1 ກະສັດ18
ເອລີຢາ ແລະ ໂອບາດີຢາ
1ຫລັງຈາກນັ້ນມາເປັນເວລາດົນນານ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເອລີຢາໃນປີທີສາມວ່າ, “ຈົ່ງໄປ ແລະ ສະເໜີຕົວຕໍ່ອາຮາບ ແລ້ວເຮົາຈະສົ່ງຝົນຕົກລົງມາເທິງດິນແດນນີ້”.2ດັ່ງນັ້ນ ເອລີຢາຈຶ່ງໄປສະເໜີຕົວຕໍ່ອາຮາບ.ໃນເວລານັ້ນການອຶດຢາກອາຫານໃນຊາມາເຣຍຮຸນແຮງຫລາຍ,3ແລະ ອາຮາບໄດ້ເອີ້ນໂອບາດີຢາ, ຜູ້ບໍລິຫານວັງຂອງເພິ່ນມາຫາ. (ໂອບາດີຢາເປັນຜູ້ເຊື່ອທີ່ເຂັ້ມແຂງໃນພຣະເຈົ້າຢາເວ.4ໃນຂະນະທີ່ນາງເຢເຊເບນກຳລັງຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວ, ໂອບາດີຢາໄດ້ຊ່ວຍເຫລືອຜູ້ທຳນວາຍໜຶ່ງຮ້ອຍຄົນໃຫ້ໄປລີ້ຢູ່ໃນຖ້ຳສອງແຫ່ງ, ແຫ່ງລະຫ້າສິບຄົນ ແລະ ໄດ້ຈັດອາຫານກັບນ້ຳສົ່ງໄປໃຫ້ພວກເຂົາ).5ອາຮາບໄດ້ເວົ້າກັບໂອບາດີຢາວ່າ, “ຈົ່ງໄປຊອກຫາບໍ່ນ້ຳ ແລະ ຮ່ອມພູທຸກແຫ່ງທົ່ວດິນແດນ. ເຮົາອາດຈະພົບຫຍ້າພໍລ້ຽງມ້າ ແລະ ມ້າລໍໃຫ້ມີຊີວິດຢູ່ ເພື່ອວ່າພວກເຮົາຈະບໍ່ຕ້ອງຂ້າສັດໂຕໃດຂອງພວກເຮົາ”.6ດັ່ງນັ້ນ ພວກເຂົາຈຶ່ງແບ່ງກັນອອກໄປສຳຫລວດເບິ່ງ, ອາຮາບໄປທາງໜຶ່ງ ແລະ ໂອບາດີຢາກໍໄປອີກທາງໜຶ່ງ.7ຂະນະທີ່ໂອບາດີຢາຍ່າງໄປຕາມທາງ ເອລີຢາກໍມາພົບລາວ. ໂອບາດີຢາຈື່ເອລີຢາໄດ້, ຈຶ່ງໝອບຄຳນັບລົງທີ່ພື້ນ ແລະ ເວົ້າວ່າ, “ທ່ານແມ່ນເອລີຢານາຍຂອງຂ້ານ້ອຍແທ້ບໍ?”8ເອລີຢາໄດ້ຕອບວ່າ, “ແມ່ນແລ້ວ, ຈົ່ງໄປບອກກະສັດອາຮາບວ່າ ‘ເອລີຢາຢູ່ບ່ອນນີ້’ ”.9ໂອບາດີຢາໄດ້ຖາມວ່າ, “ຂ້ານ້ອຍໄດ້ເຮັດຫຍັງຜິດທ່ານຈຶ່ງຈະສົ່ງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານໄປໃຫ້ອາຮາບຂ້າ?10ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດຳລົງຢູ່ສັນໃດ, ກໍບໍ່ມີຊາດໃດ ຫລື ອານາຈັກໃດທີ່ນາຍຂອງຂ້ານ້ອຍບໍ່ໄດ້ສົ່ງຄົນໄປຊອກຫາທ່ານສັນນັ້ນ ແລະ ທຸກຄັ້ງທີ່ມີຊາດໃດ ຫລື ອານາຈັກໃດບອກວ່າທ່ານບໍ່ໄດ້ຢູ່ທີ່ນັ້ນ, ກະສັດອາຮາບກໍຈະໃຫ້ພວກເຂົາສາບານວ່າພວກເຂົາບໍ່ພົບທ່ານ.11ແຕ່ບັດນີ້ ທ່ານບອກໃຫ້ຂ້ານ້ອຍໄປຫານາຍຂອງຂ້ານ້ອຍ ແລະ ເວົ້າວ່າ, ‘ເອລີຢາຢູ່ບ່ອນນີ້’.12ແຕ່ເມື່ອຂ້ານ້ອຍໄປຈາກທ່ານແລ້ວ ກໍບໍ່ຮູ້ວ່າພຣະວິນຍານຂອງພຣະເຈົ້າຢາເວຈະມາຮັບທ່ານໄປໃສ. ຖ້າຂ້ານ້ອຍໄປແລ້ວ ແລະ ບອກອາຮາບ ແລ້ວເພິ່ນມາບໍ່ພົບທ່ານ ເພິ່ນກໍຈະຂ້າຂ້ານ້ອຍ. ແຕ່ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານໄດ້ນະມັດສະການພຣະເຈົ້າຢາເວມາຕັ້ງແຕ່ຂ້ານ້ອຍຍັງໜຸ່ມ.13ນາຍຂອງຂ້ານ້ອຍ, ທ່ານບໍ່ເຄີຍໄດ້ຍິນບໍວ່າ ເມື່ອເວລາທີ່ນາງເຢເຊເບນກຳລັງຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວຢູ່ນັ້ນ? ຂ້ານ້ອຍໄດ້ເຊື່ອງຜູ້ທຳນວາຍຂອງພຣະເຈົ້າຢາເວ ຮ້ອຍຄົນໄວ້ໃນຖ້ຳສອງແຫ່ງ, ແຫ່ງລະຫ້າສິບຄົນ ແລະ ໄດ້ຈັດອາຫານກັບນ້ຳສົ່ງໄປໃຫ້ພວກເຂົາ.14ແລະ ບັດນີ້ ທ່ານບອກໃຫ້ຂ້ານ້ອຍໄປຫານາຍຂອງຂ້ານ້ອຍ ແລະ ເວົ້າວ່າ, ‘ເອລີຢາຢູ່ບ່ອນນີ້’. ເພິ່ນກໍຈະຂ້າຂ້ານ້ອຍແທ້ໆ!”15ເອລີຢາເວົ້າວ່າ “ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ທີ່ເຮົາຮັບໃຊ້ດຳລົງຢູ່ສັນໃດ, ເຮົາກໍຈະສະເໜີຕົວເຮົາເອງຕໍ່ອາຮາບໃນວັນນີ້ຢ່າງແນ່ນອນສັນນັ້ນ”.
ເອລີຢາເທິງພູເຂົາກາເມນ
16ດັ່ງນັ້ນ ໂອບາດີຢາຈຶ່ງໄປພົບອາຮາບ ແລະ ບອກເພິ່ນ ແລ້ວອາຮາບກໍອອກມາພົບເອລີຢາ.17ເມື່ອອາຮາບເຫັນເອລີຢາ ເພິ່ນກໍເວົ້າກັບເອລີຢາວ່າ, “ແມ່ນເຈົ້າບໍ, ຜູ້ທີ່ນຳຄວາມເດືອດຮ້ອນມາສູ່ອິດສະຣາເອນ?”18ເອລີຢາໄດ້ຕອບວ່າ, “ບໍ່ແມ່ນຂ້ານ້ອຍ, ແຕ່ແມ່ນທ່ານກັບເຊື້ອສາຍຂອງພໍ່ຂອງທ່ານຕ່າງຫາກທີ່ນຳຄວາມເດືອດຮ້ອນມາສູ່ອິດສະຣາເອນ. ທ່ານໄດ້ປະຖິ້ມຄຳສັ່ງຂອງພຣະເຈົ້າຢາເວ ແລະ ໄປຕິດຕາມພະບາອານ.19ບັດນີ້ ຈົ່ງຮວບຮວມປະຊາຊົນຈາກທົ່ວອິດສະຣາເອນມາພົບຂ້ານ້ອຍຢູ່ເທິງພູເຂົາກາເມນ ແລະ ນຳເອົາຜູ້ທຳນວາຍຂອງພະບາອານ 450 ຄົນ ແລະ ຜູ້ທຳນວາຍຂອງເຈົ້າແມ່ອາເຊຣາ 400 ຄົນ ເຊິ່ງກິນອາຫານຢູ່ທີ່ໂຕະຂອງນາງເຢເຊເບນ”.20ດັ່ງນັ້ນ ອາຮາບຈຶ່ງໄດ້ສົ່ງຂ່າວໄປທົ່ວທັງອິດສະຣາເອນ ແລະ ເອີ້ນບັນດາຜູ້ທຳນວາຍມາຊຸມນຸມກັນຢູ່ເທິງພູເຂົາກາເມນ.21ເອລີຢາໄດ້ມາຢູ່ຕໍ່ໜ້າປະຊາຊົນ ແລະ ເວົ້າວ່າ, “ພວກທ່ານຈະລັ່ງເລໃຈລະຫວ່າງຄວາມຄິດເຫັນສອງຢ່າງນີ້ໄປອີກດົນປານໃດ? ຖ້າພຣະເຈົ້າຢາເວເປັນພຣະເຈົ້າ, ຈົ່ງຕິດຕາມພຣະອົງ; ແຕ່ຖ້າພະບາອານເປັນພຣະເຈົ້າ, ກໍໄປຕິດຕາມພະບາອານ”.ແຕ່ປະຊາຊົນບໍ່ເວົ້າຫຍັງ.22ຫລັງຈາກນັ້ນ ເອລີຢາຈຶ່ງໄດ້ເວົ້າກັບພວກເຂົາວ່າ, “ເຮົາເປັນຜູ້ທຳນວາຍຂອງພຣະເຈົ້າຢາເວພຽງຄົນດຽວທີ່ເຫລືອຢູ່, ແຕ່ຝ່າຍພະບາອານມີຜູ້ທຳນວາຍເຖິງ 450 ຄົນ.23ຈົ່ງນຳງົວໜຸ່ມສອງໂຕມາໃຫ້ພວກເຮົາ. ໃຫ້ຜູ້ທຳນວາຍຂອງພະບາອານເລືອກໄປໜຶ່ງໃນສອງໂຕນັ້ນ ແລະ ໃຫ້ພວກເຂົາຕັດງົວນັ້ນອອກເປັນສອງຕ່ອນ ແລະ ວາງງົວໄວ້ເທິງຟືນແຕ່ບໍ່ຕ້ອງຈູດໄຟ. ເຮົາຈະຕຽມງົວອີກໂຕໜຶ່ງ ແລະ ວາງງົວນັ້ນໄວ້ເທິງຟືນແຕ່ບໍ່ຈູດໄຟ.24ຫລັງຈາກນັ້ນພວກເຈົ້າ ໃຫ້ພວກເຈົ້າຮ້ອງອອກນາມຂອງພະຂອງພວກເຈົ້າ ແລະ ສ່ວນເຮົາຈະຮ້ອງອອກນາມພຣະເຈົ້າຢາເວ. ພຣະເຈົ້າອົງທີ່ຕອບໂດຍສົ່ງໄຟມານັ້ນ ພຣະອົງຄືພຣະເຈົ້າທີ່ແທ້ຈິງ”.
