1 ຊາມູເອນ11
ໂຊນຊ່ວຍເມືອງຢາເບັດ
1ເວລານັ້ນ ນາຮາດ ຊາວອຳໂມນໄດ້ຍົກທັບມາອ້ອມເມືອງຢາເບັດກີເລອາດ. ຊາວເມືອງຢາເບັດທັງໝົດຈຶ່ງໄດ້ເວົ້າກັບນາຮາດວ່າ, “ຈົ່ງເຮັດສັນຍາກັບພວກຂ້ານ້ອຍ ແລະ ພວກຂ້ານ້ອຍຈະຍອມຢູ່ໃຕ້ອຳນາດຂອງທ່ານ”.2ແຕ່ນາຮາດຊາວອຳໂມນໄດ້ຕອບວ່າ, “ເຮົາຈະເຮັດສັນຍາກັບພວກເຈົ້າໃນເງື່ອນໄຂຂໍ້ໜຶ່ງ ຄືເຮົາຈະຈົກຕາເບື້ອງຂວາຂອງພວກເຈົ້າທຸກຄົນ ແລະ ເປັນການນໍາຄວາມອັບອາຍມາສູ່ຄົນອິດສະຣາເອນທັງໝົດ”.3ບັນດາຜູ້ອາວຸໂສຂອງຢາເບັດໄດ້ເວົ້າຕໍ່ລາວວ່າ, “ຂໍໃຫ້ເວລາພວກເຮົາເຈັດວັນ ເພື່ອພວກເຮົາຈະສົ່ງຜູ້ນໍາຂ່າວໄປທົ່ວດິນແດນອິດສະຣາເອນ; ຖ້າບໍ່ມີຜູ້ໃດມາຊ່ວຍພວກເຮົາ, ພວກເຮົາກໍຍິນຍອມຕາມເງື່ອນໄຂຂອງທ່ານ”.4ເມື່ອຜູ້ນໍາຂ່າວມາຮອດເມືອງກີເບອາຖິ່ນຂອງໂຊນ ແລະ ແຈ້ງເງື່ອນໄຂນີ້ແກ່ປະຊາຊົນ, ທຸກຄົນພາກັນຮ້ອງໄຫ້ສຽງດັງ.5ຂະນະນັ້ນເອງໂຊນກໍກຳລັງຕ້ອນຝູງງົວກັບມາຈາກທົ່ງນາ ແລະ ລາວໄດ້ຖາມວ່າ, “ມີເລື່ອງຫຍັງບໍ? ດ້ວຍເຫດໃດພວກເຂົາຈຶ່ງຮ້ອງໄຫ້?” ຫລັງຈາກນັ້ນ ພວກເຂົາກໍແຈງໃຫ້ໂຊນຮູ້ຂ່າວຈາກຢາເບັດ.6ເມື່ອໂຊນໄດ້ຍິນເຊັ່ນນັ້ນ, ພຣະວິນຍານຂອງພຣະເຈົ້າໄດ້ລົງມາເທິງລາວດ້ວຍລິດເດດ ແລະ ລາວກໍໃຈຮ້າຍຫລາຍ.7ລາວໄດ້ຈັບງົວຜູ້ສອງໂຕມາຟັນເປັນຕ່ອນໆ ແລະ ໃຫ້ຜູ້ນໍາຂ່າວແບກໄປທົ່ວອິດສະຣາເອນ, ພ້ອມທັງປະກາດວ່າ, “ຜູ້ໃດບໍ່ຍອມຕິດຕາມໂຊນກັບຊາມູເອນ ງົວຂອງພວກເຂົາຈະມີສະພາບຢ່າງນີ້”. ຄົນທັງຫລາຍເກີດຄວາມຢ້ານກົວພຣະເຈົ້າຢາເວ ແລະ ພວກເຂົາທັງໝົດຈຶ່ງພ້ອມໃຈກັນມາ.8ເມື່ອໂຊນກວດຈໍານວນພົນຢູ່ທີ່ເບເຊັກກໍພົບວ່າມີຊາວອິດສະຣາເອນສາມແສນຄົນ ແລະ ມີຄົນຢູດາອີກສາມໝື່ນຄົນ.9ພວກເຂົາໄດ້ບອກບັນດາຜູ້ນໍາຂ່າວວ່າ, “ໃຫ້ກັບໄປບອກຊາວຢາເບັດກີເລອາດວ່າ, ‘ມື້ອື່ນເຊົ້າກ່ອນທ່ຽງ ພວກເຈົ້າຈະໄດ້ຮັບການຊ່ວຍເຫລືອ’ ”. ເມື່ອຜູ້ນໍາຂ່າວອອກໄປ ແລະ ໄດ້ບອກຊາວເມືອງຢາເບັດໃຫ້ຮູ້ຂ່າວແລ້ວ, ຊາວເມືອງກໍພາກັນດີໃຈຫລາຍ.10ພວກເຂົາຈຶ່ງບອກຊາວອຳໂມນວ່າ, “ມື້ອື່ນພວກເຮົາຈະຍອມຈໍານົນຕໍ່ພວກເຈົ້າ, ພວກເຈົ້າຈະເຮັດຫຍັງກັບພວກເຮົາກໍໄດ້ຕາມໃຈພວກເຈົ້າ”.11ເຊົ້າມື້ຕໍ່ມາໂຊນໄດ້ແບ່ງກອງທັບອອກເປັນສາມກອງ; ບຸກເຂົ້າໂຈມຕີຄ້າຍຊາວອຳໂມນຕັ້ງແຕ່ເຊົ້າມືດ ແລະ ຂ້າພວກເຂົາຈົນຮອດທ່ຽງ. ຊາວອຳໂມນທີ່ເຫລືອກໍກະຈັດກະຈາຍໄປຄົນລະທິດຄົນລະທາງ.ໂຊນໄດ້ຮັບການຢືນຢັນເປັນກະສັດ
12ປະຊາຊົນທັງຫລາຍໄດ້ກ່າວກັບຊາມູເອນວ່າ, “ຜູ້ໃດທີ່ເວົ້າວ່າ ‘ໂຊນຈະມາປົກຄອງພວກເຮົາບໍ?’ ຈົ່ງນຳຕົວຄົນເຫລົ່ານັ້ນອອກມາບ່ອນນີ້ໃຫ້ພວກເຮົາຂ້າ”.13ແຕ່ໂຊນໄດ້ເວົ້າວ່າ, “ຢ່າຂ້າຜູ້ໃດໃນວັນນີ້ເລີຍ, ເພາະວັນນີ້ພຣະເຈົ້າຢາເວໄດ້ຊ່ວຍກອບກູ້ປະຊາຊົນອິດສະຣາເອນ”.14ຊາມູເອນຈຶ່ງກ່າວແກ່ປະຊາຊົນວ່າ, “ຈົ່ງມາ, ໃຫ້ພວກເຮົາທັງໝົດໄປທີ່ກິນການ ແລະ ຢືນຢັນເລື່ອງການເປັນກະສັດຂອງໂຊນ”.15ດັ່ງນັ້ນ ປະຊາຊົນທັງໝົດຈຶ່ງໄປທີ່ກິນການ ແລະ ປະກາດຮັບຮອງໂຊນເປັນກະສັດຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາໄດ້ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທໍາແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ. ໂຊນ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຈັດການສະເຫລີມສະຫລອງຄັ້ງໃຫຍ່.Biblica, Inc.