1 ກະສັດ3
ໂຊໂລໂມນຂໍສະຕິປັນຍາ
1ໂຊໂລໂມນໄດ້ເຮັດພັນທະມິດກັບຟາໂຣ ກະສັດແຫ່ງເອຢິບ ແລະ ແຕ່ງງານກັບລູກສາວຄົນໜຶ່ງຂອງຟາໂຣ. ໂຊໂລໂມນໄດ້ພານາງມາຢູ່ໃນເມືອງດາວິດຈົນການກໍ່ສ້າງວັງຂອງເພິ່ນ ແລະ ວິຫານຂອງພຣະເຈົ້າຢາເວ ແລະ ກຳແພງອ້ອມເຢຣູຊາເລັມສຳເລັດຮຽບຮ້ອຍ.2ແຕ່ວ່າປະຊາຊົນຍັງຖວາຍເຄື່ອງບູຊາທີ່ສະຖານບູຊາເທິງທີ່ສູງທັງຫລາຍຢູ່ ເພາະວິຫານເພື່ອນາມຂອງພຣະເຈົ້າຢາເວນັ້ນຍັງບໍ່ໄດ້ສ້າງຂຶ້ນເທື່ອ.3ໂຊໂລໂມນໄດ້ສະແດງຄວາມຮັກຂອງຕໍ່ພຣະເຈົ້າຢາເວ ແລະ ປະຕິບັດຕາມກົດເກນຂອງດາວິດຜູ້ເປັນພໍ່ຂອງເພິ່ນທີ່ໄດ້ໃຫ້ໄວ້ແກ່ເພິ່ນ, ເວັ້ນແຕ່ຍັງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມທີ່ສະຖານບູຊາເທິງທີ່ສູງທັງຫລາຍ.4ໂຊໂລໂມນໄດ້ໄປທີ່ກີເບໂອນເພື່ອຖວາຍເຄື່ອງບູຊາ ເພາະທີ່ນັ້ນເປັນສະຖານບູຊາເທິງທີ່ສູງທີ່ສຳຄັນທີ່ສຸດ ແລະ ໂຊໂລໂມນໄດ້ຖວາຍສັດໜຶ່ງພັນໂຕເປັນເຄື່ອງເຜົາບູຊາເທິງແທ່ນນັ້ນ.5ພຣະເຈົ້າຢາເວໄດ້ປາກົດແກ່ໂຊໂລໂມນຢູ່ທີ່ກີເບໂອນໃນທາງຄວາມຝັນກາງຄືນ ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງຂໍສິ່ງທີ່ເຈົ້າຕ້ອງການ ແລ້ວເຮົາຈະໃຫ້ເຈົ້າ”.6ໂຊໂລໂມນໄດ້ຕອບວ່າ, “ພຣະອົງໄດ້ສະແດງຄວາມເມດຕາກະລຸນາອັນຍິ່ງໃຫຍ່ຕໍ່ຜູ້ຮັບໃຊ້ຂອງພຣະອົງ ຄືດາວິດພໍ່ຂອງຂ້ານ້ອຍ, ເພາະພໍ່ຂອງຂ້ານ້ອຍສັດຊື່ຕໍ່ພຣະອົງ, ຊອບທຳ, ມີຈິດໃຈທີ່ທ່ຽງທຳ ແລະ ພຣະອົງຍັງໄດ້ສະແດງຄວາມເມດຕາກະລຸນາອັນຍິ່ງໃຫຍ່ອັນດຽວກັນນີ້ຕໍ່ພໍ່ຂ້ານ້ອຍສືບມາຈົນເຖິງວັນນີ້ ໂດຍໃຫ້ລູກຊາຍຄົນໜຶ່ງຂອງເພິ່ນໄດ້ນັ່ງຢູ່ບັນລັງຂອງເພິ່ນ.7“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ບັດນີ້ ພຣະອົງໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງໄດ້ເປັນກະສັດສືບຕໍ່ຈາກດາວິດພໍ່ຂອງຂ້ານ້ອຍ. ແຕ່ຂ້ານ້ອຍຍັງເປັນພຽງເດັກນ້ອຍຄົນໜຶ່ງ ແລະ ບໍ່ຮູ້ວິທີປະຕິບັດພາລະໜ້າທີ່ຂອງຕົນ.8ຜູ້ຮັບໃຊ້ຂອງພຣະອົງຢູ່ທ່າມກາງປະຊາຊົນທີ່ພຣະອົງໄດ້ເລືອກໄວ້ ເຊິ່ງເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ມີຈຳນວນຫລວງຫລາຍນັບບໍ່ຖ້ວນ.9ດັ່ງນັ້ນ ຂໍໂຜດໃຫ້ຜູ້ຮັບໃຊ້ຂອງພຣະອົງມີຄວາມຄິດສະຫລາດຫລັກແຫລມ ເພື່ອຈະປົກຄອງປະຊາຊົນຂອງພຣະອົງ ແລະ ຮູ້ຈັກໃຈ້ແຍກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ເພາະຜູ້ໃດຈະສາມາດປົກຄອງຊົນຊາດທີ່ຍິ່ງໃຫຍ່ຂອງພຣະອົງນີ້ໄດ້?”10ອົງພຣະຜູ້ເປັນເຈົ້າໄດ້ພໍໃຈທີ່ໂຊໂລໂມນຂໍຢ່າງນີ້.11ດັ່ງນັ້ນ ພຣະເຈົ້າຈຶ່ງກ່າວກັບໂຊໂລໂມນວ່າ, “ເນື່ອງຈາກເຈົ້າໄດ້ຂໍຢ່າງນີ້ ແລະ ບໍ່ໄດ້ຂໍຊີວິດຍືນຍາວ ຫລື ຂໍຊັບສົມບັດສຳລັບຕົນເອງ ຫລື ຂໍຊີວິດຂອງສັດຕູຂອງເຈົ້າ ແຕ່ໄດ້ຂໍໃຫ້ມີຄວາມສະຫລາດຫລັກແຫລມເພື່ອປົກຄອງດ້ວຍຄວາມຍຸຕິທຳ.12ເຮົາຈະໃຫ້ຕາມທີ່ເຈົ້າໄດ້ຂໍ. ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະ ຄວາມສະຫລາດຫລັກແຫລມດັ່ງທີ່ບໍ່ເຄີຍມີ ເພື່ອວ່າຈະບໍ່ມີຜູ້ໃດຄືກັບເຈົ້າ ແລະ ຈະບໍ່ມີເລີຍ.13ຫລາຍກວ່ານັ້ນ, ເຮົາຈະໃຫ້ສິ່ງທີ່ເຈົ້າບໍ່ໄດ້ຂໍອີກດ້ວຍ ທັງຊັບສົມບັດ ແລະ ກຽດຕິຍົດ ເພື່ອວ່າໃນຕະຫລອດຊີວິດຂອງເຈົ້ານັ້ນຈະບໍ່ມີກະສັດຄົນໃດເທົ່າທຽມກັບເຈົ້າໄດ້.14ແລະ ຖ້າເຈົ້າດຳເນີນຊີວິດດ້ວຍການເຊື່ອຟັງເຮົາ ແລະ ປະຕິບັດຕາມດຳລັດ ແລະ ຄຳສັ່ງຂອງເຮົາເໝືອນດາວິດພໍ່ຂອງເຈົ້າທີ່ໄດ້ເຮັດ, ເຮົາຈະໃຫ້ເຈົ້າມີຊີວິດຍືນຍາວ”.15ແລ້ວໂຊໂລໂມນກໍໄດ້ຕື່ນນອນ ແລະ ຮູ້ສຶກວ່າຕົນເອງໄດ້ຝັນ.ເພິ່ນໄດ້ກັບມາທີ່ເຢຣູຊາເລັມ, ຢືນຢູ່ໜ້າຫີບຄຳໝັ້ນສັນຍາຂອງອົງພຣະຜູ້ເປັນເຈົ້າ ແລະ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ຫລັງຈາກນັ້ນ ເພິ່ນກໍໄດ້ຈັດງານລ້ຽງສຳລັບບັນດາຂ້າລາຊະການຂອງເພິ່ນ.
