1 ຊາມູເອນ19
ໂຊນພະຍາຍາມຂ້າດາວິດ
1ໂຊນບອກຄົນຮັບໃຊ້ ແລະ ໂຢນາທານລູກຊາຍຂອງຕົນໃຫ້ຂ້າດາວິດ. ແຕ່ໂຢນາທານຜູກພັນກັບດາວິດຫລາຍ2ແລະ ເຕືອນດາວິດວ່າ, “ໂຊນພໍ່ຂອງຂ້ອຍກຳລັງຫາໂອກາດຈະຂ້າເຈົ້າ. ມື້ອື່ນເຊົ້າເຈົ້າຈະຕ້ອງລະວັງໂຕ; ຈົ່ງໄປຫາບ່ອນຫລົບລີ້ ແລະ ຢູ່ທີ່ນັ້ນ.3ຂ້ອຍຈະອອກໄປຢືນກັບພໍ່ຂອງຂ້ອຍໃນທົ່ງນາທີ່ເຈົ້າຢູ່. ຂ້ອຍຈະເວົ້າກັບພໍ່ເຖິງເລື່ອງຂອງເຈົ້າ ແລະ ຂ້ອຍຈະບອກໃຫ້ເຈົ້າຮູ້ວ່າຂ້ອຍໄດ້ຍິນຫຍັງ”.4ໂຢນາທານໄດ້ເວົ້າຕໍ່ໂຊນເຖິງຄຸນງາມຄວາມດີຂອງດາວິດວ່າ, “ຂໍກະສັດຢ່າໄດ້ທໍາຮ້າຍດາວິດຜູ້ຮັບໃຊ້ຂອງທ່ານເລີຍ; ລາວບໍ່ໄດ້ຄິດຮ້າຍຕໍ່ທ່ານ ແລະ ສິ່ງທີ່ລາວເຮັດກໍມີປະໂຫຍດແກ່ທ່ານຫລາຍ.5ລາວໄດ້ສ່ຽງຊີວິດຂອງລາວເມື່ອຂ້າຊາວຟີລິດສະຕິນ. ພຣະເຈົ້າຢາເວໄດ້ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ປະຊາຊົນອິດສະຣາເອນທັງໝົດ ແລະ ທ່ານກໍໄດ້ເຫັນເຫດການຄັ້ງນັ້ນ ແລະ ປິຕິຍິນດີກັບໄຊຊະນະນັ້ນ. ເປັນຫຍັງດຽວນີ້ທ່ານຈຶ່ງຈະເຮັດຜິດໂດຍຂ້າຄົນບໍລິສຸດຢ່າງດາວິດໂດຍບໍ່ມີເຫດຜົນ?”6ໂຊນຮັບຟັງໂຢນາທານ ແລະ ສາບານວ່າ: “ພຣະເຈົ້າຢາເວດຳລົງຢູ່ສັນໃດ, ດາວິດຈະບໍ່ຖືກຂ້າສັນນັ້ນ”.7ໂຢນາທານຈຶ່ງເອີ້ນດາວິດ ແລະ ເລົ່າສິ່ງທີ່ເວົ້າກັນທັງໝົດໃຫ້ດາວິດຟັງ. ຈາກນັ້ນກໍນຳດາວິດໄປເຂົ້າພົບໂຊນ, ດາວິດຈຶ່ງໄດ້ຢູ່ກັບໂຊນເໝືອນດັ່ງແຕ່ກ່ອນ.8ຫລັງຈາກນັ້ນ ເກີດສົງຄາມອີກ ແລະ ດາວິດກໍໄດ້ອອກໄປສູ້ຮົບກັບຊາວຟີລິດສະຕິນ. ລາວໄດ້ໂຈມຕີສັດຕູຈົນພວກເຂົາແຕກໜີໄປ.9ແຕ່ວິນຍານຊົ່ວ ທີ່ພຣະເຈົ້າຢາເວໃຊ້ມາໄດ້ເຂົ້າສິງໂຊນຂະນະທີ່ເພິ່ນນັ່ງຢູ່ໃນວັງ ພ້ອມກັບຖືຫອກຢູ່ໃນມືຂອງຕົນ. ຂະນະທີ່ດາວິດກຳລັງຫລິ້ນພິນຢູ່ນັ້ນ,10ໂຊນກໍໄດ້ຊັດຫອກຫວັງຈະຄຶງດາວິດຕິດຝາ, ແຕ່ດາວິດໄດ້ຫລົບໄດ້ ຫອກຂອງໂຊນຈຶ່ງໄປສຽບຝາ. ແລ້ວດາວິດກໍໜີລອດໄປໄດ້ໃນຄືນນັ້ນ.11ໂຊນໄດ້ສົ່ງຄົນຈຳນວນໜຶ່ງໄປເຝົ້າຢູ່ທີ່ບ້ານຂອງດາວິດ ແລະ ໃຫ້ຂ້າດາວິດໃນຕອນເຊົ້າ. ແຕ່ມີການ, ເມຍຂອງດາວິດ, ເຕືອນລາວວ່າ, “ຖ້າເຈົ້າບໍ່ໜີເອົາຊີວິດລອດໃນຄືນນີ້, ມື້ອື່ນເຊົ້າເຈົ້າຈະຖືກຂ້າ”.12ມີການຈຶ່ງຊ່ວຍໃຫ້ດາວິດໜີລົງທາງປ່ອງຢ້ຽມ ແລະ ໜີລອດໄປໄດ້.13ຫລັງຈາກນັ້ນ ນາງມີການກໍໄດ້ເອົາຮູບເຄົາລົບ ມາວາງນອນລົງເທິງຕຽງຂອງດາວິດ. ໃຊ້ຜ້າຫົ່ມຄຸມໄວ້ ແລະ ເອົາຂົນແບ້ຕິດໄວ້ຢູ່ເທິງຫົວ.14ເມື່ອໂຊນສົ່ງຄົນມາຈັບກຸມດາວິດ, ມີການກໍບອກວ່າ, “ລາວບໍ່ສະບາຍ”.15ຫລັງຈາກນັ້ນ ໂຊນກໍໄດ້ສົ່ງຄົນກັບມາເບິ່ງດາວິດອີກ ແລະ ສັ່ງພວກເຂົາວ່າ, “ຈົ່ງນໍາຕົວລາວມາທັງບ່ອນນອນເພື່ອເຮົາຈະຂ້າລາວ”.16ແຕ່ເມື່ອພວກເຂົາເຂົ້າໄປ, ກໍພົບວ່າມີແຕ່ຮູບເຄົາລົບຢູ່ເທິງຕຽງ ແລະ ຢູ່ຫົວກໍມີຂົນແບ້ວາງຢູ່.17ໂຊນໄດ້ເວົ້າກັບມີການວ່າ, “ເປັນຫຍັງຈຶ່ງຫລອກລວງພໍ່ ແລະ ປ່ອຍໃຫ້ສັດຕູຂອງພໍ່ໜີໄປໄດ້?”ມີການຕອບວ່າ, “ລາວເວົ້າກັບລູກວ່າ, ‘ຈົ່ງຊ່ວຍຂ້ອຍໃຫ້ໜີໄປ. ບໍ່ດັ່ງນັ້ນຂ້ອຍຈະຂ້າເຈົ້າ?’ ”18ເມື່ອດາວິດໜີລອດໄປໄດ້, ລາວໄດ້ໄປຫາຊາມູເອນຢູ່ທີ່ຣາມາ ແລະ ບອກໃຫ້ເພິ່ນຮູ້ເຖິງສິ່ງທີ່ໂຊນໄດ້ເຮັດກັບຕົນເອງທັງໝົດ. ຊາມູເອນຈຶ່ງພາດາວິດໄປອາໄສຢູ່ນໍາກັນຢູ່ທີ່ນາໂຢດ.19ເມື່ອມີຜູ້ມາລາຍງານໃຫ້ໂຊນຮູ້ວ່າ: “ດາວິດຢູ່ທີ່ນາໂຢດໃນຣາມາ;”20ໂຊນຈຶ່ງໄດ້ສົ່ງຄົນໄປຈັບກຸມລາວ, ແຕ່ເມື່ອຄົນຂອງໂຊນເຫັນກຸ່ມຜູ້ທຳນວາຍກຳລັງກ່າວຄໍາທໍານວາຍຢູ່, ໂດຍມີຊາມູເອນຢືນເປັນຫົວໜ້າກຸ່ມ, ພຣະວິນຍານຂອງພຣະເຈົ້າກໍມາເທິງຄົນຂອງໂຊນ ແລະ ພວກເຂົາຈຶ່ງຮ່ວມກ່າວຄຳທໍານວາຍນໍາ.21ເມື່ອໂຊນຮູ້ເຫດການທີ່ເກີດຂຶ້ນນັ້ນ ແລະ ລາວກໍໄດ້ສົ່ງຄົນມາອີກ ແລະ ພວກເຂົາກໍຮ່ວມກ່າວຄໍາທໍານວາຍອີກ. ໂຊນກໍໄດ້ສົ່ງຄົນມາເປັນຄັ້ງທີສາມ ແລະ ພວກເຂົາກໍກ່າວຄໍາທໍານວາຍອີກເຊັ່ນກັນ.22ໃນທີ່ສຸດ, ໂຊນຈຶ່ງມາທີ່ຣາມາດ້ວຍຕົນເອງ ແລະ ໄປຮອດບໍ່ນ້ຳໃຫຍ່ທີ່ເສກູ. ແລ້ວໂຊນກໍໄດ້ຖາມວ່າ, “ຊາມູເອນກັບດາວິດຢູ່ໃສ?”
ພວກເຂົາເວົ້າວ່າ, “ຢູ່ທີ່ນາໂຢດໃນຣາມາ”.23ໂຊນຈຶ່ງໄດ້ເດີນທາງໄປນາໂຢດໃນຣາມາ. ແຕ່ພຣະວິນຍານຂອງພຣະເຈົ້າໄດ້ລົງມາເທິງໂຊນ ແລະ ໂຊນຍ່າງໄປພ້ອມທັງກ່າວຄໍາທໍານວາຍໄປນໍາຈົນມາຮອດນາໂຢດ.24ເພິ່ນໄດ້ຈີກເຄື່ອງນຸ່ງຂອງຕົນອອກ, ແລະ ກ່າວຄຳທໍານວາຍຕໍ່ໜ້າຊາມູເອນ ແລະ ເພິ່ນໄດ້ນອນເປືອຍກາຍຢູ່ຕະຫລອດໜຶ່ງວັນໜຶ່ງຄືນ. ດ້ວຍເຫດນີ້ຄົນທັງຫລາຍຈຶ່ງເວົ້າກັນວ່າ, “ໂຊນກໍຢູ່ໃນກຸ່ມຜູ້ທຳນວາຍບໍ?”
Biblica, Inc.