1 ໂກຣິນໂທ15
ການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ
1ບັດນີ້ ພີ່ນ້ອງທັງຫລາຍເອີຍ, ເຮົາຢາກເຕືອນພວກເຈົ້າເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ, ເຊິ່ງພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ ແລະ ພວກເຈົ້າກໍຕັ້ງໝັ້ນຢູ່ໃນຂ່າວປະເສີດນັ້ນ.2ໂດຍຂ່າວປະເສີດນີ້ແຫລະພວກເຈົ້າຈຶ່ງໄດ້ຮັບຄວາມພົ້ນ ຖ້າພວກເຈົ້າຫາກຕັ້ງໝັ້ນຢູ່ກັບຖ້ອຍຄຳທີ່ເຮົາໄດ້ປະກາດແກ່ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າກໍເຊື່ອໂດຍບໍ່ມີປະໂຫຍດ.3ເພາະເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້ານັ້ນເປັນເລື່ອງທີ່ສຳຄັນທີ່ສຸດ ຄື: ພຣະຄຣິດເຈົ້າໄດ້ຕາຍເພື່ອຄວາມຜິດບາບຂອງພວກເຮົາທັງຫລາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ,4ພຣະອົງຖືກຝັງໄວ້, ໃນວັນທີສາມພຣະອົງເປັນຄືນມາຈາກຕາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ5ແລະ ພຣະອົງໄດ້ປາກົດແກ່ເກຟາ, ຫລັງຈາກນັ້ນ ພຣະອົງກໍໄດ້ປາກົດແກ່ອັກຄະສາວົກທັງສິບສອງຄົນ.6ຕໍ່ມາ ພຣະອົງໄດ້ປາກົດແກ່ພວກພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນເວລາດຽວກັນ ເຊິ່ງສ່ວນໃຫຍ່ຍັງມີຊີວິດຢູ່, ແຕ່ບາງຄົນໄດ້ລ່ວງລັບໄປແລ້ວ.7ຫລັງຈາກນັ້ນ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະ ແກ່ພວກອັກຄະສາວົກທັງໝົດ,8ແລະ ໃນທ້າຍທີ່ສຸດພຣະອົງກໍໄດ້ປາກົດແກ່ເຮົາ ຜູ້ທີ່ເປັນເໝືອນລູກທີ່ເກີດຜິດປົກກະຕິ.9ເພາະເຮົາເປັນຜູ້ນ້ອຍທີ່ສຸດໃນບັນດາອັກຄະສາວົກ ແລະ ບໍ່ສົມຄວນແມ່ນແຕ່ຈະໄດ້ຊື່ວ່າອັກຄະສາວົກ, ເພາະວ່າເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ.10ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະ ພຣະຄຸນຂອງພຣະອົງທີ່ມີຕໍ່ເຮົານັ້ນກໍບໍ່ໄດ້ໄຮ້ປະໂຫຍດ. ບໍ່ດອກ, ເຮົາໄດ້ເຮັດວຽກໜັກກວ່າພວກເຂົາທຸກຄົນ, ແຕ່ບໍ່ແມ່ນເຮົາເອງທີ່ເຮັດ, ຫາກແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົານັ້ນເປັນຜູ້ເຮັດ.11ເຫດສະນັ້ນ ບໍ່ວ່າຈະເປັນເຮົາ ຫລື ພວກເຂົາກໍດີ ນີ້ຄືສິ່ງທີ່ພວກເຮົາປະກາດ ແລະ ນີ້ຄືສິ່ງທີ່ພວກເຈົ້າທັງຫລາຍໄດ້ເຊື່ອ.ການເປັນຄືນມາຈາກຕາຍ
