິດກໍຈະກັນບັນດາແມ່ຍິງໃຫ້ຢູ່ຫ່າງຢູ່ແລ້ວ. ພວກເຂົາຕ້ອງບໍລິສຸດ. ເຖິງແມ່ນວ່າປະຕິບັດໜ້າທີ່ຕາມປົກກະຕິທຳມະດາບາງກໍຍັງຮັກສາຕົນເອງໃຫ້ບໍລິສຸດ. ມື້ນີ້ກໍຍິ່ງຫລາຍກວ່ານັ້ນອີກ!”6ເນື່ອງຈາກບໍ່ມີອາຫານອື່ນເລີຍ, ປະໂລຫິດຈຶ່ງເອົາເຂົ້າຈີ່ສັກສິດໃຫ້ແກ່ດາວິດຄື ເຂົ້າຈີ່ສຳລັບຖວາຍພຣະເຈົ້າຢາເວ ເຊິ່ງໃນວັນນັ້ນກໍຫາກໍນຳເຂົ້າຈີ່ໃໝ່ສົດມາປ່ຽນ.7ໃນເວລານັ້ນ ມີຄົນຮັບໃຊ້ຂອງໂຊນຄົນໜຶ່ງ, ລາວມີຊື່ວ່າໂດເອກ ເປັນຄົນເອໂດມ, ເປັນຫົວໜ້າຄົນລ້ຽງແກະຂອງໂຊນກໍຢູ່ທີ່ນັ້ນ, ເພາະລາວມີເຫດຕ້ອງຢູ່ຕໍ່ໜ້າພຣະເຈົ້າຢາເວ.8ດາວິດໄດ້ຖາມອາຮີເມເຫລັກວ່າ, “ທ່ານມີຫອກ ຫລື ດາບບໍ? ເພາະພະລະກິດຂອງກະສັດຄັ້ງນີ້ຮີບດ່ວນຫລາຍ, ຂ້າພະເຈົ້າຟ້າວຫລາຍຈົນບໍ່ໄດ້ເອົາອາວຸດຕິດມືມານຳເລີຍ”.9ປະໂລຫິດຕອບວ່າ, “ມີດາບຂອງໂກລີອາດຊາວຟີລິດສະຕິນ, ຜູ້ທີ່ເຈົ້າໄດ້ຂ້າຢູ່ທີ່ຮ່ອມພູເອລາ, ຫໍ່ຢູ່ໃນຜ້າທາງຫລັງເສື້ອຄຸມເອໂຟດ. ຖ້າເຈົ້າຕ້ອງການດາບນັ້ນ, ກໍຈົ່ງເອົາໄປໄດ້ເລີຍ; ເພາະມີດາບດວງນັ້ນຢູ່ດວງດຽວ”.ດາວິດຕອບວ່າ, “ບໍ່ມີດາບດວງໃດເໝືອນດວງນັ້ນອີກແລ້ວ; ຂໍເອົາມາໃຫ້ຂ້າພະເຈົ້າດ້ວຍ”.
ດາວິດທີ່ເມືອງກາດ
10ໃນວັນນັ້ນດາວິດໄດ້ໜີຈາກໂຊນໄປ ແລະ ໄດ້ໄປຫາກະສັດອາກີເຊແຫ່ງເມືອງກາດ.11ແຕ່ຜູ້ຮັບໃຊ້ຂອງອາກີເຊໄດ້ຕອບວ່າ, “ນີ້ຄືດາວິດ ກະສັດຂອງດິນແດນນັ້ນບໍ່ແມ່ນບໍ? ຄົນນີ້ບໍ່ແມ່ນບໍທີ່ປະຊາຊົນຮ້ອງເພງຍົກຍ້ອງວ່າ:“ ‘ໂຊນໄດ້ຂ້າສັດຕູເປັນພັນ,ແລະ ດາວິດໄດ້ຂ້າສັດຕູເປັນໝື່ນ’?”12ດາວິດຈື່ຖ້ອຍຄຳເຫລົ່ານີ້ໄວ້ໃນໃຈ ແລະ ຢ້ານກົວກະສັດອາກີເຊແຫ່ງເມືອງກາດຫລາຍ.13ດັ່ງນັ້ນ ເດວິດຈຶ່ງເຮັດຄືວ່າເປັນຄົນເສຍສະຕິຢູ່ຕໍ່ໜ້າພວກເຂົາ ແລະ ໃນຂະນະທີ່ລາວຢູ່ໃນມືຂອງພວກເຂົາ, ລາວກໍເຮັດຄືກັບຄົນບ້າ, ເອົາມືຂີດປະຕູ ແລະ ປ່ອຍນ້ຳລາຍໄຫລຍ້ອຍລົງມາເປື້ອນໜວດເຄົາຂອງຕົນ.14ອາກີເຊໄດ້ເວົ້າກັບຜູ້ຮັບໃຊ້ຂອງຕົນວ່າ, “ເບິ່ງຊາຍຜູ້ນີ້ແມ! ລາວເສຍສະຕິ! ດ້ວຍເຫດໃດຈຶ່ງນຳລາວມາພົບເຮົາ?15ຢູ່ບ່ອນນີ້ກໍມີຄົນບ້າຫລາຍແລ້ວ ເປັນຫຍັງຈຶ່ງຕ້ອງເອົາຄົນນີ້ເຂົ້າມາໃນວັງຂອງເຮົາ?”Biblica, Inc.