1 ກະສັດ19
ເອລີຢາໜີໄປທີ່ພູເຂົາໂຮເຣັບ
1ບັດນີ້ ອາຮາບໄດ້ເລົ່າທຸກສິ່ງທີ່ເອລີຢາໄດ້ເຮັດໃຫ້ນາງເຢເຊເບນຟັງ ແລະ ເລົ່າເຖິງເລື່ອງທີ່ເອລີຢາໄດ້ຜູ້ທຳນວາຍຂອງພະບາອານທັງໝົດດ້ວຍດາບ.2ດັ່ງນັ້ນ ເຢເຊເບນຈຶ່ງສົ່ງຄົນໄປຫາເອລີຢາ ແລະ ເວົ້າວ່າ, “ຂໍໃຫ້ພະທັງຫລາຍຈັດການກັບເຮົາຢ່າງໜັກ ຖ້າພາຍໃນມື້ອື່ນໃນເວລາດຽວກັນນີ້ ເຮົາຍັງບໍ່ປິດຊີວິດຂອງເຈົ້າເໝືອນດັ່ງທີ່ເຈົ້າເຮັດກັບຄົນຂອງເຮົາ”.3ເອລີຢາຢ້ານ ຈຶ່ງໜີເອົາຊີວິດຂອງຕົນໃຫ້ລອດ. ເມື່ອເພິ່ນໄປໄດ້ມາທີ່ເບເອນເຊບາໃນຢູດາຍ ແລະ ເພິ່ນໄດ້ປະຄົນຮັບໃຊ້ຂອງເພິ່ນໄວ້ທີ່ນັ້ນ,4ສ່ວນເພິ່ນເອງແມ່ນເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ພະເນຈອນໄປຕະຫລອດທັງວັນ. ເພິ່ນໄດ້ມາທີ່ຕົ້ນຊາກຕົ້ນໜຶ່ງ ຈຶ່ງນັ່ງລົງຢູ່ກ້ອງຕົ້ນຊາກນັ້ນ ແລະ ອະທິຖານໃຫ້ຕົນເອງຕາຍ. ເພິ່ນໄດ້ເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍພໍແລ້ວ, ຂໍເອົາຊີວິດຂອງຂ້ານ້ອຍໄປ; ຂ້ານ້ອຍກໍບໍ່ໄດ້ດີໄປກວ່າບັນດາບັນພະບຸລຸດຂອງຂ້ານ້ອຍ”.5ແລ້ວເພິ່ນກໍນອນລົງກ້ອງຕົ້ນຊາກ ແລະ ກໍຫລັບໄປ.ທັນໃດນັ້ນ ກໍມີເທວະດາຕົນໜຶ່ງມາແຕະຕ້ອງໂຕເພິ່ນ ແລະ ເວົ້າວ່າ, “ຈົ່ງລຸກຂຶ້ນ ແລະ ກິນອາຫານ”.6ເອລີຢາໄດ້ເບິ່ງໄປອ້ອມຮອບ ແລະ ເຫັນວ່າມີເຂົ້າຈີ່ຮ້ອນໆວາງຢູ່ເທິງກ້ອນຫີນ ແລະ ມີນ້ຳເຢືອກໜຶ່ງຢູ່ຂ້າງຫົວຂອງເພິ່ນ. ເພິ່ນໄດ້ກິນ ແລະ ໄດ້ດື່ມ ແລ້ວລົ້ມກໍນອນລົງອີກ.7ເທວະດາຂອງພຣະເຈົ້າຢາເວໄດ້ກັບມາອີກເທື່ອທີສອງ ແລະ ໄດ້ແຕະຕ້ອງໂຕເພິ່ນ ແລະ ເວົ້າວ່າ, “ຈົ່ງລຸກຂຶ້ນ ແລະ ກິນອາຫານ, ເພາະການເດີນທາງຄັ້ງນີ້ແມ່ນເກີນກຳລັງຂອງທ່ານ”.8ດັ່ງນັ້ນ ເອລີຢາຈຶ່ງໄດ້ລຸກຂຶ້ນ ແລ້ວກິນ ແລະ ດື່ມ. ອາຫານນັ້ນໄດ້ເຮັດໃຫ້ເພິ່ນມີກຳລັງຂຶ້ນ, ເພິ່ນໄດ້ເດີນທາງເປັນເວລາສີ່ສິບວັນສີ່ສິບຄືນ ຈົນມາເຖິງໂຮເຣັບ, ພູເຂົາຂອງພຣະເຈົ້າ.9ເພິ່ນໄດ້ເຂົ້າໄປພັກຄ້າງຄືນໃນຖ້ຳແຫ່ງໜຶ່ງຢູ່ທີ່ນັ້ນ. ພຣະເຈົ້າຢາເວໄດ້ປາກົດແກ່ເອລີຢາ
