1 ກະສັດ4
ຜູ້ຮັບໃຊ້ຂອງໂຊໂລໂມນ
1ກະສັດໂຊໂລໂມນໄດ້ປົກຄອງເໜືອອິດສະຣາເອນທັງໝົດ.2ຂ້າລາຊະການຄົນສຳຄັນຂອງໂຊໂລໂມນມີດັ່ງນີ້:ອາຊາຣີຢາ ລູກຊາຍຂອງຊາດົກ ເປັນປະໂລຫິດ;3ເອລີໂຮເຣັບ ແລະ ອາຮີຢາ ລູກຊາຍຂອງຊີຊາ ເປັນເລຂາ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;4ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການກອງທັບ; ຊາດົກ ແລະ ອາບີອາທາ ເປັນປະໂລຫິດ;5ອາຊາຣີຢາ ລູກຊາຍຂອງນາທານ ເປັນຜູ້ຮັບຜິດຊອບຜູ້ຄວບຄຸມປະຈຳເມືອງຕ່າງໆ; ຊາບຸດ ລູກຊາຍຂອງນາທານ ເປັນປະໂລຫິດ ແລະ ເປັນທີ່ປຶກສາຂອງກະສັດ;6ອາຮີຊາ ເປັນຜູ້ບໍລິຫານຢູ່ໃນວັງ; ອາໂດນີຣາມ ລູກຊາຍຂອງອັບດາ ເປັນຜູ້ຄວບຄຸມແຮງງານຂອງປະຊາຊົນ.7ແລະ ໂຊໂລໂມນຍັງມີຜູ້ຄວບຄຸມປະຈຳເມືອງສິບສອງຄົນ ເບິ່ງແຍງອິດສະຣາເອນທັງໝົດ, ຮັບຜິດຊອບຈັດຫາສະບຽງຈາກປະຊາຊົນສຳລັບກະສັດ ແລະ ພວກຜູ້ຮັບໃຊ້. ແຕ່ລະຄົນໄດ້ຮັບໜ້າທີ່ຈັດຫາສະບຽງສຳລັບແຕ່ລະເດືອນໃນຂອງແຕ່ລະປີ.8ຕໍ່ໄປນີ້ແມ່ນລາຍຊື່ຂອງພວກເຂົາ:
ເບນເຮີ ປະຈຳຢູ່ໃນແຖບພູເຂົາແຫ່ງເອຟຣາອິມ;9ເບັນເດເກ ປະຈຳຢູ່ໃນມາກາດ, ຊາອານບິມ, ເບັດເຊເມດ ແລະ ເອໂລນເບັດຮານານ;10ເບັນເຮເສັດ ປະຈຳຢູ່ໃນອາຣຸບໂບດ (ໂຊໂກ ແລະ ດິນແດນເຮເຟທັງໝົດເປັນຂອງລາວ);11ເບນອາບີນາດາບ (ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນນາໂຟດໂດເຣ; 12ບາອານາ ລູກຊາຍຂອງອາຮີລຸດ ປະຈຳຢູ່ໃນຕາອານັກ ແລະ ເມກິດໂດ, ເບັດຊານທັງໝົດທີ່ຖັດໄປຈາກຊາເຣທານ ເຊິ່ງຢູ່ລຸ່ມຢິດຊະເຣນ; ຈາກເບັດຊານຈົນຮອດອາເບັນເມໂຮລາ ໄປຫາໂຢກເມອາມ;13ເບັນເກເບ ປະຈຳຢູ່ໃນຣາໂມດ ກີເລອາດ (ຖິ່ນຖານຂອງຢາອີ ລູກຊາຍຂອງມານາເຊ ປະຈຳຢູ່ໃນກີເລອາດ ລວມທັງເຂດແດນພາກອັກໂກບ ປະຈຳຢູ່ໃນບາຊານ ແລະ ເມືອງປ້ອມປ້ອງກັນຂອງບາຊານ ຫົກສິບເມືອງມີປະຕູທອງສຳລິດລ້ວນແຕ່ເປັນຂອງລາວ);14ອາຮີນາດາບ ລູກຊາຍຂອງອິດໂດ ປະຈຳຢູ່ໃນມະຫານາອິມ;15ອາຮີມາອາດ (ເຊິ່ງແຕ່ງງານກັບບາເສມາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນເຂດເນັບທາລີ;16ບາອານາ ລູກຊາຍຂອງຮູຊາຍ ປະຈຳຢູ່ໃນອາເຊ ແລະ ອາໂລດ;17ເຢໂຮຊາຟັດ ລູກຊາຍຂອງປາຣູອາ ປະຈຳຢູ່ໃນອິດຊາຄາ;18ຊີເມອີລູກຊາຍຂອງເອລາ ປະຈຳຢູ່ໃນເບັນຢາມິນ;19ເກເບ ລູກຊາຍຂອງອູຣິ ປະຈຳຢູ່ໃນກີເລອາດ (ດິນແດນຂອງກະສັດສີໂຫນແຫ່ງອາໂມ ແລະ ດິນແດນຂອງກະສັດໂອກແຫ່ງບາຊານ) ລາວເປັນຜູ້ນຳປະຈຳເມືອງຄົນດຽວຂອງເມືອງນັ້ນ.