12ແຕ່ຖ້າໄດ້ປະກາດວ່າພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດ ບາງຄົນໃນພວກເຈົ້າຈຶ່ງເວົ້າວ່າບໍ່ມີການເປັນຄືນມາຈາກຕາຍ?13ຖ້າບໍ່ມີການເປັນຄືນມາຈາກຕາຍ, ແລ້ວແມ່ນແຕ່ພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາຈາກຕາຍ.14ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ການປະກາດຂອງພວກເຮົາກໍໄຮ້ປະໂຫຍດ ແລະ ຄວາມເຊື່ອຂອງພວກເຈົ້າກໍບໍ່ມີປະໂຫຍດເໝືອນກັນ.15ຫລາຍກວ່ານັ້ນ, ແລ້ວພວກເຮົາກໍພົບວ່າພວກເຮົາເປັນພະຍານບໍ່ຈິງກ່ຽວກັບພຣະເຈົ້າ, ເພາະພວກເຮົາໄດ້ເປັນພະຍານກ່ຽວກັບພຣະເຈົ້າວ່າ ພຣະອົງໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. ແຕ່ຖ້າຄວາມຈິງຄືພຣະເຈົ້າບໍ່ໄດ້ບັນດານໃຫ້ຄົນຕາຍເປັນຄືນມາແລ້ວ ພຣະອົງກໍບໍ່ໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາເໝືອນກັນ.16ເພາະຖ້າຄົນຕາຍບໍ່ໄດ້ເປັນຄືນມາ, ແລ້ວພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາເໝືອນກັນ.17ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ຄວາມເຊື່ອຂອງພວກເຈົ້າກໍໄຮ້ປະໂຫຍດ; ພວກເຈົ້າກໍຍັງຢູ່ໃນບາບຂອງຕົນ.18ແລ້ວບັນດາຜູ້ທີ່ໄດ້ຫລັບໄປໃນພຣະຄຣິດເຈົ້າກໍຈິບຫາຍໄປດ້ວຍ.19ຖ້າພວກເຮົາມີຄວາມຫວັງໃນພຣະຄຣິດເຈົ້າພຽງແຕ່ເພື່ອຊີວິດນີ້ເທົ່ານັ້ນ, ພວກເຮົາກໍໜ້າສົງສານກວ່າຄົນທັງປວງ.20ແຕ່ພຣະຄຣິດເຈົ້າໄດ້ເປັນຄືນມາຈາກຕາຍແທ້ຈິງ, ເປັນຜົນທຳອິດຂອງບັນດາຜູ້ທີ່ຫລັບໄປແລ້ວນັ້ນ.21ເພາະເນື່ອງຈາກວ່າຄວາມຕາຍໄດ້ມາຜ່ານທາງມະນຸດຄົນດຽວສັນໃດ ການເປັນຄືນມາຈາກຕາຍກໍມາຜ່ານທາງມະນຸດຄົນດຽວສັນນັ້ນ.22ດ້ວຍວ່າ ໃນອາດາມຄົນທັງປວງກໍຕາຍສັນໃດ ໃນພຣະຄຣິດເຈົ້າຄົນທັງປວງກໍຈະຖືກບັນດານໃຫ້ໄດ້ຮັບຊີວິດສັນນັ້ນ.23ແຕ່ຈະເປັນໄປຕາມລຳດັບຄື: ພຣະຄຣິດເຈົ້າຜູ້ເປັນຜົນທຳອິດ; ຫລັງຈາກນັ້ນ, ແມ່ນບັນດາຄົນຂອງພຣະອົງເມື່ອພຣະອົງມາປາກົດ.24ແລ້ວຈຸດຈົບກໍຈະມາເຖິງ, ເມື່ອພຣະອົງຖວາຍອານາຈັກແກ່ພຣະເຈົ້າພຣະບິດາ ຫລັງຈາກທີ່ພຣະອົງໄດ້ທຳລາຍເທບຜູ້ປົກຄອງອານາຈັກ, ສິດອຳນາດ ແລະ ລິດອຳນາດທັງໝົດ.25ເພາະພຣະອົງຕ້ອງປົກຄອງຈົນກວ່າພຣະອົງຈະໄດ້ປາບສັດຕູທັງໝົດຂອງພຣະອົງໄວ້ໃຕ້ຕີນຂອງພຣະອົງ.26ສັດຕູໂຕສຸດທ້າຍທີ່ຈະຕ້ອງທຳລາຍຄືຄວາມຕາຍ.27ເພາະພຣະອົງ “ໄດ້ວາງທຸກສິ່ງຢູ່ໃຕ້ຕີນຂອງພຣະອົງແລ້ວ”. ບັດນີ້ເມື່ອກ່າວວ່າ “ທຸກສິ່ງ” ໄດ້ຖືກວາງໄວ້ພາຍໃຕ້ພຣະອົງນັ້ນ, ກໍເປັນທີ່ຈະແຈ້ງແລ້ວວ່າບໍ່ໄດ້ລວມທັງພຣະເຈົ້າເອງ, ຜູ້ວາງທຸກສິ່ງຢູ່ພາຍໃຕ້ພຣະຄຣິດເຈົ້າ.28ເມື່ອພຣະອົງໄດ້ກະທຳຢ່າງນີ້ແລ້ວ, ພຣະບຸດເອງຈະຢູ່ພາຍໃຕ້ພຣະເຈົ້າຜູ້ເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ພຣະອົງ ເພື່ອວ່າພຣະເຈົ້າຈະເປັນເອກໃນສິ່ງທັງປວງ.29ບັດນີ້ ຖ້າບໍ່ມີການເປັນຄືນມາຈາກຕາຍແລ້ວ ບັນດາຜູ້ທີ່ບັບຕິສະມາສຳລັບຄົນຕາຍນັ້ນຈະເຮັດຢ່າງໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານໃຫ້ເປັນຄືນມາແລ້ວ, ເປັນຫຍັງຈຶ່ງຍັງມີຄົນຮັບບັບຕິສະມາເພື່ອຄົນຕາຍນັ້ນ?30ແລະ ສຳລັບພວກເຮົານັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງປະເຊີນກັບໄພອັນຕະລາຍຢູ່ທຸກເວລາ?31ເຮົາປະເຊີນກັບຄວາມຕາຍທຸກມື້ ເຮົາໝາຍຄວາມວ່າຢ່າງນັ້ນ ສິ່ງນີ້ແນ່ນອນເໝືອນດັ່ງທີ່ເຮົາໂອ້ອວດກ່ຽວກັບພວກເຈົ້າໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.32ຖ້າເຮົາຕໍ່ສູ້ກັບພວກສັດປ່າໃນເອເຟໂຊໂດຍບໍ່ເກີນຄວາມຫວັງຂອງມະນຸດ, ເຮົາຈະໄດ້ອັນໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານເປັນຄືນມາ,“ກໍໃຫ້ພວກເຮົາກິນ ແລະ ດື່ມເພາະວ່າມື້ອື່ນພວກເຮົາກໍຕາຍແລ້ວ”. 33ຢ່າໃຫ້ພວກເຈົ້າຫລົງຜິດໄປ, “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ”.34ຈົ່ງກັບຄືນມາສູ່ຄວາມມີສະຕິຂອງພວກເຈົ້າຕາມທີ່ພວກເຈົ້າຄວນຈະເປັນ ແລະ ເຊົາເຮັດບາບສາ; ເພາະມີບາງຄົນບໍ່ຮູ້ຈັກພຣະເຈົ້າເລີຍ ການທີ່ເຮົາເວົ້າຢ່າງນີ້ກໍເພື່ອໃຫ້ພວກເຈົ້າລະອາຍໃຈ.ຮ່າງກາຍທີ່ເປັນຄືນມາຈາກຕາຍ
35ແຕ່ບາງຄົນອາດຈະຖາມວ່າ, “ຄົນຕາຍເປັນຄືນມາໄດ້ຢ່າງໃດ? ເມື່ອເປັນຄືນມາ ຮ່າງກາຍຂອງພວກເຂົາຈະເປັນແບບໃດ?”36ຄົນໂງ່ເອີຍ! ສິ່ງທີ່ພວກເຈົ້າຫວ່ານລົງຈະບໍ່ມີຊີວິດຂຶ້ນມາ ຖ້າສິ່ງນັ້ນບໍ່ຕາຍເສຍກ່ອນ.37ເມື່ອພວກເຈົ້າຫວ່ານ ພວກເຈົ້າບໍ່ໄດ້ປູກຕົ້ນທີ່ໃຫຍ່ເຕັມທີ່ແລ້ວ ແຕ່ພວກເຈົ້າປູກພຽງແຕ່ເມັດພືດ, ບາງທີກໍເປັນເມັດເຂົ້າຫວີດ ຫລື ເມັດພືດອື່ນໆ.38ແຕ່ພຣະເຈົ້າໄດ້ໃຫ້ລໍາຕົ້ນຕາມທີ່ພຣະອົງໄດ້ກຳນົດໄວ້ ແລະ ເມັດພືດແຕ່ລະຊະນິດພຣະອົງກໍໄດ້ໃຫ້ລໍາຕົ້ນ.39ເນື້ອໜັງທັງໝົດກໍບໍ່ຄືກັນ ເນື້ອໜັງຂອງມະນຸດກໍເປັນອີກແບບໜຶ່ງ, ສັດຕ່າງໆກໍເປັນອີກແບບໜຶ່ງ, ບັນດານົກກໍເປັນອີກແບບໜຶ່ງ ແລະ ປາກໍເປັນອີກແບບໜຶ່ງ.40ຮ່າງກາຍສຳລັບສະຫວັນກໍມີ ແລະ ຮ່າງກາຍສຳລັບໂລກກໍມີ; ແຕ່ສະຫງ່າລາສີຂອງຮ່າງກາຍສະຫວັນກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງຮ່າງກາຍແບບໂລກກໍເປັນອີກແບບໜຶ່ງ.41ສະຫງ່າລາສີຂອງດວງອາທິດກໍເປັນແບບໜຶ່ງ ດວງຈັນກໍເປັນອີກແບບໜຶ່ງ ແລະ ດວງດາວກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງດາວແຕ່ລະດວງກໍແຕກຕ່າງກັນ.42ການເປັນຄືນມາຂອງຄົນຕາຍກໍເຊັ່ນກັນ. ຮ່າງກາຍທີ່ຫວ່ານລົງນັ້ນກໍເປື່ອຍເນົ່າໄດ້ ແລະ ຮ່າງກາຍທີ່ເປັນຄືນມາຈະບໍ່ເປື່ອຍເນົ່າອີກ,43ຮ່າງກາຍທີ່ຫວ່ານລົງໄປນັ້ນບໍ່ມີກຽດ ແລະ ຮ່າງກາຍທີ່ເປັນຄືນມາກໍເຕັມດ້ວຍສະຫງ່າລາສີ, ຮ່າງກາຍທີ່ຫວ່ານລົງນັ້ນອ່ອນກຳລັງ ແລະ ຮ່າງກາຍທີ່ເປັນຄືນມາກໍມີລິດອຳນາດ,44ຮ່າງກາຍທີ່ຫວ່ານລົງນັ້ນເປັນຮ່າງກາຍທຳມະຊາດ ແລະ ຮ່າງກາຍທີ່ເປັນຄືນມາເປັນຮ່າງກາຍວິນຍານ.