ການຕັດສິນຄະດີຢ່າງມີປັນຍາ
16ບັດນີ້ ມີຍິງໂສເພນີສອງຄົນມາພົບກະສັດໂຊໂລໂມນ ແລະ ໄດ້ຢືນຢູ່ຕໍ່ໜ້າເພິ່ນ.17ຄົນໜຶ່ງໃນພວກເຂົາໄດ້ຕອບວ່າ “ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ. ຂ້ານ້ອຍກັບຜູ້ຍິງຄົນນີ້ອາໄສຢູ່ໃນບ້ານດຽວກັນ ແລະ ຂ້ານ້ອຍໄດ້ເກີດລູກຂະນະທີ່ນາງຢູ່ທີ່ນັ້ນກັບຂ້ານ້ອຍ.18ພໍລູກຂອງຂ້ານ້ອຍມີອາຍຸໄດ້ສາມມື້ ຍິງຄົນນີ້ກໍເກີດລູກດ້ວຍເໝືອນກັນ. ມີພຽງພວກຂ້ານ້ອຍສອງຄົນທີ່ຢູ່ໃນບ້ານ ບໍ່ມີຄົນອື່ນ.19“ລູກຊາຍຂອງຍິງຄົນນີ້ໄດ້ຕາຍໄປຕອນກາງຄືນ ເພາະຖືກນາງນອນເຕັງ.20ແລ້ວນາງກໍຕື່ນຂຶ້ນມາຕອນທ່ຽງຄືນ ແລະ ໄດ້ເອົາລູກຊາຍຂອງຂ້ານ້ອຍໄປຈາກຂ້າງຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານຂະນະທີ່ຂ້ານ້ອຍນອນຫລັບຢູ່. ນາງໄດ້ເອົາລູກຊາຍຂອງຂ້ານ້ອຍໄປນອນແນບທີ່ເອິກຂອງນາງ ແລະ ເອົາລູກຂອງຕົນທີ່ຕາຍແລ້ວນັ້ນມາໄວ້ແນບເອິກຂອງຂ້ານ້ອຍ.21ເຊົ້າມື້ຕໍ່ມາ, ຂ້ານ້ອຍຕື່ນຂຶ້ນມາເພື່ອຈະໃຫ້ນົມແກ່ລູກຂອງຕົນ ແລະ ກໍພົບວ່າລູກນັ້ນຕາຍແລ້ວ! ແຕ່ພໍຮຸ່ງເຊົ້າມາ, ຂ້ານ້ອຍໄດ້ແນມເບິ່ງລູກໃກ້ໆ ຈຶ່ງເຫັນວ່າບໍ່ແມ່ນລູກຂອງຂ້ານ້ອຍ”.22ຍິງອີກຄົນໜຶ່ງໄດ້ເວົ້າຂຶ້ນວ່າ, “ບໍ່ແມ່ນ! ເດັກນ້ອຍທີ່ມີຊີວິດຢູ່ນັ້ນແມ່ນລູກຂອງຂ້ອຍ; ສ່ວນເດັກນ້ອຍທີ່ຕາຍແລ້ວນັ້ນເປັນລູກຂອງເຈົ້າ”.ແຕ່ຍິງຄົນທຳອິດໄດ້ຢືນຢັນວ່າ, “ບໍ່ແມ່ນ, ເດັກນ້ອຍທີ່ຕາຍແລ້ວນັ້ນເປັນລູກຂອງເຈົ້າ; ສ່ວນເດັກນ້ອຍທີ່ມີຊີວິດຢູ່ນັ້ນແມ່ນລູກຂອງຂ້ອຍ”. ແລ້ວພວກເຂົາກໍຖຽງກັນຕໍ່ໜ້າກະສັດໂຊໂລໂມນ.23ກະສັດໂຊໂລໂມນໄດ້ເວົ້າວ່າ, “ຄົນນີ້ກໍເວົ້າວ່າ, ‘ລູກຂອງຂ້ອຍຍັງມີຊີວິດຢູ່ ແລະ ລູກຂອງເຈົ້າໄດ້ຕາຍແລ້ວ’ ຄົນນັ້ນກໍເວົ້າວ່າ, ‘ບໍ່ແມ່ນ, ລູກຂອງເຈົ້າໄດ້ຕາຍແລ້ວ ແລະ ລູກຂອງຂ້ອຍຍັງມີຊີວິດຢູ່’ ”.24ແລ້ວກະສັດໂຊໂລໂມນກໍໄດ້ເວົ້າວ່າ, “ຈົ່ງເອົາດາບດວງໜຶ່ງມາໃຫ້ເຮົາ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາດາບດວງໜຶ່ງມາໃຫ້ກະສັດ.25ແລ້ວກະສັດໂຊໂລໂມນກໍໄດ້ສັ່ງວ່າ, “ຈົ່ງຕັດເດັກນ້ອຍຄົນທີ່ຍັງມີຊີວິດຢູ່ນີ້ອອກເປັນສອງທ່ອນ ແລະ ມອບເຄິ່ງໜຶ່ງໃຫ້ຍິງຄົນນີ້ ແລະ ອີກເຄິ່ງໜຶ່ງໃຫ້ຍິງຄົນນັ້ນ”.26ແມ່ຍິງທີ່ເປັນແມ່ຂອງເດັກນ້ອຍນັ້ນແທ້ໆ ຮູ້ສຶກສະເທືອນໃຈຫລາຍຕໍ່ຄວາມຮັກທີ່ມີຕໍ່ລູກຊາຍຂອງຕົນ ແລະ ໄດ້ເວົ້າກັບກະສັດໂຊໂລໂມນວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍກະລຸນາຢ່າຂ້າເດັກນ້ອຍນີ້ເລີຍ, ຂໍມອບເດັກນ້ອຍທີ່ຍັງມີຊີວິດນີ້ໃຫ້ນາງໄປ!”
ແຕ່ຍິງອີກຄົນໜຶ່ງເວົ້າວ່າ, “ຕັດເດັກນ້ອຍນັ້ນອອກເປັນສອງທ່ອນເລີຍ ຈະໄດ້ບໍ່ຕ້ອງເປັນຂອງນາງ ຫລື ເປັນຂອງຂ້ອຍ!”27ຫລັງຈາກນັ້ນ ກະສັດໂຊໂລໂມນຈຶ່ງອອກຄຳສັ່ງວ່າ, “ຢ່າຂ້າເດັກນ້ອຍນັ້ນເລີຍ; ຈົ່ງມອບເດັກນ້ອຍທີ່ຍັງມີຊີວິດຢູ່ນັ້ນໃຫ້ກັບຍິງຄົນທຳອິດ ເພາະນາງເປັນແມ່ຂອງເດັກນ້ອຍນັ້ນ”.28ເມື່ອຊົນຊາດອິດສະຣາເອນທັງໝົດໄດ້ຮູ້ເຖິງຄຳຕັດສິນຂອງກະສັດໂຊໂລໂມນ ພວກເຂົາກໍຢຳເກງກະສັດ ເພາະພວກເຂົາເຫັນວ່າເພິ່ນມີສະຕິປັນຍາຈາກພຣະເຈົ້າເພື່ອປົກຄອງດ້ວຍຄວາມຍຸຕິທຳ.
Biblica, Inc.