1 ໂກຣິນໂທ14
ຄວາມເຂົ້າໃຈໃນການນະມັດສະການ
1ຈົ່ງດໍາເນີນໃນວິຖີທາງແຫ່ງຄວາມຮັກ ແລະ ສະແຫວງຫາຂອງປະທານຝ່າຍພຣະວິນຍານຢ່າງກະຕືລືລົ້ນ ໂດຍສະເພາະຄຳທຳນວາຍ.2ເພາະຜູ້ໃດທີ່ເວົ້າພາສາແປກໆ ກໍບໍ່ໄດ້ເວົ້າຕໍ່ມະນຸດ ແຕ່ເວົ້າຕໍ່ພຣະເຈົ້າ. ແທ້ຈິງແລ້ວ, ບໍ່ມີຜູ້ໃດເຂົ້າໃຈສິ່ງທີ່ພວກເຂົາເວົ້າ, ພວກເຂົາກຳລັງເວົ້າຂໍ້ເລິກລັບໂດຍທາງພຣະວິນຍານ.3ແຕ່ຜູ້ທີ່ເຜີຍພຣະຄຳກໍກ່າວກັບຄົນທັງຫລາຍເພື່ອເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ, ເປັນການເຕືອນສະຕິ ແລະ ການເລົ້າໂລມໃຈ.4ຜູ້ໃດທີ່ເວົ້າພາສາແປກໆກໍເວົ້າເພື່ອເສີມສ້າງຕົນເອງ, ແຕ່ຜູ້ທີ່ທຳນວາຍກໍເສີມສ້າງຄຣິສຕະຈັກ.5ເຮົາຢາກໃຫ້ທຸກໆຄົນໃນພວກເຈົ້າເວົ້າພາສາແປກໆ ໄດ້, ແຕ່ຫລາຍກວ່ານັ້ນ ເຮົາຢາກໃຫ້ພວກເຈົ້າທຳນວາຍໄດ້. ຜູ້ທີ່ທຳນວາຍນັ້ນກໍຍິ່ງໃຫຍ່ກວ່າຜູ້ທີ່ເວົ້າພາສາແປກໆ, ເວັ້ນໄວ້ແຕ່ຜູ້ໃດຜູ້ໜຶ່ງແປພາສານັ້ນໄດ້, ເພື່ອວ່າຄຣິສຕະຈັກຈະໄດ້ຮັບການເສີມສ້າງ.6ບັດນີ້, ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາມາຫາພວກເຈົ້າ ແລະ ເວົ້າພາສາແປກໆ, ພວກເຈົ້າຈະໄດ້ຮັບປະໂຫຍດອັນໃດຈາກເຮົາ? ນອກຈາກວ່າ ເຮົາຈະນໍາເອົາການເປີດເຜີຍ ຫລື ຄວາມຮູ້ ຫລື ການເປີດເຜີຍພຣະຄຳ ຫລື ຄຳສັ່ງສອນມາໃຫ້ພວກເຈົ້າ.7ແມ່ນແຕ່ໃນກໍລະນີຂອງສິ່ງທີ່ບໍ່ມີຊີວິດທີ່ເປັ່ງສຽງໄດ້ເຊັ່ນ ປີ່ ຫລື ພິນ, ຜູ້ໃດຈະຮູ້ໄດ້ຢ່າງໃດວ່າເຂົາກຳລັງເປົ່າ ຫລື ດີດຈັງຫວະໃດ ຖ້າບໍ່ຫລິ້ນຕາມໂນດ?8ອີກເທື່ອໜຶ່ງ ຖ້າແກບໍ່ສົ່ງສຽງເອີ້ນຢ່າງຊັດເຈນຜູ້ໃດຈະຕຽມພ້ອມເພື່ອສູ້ຮົບ?9ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເວັ້ນເສຍແຕ່ພວກເຈົ້າເວົ້າດ້ວຍຖ້ອຍຄຳທີ່ຄົນເຂົ້າໃຈໄດ້ ຜູ້ໃດຈະຮູ້ວ່າພວກເຈົ້າກຳລັງເວົ້າຫຍັງ? ພວກເຈົ້າກໍພຽງແຕ່ເວົ້າລອຍໄປຕາມລົມເທົ່ານັ້ນ.10ໃນໂລກນີ້ມີຫລາຍພາສາຢ່າງບໍ່ສົງໄສ ແຕ່ບໍ່ມີພາສາໃດໃນພາສາເຫລົ່ານັ້ນທີ່ບໍ່ມີຄວາມໝາຍ.11ຖ້າເຮົາບໍ່ເຂົ້າໃຈຄວາມໝາຍຂອງສິ່ງທີ່ບາງຄົນກຳລັງເວົ້າຢູ່ນັ້ນ, ເຮົາກໍເປັນຄົນຕ່າງດ້າວຕໍ່ຜູ້ເວົ້າ ແລະ ຜູ້ເວົ້າກໍເປັນຄົນຕ່າງດ້າວຕໍ່ເຮົາ.12ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເມື່ອພວກເຈົ້າທັງຫລາຍກະຕືລືລົ້ນຕໍ່ຂອງປະທານຝ່າຍວິນຍານ ກໍຈົ່ງພະຍະຍາມທີ່ຈະເປັນເລີດໃນຂອງປະທານທີ່ເສີມສ້າງຄຣິສຕະຈັກ.13ເພາະເຫດຜົນນີ້ ຜູ້ທີ່ເວົ້າພາສາແປກໆໄດ້ ກໍຄວນອະທິຖານຂໍໃຫ້ຕົນເອງແປສິ່ງທີ່ເວົ້າອອກມາໄດ້ດ້ວຍ.14ເພາະຖ້າເຮົາອະທິຖານເປັນພາສາແປກໆ ກໍແມ່ນຈິດວິນຍານຂອງເຮົາອະທິຖານ, ແຕ່ບໍ່ມີຜົນຕໍ່ຄວາມຄິດຂອງເຮົາ.15ດັ່ງນັ້ນ ເຮົາຄວນຈະເຮັດຢ່າງໃດ? ເຮົາຈະອະທິຖານດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະອະທິຖານດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ; ເຮົາຈະຮ້ອງເພງດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະຮ້ອງເພງດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ.16ຖ້າບໍ່ດັ່ງນັ້ນ ເມື່ອພວກເຈົ້າກຳລັງສັນລະເສີນພຣະເຈົ້າດ້ວຍຈິດວິນຍານ, ແລ້ວຄົນອື່ນຜູ້ທີ່ຢູ່ໃນຕຳແໜ່ງຂອງຜູ້ສອບຖາມນັ້ນ ຈະກ່າວວ່າ “ອາແມນ” ຕໍ່ຄຳໂມທະນາຂອບພຣະຄຸນຂອງພວກເຈົ້າໄດ້ຢ່າງໃດ, ເນື່ອງຈາກວ່າພວກເຂົາບໍ່ເຂົ້າໃຈວ່າພວກເຈົ້າກຳລັງເວົ້າຫຍັງ?17ພວກເຈົ້າໂມທະນາຂອບພຣະຄຸນໄດ້ຢ່າງດີພໍ ແຕ່ບໍ່ມີຜູ້ໃດໄດ້ຮັບການເສີມສ້າງ.18ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາເວົ້າພາສາແປກໆໄດ້ຫລາຍກວ່າພວກເຈົ້າທັງໝົດ.19ແຕ່ຢູ່ໃນຄຣິສຕະຈັກ ເຮົາຂໍເວົ້າຫ້າຄຳທີ່ຄົນຟັງເຂົ້າໃຈ ເພື່ອສັ່ງສອນຄົນອື່ນຫລາຍກວ່າຈະເວົ້າໝື່ນຄຳເປັນພາສາແປກໆ.20ພີ່ນ້ອງທັງຫລາຍເອີຍ, ຈົ່ງຢຸດຄິດເໝືອນຢ່າງເດັກນ້ອຍ. ໃນເລື່ອງຄວາມຊົ່ວຈົ່ງເປັນເໝືອນດັ່ງເດັກອ່ອນ ແຕ່ໃນດ້ານຄວາມຄິດຈົ່ງເປັນເໝືອນຜູ້ໃຫຍ່.21ໃນກົດບັນຍັດຖ້ອຍຄຳໄດ້ຖືກຂຽນໄວ້ວ່າ:“ອົງພຣະຜູ້ເປັນເຈົ້າກ່າວວ່າ,‘ເຮົາຈະເວົ້າກັບປະຊາຊົນເຫລົ່ານີ້ຜ່ານທາງຄົນຕ່າງພາສາແລະ ຜ່ານທາງຮິມສົບຂອງຄົນຕ່າງຊາດ,ເຖິງປານນັ້ນ ພວກເຂົາກໍຈະບໍ່ຟັງເຮົາ’ ”. 22ດັ່ງນັ້ນ, ການເວົ້າພາສາແປກໆຈຶ່ງເປັນໝາຍສຳຄັນ ບໍ່ແມ່ນສຳລັບຄົນທີ່ເຊື່ອ ແຕ່ສຳລັບຄົນທີ່ບໍ່ເຊື່ອ; ເຖິງຢ່າງໃດກໍຕາມ, ການເຜີຍພຣະຄຳນັ້ນ ບໍ່ແມ່ນສຳລັບຜູ້ທີ່ບໍ່ເຊື່ອ, ແຕ່ສຳລັບຜູ້ທີ່ເຊື່ອແລ້ວ.23ດັ່ງນັ້ນ ຖ້າຄຣິສຕະຈັກທັງໝົດມາຮ່ວມກັນ ແລະ ທຸກຄົນຕ່າງກໍເວົ້າພາສາແປກໆ ແລ້ວຄົນທີ່ມັກຖາມ ຫລື ຄົນທີ່ບໍ່ເຊື່ອເຂົ້າມາ, ພວກເຂົາຈະບໍ່ເວົ້າວ່າພວກເຈົ້າເສຍສະຕິໄປແລ້ວບໍ?24ແຕ່ຖ້າຫາກວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນທີ່ມັກຖາມເຂົ້າມາໃນຂະນະທີ່ທຸກຄົນກຳລັງທຳນວາຍຢູ່ນັ້ນ, ພວກເຂົາກໍຈະຖືກຕັດສິນວ່າເຮັດບາບ ແລະ ທຸກຄົນຈະຖືກນຳເຂົ້າສູ່ພາຍໃຕ້ການພິພາກສາ,25ດັ່ງທີ່ຄວາມລັບໃນໃຈຂອງພວກເຂົາໄດ້ຖືກເປີດເຜີຍ. ດັ່ງນັ້ນ ພວກເຂົາກໍຈະຂາບລົງ ແລະ ນະມັດສະການພຣະເຈົ້າ ແລະ ຮ້ອງຂຶ້ນວ່າ, “ພຣະເຈົ້າສະຖິດຢູ່ທ່າມກາງພວກເຈົ້າແທ້ຈິງ!”ການນະມັດສະການຢ່າງມີລະບຽບ
26ພີ່ນ້ອງທັງຫລາຍເອີຍ, ພວກເຮົາຈະເວົ້າຢ່າງໃດ? ເມື່ອພວກເຈົ້າມາເຕົ້າໂຮມກັນ ແຕ່ລະຄົນໃນພວກເຈົ້າກໍມີບົດເພງ ຫລື ມີຖ້ອຍຄຳຂອງການສັ່ງສອນ, ມີຄຳເປີດເຜີຍ, ພາສາແປກໆ ຫລື ການແປພາສາແປກໆ. ທຸກສິ່ງນີ້ຕ້ອງໄດ້ເຮັດເພື່ອໃຫ້ຄຣິສຕະຈັກຈະເລີນຂຶ້ນ.27ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງເວົ້າພຽງແຕ່ສອງຄົນ ຫລື ຢ່າງຫລາຍທີ່ສຸດສາມຄົນ ໂດຍໃຫ້ເວົ້າເທື່ອລະຄົນ ແລ້ວຕ້ອງໃຫ້ມີຄົນໜຶ່ງແປ.28ແຕ່ຖ້າບໍ່ມີຄົນແປ ຜູ້ທີ່ເວົ້ານັ້ນຈະຕ້ອງມິດງຽບຢູ່ໃນຄຣິສຕະຈັກ ແລະ ໃຫ້ເວົ້າກັບຕົນເອງ ແລະ ເວົ້າຕໍ່ພຣະເຈົ້າ.29ຝ່າຍຜູ້ທຳນວາຍນັ້ນ ໃຫ້ກ່າວແຕ່ສອງ ຫລື ສາມຄົນ ແລະ ຄົນອື່ນໆຈະຕ້ອງພິຈາລະນາສິ່ງທີ່ກ່າວມານັ້ນໃຫ້ດີ.30ແລະ ຖ້າມີການເປີດເຜີຍມາເຖິງບາງຄົນຜູ້ທີ່ກຳລັງນັ່ງຢູ່, ໃຫ້ຜູ້ທີ່ກ່າວຄົນທຳອິດນັ້ນຢຸດຢູ່.31ເພາະພວກເຈົ້າທຸກຄົນສາມາດທຳນວາຍໄດ້ເທື່ອລະຄົນ ເພື່ອວ່າໃຫ້ທຸກຄົນໄດ້ຮັບຄຳແນະນຳ ແລະ ຄຳໜູນໃຈ.32ຈິດວິນຍານຂອງບັນດາຜູ້ທຳນວາຍນັ້ນກໍຢູ່ໃນການຄວບຄຸມຂອງບັນດາຜູ້ທຳນວາຍ.33ເພາະພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ້ນວາຍ ແຕ່ເປັນພຣະເຈົ້າແຫ່ງຄວາມສະຫງົບສຸກ ຕາມທີ່ປະຕິບັດກັນໃນຊຸມຊົນຂອງຄົນຂອງພຣະເຈົ້າ.34ແມ່ຍິງຄວນມິດງຽບຢູ່ໃນຄຣິສຕະຈັກ. ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ພວກເຂົາຍອມຈຳນົນຕາມທີ່ກົດບັນຍັດໄດ້ກ່າວໄວ້ນັ້ນ.35ຖ້າພວກເຂົາຢາກຖາມກ່ຽວກັບເລື່ອງໃດ ພວກເຂົາຄວນຖາມຜົວຂອງພວກເຂົາເອງຢູ່ເຮືອນ; ເພາະເປັນເລື່ອງໜ້າອາຍທີ່ແມ່ຍິງຈະເວົ້າຢູ່ໃນຄຣິສຕະຈັກ.36ຫລື ພຣະຄຳຂອງພຣະເຈົ້າໄດ້ເກີດມາຈາກພວກເຈົ້າບໍ? ຫລື ພຣະຄຳໄດ້ມີມາເຖິງພວກເຈົ້າແຕ່ເທົ່ານັ້ນບໍ?37ຖ້າຜູ້ໃດຄິດວ່າຕົນເອງເປັນຜູ້ທຳນວາຍ ຫລື ມີຂອງປະທານຈາກພຣະວິນຍານ ກໍໃຫ້ພວກເຂົາຍອມຮັບວ່າຂໍ້ຄວາມທີ່ເຮົາຂຽນມາເຖິງພວກເຈົ້າທັງຫລາຍນັ້ນເປັນຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ.38ແຕ່ຖ້າຜູ້ໃດບໍ່ຮັບຮູ້ເລື່ອງນີ້, ພວກເຂົາເອງກໍຈະບໍ່ໄດ້ຮັບການຍອມຮັບ. 39ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງກະຕືລືລົ້ນທີ່ຈະທຳນວາຍ ແລະ ຢ່າຫ້າມການເວົ້າພາສາແປກໆ.40ແຕ່ຄວນເຮັດທຸກສິ່ງຢ່າງເໝາະສົມ ແລະ ໃນທາງທີ່ເປັນລະບຽບ.Biblica, Inc.