1 ຊາມູເອນ15
ພຣະເຈົ້າຢາເວໄດ້ປົດໂຊນອອກຈາກການເປັນກະສັດ
1ຊາມູເອນເວົ້າກັບໂຊນວ່າ, “ຂ້ອຍແມ່ນຜູ້ທີ່ພຣະເຈົ້າຢາເວໄດ້ສົ່ງມາເຈີມເຈົ້າໃຫ້ເປັນກະສັດປົກຄອງປະຊາຊົນອິດສະຣາເອນຂອງພຣະອົງ; ດັ່ງນັ້ນ ຈົ່ງຟັງຄຳສັ່ງຈາກພຣະເຈົ້າຢາເວ.2ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດກ່າວວ່າ: ‘ເຮົາຈະລົງໂທດຊາວອາມາເຫລັກໃນສິ່ງທີ່ພວກເຂົາໄດ້ເຮັດຕໍ່ຊາວອິດສະຣາເອນເມື່ອເວລາທີ່ພວກເຂົາອອກມາຈາກເອຢິບ.3ບັດນີ້ ຈົ່ງອອກໄປໂຈມຕີຊາວອາມາເຫລັກ ແລະ ທຳລາຍລ້າງ ທຸກສິ່ງທີ່ພວກເຂົາມີໃຫ້ໝົດ. ຢ່າໄວ້ຊີວິດພວກເຂົາ; ບໍ່ວ່າຜູ້ຊາຍ ແລະ ແມ່ຍິງ, ເດັກ ແລະ ເດັກແດງ, ງົວ ແລະ ແກະ, ອູດ ແລະ ລໍ’ ”.4ດັ່ງນັ້ນ ໂຊນຈຶ່ງໄດ້ລະດົມພົນ ແລະ ກວດກາຈໍານວນພົນທີ່ເຕເລັມ ເຊິ່ງມີກຳລັງພົນຈຳນວນສອງແສນຄົນສົມທົບກັບກຳລັງພົນຈາກຢູດາໜຶ່ງໝື່ນຄົນ.5ໂຊນໄດ້ຍົກທັບໄປທີ່ເມືອງຂອງຊາວອາມາເຫລັກ ແລະ ດັກຊຸ້ມຢູ່ໃນຮ່ອມພູ.6ຫລັງຈາກນັ້ນ ເພິ່ນໄດ້ເວົ້າກັບຊາວເກນິດວ່າ, “ຈົ່ງອອກໄປ, ອອກຈາກໝູ່ບ້ານຂອງຊາວອາມາເຫລັກ ເພື່ອພວກເຈົ້າຈະໄດ້ບໍ່ຖືກທຳລາຍລ້າງໄປພ້ອມກັບພວກເຂົາ; ເພາະພວກເຈົ້າໄດ້ເມດຕາຊາວອິດສະຣາເອນເມື່ອເວລາທີ່ພວກເຂົາອອກມາຈາກເອຢິບ”. ດັ່ງນັ້ນ ຄົນເກນີຊິດຈຶ່ງຍ້າຍອອກຈາກຊາວອາມາເຫລັກໄປ.7ຫລັງຈາກນັ້ນ ໂຊນກໍໄດ້ໂຈມຕີຊາວອາມາເຫລັກຕັ້ງແຕ່ເມືອງຮາວີລາ ຕະຫລອດທາງຈົນເຖິງເມືອງຊູເຣ, ໃກ້ເຂດແດນທາງຕາເວັນອອກຂອງເອຢິບ.8ໂຊນໄດ້ຈັບກຸມອາກາ ກະສັດຂອງຊາວອາມາເຫລັກໄດ້ທັງເປັນ, ສ່ວນຄົນອື່ນໆແມ່ນຖືກທຳລາຍລ້າງດ້ວຍດາບທັງໝົດ.9ແຕ່ໂຊນກັບທະຫານໄດ້ໄວ້ຊີວິດອາກາ ແລະ ເກັບແກະ, ງົວ, ລູກງົວທີ່ອ້ວນພີ ແລະ ລູກແກະທີ່ດີທີ່ສຸດເອົາໄວ້. ເພິ່ນບໍ່ຢາກທຳລາຍລ້າງສິ່ງເຫລົ່ານີ້ໃຫ້ໝົດສິ້ນ, ແຕ່ທຳລາຍລ້າງສະເພາະສິ່ງທີ່ໄຮ້ຄ່າ ແລະ ບໍ່ມີປະໂຫຍດໃຫ້ໝົດສິ້ນໄປ.10ແລ້ວຖ້ອຍຄໍາຂອງພຣະເຈົ້າຢາເວຈຶ່ງມາເຖິງຊາມູເອນວ່າ:11“ເຮົາເສຍໃຈທີ່ໄດ້ແຕ່ງຕັ້ງໂຊນເປັນກະສັດ, ເພາະລາວໄດ້ປະຖິ້ມເຮົາ ແລະ ບໍ່ເຮັດຕາມຄຳສັ່ງຂອງເຮົາ”. ຊາມູເອນໃຈຮ້າຍຫລາຍ ແລະ ເພິ່ນໄດ້ຄ່ຳຄວນຕໍ່ພຣະເຈົ້າຢາເວຕະຫລອດຄືນ.12ເຊົ້າມື້ຕໍ່ມາເພິ່ນຈຶ່ງຕື່ນນອນ ແລະ ອອກໄປຫາໂຊນ, ແຕ່ມີຄົນບອກເພິ່ນວ່າ, “ໂຊນໄດ້ໄປທີ່ກາກເມນ. ໂຊນໄດ້ສ້່າງອະນຸສາວະລີເພື່ອເປັນກຽດແກ່ຕົນເອງ ແລະ ຫລັງຈາກນັ້ນກໍໄດ້ລົງໄປທີ່ກິນການ”.13ເມື່ອຊາມູເອນມາຮອດ, ໂຊນກໍໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນທ່ານ! ຂ້າພະເຈົ້າໄດ້ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າ”.14ແຕ່ຊາມູເອນໄດ້ຖາມວ່າ, “ຖ້າດັ່ງນັ້ນສຽງຮ້ອງຂອງແກະ ແລະ ງົວທີ່ເຮົາໄດ້ຍິນນີ້ໝາຍເຖິງຫຍັງ?”15ໂຊນໄດ້ຕອບວ່າ, “ພວກທະຫານໄດ້ຢຶດສິ່ງເຫລົ່ານັ້ນມາຈາກຄົນອາມາເຫລັກ; ພວກເຂົາເກັບແກະ ແລະ ງົວທີ່ດີທີ່ສຸດໄວ້ເພື່ອຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ແຕ່ພວກເຮົາໄດ້ທຳລາຍລ້າງສິ່ງທີ່ອື່ນໆຈົນໝົດ”.16ຊາມູເອນຈຶ່ງເວົ້າກັບໂຊນວ່າ, “ພໍແລ້ວ! ຂ້າພະເຈົ້າຈະບອກທ່ານເຖິງສິ່ງທີ່ພຣະເຈົ້າຢາເວກ່າວກັບຂ້ອຍມື້ຄືນນີ້”.ໂຊນຕອບວ່າ, “ຈົ່ງບອກມາ”.17ຊາມູເອນເວົ້າວ່າ, “ເຖິງແມ່ນວ່າທ່ານເຄີຍຄິດວ່າຕົນເອງເລັກນ້ອຍກໍຕາມ, ແຕ່ທ່ານກໍໄດ້ເປັນຜູ້ນຳເຜົ່າຕ່າງໆຂອງອິດສະຣາເອນບໍ່ແມ່ນບໍ? ພຣະເຈົ້າຢາເວໄດ້ແຕ່ງຕັ້ງທ່ານເປັນກະສັດປົກຄອງອິດສະຣາເອນ.18ແລະ ພຣະອົງໄດ້ມອບໝາຍໃຫ້ທ່ານໄປທຳງານ, ໂດຍກ່າວວ່າ, ‘ຈົ່ງອອກໄປ ແລະ ທຳລາຍລ້າງຊາວອາມາເຫລັກຜູ້ຊົ່ວຮ້າຍໃຫ້ໝົດສິ້ນໄປ; ຈົ່ງເຮັດສົງຄາມຕໍ່ສູ້ພວກເຂົາຈົນກວ່າພວກເຈົ້າຈະກວາດລ້າງພວກເຂົາອອກໄປໃຫ້ໝົດ’.19ເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງພຣະເຈົ້າຢາເວ? ເປັນຫຍັງເຈົ້າຈຶ່ງຢຶດສິ່ງຂອງເຫລົ່ານີ້ມາ ແລະ ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ?”20ໂຊນເວົ້າວ່າ, “ແຕ່ຂ້າພະເຈົ້າໄດ້ເຊື່ອຟັງພຣະເຈົ້າຢາເວ ແລະ ໄດ້ເຮັດວຽກຕາມທີ່ພຣະເຈົ້າຢາເວໄດ້ມອບໝາຍ ຂ້າພະເຈົ້າໄດ້ນຳກະສັດອາກາມາ ແລະ ໄດ້ທຳລາຍລ້າງຊາວອາມາເຫລັກທັງໝົດ.21ແຕ່ພວກທະຫານໄດ້ຢຶດແກະ ແລະ ງົວທີ່ດີທີ່ສຸດ ເຊິ່ງເປັນຂອງທີ່ຕ້ອງທຳລາຍຖວາຍແກ່ພຣະເຈົ້າ ມາຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານຢູ່ທີ່ກິນການ”.22ແຕ່ຊາມູເອນໄດ້ຕອບວ່າ:“ພຣະເຈົ້າຢາເວພໍໃຈໃນເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາຫລາຍກວ່າການເຊື່ອຟັງພຣະເຈົ້າຢາເວບໍ?ການເຊື່ອຟັງນັ້ນກໍດີກວ່າຖວາຍເຄື່ອງບູຊາ,ແລະ ການໃສ່ໃຈກໍດີກວ່າການຖວາຍໄຂມັນຂອງແກະຜູ້.23ເພາະການກະບົດເປັນເໝືອນບາບຈາກການຫລິ້ນເວດມົນຄາຖາ,ແລະ ຄວາມຈອງຫອງກໍເປັນເໝືອນຄວາມຊົ່ວຈາກການກາບໄຫວ້ຮູບເຄົາລົບ,ເພາະວ່າທ່ານໄດ້ປະຕິເສດຖ້ອຍຄຳຂອງພຣະເຈົ້າຢາເວ,ພຣະອົງຈຶ່ງປົດທ່ານອອກຈາກການເປັນກະສັດ”.24ແລ້ວໂຊນກໍເວົ້າກັບຊາມູເອນວ່າ, “ຂ້າພະເຈົ້າໄດ້ເຮັດບາບແລ້ວ ຂ້າພະເຈົ້າໄດ້ລະເມີດຄໍາສັ່ງຂອງພຣະເຈົ້າຢາເວ ແລະ ຄຳແນະນໍາຂອງທ່ານ. ຂ້າພະເຈົ້າຢ້ານພວກທະຫານ ຈຶ່ງຍອມເຮັດຕາມພວກເຂົາ.25ບັດນີ້ ໂຜດອະໄພບາບຂອງຂ້າພະເຈົ້າດ້ວຍ ແລະ ຂໍກັບໄປພ້ອມກັບຂ້າພະເຈົ້າ, ເພື່ອຂ້າພະເຈົ້າຈະໄດ້ນະມັດສະການພຣະເຈົ້າຢາເວ”.26ແຕ່ຊາມູເອນຕອບວ່າ, “ເຮົາຈະບໍ່ກັບໄປກັບເຈົ້າ. ເຈົ້າໄດ້ປະຖິ້ມຄຳສັ່ງຂອງພຣະເຈົ້າຢາເວ ແລະ ພຣະອົງໄດ້ປົດເຈົ້າອອກຈາກການເປັນກະສັດປົກຄອງຄົນອິດສະຣາເອນແລ້ວ!”27ຂະນະທີ່ຊາມູເອນຈະກັບອອກໄປ, ໂຊນກໍດຶງເສື້ອຄຸມຂອງເພິ່ນໄວ້ ແລະ ເຮັດໃຫ້ເສື້ອຄຸມນັ້ນຂາດ.28ຊາມູເອນເວົ້າກັບໂຊນວ່າ, “ໃນວັນນີ້ພຣະເຈົ້າຢາເວໄດ້ຈີກອານາຈັກອິດສະຣາເອນຈາກທ່ານ ແລະ ມອບໃຫ້ຜູ້ອື່ນທີ່ດີກວ່າທ່ານ.29ພຣະອົງຜູ້ເປັນສະຫງ່າລາສີແຫ່ງອິດສະຣາເອນບໍ່ໄດ້ກ່າວຕົວະ ຫລື ປ່ຽນໃຈ; ເພາະພຣະອົງບໍ່ແມ່ນມະນຸດທີ່ພຣະອົງຈະປ່ຽນໃຈ”.30ໂຊນເວົ້າວ່າ, “ຂ້າພະເຈົ້າໄດ້ເຮັດບາບແລ້ວ. ແຕ່ຂໍໂຜດໃຫ້ກຽດຂ້າພະເຈົ້າຕໍ່ໜ້າບັນດາຜູ້ອາວຸໂສຂອງປະຊາຊົນ ແລະ ຕໍ່ໜ້າຊາວອິດສະຣາເອນ; ໂຜດກັບໄປກັບຂ້າພະເຈົ້າດ້ວຍ, ເພື່ອວ່າຂ້າພະເຈົ້າຈະໄດ້ນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ”.31ຊາມູເອນຈຶ່ງຍອມກັບໄປນໍາ ແລະ ໂຊນກໍໄດ້ນະມັດສະການພຣະເຈົ້າຢາເວ.32ຫລັງຈາກນັ້ນ ຊາມູເອນກໍໄດ້ເວົ້າວ່າ, “ຈົ່ງນຳອາກາ ກະສັດຂອງອາມາເຫລັກມາຫາເຮົາ”.
ອາກາກໍອອກມາໂດຍມີໂສ້ລ່າມ ແລະ ຄິດໃນໃຈວ່າ, “ເຄາະຮ້າຍແຫ່ງຄວາມຕາຍໄດ້ຜ່ານໄປແລ້ວຢ່າງແນ່ນອນ”.33ແຕ່ຊາມູເອນກ່າວວ່າ,“ດາບຂອງເຈົ້າໄດ້ເຮັດໃຫ້ແມ່ຫລາຍຄົນສູນເສຍລູກໄປສັນໃດແມ່ຂອງເຈົ້າກໍຈະສູນເສຍລູກໄປສັນນັ້ນ”.ແລ້ວຊາມູເອນກໍປະຫານອາກາຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ກິນການ.34ຫລັງຈາກນັ້ນ ຊາມູເອນຈຶ່ງກັບໄປທີ່ຣາມາ, ສ່ວນໂຊນກໍກັບໄປທີ່ກີເບອາບ່ອນຢູ່ຂອງຕົນ.35ຕັ້ງແຕ່ນັ້ນມາຊາມູເອນກໍບໍ່ເຄີຍພົບກັບໂຊນອີກເລີຍຈົນມື້ຕາຍ, ເພິ່ນເປັນທຸກຍ້ອນໂຊນຢູ່ສະເໝີ ແລະ ພຣະເຈົ້າຢາເວກໍເສຍໃຈທີ່ໄດ້ຕັ້ງໂຊນເປັນກະສັດປົກຄອງອິດສະຣາເອນ.
Biblica, Inc.