1 ກະສັດ17
ເອລີຢາປະກາດໄພແຫ້ງແລ້ງຄັ້ງໃຫຍ່
1ໃນເວລານັ້ນ ເອລີຢາຊາວຕີຊະເບໃນເຂດກີເລອາດໄດ້ກ່າວກັບອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນທີ່ຂ້າພະເຈົ້າຮັບໃຊ້ຢູ່ນັ້ນດຳລົງຢູ່ສັນໃດ, ຈະບໍ່ມີນ້ຳຄ້າງ ຫລື ຝົນໃນສອງສາມປີຂ້າງໜ້າຈົນກວ່າຂ້າພະເຈົ້າຈະບອກໃຫ້ມີສັນນັ້ນ”.ໂຕກາລ້ຽງເອລີຢາ
2ແລ້ວກໍມີຖ້ອຍຄຳຂອງພຣະເຈົ້າຢາເວມາເຖິງເອລີຢາວ່າ:3“ຈົ່ງອອກຈາກບ່ອນນີ້, ໄປທາງທິດຕາເວັນອອກແລ້ວໄປລີ້ຢູ່ຫ້ວຍເກລິດ ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ.4ເຈົ້າຈະດື່ມນ້ຳຈາກຫ້ວຍ ແລະ ເຮົາໄດ້ສັ່ງໃຫ້ໂຕການຳເອົາອາຫານມາລ້ຽງເຈົ້າຢູ່ທີ່ນັ້ນ”.5ເອລີຢາກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ບອກເພິ່ນ ແລະ ເພິ່ນໄດ້ໄປທີ່ຫ້ວຍເກລິດທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ແລະ ໄດ້ອາໄສຢູ່ທີ່ນັ້ນ.6ໂຕກາໄດ້ນຳເອົາເຂົ້າຈີ່ ແລະ ຊີ້ນມາໃຫ້ເພິ່ນທຸກເຊົ້າ ແລະ ທຸກແລງ ແລະ ເພິ່ນໄດ້ດື່ມນ້ຳຈາກແມ່ນ້ຳນັ້ນ.ເອລີຢາ ແລະ ແມ່ໝ້າຍທີ່ຊາເຣັບຕາ
7ຕໍ່ມາຫ້ວຍນັ້ນກໍແຫ້ງເພາະບໍ່ມີຝົນຕົກເລີຍທົ່ວດິນແດນນັ້ນ.8ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເອລີຢາວ່າ:9“ຈົ່ງໄປທີ່ເມືອງເຊເຣຟາດໃນເຂດແດນຊີໂດນ ແລະ ອາໄສຢູ່ທີ່ນັ້ນ. ເຮົາໄດ້ສັ່ງແມ່ໝ້າຍຄົນໜຶ່ງຢູ່ທີ່ນັ້ນໃຫ້ລ້ຽງດູເຈົ້າ”.10ດັ່ງນັ້ນ ເອລີຢາຈຶ່ງໄປຍັງເຊເຣຟາດ. ເມື່ອເພິ່ນມາຮອດທີ່ປະຕູເມືອງ, ກໍເຫັນແມ່ໝ້າຍຄົນໜຶ່ງກຳລັງເກັບຟືນຢູ່. ເພິ່ນຈຶ່ງເອີ້ນນາງ ແລະ ໄດ້ຖາມວ່າ, “ຂໍໃຫ້ເຈົ້າເອົານ້ຳໃສ່ເຢືອກມາໃຫ້ຂ້ອຍດື່ມຈັກໜ້ອຍໄດ້ບໍ?”11ຂະນະທີ່ຍິງນັ້ນຈະໄປເອົາມາ, ເພິ່ນກໍເອີ້ນບອກນາງວ່າ “ແລະ ຊ່ວຍເອົາເຂົ້າຈີ່ມາໃຫ້ຂ້ອຍຈັກປ່ຽງໄດ້ບໍ”.12ຍິງນັ້ນໄດ້ຕອບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດຳລົງຢູ່ສັນໃດ ຂ້ານ້ອຍກໍບໍ່ມີເຂົ້າຈີ່ເລີຍສັນນັ້ນ ມີແຕ່ແປ້ງພຽງກຳມືດຽວໃນໄຫ ແລະ ນ້ຳມັນທີ່ຢູ່ກົ້ນໄຫເທົ່ານັ້ນ. ຂ້ານ້ອຍກໍກຳລັງເກັບຟືນໜ້ອຍໜຶ່ງເພື່ອເອົາກັບເມືອເຮືອນ ແລະ ເຮັດອາຫານຄາບໜຶ່ງສຳລັບຂ້ານ້ອຍເອງ ແລະ ລູກຊາຍຂອງຂ້ານ້ອຍ, ເພື່ອວ່າພວກຂ້ານ້ອຍຈະກິນ ແລະ ກໍຕາຍ”.13ເອລີຢາໄດ້ເວົ້າກັບນາງວ່າ, “ຢ່າຢ້ານເລີຍ. ຈົ່ງກັບໄປທີ່ເຮືອນ ແລະ ເຮັດຕາມທີ່ເຈົ້າໄດ້ເວົ້ານັ້ນ. ແຕ່ຈົ່ງເຮັດເຂົ້າຈີ່ກ້ອນນ້ອຍໆຈາກສິ່ງທີ່ເຈົ້າມີຢູ່ນັ້ນມາໃຫ້ຂ້ອຍກ່ອນ ແລະ ຫລັງຈາກນັ້ນ ຈຶ່ງເຮັດອາຫານໃຫ້ເຈົ້າເອງກັບລູກຊາຍຂອງເຈົ້າ.14ເພາະພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ‘ແປ້ງໃນໄຫຈະໃຊ້ບໍ່ໝົດ ແລະ ນ້ຳມັນໃນໄຫກໍຈະບໍ່ແຫ້ງ ຈົນເຖິງວັນທີ່ພຣະເຈົ້າຢາເວສົ່ງຝົນຕົກລົງມາເທິງດິນແດນນີ້’ ”.15ແມ່ໝ້າຍນັ້ນຈຶ່ງໄປ ແລະ ເຮັດຕາມທີ່ເອລີຢາໄດ້ບອກຕົນ. ດັ່ງນັ້ນ ຈຶ່ງມີອາຫານທຸກວັນບໍ່ຂາດສຳລັບເອລີຢາ ແລະ ສຳລັບຍິງຄົນນັ້ນກັບຄອບຄົວຂອງນາງ.16ເພາະແປ້ງໃນໄຫໃຊ້ບໍ່ໝົດ ແລະ ນ້ຳມັນໃນໄຫກໍບໍ່ແຫ້ງ, ເປັນຈິງຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ເວົ້າໄວ້ຜ່ານທາງເອລີຢາ.17ຕໍ່ມາລູກຊາຍຂອງຍິງທີ່ເປັນເຈົ້າຂອງເຮືອນນັ້ນໄດ້ເຈັບປ່ວຍ. ລາວມີອາການໜັກລົງເລື້ອຍໆ ແລະ ໃນທີ່ສຸດກໍຢຸດຫາຍໃຈ.18ນາງຈຶ່ງໄດ້ເວົ້າກັບເອລີຢາວ່າ, “ໂອ ຄົນຂອງພຣະເຈົ້າ, ເປັນຫຍັງຈຶ່ງເຮັດກັບຂ້ານ້ອຍຢ່າງນີ້? ທ່ານມາບ່ອນນີ້ເພື່ອຈະເຕືອນໃຫ້ລະນຶກເຖິງຄວາມບາບຂອງຂ້ານ້ອຍ ແລະ ຂ້າລູກຊາຍຂອງຂ້ານ້ອຍບໍ?”19ເອລີຢາໄດ້ຕອບວ່າ, “ຈົ່ງລູກຂອງເຈົ້າມາໃຫ້ຂ້ອຍ”. ເພິ່ນໄດ້ຮັບເອົາເດັກນ້ອຍນັ້ນມາຈາກອ້ອມແຂນຂອງນາງ, ອຸ້ມເດັກນ້ອຍຂຶ້ນໄປໃນຫ້ອງຊັ້ນເທິງບ່ອນທີ່ເພິ່ນເຄີຍພັກຢູ່ ແລະ ວາງເດັກນ້ອຍນັ້ນລົງເທິງຕຽງຂອງລາວ.20ແລ້ວເພິ່ນໄດ້ຮ້ອງຫາພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ພຣະອົງໄດ້ນຳຄວາມໂສກເສົ້າມາໃຫ້ແມ່ໝ້າຍທີ່ຂ້ານ້ອຍກຳລັງອາໄສຢູ່ນຳນີ້ ໂດຍເຮັດໃຫ້ລູກຊາຍຂອງນາງຕ້ອງຕາຍບໍ?”21ແລ້ວເພິ່ນກໍຢຽດກາຍຂອງເພິ່ນອອກທັບໂຕຂອງເດັກນ້ອຍນັ້ນສາມຄັ້ງ ແລະ ຮ້ອງຫາພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດໃຫ້ເດັກຊາຍຄົນນີ້ຟື້ນຄືນຊີວິດມາດ້ວຍ!”22ພຣະເຈົ້າຢາເວໄດ້ຟັງຄຳຮ້ອງຂໍຂອງເອລີຢາ ແລະ ເດັກນ້ອຍນັ້ນກໍຟື້ນຄືນຊີວິດ ແລະ ລາວກໍມີຊີວິດຢູ່.23ເອລີຢາຈຶ່ງອູ້ມເອົາເດັກນ້ອຍນັ້ນ ອູ້ມລາວລົງມາຈາກຫ້ອງ ແລ້ວເຂົ້າໄປໃນເຮືອນ. ເພິ່ນໄດ້ມອບເດັກນ້ອຍນັ້ນໃຫ້ແກ່ແມ່ຂອງລາວ ແລະ ເວົ້າວ່າ, “ເບິ່ງແມ, ລູກຊາຍຂອງເຈົ້າຍັງມີຊີວິດຢູ່!”24ແລ້ວຍິງນັ້ນຈຶ່ງໄດ້ເວົ້າກັບເອລີຢາວ່າ, “ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານເປັນຄົນຂອງພຣະເຈົ້າ ແລະ ຖ້ອຍຄຳຂອງພຣະເຈົ້າຢາເວທີ່ອອກມາຈາກປາກຂອງທ່ານນັ້ນເປັນຄວາມຈິງ”.Biblica, Inc.