ແລ້ວຄົນທັງໝົດກໍໄດ້ເວົ້າວ່າ, “ສິ່ງທີ່ທ່ານເວົ້ານັ້ນດີແລ້ວ”.25ເອລີຢາໄດ້ເວົ້າກັບຜູ້ທຳນວາຍຂອງພະບາອານວ່າ, “ຈົ່ງເລືອກເອົາງົວໂຕໜຶ່ງໃນສອງໂຕນັ້ນ ແລະ ຈັດຕຽມງົວກ່ອນ ເພາະພຣະເຈົ້າມີກັນຫລາຍຄົນ. ຈົ່ງຮ້ອງນາມຂອງພະຂອງພວກເຈົ້າ, ແຕ່ບໍ່ຕ້ອງຈູດໄຟ”.26ດັ່ງນັ້ນ ພວກເຂົາຈຶ່ງເອົາງົວທີ່ມອບໃຫ້ພວກເຂົານັ້ນໄປຈັດຕຽມ.
ແລ້ວພວກເຂົາກໍໄດ້ຮ້ອງນາມຂອງພະບາອານຕັ້ງແຕ່ເຊົ້າຈົນທ່ຽງ. ພວກເຂົາຮ້ອງວ່າ, “ຂ້າແດ່ພະບາອານ ໂຜດຕອບພວກຂ້ານ້ອຍ!” ແຕ່ບໍ່ມີຜູ້ໃດຕອບອັນໃດເລີຍ; ພວກເຂົາໄດ້ເຕັ້ນລຳອ້ອມແທ່ນທີ່ພວກເຂົາໄດ້ສ້າງຂຶ້ນ.27ໃນຕອນທ່ຽງ ເອລີຢາກໍເລີ່ມເຢາະເຢີ້ຍພວກເຂົາ. ເພິ່ນໄດ້ເວົ້າວ່າ, “ຈົ່ງຮ້ອງດັງຂຶ້ນອີກ! ພະບາອານເປັນພຣະເຈົ້າບໍ່ແມ່ນບໍ! ບາງທີພະບາອານອາດຈະກຳລັງເຮັດສະມາທິຢູ່ ຫລື ເຂົ້າກຳລັງຫຍຸ້ງຢູ່ ຫລື ກຳລັງເດີນທາງ. ບາງທີພະບາອານກໍກຳລັງນອນຢູ່ ແລະ ຈະຕ້ອງຕື່ນຂຶ້ນມາ”.28ດັ່ງນັ້ນ ພວກເຂົາຈຶ່ງຮ້ອງດັງຂຶ້ນ ແລະ ປາດຕົນເອງດ້ວຍດາບ ແລະ ຫອກ ຕາມພິທີຂອງພວກເຂົາຈົນເລືອດຂອງພວກເຂົາໄຫລ.29ເມື່ອຕອນທ່ຽງຜ່ານໄປ ແລະ ພວກເຂົາກໍສືບຕໍ່ສົ່ງສຽງຕະຫລອດຕອນບ່າຍຈົນເຖິງເວລາຖວາຍເຄື່ອງບູຊາໃນຕອນແລງ. ແຕ່ບໍ່ມີສຽງຕອບຮັບ, ບໍ່ມີຜູ້ໃດຕອບ, ບໍ່ມີຜູ້ໃດສົນໃຈ.30ດັ່ງນັ້ນ ເອລີຢາຈຶ່ງໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ຈົ່ງມາຫາຂ້າພະເຈົ້າຢູ່ບ່ອນນີ້”. ພວກເຂົາກໍມາກາເພິ່ນ ແລະ ເອລີຢາສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວ ເຊິ່ງຢູ່ໃນສະພາບຫັກພັງ.31ເອລີຢາໄດ້ເອົາຫີນມາສິບສອງກ້ອນ, ແຕ່ລະກ້ອນແມ່ນສຳລັບແຕ່ລະເຜົ່າ ເຊິ່ງສືບເຊື້ອສາຍມາຈາກຢາໂຄບ ຜູ້ທີ່ພຣະເຈົ້າຢາເວໄດ້ກ່າວໄວ້ວ່າ, “ອິດສະຣາເອນຈະເປັນຊື່ຂອງເຈົ້າ”.32ເພິ່ນໄດ້ໃຊ້ຫີນສ້າງແທ່ນບູຊາໃນນາມຂອງພຣະເຈົ້າຢາເວ ແລະ ຂຸດຮ່ອງອ້ອມແທ່ນບູຊາໃຫ້ໃຫຍ່ພໍທີ່ຈະໃສ່ເມັດພືດໄດ້ປະມານ 2 ຊີ. 33ເພິ່ນໄດ້ລຽງຟືນເທິງແທ່ນບູຊາ, ຕັດງົວໜຸ່ມໂຕນັ້ນອອກເປັນຕ່ອນ ແລ້ວວາງໄວ້ຢູ່ເທິງຟືນ. ຫລັງຈາກນັ້ນເພິ່ນໄດ້ເວົ້າກັບພວກເຂົາວ່າ, “ຈົ່ງຕັກນ້ຳໃສ່ໃຫ້ເຕັມສີ່ຖັງ ເທນ້ຳນັ້ນລົງເທິງເຄື່ອງບູຊາ ແລະ ຟືນ”.34ເພິ່ນເວົ້າວ່າ, “ຈົ່ງເຮັດອີກເທື່ອໜຶ່ງ”, ພວກເຂົາກໍເຮັດອີກເທື່ອໜຶ່ງ.
ເພິ່ນໄດ້ສັ່ງພວກເຂົາວ່າ, “ຈົ່ງເຮັດເປັນເທື່ອທີສາມ”, ພວກເຂົາກໍເຮັດຕາມເປັນເທື່ອທີສາມ.35ນ້ຳນັ້ນໄຫລອ້ອມແທ່ນເຕັມຮ່ອງທີ່ຂຸດໄວ້.36ພໍເຖິງເວລາຖວາຍເຄື່ອງບູຊາ, ຜູ້ທຳນວາຍເອລີຢາໄດ້ກ້າວຂາອອກມາຂ້າງໜ້າ ແລະ ອະທິຖານວ່າ: “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ຂໍໃຫ້ເປັນທີ່ຮູ້ທົ່ວກັນໃນວັນນີ້ວ່າພຣະອົງເປັນພຣະເຈົ້າແຫ່ງອິດສະຣາເອນ ແລະ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ໄດ້ເຮັດສິ່ງທັງໝົດເຫລົ່ານີ້ຕາມຄຳສັ່ງຂອງພຣະອົງ.37ຂ້າພຣະເຈົ້າຢາເວ ຂໍໂຜດຕອບຂ້ານ້ອຍ, ໂຜດຕອບຂ້ານ້ອຍດ້ວຍ, ເພື່ອວ່າປະຊາຊົນເຫລົ່ານີ້ຈະໄດ້ຮູ້ວ່າພຣະເຈົ້າຢາເວເປັນພຣະເຈົ້າ ແລະ ພຣະອົງນຳຈິດໃຈຂອງພວກເຂົາກັບມາຫາພຣະອົງ”.38ແລ້ວທັນໃດນັ້ນ ໄຟຂອງພຣະເຈົ້າຢາເວກໍຕົກລົງມາ ແລະ ເຜົາເຄື່ອງບູຊາ, ຟືນ, ຫີນ ແລະ ພື້ນດິນບ່ອນນັ້ນ ແລະ ແມ່ນແຕ່ນ້ຳໃນຮ່ອງອ້ອມແທ່ນກໍແຫ້ງຫມົດ.39ເມື່ອປະຊາຊົນທັງໝົດໄດ້ເຫັນດັ່ງນີ້, ພວກເຂົາກໍໝອບກາຍລົງ ແລະ ຮ້ອງວ່າ, “ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າ! ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າ!”40ແລ້ວເອລີຢາກໍໄດ້ສັ່ງພວກເຂົາວ່າ, “ຈົ່ງຈັບກຸມບັນດາຜູ້ທຳນວາຍຂອງພະບາອານໄວ້. ຢ່າໃຫ້ຜູ້ໃດໜີລອດໄປໄດ້” ແລ້ວພວກເຂົາກໍເຂົ້າຈັບກຸມ ແລະ ເອລີຢາກໍໄດ້ນຳໂຕບັນດາຜູ້ທຳນວາຍໄປທີ່ຮ່ອມພູກີໂຊນ ແລະ ຂ້າພວກເຂົາ.41ແລ້ວເອລີຢາໄດ້ເວົ້າກັບອາຮາບວ່າ, “ຂໍເຊີນໄປກິນ ແລະ ດື່ມ, ເພາະມີສຽງຝົນຫ່າໃຫຍ່”.42ດັ່ງນັ້ນ ອາຮາບຈຶ່ງອອກໄປກິນ ແລະ ດື່ມ, ແຕ່ເອລີຢາໄດ້ປີນຂຶ້ນໄປເທິງຍອດພູເຂົາກາເມນ, ໂນ້ມໂຕລົງທີ່ພື້ນດິນ ແລະ ກົ້ມໜ້າຂອງຕົນລົງໃສ່ລະຫວ່າງຫົວເຂົ່າ.43ເພິ່ນໄດ້ບອກຄົນຮັບໃຊ້ຂອງເພິ່ນວ່າ “ຈົ່ງໄປ ແລະ ຈົ່ງເບິ່ງໄປທີ່ທາງທະເລ”. ແລ້ວຄົນຮັບໃຊ້ນັ້ນກໍຂຶ້ນໄປ ແລະ ໄດ້ເບິ່ງ.
ຄົນຮັບໃຊ້ໄດ້ບອກເອລີຢາວ່າ, “ບໍ່ມີຫຍັງຢູ່ທີ່ນັ້ນ”.
ເອລີຢາເວົ້າວ່າ, “ຈົ່ງກັບຄືນໄປ” ເຈັດຄັ້ງ.44ໃນຄັ້ງທີເຈັດ ຄົນຮັບໃຊ້ນັ້ນໄດ້ລາຍງານວ່າ, “ມີເມກກ້ອນໜຶ່ງນ້ອຍໆມີຂະໜາດປະມານຝ່າມືຂອງຄົນກຳລັງເຄື່ອນຂຶ້ນມາຈາກທະເລ”.
ດັ່ງນັ້ນ ເອລີຢາຈຶ່ງເວົ້າວ່າ “ຈົ່ງໄປບອກອາຮາບວ່າ, ‘ຈົ່ງຕຽມລົດມ້າຮົບແລ້ວລົງຈາກພູເຂົາກ່ອນທີ່ຝົນຈະມາແລ້ວທ່ານຈະໄປບໍ່ໄດ້’ ”.45ໃນທັນໃດນັ້ນ ທ້ອງຟ້າກໍມືດຄື້ມດ້ວຍເມກ, ລົມກໍພັດແຮງ, ຝົນກໍເລີ່ມຕົກໜັກ ແລະ ອາຮາບຟ້າວອອກໄປທີ່ຢິດຊະເຣນ.46ລິດອຳນາດຂອງພຣະເຈົ້າຢາເວໄດ້ລົງມາເໜືອເອລີຢາ, ເພິ່ນກໍໄດ້ມັດແອວທັບເສື້ອຄຸມຂອງເພິ່ນໃຫ້ແໜ້ນ, ເພິ່ນແລ່ນນຳໜ້າອາຮາບມາຕະຫລອດທາງຈົນເຖິງເມືອງຢິດຊະເຣນ.
Biblica, Inc.