1 ຊາມູເອນ22
ດາວິດທີ່ອາດຸນລຳ ແລະ ມີຊະປາ
1ດາວິດຈຶ່ງໄດ້ອອກຈາກເມືອງກາດ ແລະ ໜີໄປທີ່ຖ້ຳອາດຸນລຳ. ເມື່ອບັນດາອ້າຍ ແລະ ຄົນໃນຄົວເຮືອນຂອງພໍ່ຂອງລາວໄດ້ຍິນຂ່າວ, ພວກເຂົາກໍມາພົບລາວຢູ່ທີ່ນັ້ນ.2ບັນດາທຸກຄົນທີ່ມີບັນຫາຫຍຸ້ງຍາກ ຫລື ມີໜີ້ສິນ ຫລື ມີເລື່ອງບໍ່ພໍໃຈ ກໍເຂົ້າມາເປັນພັກພວກກັບດາວິດ ແລະ ດາວິດກໍກາຍເປັນຫົວໜ້າຂອງຄົນເຫລົ່ານີ້. ມີຄົນມາຢູ່ກັບດາວິດປະມານສີ່ຮ້ອຍຄົນ.3ດາວິດໄດ້ອອກຈາກທີ່ນັ້ນໄປທີ່ມີຊະປາໃນໂມອາບ ແລະ ໄດ້ເວົ້າກັບກະສັດແຫ່ງໂມອາບວ່າ, “ຂໍໃຫ້ພໍ່ແມ່ຂອງຂ້ານ້ອຍມາອາໄສຢູ່ກັບທ່ານຈົນກວ່າຂ້ານ້ອຍຈະຮູ້ວ່າພຣະເຈົ້າຈະເຮັດຫຍັງເພື່ອຂ້ານ້ອຍຕໍ່ໄປ?”4ດັ່ງນັ້ນ ດາວິດຈຶ່ງໃຫ້ພໍ່ແມ່ຂອງຕົນມາອາໄສຢູ່ກັບກະສັດໂມອາບຕະຫລອດເວລາທີ່ເພິ່ນຢູ່ໃນທີ່ນັ້ນ.5ແຕ່ຜູ້ທຳນວາຍເມືອງກາດໄດ້ເວົ້າກັບດາວິດວ່າ, “ຢ່າພັກອາໄສໃນທີ່ໝັ້ນນີ້. ຈົ່ງກັບໄປທີ່ດິນແດນຢູດາ”. ດາວິດຈຶ່ງໄດ້ໄປທີ່ປ່າເຮເຣັດ.ໂຊນຂ້າບັນດາປະໂລຫິດຂອງເມືອງໂນບ
6ເມື່ອໂຊນໄດ້ຍິນຂ່າວວ່າມີຄົນພົບດາວິດກັບພັກພວກຂອງລາວ ແລະ ໂຊນນັ່ງຢູ່ກ້ອງຕົ້ນແປກຕາມາຣິກເທິງໂນນພູກີເບອາ, ມືຖືຫອກຢູ່, ພ້ອມກັບມີພວກທະຫານຢືນອ້ອມເພິ່ນ.7ໂຊນໄດ້ເວົ້າກັບພວກເຂົາວ່າ, “ຈົ່ງຟັງ, ຄົນເບັນຢາມິນທັງຫລາຍ! ລູກຊາຍຂອງເຢຊີຈະໃຫ້ທີ່ດິນ ແລະ ສວນອະງຸ່ນແກ່ພວກເຈົ້າບໍ? ລາວຈະໃຫ້ພວກເຈົ້າເປັນນາຍພັນ ແລະ ນາຍຮ້ອຍບໍ?8ນີ້ເປັນເຫດຜົນທີ່ເຮັດໃຫ້ພວກເຈົ້າສົມທົບກັນເປັນສັດຕູກັບເຮົາບໍ? ບໍ່ມີຜູ້ໃດມາບອກເຮົາເມື່ອລູກຊາຍຂອງເຮົາໄປເຮັດຄຳໝັ້ນສັນຍາກັບລູກຊາຍຂອງເຢຊີ. ບໍ່ມີຜູ້ໃດໃນພວກເຈົ້າທີ່ຫ່ວງໃຍເຮົາ ແລະ ບອກເຮົາວ່າລູກຊາຍຂອງເຮົາເອງທີ່ຍຸຍົງຄົນຮັບໃຊ້ຂອງເຮົາໃຫ້ມາດັກທຳຮ້າຍເຮົາ ເໝືອນຢ່າງທີ່ລາວເຮັດທຸກວັນນີ້”.9ແຕ່ໂດເອກຊາວເອໂດມ, ເຊິ່ງຢືນຢູ່ກັບຜູ້ຮັບໃຊ້ຂອງໂຊນ, ເວົ້າວ່າ, “ຂ້ານ້ອຍເຫັນລູກຊາຍຂອງເຢຊີມາພົບອາຮີເມເຫລັກລູກຊາຍຂອງອາຮີຕຸບຢູ່ທີ່ເມືອງໂນບ.10ອາຮີເມເຫລັກໄດ້ຖາມພຣະເຈົ້າຢາເວໃຫ້ລາວ; ພ້ອມທັງໄດ້ມອບສະບຽງອາຫານ ແລະ ດາບຂອງໂກລີອາດຊາວຟີລິດສະຕິນໃຫ້ແກ່ລາວດ້ວຍ”.11ຫລັງຈາກນັ້ນ ໂຊນກໍໄດ້ສັ່ງໃຫ້ນໍາເອົາປະໂລຫິດອາຮີເມເຫລັກລູກຊາຍອາຮີຕຸບ ແລະ ຜູ້ຊາຍທຸກຄົນໃນຄອບຄົວຂອງພໍ່ຂອງລາວ, ທີ່ເປັນປະໂລຫິດຢູ່ທີ່ເມືອງໂນບມາພົບ ແລະ ພວກເຂົາທັງໝົດກໍໄດ້ເຂົ້າພົບກະສັດ.12ໂຊນໄດ້ເວົ້າວ່າ, “ລູກຊາຍຂອງອາຮີຕຸບ, ຈົ່ງຟັງ”.ອາຮີເມເຫລັກໄດ້ຕອບວ່າ, “ຂ້ານ້ອຍຟັງຢູ່, ເຈົ້ານາຍຂອງຂ້ານ້ອຍ”.13ໂຊນເວົ້າກັບລາວວ່າ, “ເປັນຫຍັງເຈົ້າກັບລູກຊາຍເຢຊີຈຶ່ງສົມທົບກັນຕໍ່ຕ້ານເຮົາ, ໃຫ້ອາຫານແກ່ລາວ ແລະ ມອບດາບໃຫ້ລາວ ແລ້ວຖາມພຣະເຈົ້າໃຫ້ລາວ, ລາວຈຶ່ງໄດ້ກະບົດ ແລະ ດັກຊຸ້ມໂຈມຕີເຮົາ, ເໝືອນຢ່າງທີ່ລາວເຮັດທຸກວັນນີ້?”14ອາຮີເມເຫລັກໄດ້ຕອບກະສັດວ່າ, “ມີຄົນໃດໃນບັນດາຜູ້ຮັບໃຊ້ຂອງທ່ານທີ່ສັດຊື່ຕໍ່ທ່ານເໝືອນດາວິດ ຜູ້ທີ່ເປັນລູກເຂີຍຂອງທ່ານ, ຜູ້ບັນຊາກອງທະຫານຄຸ້ມກັນທ່ານ ແລະ ເປັນທີ່ເຄົາລົບນັບຖືຢ່າງສູງໃນເຮືອນຂອງທ່ານ?15ນີ້ເປັນຄັ້ງທຳອິດທີ່ຂ້ານ້ອຍໄດ້ຖາມພຣະເຈົ້າໃຫ້ກັບລາວບໍ? ບໍ່ແມ່ນຢ່າງນັ້ນແນ່ນນອນ! ຂໍທ່ານຢ່າໄດ້ກ່າວໂທດຂ້ານ້ອຍຜູ້ທີ່ຮັບໃຊ້ທ່ານກັບຄອບຄົວຂອງພໍ່ຂອງຂ້ານ້ອຍເຊັ່ນນີ້ເລີຍ, ເພາະຜູ້ຮັບໃຊ້ຂອງທ່ານບໍ່ຮູ້ອັນໃດເລີຍກ່ຽວກັບເລື່ອງທັງໝົດນີ້”.16ແຕ່ກະສັດໄດ້ເວົ້າວ່າ, “ອາຮີເມເຫລັກ, ເຈົ້າ ແລະ ຄອບຄົວຂອງພໍ່ຂອງເຈົ້າທັງໝົດຈະຕ້ອງຕາຍ”.17ແລ້ວກະສັດກໍໄດ້ສັ່ງທະຫານທີ່ຢູ່ທາງຂ້າງເພິ່ນວ່າ: “ຈົ່ງຫັນໄປ ແລະ ຂ້າປະໂລຫິດຂອງພຣະເຈົ້າຢາເວ ເພາະພວກເຂົາເຂົ້າຂ້າງດາວິດ. ພວກເຂົາຮູ້ວ່າດາວິດໜີເຮົາໄປ, ແຕ່ບໍ່ຍອມບອກເຮົາ”.
