1 ຊາມູເອນ16
ຊາມູເອນເຈີມດາວິດ
1ພຣະເຈົ້າຢາເວໄດ້ເວົ້າກັບຊາມູເອນວ່າ, “ເຈົ້າຈະຄ່ຳຄວນເລື່ອງທີ່ເຮົາປົດໂຊນອອກຈາກການເປັນກະສັດອິດສະຣາເອນອີກດົນປານໃດ? ບັດນີ້ ຈົ່ງເຕີມນ້ຳມັນໃຫ້ເຕັມເຂົາສັດ ແລະ ອອກເດີນທາງ; ເຮົາຈະສົ່ງເຈົ້າໄປພົບເຢຊີແຫ່ງເບັດເລເຮັມ. ເຮົາໄດ້ເລືອກລູກຊາຍຄົນໜຶ່ງຂອງລາວໃຫ້ເປັນກະສັດ”.2ແຕ່ຊາມູເອນໄດ້ຕອບວ່າ, “ຂ້ານ້ອຍຈະໄປໄດ້ຢ່າງໃດ? ຖ້າໂຊນຮູ້ຂ່າວ, ລາວຈະຂ້ານ້ອຍ”.ພຣະເຈົ້າຢາເວກ່າວວ່າ, “ຈົ່ງເອົາງົວແມ່ໄປນໍາໂຕໜຶ່ງ ແລະ ເວົ້າວ່າ, ‘ຂ້າພະເຈົ້າມາເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ’.3ຈົ່ງເຊີນເຢຊີໄປຮ່ວມການຖວາຍເຄື່ອງບູຊາ ແລະ ເຮົາຈະບອກໃຫ້ເຈົ້າຮູ້ວ່າຈະຕ້ອງເຮັດຫຍັງແດ່. ເຈົ້າຈົ່ງເຈີມຕັ້ງຄົນທີ່ເຮົາບອກໄວ້ໃຫ້ເຮົາ”.4ຊາມູເອນກໍໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວບອກໄວ້. ເມື່ອເພິ່ນມາຮອດເບັດເລເຮັມ ບັນດາຜູ້ອາວຸໂສຂອງເມືອງນັ້ນກໍຢ້ານກົວຈົນຕົວສັ່ນ. ພວກເຂົາໄດ້ຖາມເພິ່ນວ່າ, “ທ່ານມາຢ່າງສັນຕິບໍ?”5ຊາມູເອນຕອບວ່າ, “ແມ່ນແລ້ວ, ຂ້າພະເຈົ້າມາຢ່າງສັນຕິ; ມາເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ. ຈົ່ງຊຳລະຕົວ ແລະ ມາຮ່ວມຖວາຍເຄື່ອງບູຊາດ້ວຍກັນກັບເຮົາ”. ແລ້ວເພິ່ນກໍໄດ້ປະກອບພິທີຊຳລະໃຫ້ແກ່ເຢຊີ ແລະ ບັນດາລູກຊາຍຂອງລາວ ແລະ ເຊີນຄົນເຫລົ່ານັ້ນມາຮ່ວມໃນການຖວາຍເຄື່ອງບູຊາດ້ວຍ.6ເມື່ອພວກເຂົາມາຮອດ, ຊາມູເອນກໍເບິ່ງເອລີອາບ ແລະ ຄິດໃນໃຈວ່າ, “ຊາຍທີ່ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວຄົນນີ້ແນ່ນອນທີ່ພຣະອົງໄດ້ເຈີມຕັ້ງໄວ້”.7ແຕ່ພຣະເຈົ້າຢາເວໄດ້ເວົ້າກັບຊາມູເອນວ່າ, “ຢ່າຕັດສິນຈາກຮູບຮ່າງໜ້າຕາ ຫລື ສ່ວນສູງ, ເພາະເຮົາບໍ່ໄດ້ເລືອກຄົນນີ້. ພຣະເຈົ້າຢາເວບໍ່ໄດ້ເບິ່ງເໝືອນກັບທີ່ມະນຸດເບິ່ງ. ມະນຸດເບິ່ງທີ່ຮູບລັກສະນະພາຍນອກ, ແຕ່ພຣະເຈົ້າຢາເວເບິ່ງທີ່ຈິດໃຈ”.8ຫລັງຈາກນັ້ນ ເຢຊີຈຶ່ງສັ່ງໃຫ້ອາບີນາດາບມາຢູ່ຕໍ່ໜ້າຊາມູເອນ. ແຕ່ຊາມູເອນໄດ້ກ່າວວ່າ, “ພຣະເຈົ້າຢາເວບໍ່ໄດ້ເລືອກຄົນນີ້”.9ເຢຊີຈຶ່ງເອີ້ນຊາມມາ, ແຕ່ຊາມູເອນກໍກ່າວວ່າ, “ພຣະເຈົ້າຢາເວບໍ່ໄດ້ເລືອກຄົນນີ້”.10ເຢຊີໄດ້ໃຫ້ລູກຊາຍທັງເຈັດຄົນຂອງຕົນມາຢູ່ຕໍ່ໜ້າຊາມູເອນ, ແຕ່ຊາມູເອນກໍກ່າວວ່າ, “ພຣະເຈົ້າຢາເວບໍ່ໄດ້ເລືອກຄົນເຫລົ່ານີ້”.11ດັ່ງນັ້ນ ຊາມູເອນຈຶ່ງໄດ້ຖາມເຢຊີວ່າ, “ທ່ານມີລູກຊາຍເທົ່ານີ້ບໍ?”
