1 ຊາມູເອນ17
ດາວິດ ແລະ ໂກລີອາດ
1ບັດນີ້ ຊາວຟີລິດສະຕິນໄດ້ຮວບຮວມກໍາລັງພົນຂອງພວກເຂົາມາສູ້ຮົບ ແລະ ຊຸມນຸມກັນທີ່ໂຊໂກໃນຢູດາ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເອເຟັດດຳມິມ, ເຊິ່ງຢູ່ລະຫວ່າງໂຊໂກກັບອາເຊກາ.2ໂຊນ ແລະ ຊົນຊາດອິດສະຣາເອນໄດ້ມາຮວມພົນ ແລະ ຕັ້ງຄ້າຍພັກຢູ່ທີ່ຮ່ອມພູເອລາ ແລະ ຕັ້ງແນວຮົບເປັນແຖວເພື່ອປະເຊີນໜ້າກັບຊາວຟີລິດສະຕິນ.3ຊາວຟີລິດສະຕິນໄດ້ຢຶດໂນນພູດ້ານໜຶ່ງ ແລະ ອິດສະຣາເອນຢຶດໂນນພູອີກດ້ານໜຶ່ງ, ໂດຍມີຮ່ອມພູຂັ້ນກາງລະຫວ່າງພວກເຂົາ.4ຍອດນັກຮົບຄົນໜຶ່ງທີ່ຊື່ໂກລີອາດ, ຈາກເມືອງກາດ, ໄດ້ອອກມາຈາກຄ້າຍຟີລິດສະຕິນ. ລາວສູງ 6 ສອກກັບ 1 ຝ່າມື. 5ລາວໃສ່ໝວກເກາະທອງສຳລິດ ແລະ ນຸ່ງເສື້ອເກາະທອງສຳລິດໜັກ 5.000 ເຊເຂວ; 6ຂາຂອງລາວໃສ່ສະໜັບແຄ່ງທອງສຳລິດ ແລະ ມີຫອກທອງສຳລິດຄ້ອງຢູ່ບ່າຂອງລາວ.7ດ້າມຫອກເໝືອນໄມ້ກີ່ຕ່ຳຫູກ ແລະ ປາຍຫອກແມ່ນເຮັດດ້ວຍເຫລັກໜັກ 600 ເຊເຂວ. ມີຄົນແບກໂລ່ຂອງລາວຍ່າງອອກໜ້າລາວ.8ໂກລີອາດຢືນຮ້ອງທ້າທະຫານອິດສະຣາເອນວ່າ, “ພວກເຈົ້າຈະມາຕັ້ງແຖວສູ້ຮົບກັນເຮັດຫຍັງ? ຂ້ອຍກໍເປັນຄົນຟີລິດສະຕິນ, ສ່ວນພວກເຈົ້າກໍເປັນຜູ້ຮັບໃຊ້ຂອງໂຊນບໍ່ແມ່ນບໍ? ຈົ່ງເລືອກຄົນໜຶ່ງລົງມາສູ້ກັບຂ້ອຍ.9ຖ້າຄົນຂອງພວກເຈົ້າສາມາດຕໍ່ສູ້ ແລະ ຂ້າຂ້ອຍໄດ້, ພວກຂ້ອຍຈະຍອມແພ້ພວກເຈົ້າ ແຕ່ຖ້າຂ້ອຍຊະນະ ແລະ ຂ້າລາວໄດ້ ພວກເຈົ້າຕ້ອງຍອມແພ້ ແລະ ເປັນຂ້າທາດຮັບໃຊ້ພວກເຮົາ”.10ຫລັງຈາກນັ້ນ ຊາວຟີລິດສະຕິນຄົນນັ້ນກໍເວົ້າວ່າ, “ວັນນີ້ຂ້ອຍຂໍທ້າກອງທັບອິດສະຣາເອນ! ສົ່ງຄົນມາສູ້ກັນກັບຂ້ອຍ”.11ເມື່ອໄດ້ຍິນຄໍາທ້າຂອງພວກຟີລິດສະຕິນ, ໂຊນ ແລະ ຊາວອິດສະຣາເອນກໍພາກັນຕົກໃຈ ແລະ ຢ້ານກົວ.12ບັດນີ້ ດາວິດລູກຊາຍຂອງເຢຊີຊາວເອຟະຣາທາ, ຈາກເບັດເລເຮັມໃນເຂດຢູດາ. ເຢຊີມີລູກຊາຍແປດຄົນ ແລະ ລາວກໍເຖົ້າແກ່ຫລາຍແລ້ວໃນສະໄໝທີ່ໂຊນເປັນກະສັດ.13ລູກຊາຍສາມຄົນທຳອິດຂອງເຢຊີທີ່ຕິດຕາມໂຊນໄປຮົບມີດັ່ງນີ້ຄື: ລູກຄົນທຳອິດແມ່ນເອລີອາບ, ລູກຄົນທີສອງແມ່ນອາບີນາດາບ ແລະ ລູກຄົນທີສາມແມ່ນຊາມມາ.14ດາວິດເປັນລູກຫລ້າ. ອ້າຍສາມຄົນໄດ້ຕິດຕາມໂຊນໄປ,15ສ່ວນດາວິດແມ່ນໄປມາລະຫວ່າງໂຊນກັບການລ້ຽງແກະຂອງພໍ່ຢູ່ທີ່ເບັດເລເຮັມ.16ຊາວຟີລິດສະຕິນຄົນນີ້ໄດ້ມາຢືນຮ້ອງທ້າເປັນປະຈຳທຸກເຊົ້າ ແລະ ທຸກແລງຕະຫລອດສີ່ສິບວັນ.17ຝ່າຍເຢຊີໄດ້ເວົ້າກັບດາວິດລູກຊາຍຂອງຕົນວ່າ, “ຈົ່ງຟ້າວເອົາເຂົ້າຂົ້ວ 1 ເອຟາ ແລະ ເຂົ້າຈີ່ສິບກ້ອນເຫລົ່ານີ້ໄປໃຫ້ອ້າຍຂອງເຈົ້າຢູ່ທີ່ຄ້າຍພັກຂອງພວກເຂົາ.18ຈົ່ງເອົາເນີຍແຂງສິບກ້ອນເຫລົ່ານີ້ໄປໃຫ້ຜູ້ບັນຊາການ ຂອງພວກເຂົານຳ. ຈົ່ງເບິ່ງວ່າພວກອ້າຍຂອງເຈົ້າເປັນແນວໃດ ແລະ ຈົ່ງນຳເອົາຂ່າວ ຈາກພວກເຂົາກັບມານໍາ.19ພວກເຂົາຢູ່ກັບໂຊນ ແລະ ກອງທັບອິດສະຣາເອນທີ່ຮ່ອມພູເອລາ ລະຫວ່າງການສູ້ຮົບກັບຄົນຟີລິດສະຕິນ”.20ດາວິດໄດ້ປະຝູງແກະໄວ້ກັບຄົນລ້ຽງອີກຄົນໜຶ່ງເບິ່ງແຍງ, ກຽມເຄື່ອງແລ້ວອອກເດີນທາງ, ຕາມຄຳສັ່ງຂອງເຢຊີຕັ້ງແຕ່ເຊົ້າຂອງມື້ຕໍ່ມາ. ລາວມາຮອດຄ້າຍພັກພໍດີກັບເວລາທີ່ກອງທັບອິດສະຣາເອນກຳລັງຈະຍົກທັບອອກໄປສະໜາມຮົບ, ມີສຽງໂຫ່ຮ້ອງອອກເສິກ.21ຄົນອິດສະຣາເອນ ແລະ ຄົນຟີລິດສະຕິນຕ່າງກໍມາຕັ້ງຂະບວນປະເຊີນໜ້າກັນ.22ດາວິດໄດ້ປະເຄື່ອງຂອງຕົນໄວ້ກັບເຈົ້າໜ້າທີ່ຜູ້ເບິ່ງແຍງສຳພາລະ, ແລ້ວແລ່ນອອກໄປທີ່ແນວຮົບ ແລະ ໄດ້ຖາມບັນດາອ້າຍຂອງຕົນວ່າເປັນຢ່າງໃດແລ້ວ.23ໃນຂະນະທີ່ລາວກຳລັງເວົ້າກັບບັນດາອ້າຍຂອງຕົນຢູ່, ໂກລີອາດຍອດນັກຮົບຊາວຟີລິດສະຕິນຈາກເມືອງກາດກໍກ້າວອອກຈາກແຖວມາຢືນຮ້ອງທ້າເໝືອນເດີມ ແລະ ດາວິດກໍໄດ້ຍິນ.24ເມື່ອໃດກໍຕາມທີ່ພວກອິດສະຣາເອນເຫັນໂກລີອາດ, ພວກເຂົາກໍພາກັນແລ່ນໜີດ້ວຍຄວາມຢ້ານຫລາຍ.25ບັດນີ້ ຊາວອິດສະຣາເອນກໍເວົ້າກັນວ່າ, “ເຈົ້າເຫັນຄົນນີ້ບໍ ລາວອອກມາຕະຫລອດ? ລາວອອກມາທ້າຄົນອິດສະຣາເອນ. ກະສັດຈະມອບຊັບສົມບັດອັນຫລວງຫລາຍໃຫ້ແກ່ຄົນທີ່ຂ້າລາວໄດ້. ເພິ່ນຍັງຈະໃຫ້ລາວແຕ່ງງານກັບລູກສາວຂອງເພິ່ນ ແລະ ຫລາຍກວ່ານັ້ນຄອບຄົວຂອງພໍ່ຂອງລາວຈະໄດ້ຮັບການຍົກເວັ້ນພາສີດ້ວຍ”.26ດາວິດໄດ້ຖາມຄົນທີ່ຢືນຢູ່ໃກ້ລາວນັ້ນວ່າ, “ຜູ້ທີ່ຂ້າຟີລິດສະຕິນຄົນນີ້ ແລະ ກູ້ໜ້າໃຫ້ອິດສະຣາເອນຈະໄດ້ຮັບບຳເໜັດອັນໃດແດ່? ຊາວຟີລິດສະຕິນຜູ້ບໍ່ໄດ້ຮັບພິທີຕັດຄົນນີ້ເປັນຜູ້ໃດ ລາວຄືກ້າຮ້ອງທ້າກອງທັບຂອງພຣະເຈົ້າຜູ້ດຳລົງຢູ່?”27ພວກເຂົາກໍໄດ້ບອກຊ້ຳຄືນສິ່ງທີ່ເວົ້າໄປແລ້ວວ່າ, “ຄົນທີ່ຂ້າລາວສຳເລັດຈະໄດ້ຮັບສິ່ງຕ່າງໆເຫລົ່ານັ້ນ”.28ເມື່ອເອລີອາບ, ອ້າຍກົກຂອງດາວິດ, ໄດ້ຍິນດາວິດເວົ້າກັບຄົນນັ້ນ, ລາວກໍໃຈຮ້າຍໃຫ້ດາວິດ ແລະ ເວົ້າວ່າ, “ເຈົ້າມາເຮັດຫຍັງຢູ່ບ່ອນນີ້? ແລະ ເຈົ້າຖິ້ມແກະຈຳນວນໜ້ອຍໃນຖິ່ນແຫ້ງແລ້ງກັນດານໄວ້ໃຫ້ຜູ້ໃດເບິ່ງ? ຂ້ອຍຮູ້ວ່າເຈົ້າມັກເວົ້າໂອ້ອວດ ແລະ ຮູ້ຈັກໃຈຊົ່ວຊ້າຂອງເຈົ້າ; ເຈົ້າລົງມາພຽງແຕ່ເພື່ອຢາກເບິ່ງການສູ້ຮົບກັນເທົ່ານັ້ນ”.29ດາວິດໄດ້ຕອບວ່າ, “ຂ້ອຍເຮັດຫຍັງຜິດບໍ? ຖາມເບິ່ງບໍ່ໄດ້ບໍ?”30ແລ້ວດາວິດກໍຍ່າງໄປຖາມຄົນອື່ນໆອີກໃນເລື່ອງດຽວກັນ ແລະ ກໍໄດ້ຮັບຄຳຕອບຢ່າງດຽວກັນ.31ມີຜູ້ໄດ້ຍິນຄຳເວົ້າຂອງດາວິດຈຶ່ງໄປລາຍງານໂຊນ, ເພິ່ນຈຶ່ງໃຫ້ຄົນໄປຕາມດາວິດໃຫ້ເຂົ້າພົບ.32ດາວິດຕອບໂຊນວ່າ, “ຢ່າໃຫ້ຜູ້ໃດເສຍຂວັນເພາະຊາວຟີລິດສະຕິນຄົນນີ້ເລີຍ; ຜູ້ຮັບໃຊ້ຂອງທ່ານຈະໄປ ແລະ ຕໍ່ສູ້ກັບລາວ”.33ໂຊນໄດ້ຕອບວ່າ, “ເຈົ້າບໍ່ສາມາດອອກໄປສູ້ກັບຊາວຟີລິດສະຕິນຄົນນີ້ໄດ້; ເຈົ້າເປັນພຽງຊາຍໜຸ່ມຄົນໜຶ່ງ, ສ່ວນລາວເປັນນັກຮົບມາຕັ້ງແຕ່ໄວໜຸ່ມແລ້ວ”.34ແຕ່ດາວິດໄດ້ເວົ້າກັບໂຊນວ່າ, “ຜູ້ຮັບໃຊ້ຂອງທ່ານເບິ່ງແຍງແກະຂອງພໍ່. ເມື່ອມີໂຕສິງ ຫລື ໝີມາຄາບແກະໄປຈາກຝູງ,35ຂ້ານ້ອຍຈະໄລ່ຕາມໄປ, ຕໍ່ສູ້ມັນ ແລະ ຊ່ວຍແກະນັ້ນອອກມາຈາກປາກຂອງໂຕສິງ. ຖ້າມັນຫັນມາຫລິ້ນງານຂ້ານ້ອຍ, ຂ້ານ້ອຍກໍຈະດຶງຂົນຂອງມັນ, ຟາດມັນ ແລະ ຂ້າມັນ.36ຜູ້ຮັບໃຊ້ຂອງທ່ານໄດ້ຂ້າທັງໂຕສິງ ແລະ ໝີມາແລ້ວ; ຊາວຟີລິດສະຕິນຜູ້ບໍ່ໄດ້ຮັບພິທີຕັດຄົນນີ້ກໍຈະເປັນເໝືອນສັດເຫລົ່ານັ້ນ, ເພາະລາວໄດ້ໝິ່ນປະໝາດກອງທັບຂອງພຣະເຈົ້າຜູ້ດຳລົງຢູ່.37ພຣະເຈົ້າຢາເວຜູ້ຊ່ວຍຂ້ານ້ອຍຈາກເລັບຂອງໂຕສິງ ແລະ ໝີ ຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກມືຂອງຊາວຟີລິດສະຕິນຜູ້ນີ້”.ໂຊນໄດ້ເວົ້າກັບດາວິດວ່າ, “ຈົ່ງໄປ, ຂໍພຣະເຈົ້າຢາເວຢູ່ກັບເຈົ້າ”.38ຫລັງຈາກນັ້ນ ໂຊນກໍໃຫ້ດາວິດສວມຊຸດນັກຮົບຂອງໂຊນເອງ. ມີເສື້ອເກາະ ແລະ ໝວກເກາະທອງສຳລິດ.39ດາວິດພາຍດາບທັບເສື້ອເກາະ ແລະ ລອງຍ່າງໄປມາ, ເພາະບໍ່ຄຸ້ນເຄີຍກັບຊຸດແບບນີ້ມາກ່ອນ.
