1 ຊາມູເອນ20
ດາວິດກັບໂຢນາທານ
1ຫລັງຈາກນັ້ນ ດາວິດໄດ້ໜີຈາກນາໂຢດຢູ່ທີ່ຣາມາ ແລະ ໄປພົບກັບໂຢນາທານ ແລະ ດາວິດກໍໄດ້ຖາມວ່າ, “ຂ້ອຍໄດ້ເຮັດຫຍັງ? ຂ້ອຍກໍ່ການຮ້າຍອັນໃດບໍ? ຂ້ອຍເຮັດຫຍັງຜິດຕໍ່ລູກສາວຂອງພໍ່ຂອງເຈົ້າບໍ, ເພິ່ນຈຶ່ງພະຍາຍາມຈະເອົາຊີວິດຂອງຂ້ອຍ?”2ໂຢນາທານໄດ້ຕອບວ່າ. “ບໍ່ເປັນເຊັ່ນນັ້ນ! ເຈົ້າຈະບໍ່ຕາຍ! ເບິ່ງແມ, ພໍ່ຈະບໍ່ເຮັດສິ່ງໃດ, ບໍ່ວ່າເລື່ອງນ້ອຍ ຫລື ເລື່ອງໃຫຍ່, ໂດຍບໍ່ບອກເຮົາ. ເປັນຫຍັງເພິ່ນຈະຕ້ອງປິດບັງເຮົາໃນເລື່ອງນີ້? ມັນບໍ່ເປັນເຊັ່ນນັ້ນ!”3ແຕ່ດາວິດໄດ້ສາບານ ແລະ ກ່າວວ່າ, “ພໍ່ຂອງເຈົ້າຮູ້ດີວ່າເຈົ້າພໍໃຈຂ້ອຍ ແລະ ເພິ່ນອາດຄິດໃນໃຈວ່າ, ‘ຢ່າໃຫ້ໂຢນາທານຮູ້ເລື່ອງນີ້ເລີຍ ບໍ່ດັ່ງນັ້ນລາວຈະເສຍໃຈ’. ແຕ່ພຣະເຈົ້າຢາເວມີຊີວິດຢູ່ຢ່າງໃດ ແລະ ເຈົ້າມີຊີວິດຢູ່ຢ່າງໃດ, ຂ້ອຍກໍຢູ່ໃກ້ຄວາມຕາຍພຽງແຕ່ກ້າວດຽວສັນນັ້ນ”.4ໂຢນາທານເວົ້າກັບດາວິດວ່າ, “ຖ້າຢ່າງນັ້ນຈົ່ງບອກຂ້ອຍມາວ່າເຈົ້າຈະໃຫ້ຂ້ອຍເຮັດຫຍັງ, ຂ້ອຍຍິນດີຈະເຮັດໃຫ້ເຈົ້າ”.5ດັ່ງນັ້ນ ດາວິດຈຶ່ງຕອບວ່າ, “ເບິ່ງແມ, ມື້ອື່ນຈະມີງານສະຫລອງຂຶ້ນໜຶ່ງຄ່ຳ ແລະ ຂ້ອຍຈະຮ່ວມກິນອາຫານກັບກະສັດ; ແຕ່ຂ້ອຍຂໍໄປລີ້ຢູ່ໃນທົ່ງນາຈົນເຖິງຕອນຄໍ່າມື້ຮື.6ຖ້າພໍ່ຂອງເຈົ້າຖາມເຖິງຂ້ອຍ, ໃຫ້ບອກເພິ່ນວ່າ, ‘ດາວິດຂໍອະນຸຍາດກັບໄປເບັດເລເຮັມເຮືອນຂອງລາວ, ເພື່ອຮ່ວມສະຫລອງການຖວາຍເຄື່ອງບູຊາປະຈຳປີຂອງຕະກູນ’.7ຖ້າເພິ່ນເວົ້າວ່າ ‘ດີ’, ຜູ້ຮັບໃຊ້ຂອງເຈົ້າກໍຈະປອດໄພ. ແຕ່ຖ້າເພິ່ນໃຈຮ້າຍຂຶ້ນ, ເຈົ້າກໍແນ່ໃຈໄດ້ເລີຍວ່າເພິ່ນຕັ້ງຈະທໍາຮ້າຍຂ້ອຍ.8ສໍາລັບເຈົ້າ, ຂໍໃຫ້ເຈົ້າສະແດງຄວາມກະລຸນາຕໍ່ຜູ້ຮັບໃຊ້ຂອງເຈົ້າ, ເພາະເຈົ້າໄດ້ໃຫ້ຂ້ອຍເຂົ້າຮ່ວມເຮັດຄໍາໝັ້ນສັນຍາກັບເຈົ້າຕໍ່ໜ້າພຣະເຈົ້າຢາເວ. ຖ້າຂ້ອຍເຮັດຜິດ, ກໍຂໍໃຫ້ເຈົ້າຂ້າຂ້ອຍໄດ້ເລີຍ! ດ້ວຍເຫດໃດຈຶ່ງມອບຂ້ອຍໃຫ້ແກ່ພໍ່ຂອງເຈົ້າ?”9ໂຢນາທານເວົ້າວ່າ, “ຂ້ອຍບໍ່ເຮັດຢ່າງນັ້ນເດັດຂາດ. ເປັນຫຍັງຂ້ອຍຈະບໍ່ບອກເຈົ້າຖ້າຂ້ອຍຮູ້ເລື່ອງວ່າພໍ່ຂອງຂ້ອຍຕັ້ງໃຈທີ່ຈະທໍາຮ້າຍເຈົ້າ?”10ດາວິດຈຶ່ງຕອບວ່າ, “ແລ້ວຂ້ອຍຈະຮູ້ໄດ້ແນວໃດວ່າພໍ່ຂອງເຈົ້າຕອບເຈົ້າຢ່າງໃຈຮ້າຍບໍ?”11ໂຢນາທານຕອບວ່າ, “ໄປ, ໄປທົ່ງນາກັບຂ້ອຍ”. ແລ້ວທັງສອງກໍອອກໄປນໍາກັນ.12ແລ້ວໂຢນາທານກໍໄດ້ເວົ້າກັບດາວິດວ່າ, “ຂ້ອຍຂໍປະຕິຍານໂດຍພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນວ່າ, ຂ້ອຍຈະຖາມພໍ່ຂອງຂ້ອຍໃນມື້ຮືໃນຊ່ວງເວລາດຽວກັນນີ້! ເປັນຫຍັງຂ້ອຍຈະບໍ່ສົ່ງຂ່າວຫາເຈົ້າ ແລະ ບອກໃຫ້ເຈົ້າຮູ້ຖ້າຫາກເພິ່ນມີທ່າທີພໍໃຈເຈົ້າ?13ແຕ່ຖ້າພໍ່ຂອງຂ້ອຍຕັ້ງໃຈຈະທໍາຮ້າຍເຈົ້າ, ແລ້ວຂ້ອຍບໍ່ບອກເຈົ້າ ແລະ ສົ່ງເຈົ້າໄປໄດ້ຢ່າງປອດໄພ. ກໍຂໍພຣະເຈົ້າຢາເວຈັດການກັບຂ້ອຍໃຫ້ໜັກກວ່າ, ຂໍພຣະເຈົ້າຢາເວຢູ່ກັບເຈົ້າເໝືອນດັ່ງທີ່ເຄີຍຢູ່ກັບພໍ່ຂອງຂ້ອຍ.14ແຕ່ຂໍໃຫ້ເຈົ້າສະແດງຄວາມກະລຸນາຂອງພຣະເຈົ້າຢາເວຕໍ່ຂ້ອຍຕາບຊົ່ວຊີວິດຂອງຂ້ອຍ, ເພື່ອຂ້ອຍເອງຈະບໍ່ໄດ້ຖືກຂ້າ,15ແລະ ຂໍຢ່າໄດ້ຕັດຄວາມເມດຕາກະລຸນາຕໍ່ຄອບຄົວຂອງຂ້ອຍເລີຍ ແມ່ນວ່າໃນຍາມທີ່ພຣະເຈົ້າຢາເວທຳລາຍສັດຕູທັງໝົດຂອງເຈົ້າໄປຈາກແຜ່ນດິນໂລກ”.16ໂຢນາທານຈຶ່ງເຮັດຄຳໝັ້ນສັນຍາໄວ້ກັບເຊື້ອສາຍຂອງດາວິດວ່າ, “ຂໍພຣະເຈົ້າຢາເວຈັດການກັບສັດຕູຂອງດາວິດ”.17ແລະ ໂຢນາທານກໍຂໍໃຫ້ດາວິດສາບານອີກເທື່ອໜຶ່ງໂດຍອ້າງຄວາມຮັກທີ່ໂຢນາທານມີຕໍ່ດາວິດ, ເພາະລາວຮັກດາວິດເໝືອນຮັກຕົນເອງ.18ໂຢນາທານໄດ້ເວົ້າກັບດາວິດວ່າ, “ມື້ອື່ນແມ່ນມີງານສະຫລອງຂຶ້ນໜຶ່ງຄ່ຳ. ຄົນທັງຫລາຍຈະສັງເກດເຫັນວ່າເຈົ້າບໍ່ຢູ່ເພາະບ່ອນນັ່ງປະຈຳຂອງເຈົ້າຈະຫວ່າງ.19ມື້ຮື, ຕອນແລງ, ເມື່ອເກີດເລື່ອງຫຍຸ້ງຍາກຂຶ້ນ, ໃຫ້ເຈົ້າໄປຫລົບລີ້ ແລະ ລໍຖ້າຢູ່ທີ່ສີລາເອເຊນ.20ເຮົາຈະຍິງທະນູສາມດອກໄປທາງຂ້າງສີລາເໝືອນກຳລັງຍິງເຂົ້າເປົ້າ.21ຫລັງຈາກນັ້ນ ເຮົາຈະສົ່ງເດັກຊາຍມາ ແລະ ບອກລາວວ່າ, ‘ຈົ່ງໄປ, ຊອກຫາລູກທະນູ’. ຖ້າຂ້ອຍບອກລາວວ່າ, ‘ເບິ່ງແມ, ລູກທະນູຢູ່ທາງຂ້າງເຈົ້າ; ຈົ່ງເອົາມາທີ່ນີ້’, ເຈົ້າຈົ່ງອອກມາ, ເພາະພຣະເຈົ້າມີຊີວິດຢູ່ສັນໃດ, ເຈົ້າຈະປອດໄພ ແລະ ບໍ່ມີອັນຕະລາຍອັນໃດສັນນັ້ນ.22ແຕ່ຖ້າເຮົາບອກເດັກຊາຍຄົນນັ້ນວ່າ, ‘ເບິ່ງແມ, ລູກທະນູຢູ່ຂ້າງໜ້າເຈົ້າພຸ້ນ’, ເຈົ້າກໍຕ້ອງໄປ, ເພາະພຣະເຈົ້າຢາເວໄດ້ສົ່ງເຈົ້າອອກໄປ.23ສ່ວນເລື່ອງທີ່ເຈົ້າກັບຂ້ອຍໄດ້ຕົກລົງກັນໄວ້ນັ້ນ, ຢ່າລືມວ່າ, ພຣະເຈົ້າຢາເວເປັນພະຍານລະຫວ່າງເຈົ້າກັບຂ້ອຍຕະຫລອດໄປ”.24ດາວິດຈຶ່ງລີ້ຢູ່ໃນທົ່ງນາ ແລະ ເມື່ອງານສະຫລອງຂຶ້ນໜຶ່ງຄ່ຳເລີ່ມຂຶ້ນ, ກະສັດກໍມານັ່ງລົງເພື່ອຮ່ວມກິນອາຫານ.25ກະສັດນັ່ງໃນບ່ອນປະຈຳຂ້າງກຳແພງກົງກັນຂ້າມກັບໂຢນາທານ, ອັບເນນັ່ງຢູ່ທາງຂ້າງໂຊນ, ແຕ່ບ່ອນນັ່ງຂອງດາວິດແມ່ນຫວ່າງຢູ່.26ໂຊນບໍ່ໄດ້ເວົ້າຫຍັງໃນວັນນັ້ນ, ເພາະເພິ່ນຄິດວ່າ, “ອາດຈະເກີດບາງຢ່າງຂຶ້ນກັບດາວິດທີ່ເຮັດໃຫ້ລາວເປັນມົນທິນຕາມລະບຽບພິທີ ລາວເປັນມົນທິນແທ້ໆ”.27ແຕ່ເມື່ອບ່ອນນັ່ງຂອງດາວິດຍັງຫວ່າງຢູ່ອີກໃນມື້ຕໍ່ມາ, ເຊິ່ງເປັນວັນທີສອງຂອງເດືອນ, ຫລັງຈາກນັ້ນ ໂຊນຈຶ່ງຖາມໂຢນາທານລູກຊາຍຂອງຕົນວ່າ, “ເປັນຫຍັງລູກຊາຍຂອງເຢຊີຈຶ່ງບໍ່ມາຮ່ວມກິນເຂົ້າທັງມື້ວານນີ້ ແລະ ມື້ນີ້?”28ໂຢນາທານຕອບວ່າ, “ດາວິດມາອ້ອນວອນຂໍອະນຸຍາດລູກໄປເບັດເລເຮັມ.29ລາວໄດ້ເວົ້າວ່າ, ‘ຈົ່ງໃຫ້ຂ້ອຍໄປ, ເພາະຄອບຄົວຂອງຂ້ອຍຈັດພິທີຖວາຍເຄື່ອງບູຊາໃນເມືອງ ແລະ ອ້າຍຂອງຂ້ອຍໄດ້ສັ່ງຂ້ອຍໃຫ້ໄປຮ່ວມນໍາ. ຖ້າຂ້ອຍເປັນທີ່ພໍໃຈຂອງເຈົ້າ, ຈົ່ງອະນຸຍາດໃຫ້ຂ້ອຍໄປພົບບັນດາອ້າຍຂອງຂ້ອຍດ້ວຍ’. ດ້ວຍເຫດນີ້ລາວຈຶ່ງບໍ່ໄດ້ມາຮ່ວມໂຕະອາຫານກັບກະສັດ”.30ໂຊນໃຈຮ້າຍໃຫ້ໂຢນາທານຫລາຍ ແລະ ໄດ້ເວົ້າກັບລາວວ່າ, “ເຈົ້າຜູ້ເປັນລູກຊາຍຂອງຍິງກະບົດ ແລະ ຜິດປົກກະຕິ! ຂ້ອຍຈະບໍ່ຮູ້ບໍວ່າເຈົ້າເຂົ້າຂ້າງລູກຊາຍຂອງເຢຊີ ຂາຍໜ້າທັງເຈົ້າເອງ ຂາຍໜ້າໄປຮອດແມ່ທີ່ໃຫ້ກຳເນີດເຈົ້າດ້ວຍ?31ຕາບໃດທີ່ລູກຂອງເຢຊີຄົນນີ້ຍັງມີຊີວິດຢູ່ເທິງແຜນດິນໂລກ, ເຈົ້າເອງ ຫລື ອານາຈັກຂອງເຈົ້າກໍຕັ້ງຢູ່ບໍ່ໄດ້. ບັດນີ້ ຈົ່ງໄປນຳເອົາລາວມາໃຫ້ຂ້ອຍ, ເພາະລາວຈະຕ້ອງຕາຍ!”32ໂຢນາທານໄດ້ຖາພໍ່ຂອງຕົນວ່າ, “ລາວເຮັດຜິດອັນໃດ? ດ້ວຍເຫດໃດຈຶ່ງຈະຕ້ອງຂ້າລາວ?”33ແຕ່ໂຊນໄດ້ຊັດຫອກເຂົ້າໃສ່ໂຢນາທານເພື່ອຈະຂ້າລາວ. ດັ່ງນັ້ນ ໂຢນາທານຈຶ່ງຮູ້ວ່າພໍ່ຂອງຕົນເຈດຕະນາຈະຂ້າດາວິດ.34ໂຢນາທານໄດ້ລຸກຈາກໂຕະອາຫານດ້ວຍຄວາມໃຈຮ້າຍຫລາຍ; ໃນວັນທີສອງຂອງເດືອນນັ້ນ ລາວບໍ່ກິນຫຍັງເລີຍ, ເພາະຮູ້ສຶກເສຍໃຈທີ່ພໍ່ປະຕິບັດຕໍ່ດາວິດຢ່າງໜ້າອັບອາຍ.35ເຊົ້າມື້ຕໍ່ມາ ໂຢນາທານກໍໄດ້ອອກໄປທົ່ງນາເພື່ອພົບກັບດາວິດ. ໂດຍພາເດັກຊາຍຄົນໜຶ່ງໄປນໍາ,36ໂຢນາທານສັ່ງເດັກຊາຍຄົນນັ້ນວ່າ, “ຈົ່ງແລ່ນໄປເກັບລູກທະນູທີ່ເຮົາຍິງອອກໄປ”. ຂະນະທີ່ເດັກຊາຍນັ້ນແລ່ນໄປ, ໂຢນາທານກໍຍິງລູກທະນູໄປຂ້າງໜ້າ.37ເມື່ອເດັກຊາຍນັ້ນແລ່ນເກືອບຈະໄປເຖິງລູກທະນູ, ໂຢນາທານກໍຮ້ອງຂຶ້ນວ່າ, “ລູກທະນູບໍ່ໄດ້ຢູ່ທາງໜ້າເຈົ້າບໍ?”38ແລ້ວໂຢນາທານໄດ້ຮ້ອງວ່າ, “ຈົ່ງຟ້າວໄປ! ໄປໄວໆ! ຢ່າຢຸດ!” ເດັກຊາຍນັ້ນຈຶ່ງຟ້າວແລ່ນໄປເກັບລູກທະນູ ແລະ ກັບມາຫານາຍຂອງລາວ.39(ເດັກຊາຍບໍ່ເຂົ້າໃຈສັນຍານທັງໝົດເຫລົ່ານີ້; ມີແຕ່ດາວິດ ແລະ ໂຢນາທານເທົ່ານັ້ນທີ່ຮູ້.)40ຫລັງຈາກນັ້ນ ໂຢນາທານຈຶ່ງສົ່ງອາວຸດຂອງຕົນໃຫ້ເດັກຊາຍນັ້ນແລ້ວເວົ້າວ່າ, “ຈົ່ງໄປ, ນຳເອົາອາວຸດນີ້ກັບຄືນໄປທີ່ຕົວເມືອງ”.41ເມື່ອເດັກຊາຍນັ້ນໄປແລ້ວ, ດາວິດກໍອອກມາຈາກບ່ອນທີ່ຫລົບລີ້ທາງທິດໃຕ້ຂອງໂງ່ນຫີນ ແລະ ດາວິດກໍໄດ້ກົ້ມລົງຄຳນັບໂຢນາທານສາມຄັ້ງພ້ອມກັບກົ້ມໜ້າລົງທີ່ພື້ນ. ແລ້ວທັງສອງກໍຮ້ອງໄຫ້ຈູບລາກັນ ແຕ່ດາວິດຮ້ອງໄຫ້ຫລາຍກວ່າ.42ໂຢນາທານໄດ້ເວົ້າກັບດາວິດວ່າ, “ຈົ່ງໄປຢ່າງສັນຕິ, ເພາະພວກເຮົາໄດ້ເປັນເພື່ອນຮ່ວມສາບານໃນນາມພຣະເຈົ້າຢາເວ, ໂດຍກ່າວວ່າ, ‘ພຣະເຈົ້າຢາເວເປັນພະຍານລະຫວ່າງເຈົ້າກັບຂ້ອຍ ແລະ ລະຫວ່າງເຊື້ອສາຍຂອງພວກເຮົາທັງສອງຝ່າຍຕະຫລອດໄປ’ ”. ແລ້ວດາວິດກໍຈາກໄປ, ສ່ວນໂຢນາທານກໍໄດ້ກັບເຂົ້າເມືອງ.Biblica, Inc.