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເພິ່ນວ່າ, “ເອລີຢາ, ເຈົ້າກຳລັງເຮັດຫຍັງຢູ່ບ່ອນນີ້?”10ເອລີຢາໄດ້ຕອບວ່າ, “ຂ້ານ້ອຍໄດ້ກະຕືລືລົ້ນທຸ້ມເທເຮັດວຽກເພື່ອພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່, ຊົນຊາດອິດສະຣາເອນໄດ້ປະຖິ້ມຄຳໝັ້ນສັນຍາຂອງພຣະອົງ, ຮື້ແທ່ນບູຊາຂອງພຣະອົງ ແລະ ຂ້າຜູ້ທຳນວາຍຂອງພຣະອົງດ້ວຍຄົມດາບ. ເຫລືອຂ້ານ້ອຍພຽງແຕ່ຄົນດຽວເທົ່ານັ້ນ ແລະ ບັດນີ້ ພວກເຂົາແມ່ນກຳລັງພະຍາຍາມຂ້າຂ້ານ້ອຍເໝືອນກັນ”.11ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງອອກໄປ ແລະ ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວເທິງພູເຂົາ, ເພາະພຣະເຈົ້າຢາເວກຳລັງຈະຍ່າງຜ່ານ”.
ແລ້ວກໍມີລົມພະຍຸກ້າພັດປະທະພູເຂົາຢ່າງຮຸນແຮງ ຈີກພູເຂົາອອກຈາກກັນ ແລະ ເຮັດໃຫ້ຫີນແຕກອອກເປັນກ້ອນຕໍ່ໜ້າພຣະເຈົ້າຢາເວ, ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນລົມນັ້ນ. ຫລັງຈາກເກີດພະຍຸແລ້ວ ກໍເກີດແຜ່ນດິນໄຫວ ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນແຜ່ນດິນໄຫວນັ້ນ.12ຫລັງຈາກເກີດແຜ່ນດິນໄຫວແລ້ວ ກໍເກີດໄຟໄໝ້ ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນໄຟນັ້ນ. ຫລັງຈາກໄຟໄໝ້ແລ້ວ ກໍມີສຽງຊື່ມອັນອ່ອນໂຍນ.13ເມື່ອເອລີຢາໄດ້ຍິນສິ່ງນັ້ນ, ເພິ່ນກໍດຶງເສື້ອຄຸມຂອງຕົນຂຶ້ນປົກໜ້າຂອງເພິ່ນ ແລະ ອອກໄປຢືນຢູ່ທີ່ປາກຖ້ຳ.