ດາວິດໄດ້ເວົ້າກັບໂຊນວ່າ, “ຂ້ານ້ອຍອອກໄປແບບນີ້ບໍ່ໄດ້ເພາະບໍ່ລຶ້ງ”. ດັ່ງນັ້ນ ດາວິດຈຶ່ງໄດ້ຖອດຊຸດນັ້ນອອກ.40ຫລັງຈາກນັ້ນ ລາວກໍຈັບໄມ້ຄ້ອນເທົ້າ ແລະ ໄປເກັບຫີນກ້ຽງຫ້າກ້ອນມາຈາກແມ່ນ້ຳໃສ່ໄວ້ໃນຖົງຂອງລາວ, ແລະ ໃນມືຖືກະຖຸນ, ຍ່າງເຂົ້າໄປຫາຊາວຟີລິດສະຕິນຄົນນັ້ນ.41ໃນຂະນະນັ້ນ, ໂກລີອາດກໍຍ່າງເຂົ້າມາຫາດາວິດ, ມີຄົນແບກໂລ່ຍ່າງນຳໜ້າ.42ເມື່ອເຫັນດາວິດທີ່ເປັນພຽງເດັກຊາຍທີ່ກຳລັງໃຫຍ່, ແຂງແຮງ ແລະ ຮູບຮ່າງດີ, ແລ້ວລາວກໍຄິດດູຖູກດາວິດ.43ໂກລີອາດໄດ້ເວົ້າກັບດາວິດວ່າ, “ເຫັນຂ້ອຍເປັນໝາບໍ, ເຈົ້າຈຶ່ງໄດ້ຖືໄມ້ຄ້ອນອອກມາຫາຂ້ອຍ?” ແລ້ວຄົນຟີລິດສະຕິນຄົນນັ້ນກໍປ້ອຍດ່າດາວິດໂດຍອ້າງນາມພະທັງຫລາຍຂອງຕົນ.44ໂກລີອາດເວົ້າວ່າ, “ມາ, ຂ້ອຍຈະປາດຊີ້ນຂອງເຈົ້າໃຫ້ນົກ ແລະ ສັດປ່າກິນ!”45ດາວິດໄດ້ເວົ້າກັບຄົນຟີລິດສະຕິນຄົນນັ້ນວ່າ, “ເຈົ້າມາຕໍ່ສູ້ກັບຂ້ອຍດ້ວຍດາບກັບຫອກ ແລະ ຫລາວ, ແຕ່ຂ້ອຍມາຕໍ່ສູ້ກັບເຈົ້າໃນນາມຂອງພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່, ພຣະເຈົ້າຂອງກອງທັບອິດສະຣາເອນ ຜູ້ທີ່ເຈົ້າເວົ້າລົບຫລູ່.46ວັນນີ້ພຣະເຈົ້າຢາເວຈະມອບເຈົ້າໄວ້ໃນມືຂອງຂ້ອຍ ແລະ ຂ້ອຍຈະຂ້າເຈົ້າ ແລະ ຕັດຫົວຂອງເຈົ້າ. ມື້ນີ້ຂ້ອຍຈະເອົາຊາກສົບຂອງກອງທັບຟີລິດສະຕິນໃຫ້ນົກ ແລະ ສັດປ່າກິນ, ແລ້ວທົ່ວທັງໂລກຈະໄດ້ຮູ້ວ່າມີພຣະເຈົ້າໃນອິດສະຣາເອນ.47ຄົນທັງຫລາຍທີ່ຊຸມນຸມກັນຢູ່ບ່ອນນີ້ຈະໄດ້ຮູ້ວ່າພຣະເຈົ້າຢາເວບໍ່ໄດ້ຊ່ວຍໃຫ້ພົ້ນດ້ວຍດາບ ຫລື ຫອກ; ເພາະການສູ້ຮົບຄັ້ງນີ້ເປັນຂອງພຣະເຈົ້າຢາເວ ແລະ ພຣະອົງຈະມອບພວກເຈົ້າທຸກຄົນໄວ້ໃນມືຂອງພວກເຮົາ”.48ຂະນະທີ່ໂກລີອາດເຂົ້າມາໃກ້ເພື່ອຕໍ່ສູ້, ດາວິດກໍແລ່ນເຂົ້າໄປປະເຊີນໜ້າກັບໂກລີອາດຢ່າງວ່ອງໄວ.49ເອົາມືຈົກລົງໄປໃນຖົງຂອງຕົນ ແລະ ຈັບເອົາກ້ອນຫີນອອກມາ, ລາວຄ້ອງເຂົ້າກັບກະຖຸນ ແລະ ແກ່ວງກ້ອນຫີນອັດເຂົ້າທີ່ໜ້າຜາກຂອງໂກລີອາດ. ກ້ອນຫີນຝັງຈົມເຂົ້າໄປໃນໜ້າຜາກຂອງໂກລີອາດ. ແລ້ວໂກລີອາດກໍລົ້ມຂວໍ້າໜ້າລົງກັບພື້ນ.50ດັ່ງນັ້ນ ດາວິດຈຶ່ງເອົາຊະນະຊາວຟີລິດສະຕິນຄົນນັ້ນດ້ວຍກະຖຸນ ແລະ ກ້ອນຫີນ; ເຖິງບໍ່ມີດາບແຕ່ກໍລົ້ມໂກລີອາດໄດ້ ແລະ ຂ້າລາວ.51ດາວິດໄດ້ແລ່ນເຂົ້າໄປຢືນເທິງຮ່າງຂອງໂກລີອາດ. ລາວໄດ້ດຶງດາບຂອງໂກລີອາດອອກຈາກຝັກ ແລະ ຂ້າລາວ, ແລ້ວກໍຕັດຫົວອອກມາ.