ຖ້າມີຮ່າງກາຍທຳມະຊາດ ຮ່າງກາຍວິນຍານກໍມີດ້ວຍ.45ດັ່ງນັ້ນຈຶ່ງມີຖ້ອຍຄຳຂຽນໄວ້ວ່າ: “ອາດາມມະນຸດຄົນທຳອິດໄດ້ກາຍເປັນຜູ້ມີຊີວິດ” ; ສ່ວນອາດາມຄົນສຸດທ້າຍເປັນວິນຍານຜູ້ໃຫ້ຊີວິດ.46ຮ່າງກາຍວິນຍານບໍ່ໄດ້ມາກ່ອນ ແຕ່ຮ່າງກາຍທຳມະຊາດມາກ່ອນ ແລະ ຮ່າງກາຍວິນຍານມາພາຍຫລັງ.47ມະນຸດຄົນທຳອິດແມ່ນມາຈາກຂີ້ຝຸ່ນດິນຂອງແຜ່ນດິນໂລກ; ມະນຸດຄົນທີສອງແມ່ນມາຈາກສະຫວັນ.48ດ້ວຍວ່າຄົນຝ່າຍໂລກເປັນຢ່າງໃດ ຄົນທີ່ເປັນຂອງໂລກກໍເປັນຢ່າງນັ້ນ; ແລະ ຄົນຈາກສະຫວັນເປັນຢ່າງໃດ ຄົນທີ່ເປັນຂອງສະຫວັນກໍເປັນຢ່າງນັ້ນ.49ແລະ ເຊັ່ນດຽວກັນກັບພວກເຮົາເກີດມາມີລັກສະນະເໝືອນກັບຄົນຝ່າຍໂລກຢ່າງໃດ ພວກເຮົາກໍຈະມີ ລັກສະນະເໝືອນກັບຄົນຈາກສະຫວັນຢ່າງນັ້ນ.50ພີ່ນ້ອງທັງຫລາຍເອີຍ, ເຮົາຂໍປະກາດແກ່ພວກເຈົ້າວ່າ ເນື້ອໜັງ ແລະ ເລືອດບໍ່ສາມາດຮັບອານາຈັກຂອງພຣະເຈົ້າເປັນມໍລະດົກໄດ້ ແລະ ສິ່ງທີ່ເປື່ອຍເນົ່າບໍ່ສາມາດຮັບສິ່ງທີ່ບໍ່ເປື່ອຍເນົ່າເປັນມໍລະດົກໄດ້.51ຈົ່ງຟັງ ເຮົາຈະບອກຂໍ້ເລິກລັບແກ່ພວກເຈົ້າວ່າ: ພວກເຮົາທັງຫລາຍຈະບໍ່ຫລັບໄປໝົດທຸກຄົນ ແຕ່ພວກເຮົາທັງໝົດຈະໄດ້ຮັບການປ່ຽນແປງ52ໃນຊົ່ວຂະນະດຽວ, ໃນຊົ່ວພັບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ. ເພາະສຽງແກຈະດັງຂຶ້ນ ຄົນຕາຍຈະຖືກບັນດານໃຫ້ເປັນຄືນມາແບບບໍ່ເປື່ອຍເນົ່າ ແລະ ພວກເຮົາຈະໄດ້ຮັບການປ່ຽນແປງ.53ດ້ວຍວ່າ ສິ່ງທີ່ເປື່ອຍເນົ່າຕ້ອງສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນຕ້ອງສວມໃສ່ສິ່ງທີ່ຕາຍບໍ່ເປັນ.54ເມື່ອສິ່ງທີ່ເປື່ອຍເນົ່າໄດ້ສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນສວມໃສ່ສິ່ງທີ່ຕາຍບໍ່ເປັນແລ້ວ ຄຳກ່າວທີ່ໄດ້ຂຽນໄວ້ກໍຈະມາເປັນຄວາມຈິງຄື: “ຄວາມຕາຍໄດ້ຖືກກືນເຂົ້າໄປໃນໄຊຊະນະແລ້ວ”. 55“ໂອ ຄວາມຕາຍ, ໄຊຊະນະຂອງເຈົ້າຢູ່ໃສ?ໂອ ຄວາມຕາຍ, ໄລພິດຂອງເຈົ້າຢູ່ໃສ?” 56ໄລພິດຂອງຄວາມຕາຍຄືຄວາມບາບ ແລະ ລິດອຳນາດຂອງຄວາມບາບຄືກົດບັນຍັດ.57ແຕ່ຂອບພຣະຄຸນພຣະເຈົ້າ! ພຣະອົງມອບໄຊຊະນະໃຫ້ແກ່ພວກເຮົາໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.58ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ.
Biblica, Inc.