ເຢຊີຕອບວ່າ, “ຍັງມີລູກຫລ້າອີກຄົນໜຶ່ງ, ລາວກໍາລັງລ້ຽງແກະຢູ່”.
ຊາມູເອນກໍໄດ້ເວົ້າວ່າ, “ຈົ່ງໄປນໍາລາວມາ; ພວກເຮົາຈະບໍ່ນັ່ງລົງຈົນກວ່າລາວຈະມາ”.12ດັ່ງນັ້ນ ເຢຊີຈຶ່ງໃຫ້ຄົນໄປນໍາລາວມາ. ລາວເປັນເດັກໜຸ່ມຜິວພັນດີ ແລະ ແຂງແຮງ ແລະ ຮູບຮ່າງໜ້າຕາດີ.
ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ, “ແມ່ນຄົນນີ້; ຈົ່ງລຸກຂຶ້ນ ແລະ ເຈີມຕັ້ງລາວ”.13ຊາມູເອນຈຶ່ງຈັບເຂົາສັດທີ່ບັນຈຸນ້ຳມັນມາ ແລະ ເຈີມດາວິດຕໍ່ໜ້າອ້າຍທັງຫລາຍຂອງລາວ ແລະ ພຣະວິນຍານຂອງພຣະເຈົ້າຢາເວໄດ້ລົງມາເໝືອດາວິດດ້ວຍລິດເດດຕັ້ງແຕ່ມື້ນັ້ນເປັນຕົ້ນມາ. ແລ້ວຊາມູເອນກໍກັບໄປທີ່ຣາມາ.
ດາວິດຮັບໃຊ້ໂຊນ
14ບັດນີ້ ພຣະວິນຍານຂອງພຣະເຈົ້າຢາເວໄດ້ອອກຈາກໂຊນ ແລະ ວິນຍານຊົ່ວ ຈາກພຣະເຈົ້າຢາເວມາທໍລະມານໂຊນ.15ຄົນຮັບໃຊ້ຂອງໂຊນໄດ້ເວົ້າວ່າ, “ເບິ່ງແມ, ວິນຍານຊົ່ວຈາກພຣະເຈົ້າມາທໍລະມານທ່ານ.16ຂໍໃຫ້ເຈົ້ານາຍຂອງພວກຂ້ານ້ອຍສັ່ງຜູ້ຮັບໃຊ້ທີ່ນີ້ໃຫ້ຫານັກດີດພິນມາບັນເລງເພງ. ເມື່ອວິນຍານຊົ່ວຈາກພຣະເຈົ້າມາລົບກວນທ່ານ ແລ້ວສຽງພິນຈະໄດ້ເຮັດໃຫ້ຮູ້ສຶກດີຂຶ້ນ”.17ດັ່ງນັ້ນ ໂຊນກໍໄດ້ກ່າວກັບຄົນຮັບໃຊ້ຂອງຕົນວ່າ, “ຈົ່ງຫານັກຫລິ້ນພິນມາໃຫ້ເຮົາ”.18ຄົນໜຶ່ງໃນບັນດາຄົນຮັບໃຊ້ນັ້ນໄດ້ຕອບວ່າ, “ຂ້ານ້ອຍເຄີຍເຫັນລູກຊາຍຄົນໜຶ່ງຂອງເຢຊີແຫ່ງເບັດເລເຮັມຫລິ້ນພິນເກັ່ງ. ລາວເປັນນັກຮົບກ້າຫານ. ລາວເວົ້າມ່ວນ ແລະ ໜ້າຕາດີ ແລະ ພຣະເຈົ້າຢາເວຢູ່ກັບລາວ”.19ໂຊນຈຶ່ງໄດ້ສົ່ງຜູ້ນໍາຂ່າວໄປຫາເຢຊີ ແລະ ເວົ້າວ່າ, “ຂໍໃຫ້ສົ່ງດາວິດລູກຊາຍຂອງເຈົ້າ, ຜູ້ທີ່ລ້ຽງແກະມາໃຫ້ເຮົາ”.20ເຢຊີຈຶ່ງໄດ້ສົ່ງດາວິດມາພ້ອມກັບແກະໜຸ່ມ ແລະ ໃຫ້ລໍໂຕໜຶ່ງບັນທຸກອາຫານ ແລະ ເຫລົ້າອະງຸ່ນໜຶ່ງຖົງໜັງມາໃຫ້ໂຊນ.21ດາວິດໄດ້ເຂົ້າພົບໂຊນ ແລະ ຮັບໃຊ້ກັບເພິ່ນ. ໂຊນພໍໃຈດາວິດຫລາຍ ແລະ ໄດ້ຕັ້ງດາວິດໃຫ້ເປັນໜຶ່ງໃນຜູ້ຖືອາວຸດຂອງເພິ່ນ.22ໂຊນໄດ້ສົ່ງຂ່າວໄປຫາເຢຊີ, ໂດຍກ່າວວ່າ, “ຈົ່ງໃຫ້ດາວິດມາຮັບໃຊ້ກັບເຮົາເພາະເຮົາພໍໃຈລາວຫລາຍ”.23ເມື່ອໃດກໍຕາມທີ່ວິນຍານ ເຊິ່ງມາຈາກພຣະເຈົ້າມາລົບກວນໂຊນ ດາວິດກໍຈະເອົາພິນຂອງຕົນອອກມາ ແລະ ບັນເລງ. ຫລັງຈາກນັ້ນ ໂຊນກໍຈະຮູ້ສຶກສະບາຍໃຈຂຶ້ນ ແລະ ວິນຍານຊົ່ວກໍຈາກໄປ.Biblica, Inc.