1 ໂກຣິນໂທ13

1ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມ​ຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.2ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມ​ຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.3ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມ​ຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.
4ຄວາມ​ຮັກ​ຄື​ຄວາມອົດທົນ, ຄວາມ​ຮັກ​ຄື​ຄວາມເມດຕາ, ຄວາມ​ຮັກ​ບໍ່​ອິດສາ, ບໍ່​ໂອ້ອວດ, ບໍ່​ຈອງຫອງ,5ບໍ່​ດູຖູກ​ຄົນອື່ນ, ບໍ່​ເຫັນແກ່ຕົວ, ບໍ່​ໃຈຮ້າຍ​ງ່າຍ, ບໍ່​ຈົດຈຳ​ຄວາມຜິດ.6ຄວາມ​ຮັກ​ບໍ່​ຍິນດີ​ໃນ​ຄວາມ​ຊົ່ວ ແຕ່​ຍິນດີ​ກັບ​ຄວາມຈິງ.7ຄວາມ​ຮັກ​ປົກປ້ອງຄຸ້ມຄອງ​ສະເໝີ, ວາງໃຈ​ສະເໝີ, ມີ​ຄວາມຫວັງ​ສະເໝີ ແລະ ອົດທົນ​ສະເໝີ.
8ຄວາມ​ຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.9ເພາະ​ພວກເຮົາ​ຮູ້​ພຽງ​ແຕ່​ບາງສ່ວນ ແລະ ພວກເຮົາ​ກໍ​ເຜີຍ​ພຣະຄຳ​ພຽງ​ແຕ່​ບາງສ່ວນ,10ແຕ່​ເມື່ອ​ຄວາມສົມບູນ​ມາ​ເຖິງ​ແລ້ວ, ສິ່ງ​ທີ່​ເປັນ​ບາງສ່ວນ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.11ເມື່ອ​ເຮົາ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ, ເຮົາ​ກໍ​ເວົ້າ​ຄື​ເດັກນ້ອຍ, ເຮົາ​ກໍ​ຄິດ​ຄື​ເດັກນ້ອຍ, ເຮົາ​ກໍ​ໃຊ້​ເຫດຜົນ​ຄື​ເດັກນ້ອຍ. ແຕ່​ເມື່ອ​ເຮົາ​ກາຍເປັນ​ຜູ້ໃຫຍ່​ແລ້ວ, ເຮົາ​ກໍ​ຖິ້ມ​ວິຖີ​ຊີວິດ​ໄວ​ເດັກນ້ອຍ​ໄວ້​ເບື້ອງຫລັງ​ເຮົາ.12ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.
13ແລະ ບັດນີ້ ຍັງ​ຕັ້ງຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມ​ຮັກ, ແຕ່​ສິ່ງ​ທີ່​ໃຫຍ່​ທີ່ສຸດ​ຂອງ​ສິ່ງ​ເຫລົ່ານີ້​ແມ່ນ​ຄວາມ​ຮັກ.

Biblica, Inc.

https://app.library.bible/content/eab9312f9f16b3a2