ສະບຽງປະຈຳວັນຂອງໂຊໂລໂມນ
20ປະຊາຊົນຢູດາ ແລະ ອິດສະຣາເອນມີຈຳນວນຫລວງຫລາຍດັ່ງເມັດຊາຍທີ່ຢູ່ແຄມທະເລ; ພວກເຂົາໄດ້ກິນ, ພວກເຂົາໄດ້ດື່ມ ແລະ ມີຄວາມສຸກ.21ແລະ ໂຊໂລໂມນປົກຄອງອານາຈັກທັງໝົດຈາກແມ່ນ້ຳເອີຟຣັດໄປຈົນເຖິງດິນແດນຂອງຊາວຟີລິດສະຕິນ, ໄກໄປຈົນຮອດເຂດແດນຂອງເອຢິບ. ດິນແດນເຫລົ່ານີ້ຕ່າງກໍນຳເຄື່ອງຫອມມາຖວາຍ ແລະ ຢູ່ໃຕ້ອຳນາດຂອງໂຊໂລໂມນຕະຫລອດຊີວິດ.22ສະບຽງອາຫານປະຈຳວັນທີ່ໂຊໂລໂມນຕ້ອງການກໍຄື ແປ້ງລະອຽດ 30 ໂຄຣະ ແລະ ແປ້ງຂະໜົມປະມານ 60 ໂຄຣະ, 23ງົວໂຕອ້ວນພີ 10 ໂຕ, ງົວຈາກທົ່ງຫຍ້າ 20 ໂຕ ແລະ ແບ້ກັບແກະຈຳນວນ 100 ໂຕ, ນອກຈາກນີ້ຍັງມີກວາງ, ມັ່ງ, ໂອງ ແລະ ໄກ່ທີ່ຄັດໄວ້.24ເພາະໂຊໂລໂມນໄດ້ປົກຄອງອານາຈັກທັງໝົດທາງທິດຕາເວັນຕົກຂອງແມ່ນ້ຳເອີຟຣັດ ຈາກທິບສາໄປເຖິງກາຊາ ແລະ ມີຄວາມສະຫງົບສຸກທຸກໆດ້ານ.25ຕະຫລອດຊີວິດຂອງໂຊໂລໂມນ, ຢູດາ ແລະ ອິດສະຣາເອນຈາກດານໄປຈົນຮອດເບເອນເຊບາ, ລ້ວນແຕ່ດຳເນີນຊີວິດຢູ່ຢ່າງປອດໄພ, ແຕ່ລະຄົນຢູ່ໃຕ້ເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງຕົນ.26ໂຊໂລໂມນມີຄອກສຳລັບມ້າທີ່ໃຊ້ສູ້ຮົບຈຳນວນ 4.000 ແຫ່ງ ແລະ ມີມ້າຈຳນວນ 12.000 ໂຕ. 27ໃນແຕ່ລະເດືອນຈະກຳນົດໃຫ້ຜູ້ນຳຂອງເມືອງສົ່ງສະບຽງອາຫານມາໃຫ້ໂຊໂລໂມນ ແລະ ຜູ້ຮ່ວມໂຕະອາຫານຂອງກະສັດ. ພວກເຂົາບໍ່ໃຫ້ມີສິ່ງໃດຂາດຕົກບົກຜ່ອງ.28ພວກເຂົາທັງຍັງຈັດຫາເຂົ້າບາເລ ແລະ ເຟືອງສຳລັບມ້າຮົບທີ່ໃຊ້ສູ້ຮົບ ແລະ ມ້າອື່ນໆໃນຄອກມ້າຫລວງດ້ວຍ.ສະຕິປັນຍາຂອງໂຊໂລໂມນ
29ພຣະເຈົ້າມອບສະຕິປັນຍາ ແລະ ຄວາມຮູ້ອັນເລິກເຊິ່ງ ແລະ ຄວາມເຂົ້າໃຈອັນກວ້າງຂວາງທີ່ສຸດ ດັ່ງເມັດຊາຍທີ່ຢູ່ແຄມທະເລໃຫ້ແກ່ໂຊໂລໂມນ.30ສະຕິປັນຍາຂອງໂຊໂລໂມນນັ້ນຍິ່ງໃຫຍ່ກວ່າສະຕິປັນຍາຂອງບັນດານັກປາດຂອງທິດຕາເວັນອອກ ແລະ ນັກປາດທັງໝົດຂອງເອຢິບ.31ເພິ່ນສະຫລາດກວ່າຜູ້ໃດ, ລວມທັງເອທານ ຊາວເອສະຣາ ສະຫລາດກວ່າເຮມານ, ການໂກນ ແລະ ດາກດາ ລູກຊາຍທັງຫລາຍຂອງມາໂຮນ ແລະ ຊື່ສຽງຂອງເພິ່ນກໍແຜ່ໄປທົ່ວທຸກປະຊາຊາດທີ່ຢູ່ອ້ອມນັ້ນ.32ເພິ່ນໄດ້ກ່າວສຸພາສິດ 3.000 ຂໍ້ ແລະ ມີບົດເພງ 1.005 ບົດ.33ເພິ່ນໄດ້ບັນຍາຍເລື່ອງ ຕັ້ງແຕ່ຕົ້ນແປກແຫ່ງເລບານອນລົງໄປເຖິງຕົ້ນໃບຫູສົບ ເຊິ່ງງອກອອກມາຈາກກຳແພງ. ເພິ່ນຍັງໄດ້ເວົ້າກ່ຽວກັບສັດ ແລະ ນົກ, ສັດເລືອຄານ ແລະ ປາ.34ກະສັດທຸກຊາດໃນໂລກໄດ້ຍິນເຖິງປັນຍາຂອງໂຊໂລໂມນກໍສົ່ງຄົນມາຟັງປັນຍາຂອງເພິ່ນ.Biblica, Inc.