ເມື່ອຊາວຟີລິດສະຕິນເຫັນວິລະບຸລຸດຂອງຕົນຕາຍແລ້ວ, ພວກເຂົາກໍຫັນຫລັງແລ່ນໜີໄປ.52ຫລັງຈາກນັ້ນ ຊາວອິດສະຣາເອນ ແລະ ຢູດາຈຶ່ງໂຫ່ຮ້ອງມີໄຊ ແລ້ວໄລ່ຕາມຊາວຟີລິດສະຕິນໄປໄກຈົນເຖິງທາງເຂົ້າເມືອງກາດ ແລະ ປະຕູເມືອງເອັກໂຣນ. ສົບຊາວຟີລິດສະຕິນຢາຍຕາມເສັ້ນທາງຊາອາຣາອີມທີ່ຈະໄປຍັງເມືອງກາດ ແລະ ເມືອງເອັກໂຣນ.53ຫລັງຈາກນັ້ນ ຊາວອິດສະຣາເອນກໍກັບມາປຸ້ນຄ້າຍພັກຂອງຊາວຟີລິດສະຕິນ.54ດາວິດໄດ້ນຳຫົວຂອງໂກລີອາດໄປທີ່ເຢຣູຊາເລັມ ແລະ ເກັບອາວຸດຂອງລາວໄວ້ໃນເຕັນຂອງຕົນ.55ຂະນະທີ່ໂຊນເຝົ້າເບິ່ງດາວິດອອກໄປສູ້ກັບໂກລີອາດ, ເພິ່ນກໍໄດ້ຖາມແມ່ທັບອັບເນວ່າ, “ອັບເນ, ຊາຍໜຸ່ມຄົນນັ້ນເປັນລູກຊາຍຂອງຜູ້ໃດ?”
ອັບເນໄດ້ຕອບວ່າ, “ຂ້າແດ່ກະສັດ, ທ່ານມີຊີວິດຢູ່ແທ້ສັນໃດ, ຂ້ານ້ອຍບໍ່ຮູ້ສັນນັ້ນ”.56ໂຊນໄດ້ເວົ້າວ່າ, “ຈົ່ງໄປສືບມາວ່າຊາຍໜຸ່ມຄົນນີ້ເປັນລູກຂອງຜູ້ໃດ”.57ທັນທີທີ່ດາວິດກັບມາຈາກການຂ້າໂກລີອາດ, ອັບເນກໍໄດ້ນຳລາວມາເຂົ້າພົບໂຊນ, ດາວິດຍັງຫິ້ວຫົວຂອງໂກລີອາດຢູ່.58ໂຊນໄດ້ຖາມດາວິດວ່າ, “ຊາຍໜຸ່ມ, ເຈົ້າເປັນລູກຂອງຜູ້ໃດ?”
ດາວິດໄດ້ຕອບວ່າ, “ຂ້ານ້ອຍເປັນລູກຊາຍຂອງເຢຊີແຫ່ງເບັດເລເຮັມຜູ້ຮັບໃຊ້ຂອງທ່ານ”.
Biblica, Inc.