1 ຊາມູເອນ13
ຊາມູເອນຕຳນິໂຊນ
1ໂຊນມີອາຍຸໄດ້ 30 ປີ ເມື່ອຂຶ້ນເປັນກະສັດ ແລະ ເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນສີ່ສິບ ສອງປີ.2ໂຊນໄດ້ເລືອກເອົາຄົນອິດສະຣາເອນສາມພັນຄົນ; ໃຫ້ສອງພັນຄົນຢູ່ກັບເພິ່ນຢູ່ທີ່ມິກມາດ ແລະ ເທິງພູດອຍຂອງເບັດເອນ, ສ່ວນອີກໜຶ່ງພັນຄົນຢູ່ກັບໂຢນາທານຢູ່ທີ່ເມືອງກີເບອາໃນເຂດເບັນຢາມິນ. ຄົນອື່ນທີ່ເຫລືອໃຫ້ກັບເຮືອນ.3ໂຢນາທານໄດ້ບຸກໂຈມຕີປ້ອມຂອງຟີລິດສະຕິນທີ່ເມືອງເກບາ ແລະ ຊາວຟີລິດສະຕິນໄດ້ຂ່າວເລື່ອງນີ້. ຫລັງຈາກນັ້ນ ໂຊນກໍສັ່ງໃຫ້ເປົ່າແກທົ່ວດິນແດນ ແລະ ປະກາດວ່າ, “ຊາວເຮັບເຣີຈົ່ງຟັງ!”4ດັ່ງນັ້ນ ຄົນອິດສະຣາເອນທັງໝົດຈຶ່ງໄດ້ຂ່າວວ່າ: “ໂຊນໄດ້ໂຈມຕີກອງທະຫານປ້ອມປ້ອງກັນຂອງຟີລິດສະຕິນ. ບັດນີ້ ຊາວຟີລິດສະຕິນຈຶ່ງກຽດຊັງຊາວອິດສະຣາເອນຫລາຍ” ແລະ ປະຊາຊົນທັງຫລາຍຈຶ່ງຮວມຕົວກັນມາສົມທົບກັບໂຊນຢູ່ທີ່ກິນການ.5ຊາວຟີລິດສະຕິນໄດ້ຮວມຕົວກັນມາສູ້ກັບຊາວອິດສະຣາເອນ, ພ້ອມດ້ວຍລົດມ້າສາມພັນຄັນ, ທະຫານມ້າຫົກພັນຄົນ ແລະ ມີທະຫານຈຳນວນຫລວງຫລາຍເໝືອນດັ່ງເມັດດິນຊາຍທີ່ຢູ່ແຄມທະເລ. ພວກເຂົາໄດ້ຍົກທັບຂຶ້ນມາ ແລະ ຕັ້ງຄ້າຍພັກຢູ່ທີ່ມິກມາດທາງຕາເວັນອອກຂອງເບັດອາເວນ.6ເມື່ອຊາວອິດສະຣາເອນເຫັນວ່າສະຖານະການຄັບຂັນ ແລະ ກອງທັບຂອງຕົນຖືກຕີຢ່າງໜັກ, ພວກເຂົາຈຶ່ງໄດ້ລີ້ຢູ່ຕາມຖ້ຳ ແລະ ຕາມພຸ່ມໄມ້, ຕາມຊອກຫີນ, ຕາມຂຸມ ແລະ ຕາມບໍ່.7ບາງຄົນກໍຂ້າມແມ່ນ້ຳຈໍແດນໜີໄປຍັງດິນແດນຂອງກາດ ແລະ ກີເລອາດ.ຝ່າຍໂຊນຍັງຢູ່ທີ່ກິນການ ແລະ ກອງທະຫານທັງໝົດທີ່ຢູ່ນໍາເພິ່ນກໍພາກັນຢ້ານກົວຈົນໂຕສັ່ນ.8ໂຊນໄດ້ລໍຖ້າຢູ່ເຈັດວັນ, ຕາມທີ່ຊາມູເອນກຳນົດໄວ້; ແຕ່ເມື່ອຊາມູເອນຍັງບໍ່ມາທີ່ກິນການ ແລະ ຄົນຂອງໂຊນກໍເລີ່ມແຕກທັບ.9ໂຊນຈຶ່ງສັ່ງວ່າ, “ຈົ່ງນຳເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາເພື່ອຄວາມສາມັກຄີທໍາມາໃຫ້ເຮົາ”. ແລ້ວໂຊນກໍໄດ້ຖວາຍເຄື່ອງເຜົາບູຊາ.10ທັນທີທີ່ເພິ່ນຖວາຍເຄື່ອງບູຊາແລ້ວ, ຊາມູເອນກໍມາຮອດ ແລະ ໂຊນຈຶ່ງອອກໄປຕ້ອນຮັບເພິ່ນ.11ຊາມູເອນໄດ້ຖາມວ່າ, “ເຈົ້າໄດ້ເຮັດຫຍັງລົງໄປ?”
ໂຊນຕອບວ່າ, “ຂ້າພະເຈົ້າເຫັນຄົນກະຈັດກະຈາຍໄປ ແລະ ທ່ານເອງກໍບໍ່ໄດ້ມາຕາມເວລາທີ່ກຳນົດໄວ້ ແລະ ຝ່າຍຊາວຟີລິດສະຕິນກໍມາຊຸມນຸມກັນຢູ່ທີ່ມິກມາດ,12ຂ້າພະເຈົ້າຄິດວ່າ, ‘ຊາວຟີລິດສະຕິນຈະລົງມາທຳລາຍເຮົາຢູ່ທີ່ກິນການແລ້ວ ແລະ ຂ້າພະເຈົ້າເອງກໍຍັງບໍ່ໄດ້ຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວເລີຍ’. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮູ້ສຶກຈຳໃຈຕ້ອງຖວາຍເຄື່ອງເຜົາບູຊາ”.13ຊາມູເອນໄດ້ຕຳໜິວ່າ, “ທ່ານໄດ້ເຮັດສິ່ງທີ່ໂງ່ຈ້າທີ່ສຸດ, ເຈົ້າບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ; ຖ້າເຈົ້າໄດ້ປະຕິບັດຕາມ, ພຣະອົງຄົງຈະສະຖາປານາອານາຈັກຂອງເຈົ້າຢູ່ເໜືອອິດສະຣາເອນຕະຫລອດໄປ.14ແຕ່ບັດນີ້ອານາຈັກຂອງເຈົ້າຈະບໍ່ຍືນຍົງ; ພຣະເຈົ້າຢາເວໄດ້ເລືອກຄົນທີ່ພຣະອົງພໍໃຈຫລາຍ ແລະ ໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ນຳປະຊາຊົນຂອງພຣະອົງ, ເນື່ອງຈາກເຈົ້າບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າຢາເວ”.15ແລ້ວຊາມູເອນຈຶ່ງໄປຈາກກິນການ ແລະ ໄປສູ່ກີເບອາໃນເຂດເບັນຢາມິນ, ເມື່ອໂຊນໄດ້ນັບຈຳນວນພົນທີ່ຍັງຢູ່ນຳເພິ່ນ ກໍພົບວ່າມີຈຳນວນຫົກຮ້ອຍຄົນ.
ອິດສະຣາເອນບໍ່ມີອາວຸດ
16ໂຊນ ແລະ ໂຢນາທານລູກຂອງເພິ່ນ ແລະ ທະຫານທີ່ຢູ່ກັບພວກເພິ່ນກໍໄດ້ພັກຢູ່ທີ່ເມືອງກີເບອາ ໃນເຂດເບັນຢາມິນ, ໃນຂະນະທີ່ຊາວຟີລິດສະຕິນຕັ້ງຄ້າຍພັກຢູ່ທີ່ມິກມາດ.17ມີໂຈນສາມກຸ່ມຈາກຄ້າຍຟີລິດສະຕິນ. ກອງໜຶ່ງໄປທີ່ໂອຟະຣາໃນເຂດແດນຊູອານ,18ອີກກອງໜຶ່ງໄປທີ່ເບັດໂຮໂຣນ ແລະ ກອງທີສາມແມ່ນເຄື່ອນໄປທີ່ຊາຍແດນເທິງຮ່ອມພູເຊບົວອິມ ເຊິ່ງກົງກັນຂ້າມກັບຖິ່ນແຫ້ງແລ້ງກັນດານ.19ເວລານັ້ນ ທົ່ວດິນແດນອິດສະຣາເອນບໍ່ມີຊ່າງຕີເຫລັກເລີຍ, ເພາະຊາວຟີລິດສະຕິນກ່າວວ່າ “ຢ້ານວ່າຊາວເຮັບເຣີຈະຕີດາບ ຫລື ຫອກ!”20ດັ່ງນັ້ນ ເມື່ອຊາວອິດສະຣາເອນຢາກໄດ້ຈົກ, ຄາດ, ຂວານ ຫລື ກ່ຽວ ກໍຕ້ອງໄປຫາຊາວຟີລິດສະຕິນ.21ອັດຕາຄ່າຈ້າງແມ່ນເງິນໜັກສອງໃນສາມເຊເຂວ ເປັນຄ່າຝົນຈົກກັບຄາດ ແລະ ເງິນໜັກໜຶ່ງໃນສາມເຊເຂວ ແມ່ນເປັນຄ່າສ້ອມແປງຄາດ, ຂວານ ແລະ ໄມ້ບັງຄັບງົວ.22ດັ່ງນັ້ນ ໃນມື້ເຮັດສົງຄາມນັ້ນ ທະຫານທີ່ຢູ່ກັບໂຊນ ແລະ ໂຢນາທານບໍ່ມີຫອກ ຫລື ດາບຈັກຄົນ; ເວັ້ນແຕ່ໂຊນ ແລະ ໂຢນາທານເທົ່ານັ້ນທີ່ມີ.ໂຢນາທານໂຈມຕີຟີລິດສະຕິນ
23ບັດນີ້ ທະຫານກອງໜຶ່ງຂອງພວກຟີລິດສະຕິນໄດ້ໄປຊ່ອງແຄບມິກມາດເພື່ອປ້ອງກັນທີ່ນັ້ນໄວ້.Biblica, Inc.