ແຕ່ບັນດາຂ້າລາຊະການຂອງກະສັດບໍ່ກ້າລົງມືຂ້າບັນດາປະໂລຫິດຂອງພຣະເຈົ້າຢາເວ.18ກະສັດຈຶ່ງໄດ້ສັ່ງໂດເອກວ່າ, “ເຈົ້າຈົ່ງຫັນໄປ ແລະ ຂ້າບັນດາປະໂລຫິດ”. ດັ່ງນັ້ນ ໂດເອກຊາວເອໂດມຈຶ່ງຫັນໄປຂ້າບັນດາປະໂລຫິດ. ໃນວັນນັ້ນລາວໄດ້ຂ້າ 85 ຄົນທີ່ໃສ່ເສື້ອຄຸມເອໂຟດຜ້າລິນິນ.19ໂດເອກຍັງໄດ້ໄປຂ້າຄົນທົ່ວເມືອງໂນບ ເຊິ່ງເປັນເມືອງຂອງປະໂລຫິດ, ພ້ອມທັງຜູ້ຊາຍ, ແມ່ຍິງ, ເດັກນ້ອຍ, ເດັກອ່ອນ ແລະ ລວມທັງງົວ, ລໍ ແລະ ແກະຂອງເມືອງນັ້ນ.20ແຕ່ລູກຊາຍຄົນໜຶ່ງຂອງອາຮີເມເຫລັກ ເຊິ່ງເປັນລູກຊາຍຂອງອາຮີຕຸບ ຊື່ວ່າອາບີອາທາໄດ້ລອດໄປໄດ້ ແລະ ໜີໄປເຂົ້າຮ່ວມກັບດາວິດ.21ອາບີອາທາໄດ້ເລົ່າໃຫ້ດາວິດຟັງວ່າ, ໂຊນໄດ້ຂ້າປະໂລຫິດຂອງພຣະເຈົ້າຢາວ.22ແລ້ວດາວິດຈຶ່ງໄດ້ເວົ້າກັບອາບີອາທາວ່າ, “ໃນວັນນັ້ນ, ເມື່ອຂ້ອຍເຫັນໂດເອກຄົນເອໂດມຢູ່ທີ່ນັ້ນ ຂ້ອຍກໍຮູ້ວ່າລາວຈະໄປຟ້ອງໂຊນແນ່ນອນ. ຂ້ອຍຕ້ອງຮັບຜິດຊອບທີ່ເຮັດໃຫ້ຄອບຄົວຂອງເຈົ້າທັງໝົດຕ້ອງຕາຍ.23ຈົ່ງຢູ່ທີ່ນີ້ກັບຂ້ອຍ; ຢ່າຢ້ານເລີຍ. ຜູ້ທີ່ຕ້ອງການຂ້າເຈົ້າກໍກຳລັງພະຍາຍາມຂ້າຂ້ອຍເໝືອນກັນ. ເຈົ້າຈະປອດໄພເມື່ອຢູ່ກັບຂ້ອຍ”.
Biblica, Inc.