1 ຊາມູເອນ12
ຄຳອຳລາຂອງຊາມູເອນ
1ຊາມູເອນໄດ້ກ່າວແກ່ຊາວອິດສະຣາເອນທັງໝົດວ່າ, “ເຮົາໄດ້ເຮັດທຸກສິ່ງຕາມທີ່ພວກເຈົ້າຮ້ອງຂໍ ແລະ ຕັ້ງກະສັດຂຶ້ນມາປົກຄອງພວກເຈົ້າ.2ບັດນີ້ ພວກເຈົ້າມີກະສັດເປັນຜູ້ນຳຂອງພວກເຈົ້າແລ້ວ. ສ່ວນເຮົາເອງ, ເຮົາເຖົ້າແກ່ ແລ້ວຜົມກໍຫງອກ ແລະ ບັນດາລູກຊາຍຂອງເຮົາກໍຢູ່ທ່າມກາງພວກເຈົ້າ. ເຮົາໄດ້ເປັນຜູ້ນຳຂອງພວກເຈົ້າຕັ້ງແຕ່ໜຸ່ມຈົນເຖິງວັນນີ້.3ເຮົາຢືນຢູ່ບ່ອນນີ້ແລ້ວ. ຈົ່ງໃຫ້ການຕໍ່ໜ້າພຣະເຈົ້າຢາເວ ແລະ ຕໍ່ໜ້າຜູ້ທີ່ພຣະອົງໄດ້ແຕ່ງຕັ້ງໄວ້. ເຮົາເຄີຍຢຶດງົວ ຫລື ລໍຂອງຜູ້ໃດໄປ? ເຮົາເຄີຍໂກງ ຫລື ເຄີຍຂົ່ມເຫັງຜູ້ໃດ? ເຮົາເຄີຍຮັບສິນບົນຈາກຜູ້ໃດເພື່ອບິດເບືອນຄວາມຍຸຕິທຳ? ຖ້າເຮົາໄດ້ເຮັດສິ່ງເຫລົ່ານີ້, ເຮົາຈະສະສາງໃຫ້ຮຽບຮ້ອຍ”.4ພວກເຂົາໄດ້ຕອບວ່າ, “ທ່ານບໍ່ເຄີຍໂກງ ຫລື ຂົ່ມເຫັງພວກເຮົາ ແລະ ທ່ານບໍ່ໄດ້ເອົາອັນໃດຈາກຜູ້ໃດດ້ວຍ”.5ຊາມູເອນໄດ້ກ່າວກັບພວກເຂົາວ່າ, “ພຣະເຈົ້າຢາເວເປັນພະຍານ ແລະ ຜູ້ທີ່ພຣະອົງແຕ່ງຕັ້ງກໍເປັນພະຍານໃນວັນນີ້ດ້ວຍວ່າ, ເຮົາບໍ່ໄດ້ເອົາສິ່ງໃດຈາກພວກເຈົ້າເລີຍ”.ພວກເຂົາຕອບວ່າ, “ພຣະອົງເປັນພະຍານ”.6ແລ້ວຊາມູເອນກໍກ່າວກັບປະຊາຊົນວ່າ, “ພຣະເຈົ້າຢາເວຄືຜູ້ທີ່ແຕ່ງຕັ້ງໂມເຊກັບອາໂຣນ ແລະ ພຣະອົງໄດ້ນຳບັນດາບັນພະບຸລຸດຂອງພວກເຈົ້າອອກມາຈາກເອຢິບ.7ບັດນີ້, ຈົ່ງຢືນສະຫງົບຢູ່ທີ່ນີ້, ເພາະເຮົາຈະຮື້ຟື້ນຄວາມຈຳພວກເຈົ້າກ່ຽວກັບກິດຈະການອັນຊອບທຳທັງໝົດທີ່ພຣະເຈົ້າຢາເວກະທຳເພື່ອພວກເຈົ້າກັບບັນດາບັນພະບຸລຸດຂອງພວກເຈົ້າ.8“ຫລັງຈາກທີ່ຢາໂຄບເຂົ້າສູ່ເອຢິບ, ພວກເຂົາໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ ແລະ ພຣະເຈົ້າຢາເວກໍໄດ້ສົ່ງໂມເຊກັບອາໂຣນ ມານຳບັນພະບຸລຸດຂອງພວກເຈົ້າອອກຈາກເອຢິບ ແລະ ມາຕັ້ງຖິ່ນຖານໃນແຜ່ນດິນນີ້.9“ແຕ່ບັນພະບຸລຸດຂອງພວກເຈົ້າໄດ້ລືມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ພຣະອົງຈຶ່ງຂາຍພວກເຂົາໄວ້ໃນມືຂອງສີເສຣາ, ແມ່ທັບຂອງກອງທັບແຫ່ງຮາໂຊ ແລະ ໃນມືຂອງຊາວຟີລິດສະຕິນ ແລະ ກະສັດແຫ່ງໂມອາບ ຜູ້ໄດ້ຕໍ່ສູ້ກັບພວກເຂົາ.10ບັນດາບັນພະບຸລຸດຮ້ອງຫາພຣະເຈົ້າຢາເວວ່າ, ‘ພວກຂ້ານ້ອຍໄດ້ເຮັດບາບແລ້ວ; ພວກຂ້ານ້ອຍໄດ້ປະຖິ້ມພຣະເຈົ້າຢາເວ ແລະ ໄປຮັບໃຊ້ພະບາອານ ແລະ ເຈົ້າແມ່ອັດສະຕາກ. ແຕ່ບັດນີ້ ຂໍໂຜດຊ່ວຍກອບກູ້ພວກຂ້ານ້ອຍອອກຈາກມືຂອງສັດຕູ ແລະ ພວກຂ້ານ້ອຍຈະຮັບໃຊ້ພຣະອົງ’.11ຫລັງຈາກນັ້ນ ພຣະເຈົ້າຢາເວຈຶ່ງໄດ້ສົ່ງເຢຣຸບບາອານ, ບາຣັກ, ເຢັບທາ ແລະ ຊາມູເອນ, ແລ້ວພຣະອົງກໍໄດ້ຊ່ວຍພວກເຈົ້າອອກມາຈາກມືຂອງສັດຕູທັງໝົດທີ່ຢູ່ອ້ອມພວກເຈົ້າ, ເພື່ອພວກເຈົ້າຈະມີຊີວິດຢູ່ຢ່າງປອດໄພ.12“ແຕ່ເມື່ອພວກເຈົ້າເຫັນກະສັດນາຮາດແຫ່ງອຳໂມນຍົກທັບມາໂຈມຕີພວກເຈົ້າ, ພວກເຈົ້າກໍເວົ້າກັບເຮົາວ່າ, ‘ພວກເຮົາຕ້ອງການກະສັດປົກຄອງພວກເຮົາ’ ທັງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນກະສັດຂອງພວກເຈົ້າ.13ບັດນີ້ ນີ້ຄືກະສັດທີ່ພວກເຈົ້າເລືອກ, ຜູ້ທີ່ພວກເຈົ້າຮ້ອງຂໍ; ເບິ່ງແມ, ພຣະເຈົ້າຢາເວໄດ້ຕັ້ງກະສັດປົກຄອງພວກເຈົ້າແລ້ວ.14ຖ້າພວກເຈົ້າຢຳເກງພຣະເຈົ້າຢາເວ, ຮັບໃຊ້, ເຊື່ອຟັງພຣະອົງ ແລະ ບໍ່ໄດ້ຝ່າຝືນຄຳສັ່ງຂອງພຣະອົງ, ຖ້າວ່າທັງພວກເຈົ້າ ແລະ ກະສັດຜູ້ປົກຄອງພວກເຈົ້າໄດ້ຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນັ້ນກໍດີແລ້ວ!15ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ແລະ ຖ້າພວກເຈົ້າຝ່າຝືນຄຳສັ່ງຂອງພຣະອົງ, ມືຂອງພຣະອົງຈະຈັດການກັບພວກເຈົ້າເໝືອນດັ່ງທີ່ຈັດການກັບບັນດາບັນພະບຸລຸດຂອງພວກເຈົ້າ.16“ບັດນີ້ ຈົ່ງສະຫງົບຢູ່ ແລະ ຄອຍຖ້າເບິ່ງສິ່ງຍິ່ງໃຫຍ່ທີ່ພຣະເຈົ້າຢາເວຈະກະທຳຕໍ່ໜ້າຕໍ່ຕາພວກເຈົ້າ!17ຂະນະນີ້ເປັນໄລຍະເກັບກ່ຽວເຂົ້າຫວີດບໍ່ແມ່ນບໍ? ແຕ່ເຮົາຈະຂໍພຣະເຈົ້າຢາເວໃຫ້ສົ່ງຟ້າຮ້ອງ ແລະ ຝົນຕົກມາ. ແລ້ວພວກເຈົ້າກໍຈະສຳນຶກວ່າພວກເຈົ້າໄດ້ເຮັດສິ່ງທີ່ຊົ່ວຮ້າຍພຽງໃດໃນສາຍຕາຂອງພຣະເຈົ້າຢາເວທີ່ພວກເຈົ້າຂໍໃຫ້ມີກະສັດ”.18ແລ້ວຊາມູເອນໄດ້ຮ້ອງຫາພຣະເຈົ້າຢາເວ ແລະ ໃນວັນນັ້ນເອງພຣະເຈົ້າຢາເວກໍໄດ້ສົ່ງຟ້າຮ້ອງ ແລະ ຝົນຕົກມາ. ດັ່ງນັ້ນ ປະຊາຊົນທັງໝົດຈຶ່ງຢ້ານກົວພຣະເຈົ້າຢາເວ ແລະ ຊາມູເອນຫລາຍ.19ປະຊາຊົນທັງໝົດໄດ້ເວົ້າກັບຊາມູເອນວ່າ, “ຂໍໃຫ້ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານເພື່ອບັນດາຜູ້ຮັບໃຊ້ຂອງທ່ານ ເພື່ອພວກຂ້ານ້ອຍຈະບໍ່ຕາຍ, ເພາະນອກຈາກບາບອື່ນໆຂອງພວກຂ້ານ້ອຍແລ້ວ ພວກຂ້ານ້ອຍກໍຍັງເພີ່ມບາບຊົ່ວທີ່ຮ້ອງຂໍກະສັດ”.20ຊາມູເອນໄດ້ຕອບວ່າ, “ຢ່າຢ້ານເລີຍ. ພວກເຈົ້າໄດ້ເຮັດສິ່ງຊົ່ວຮ້າຍທັງໝົດນີ້ແລ້ວກໍຈິງ; ແຕ່ຈົ່ງຮັບໃຊ້ພຣະເຈົ້າຢາເວດ້ວຍສຸດໃຈ. ຢ່າຫັນໜີໄປຈາກພຣະເຈົ້າຢາເວ.21ຢ່າຫັນໄປຕິດຕາມຮູບເຄົາລົບອັນໄຮ້ຄ່າ. ພວກມັນບໍ່ສາມາດເຮັດສິ່ງດີອັນໃດໃຫ້ພວກເຈົ້າໄດ້ ແລະ ບໍ່ສາມາດຊ່ວຍກອບກູ້ພວກເຈົ້າ, ເພາະພະເຫລົ່ານັ້ນໄຮ້ປະໂຫຍດ.22ເພື່ອເຫັນແກ່ນາມອັນຍິ່ງໃຫຍ່ຂອງພຣະອົງ ພຣະເຈົ້າຢາເວຈະບໍ່ປະຕິເສດປະຊາຊົນຂອງພຣະອົງ, ເພາະພຣະເຈົ້າຢາເວພໍໃຈທີ່ຈະເຮັດໃຫ້ພວກເຈົ້າເປັນຂອງພຣະອົງ.23ສ່ວນຂ້າພະເຈົ້ານັ້ນ, ຂໍຢ່າໃຫ້ຂ້າພະເຈົ້າເຮັດບາບຕໍ່ພຣະເຈົ້າຢາເວດ້ວຍການຢຸດອະທິຖານເພື່ອພວກເຈົ້າ. ຂ້າພະເຈົ້າຈະຍັງສັ່ງສອນແນວທາງອັນດີງາມ ແລະ ຖືກຕ້ອງແກ່ພວກເຈົ້າ.24ຈົ່ງເອົາໃຈໃສ່ຢຳເກງພຣະເຈົ້າຢາເວ ແລະ ຮັບໃຊ້ພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງພວກເຈົ້າ; ຈົ່ງພິຈາລະນາເຖິງສິ່ງຍິ່ງໃຫຍ່ທັງຫລາຍທີ່ພຣະອົງໄດ້ກະທຳເພື່ອພວກເຈົ້າ.25ແຕ່ຖ້າພວກເຈົ້າຍັງສືບຕໍ່ເຮັດຊົ່ວຕໍ່ໄປ, ທັງພວກເຈົ້າ ແລະ ກະສັດຂອງພວກເຈົ້າກໍຈະຖືກກວາດລ້າງໄປ”.
Biblica, Inc.