ແລ້ວກໍມີສຽງໜຶ່ງກ່າວກັບເພິ່ນວ່າ, “ເອລີຢາ, ເຈົ້າກຳລັງເຮັດຫຍັງຢູ່ບ່ອນນີ້?”14ເພິ່ນໄດ້ຕອບວ່າ, “ຂ້ານ້ອຍໄດ້ກະຕືລືລົ້ນທຸ້ມເທເຮັດວຽກງານເພື່ອພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່. ຊົນຊາດອິດສະຣາເອນໄດ້ປະຖິ້ມຄຳໝັ້ນສັນຍາຂອງພຣະອົງ, ຮື້ແທ່ນບູຊາຂອງພຣະອົງ ແລະ ຂ້າຜູ້ທຳນວາຍຂອງພຣະອົງດ້ວຍຄົມດາບ. ເຫລືອຂ້ານ້ອຍພຽງຄົນດຽວເທົ່ານັ້ນ ແລະ ບັດນີ້ ພວກເຂົາແມ່ນກຳລັງພະຍາຍາມຂ້າຂ້ານ້ອຍເໝືອນກັນ”.15ພຣະເຈົ້າຢາເວໄດ້ກ່າວກັບເພິ່ນວ່າ, “ຈົ່ງກັບໄປຕາມທາງທີ່ເຈົ້າມາ, ແລ້ວໄປຍັງຖິ່ນແຫ້ງແລ້ງກັນດານແຫ່ງດາມັສກັດ. ເມື່ອເຈົ້າໄປເຖິງທີ່ນັ້ນ, ຈົ່ງເຈີມຮາຊາເອນໃຫ້ເປັນກະສັດແຫ່ງອາຣາມ.16ພ້ອມທັງເຈີມເຢຮູ ລູກຊາຍຂອງນິມຊີ ໃຫ້ເປັນກະສັດແຫ່ງອິດສະຣາເອນ, ແລ້ວເຈີມເອລີຊາ ລູກຊາຍຂອງຊາຟັດຈາກອາເບັນເມໂຮລາ ໃຫ້ເປັນຜູ້ທຳນວາຍສືບຕໍ່ຈາກເຈົ້າ.17ຜູ້ໃດໜີລອດຈາກຄົມດາບຂອງຮາຊາເອນ ຈະຖືກເຢຮູຂ້າ ແລະ ຜູ້ໃດໜີລອດຈາກຄົມດາບຂອງເຢຮູ ຈະຖືກເອລີຊາຂ້າ.18ແຕ່ເຮົາຈະເກັບຮັກສາຄົນເຈັດພັນຄົນທີ່ບໍ່ໄດ້ຄຸເຂົ່າຂາບໄຫວ້ພະບາອານ ແລະ ຜູ້ທີ່ບໍ່ໄດ້ຈູບພະບາອານໄວ້ໃນອິດສະຣາເອນ”.
ພຣະເຈົ້າເອີ້ນເອົາເອລີຊາ
19ດັ່ງນັ້ນ ເອລີຢາຈຶ່ງໄປຈາກທີ່ນັ້ນ ແລະ ພົບເອລີຊາລູກຊາຍຂອງຊາຟັດ. ລາວກຳລັງໄຖນາ ໂດຍມີງົວທຽມໄຖສິບສອງຄູ່ ແລະ ລາວຢູ່ທີ່ປາຍແຖວກັບງົວຄູ່ທີສິບສອງ. ເອລີຢາຈຶ່ງເຂົ້າໄປຫາລາວ ແລະ ໂຍນເສື້ອຄຸມຂອງຕົນຫົ່ມໃຫ້ເອລີຊາ.20ແລ້ວເອລີຊາກໍປ່ອຍງົວໄວ້ບ່ອນນັ້ນ ແລະ ແລ່ນຕາມເອລີຢາໄປ ແລ້ວເວົ້າວ່າ, “ຂໍໃຫ້ຂ້ານ້ອຍໄປຈູບລາພໍ່ ແລະ ແມ່ຂອງຂ້ານ້ອຍກ່ອນ ແລ້ວຂ້ານ້ອຍຈະຕິດຕາມທ່ານໄປ”.ເອລີຢາໄດ້ຕອບວ່າ, “ຈົ່ງກັບໄປ, ແຕ່ຢ່າລືມວ່າເຮົາໄດ້ເຮັດຫຍັງໃຫ້ແກ່ເຈົ້າ?”21ແລ້ວເອລີຊາຈຶ່ງຈາກເພິ່ນໄປ ແລະ ກັບຄືນໄປ. ລາວໄດ້ເອົາແອກງົວອອກຈາກງົວ ແລະ ຂ້າງົວເຫລົ່ານັ້ນ. ລາວໄດ້ເອົາຊີ້ນມາເຮັດອາຫານ ໃຊ້ຄັນໄຖເຮັດເປັນຟືນ ແລະ ແຈກຈ່າຍຊີ້ນໃຫ້ຄົນທັງຫລາຍ ແລະ ພວກເຂົາກໍໄດ້ກິນ. ຫລັງຈາກນັ້ນ ເອລີຊາກໍຕິດຕາມເອລີຢາໄປ ແລະ ກາຍເປັນຜູ້ຮັບໃຊ້ຂອງເພິ່ນ.
Biblica, Inc.