1 ຂ່າວຄາວ9

1ຊົນຊາດ​ອິດສະຣາເອນ​ທຸກ​ຄົນ​ມີ​ຊື່​ລາຍ​ຢູ່​ໃນ​ບັນທຶກ​ຕາມລຳ​ດັບ​ເຊື້ອສາຍ ເຊິ່ງ​ບັນທຶກ​ໄວ້​ໃນ​ປື້ມ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ຢູດາຍ ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ເພາະ​ຄວາມ​ບໍ່​ຊື່ສັດ​ຂອງ​ພວກເຂົາ.

ປະຊາຊົນ​ໃນ​ເຢຣູຊາເລັມ

2ພວກ​ທຳອິດ​ທີ່​ກັບຄືນ​ມາ​ຕັ້ງຖິ່ນຖານ​ຢູ່​ໃນ​ທີ່ດິນ​ຂອງ​ຕົນ​ຕາມ​ເມືອງ​ຕ່າງໆ​ມີ​ຊາວ​ອິດສະຣາເອນ, ບັນດາ​ປະໂລຫິດ, ພວກ​ເລວີ ແລະ ພວກ​ຄົນຮັບໃຊ້​ໃນ​ວິຫານ.
3ປະຊາຊົນ​ຈາກ​ເຜົ່າ​ຢູດາ, ເບັນຢາມິນ, ເອຟຣາອິມ ແລະ ມານາເຊ​ໄດ້​ມາ​ອາໄສ​ໃນ​ເຢຣູຊາເລັມ ມີ​ດັ່ງນີ້:4ອູໄທ​ລູກຊາຍ​ຂອງ​ອາມມີຮຸດ, ອາມມີຮຸດ​ເປັນ​ລູກຊາຍ​ຂອງ​ອົມຣິ, ອົມຣິ​ເປັນ​ລູກຊາຍ​ຂອງ​ອິມຣີ, ອິມຣີ​ເປັນ​ລູກຊາຍ​ຂອງ​ບານີ, ທີ່​ເປັນ​ເຊື້ອສາຍ​ຂອງ​ເປເຣັດ​ລູກຊາຍ​ຢູດາ.5ຈາກ​ເຊື້ອສາຍ​ຂອງ​ຊິໂລ ມີ​ດັ່ງນີ້: ອາສາອີຢາ​ເປັນ​ລູກຊາຍ​ກົກ ແລະ ລູກຊາຍ​ຄົນ​ອື່ນໆ​ຂອງ​ລາວ.6ຈາກ​ເຊື້ອສາຍ​ເຊຣາ ມີ​ດັ່ງນີ້: ເຢອູເອນ. ປະຊາຊົນ​ຈາກ​ຢູດາ​ມີ​ຈຳນວນ​ຫົກ​ຮ້ອຍ​ເກົ້າ​ສິບ​ຄົນ.
7ຈາກ​ເຊື້ອສາຍ​ຂອງ​ຊາວ​ເບັນຢາມິນ ມີ​ດັ່ງນີ້: ສານລູ​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ເມຊຸນລຳ​ເປັນ​ລູກຊາຍ​ຂອງ​ໂຮດາວິຢາ, ແລະ ໂຮດາວິຢາ​ເປັນ​ລູກຊາຍ​ຂອງ​ຮັດເສນູຢາ8ອິບເນອີຢາ ເປັນ​ລູກຊາຍ​ຂອງ​ເຢໂຣຮາມ, ເອລາ ເປັນ​ລູກຊາຍ​ຂອງ​ອຸດຊີ ອຸດຊີ​ເປັນ​ລູກຊາຍ​ຂອງ​ມີກະຣີ ແລະ ເມຊຸນລຳ ເປັນ​ລູກຊາຍ​ຂອງ​ເຊຟາຕີຢາ ເຊຟາຕີຢາ​ເປັນ​ລູກຊາຍ​ຂອງ​ເຣອູເອນ ເຣອູເອນ​ເປັນ​ລູກຊາຍ​ຂອງ​ອິບນີຢາ.9ປະຊາຊົນ​ຈາກ​ເຜົ່າ​ເບັນຢາມິນ​ໄດ້​ມີ​ລາຍ​ຊື່​ບັນທຶກ​ໄວ້​ຕາມ​ລຳດັບ​ເຊື້ອສາຍ​ມີ​ຈໍານວນ​ເກົ້າ​ຮ້ອຍ​ຫ້າ​ສິບ​ຫົກ​ຄົນ, ພວກເຂົາ​ທັງ​ໝົດ​ເປັນ​ຫົວໜ້າ​ຄອບຄົວ.
10ສ່ວນ​ບັນດາ​ປະໂລຫິດ ມີ​ດັ່ງນີ້: ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ11ແລະ ອາຊາຣີຢາ​ເປັນ​ລູກຊາຍ​ຂອງ​ຮິນກີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີຢົດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ (ຄົນ​ເຫລົ່ານີ້​ເປັນ​ເຈົ້າ​ໜ້າ​ທີ່​ຮັບຜິດ​ຊອບ​ເບິ່ງ​ແຍງ​ວິຫານ​ຂອງ​ພຣະເຈົ້າ;12ແລະ ອາດາອີຢາ​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ, ເຢໂຣຮາມ​ເປັນ​ລູກຊາຍ​ຂອງ​ປັດຊູ, ປັດຊູ​ເປັນ​ລູກຊາຍ​ຂອງ​ມັນກີຢາ, ແລະ ມາອາໄສ​ເປັນ​ລູກຊາຍ​ຂອງ​ອາດີເອນ, ອາດີເອນ​ເປັນ​ລູກຊາຍ​ຂອງ​ຢາຮະເຊຣາ, ຢາຮະເຊຣາ​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ເມຊຸນລຳ​ເປັນ​ລູກຊາຍ​ຂອງ​ເມຊິນເລມິດ, ເມຊິນເລມິດ​ເປັນ​ລູກຊາຍ​ຂອງ​ອິມເມ.13ບັນດາ​ປະໂລຫິດ​ຜູ້​ເປັນ​ຫົວໜ້າ​ຄອບຄົວ​ລວມ​ທັງໝົດ​ມີ​ໜຶ່ງພັນ​ເຈັດ​ຮ້ອຍ​ຫົກສິບ​ຄົນ. ພວກເຂົາ​ເປັນ​ຜູ້​ທີ່​ມີ​ຄວາມສາມາດ, ມີ​ໜ້າທີ່​ຮັບຜິດຊອບ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ.
14ຈາກ​ຊາວ​ເລວີ ມີ​ດັ່ງນີ້: ເຊມາອີຢາ​ເປັນ​ລູກຊາຍ​ຂອງ​ຮັດຊຸບ, ຮັດຊຸບ​ເປັນ​ລູກຊາຍ​ຂອງ​ອາຊະຣີກຳ, ອາຊະຣີກຳ​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ​ແຫ່ງ​ຕະກຸນ​ເມຣາຣິ;15ບັກບັກກາ, ເຮເຣັດ, ກາລານ ແລະ ມັດຕານີຢາ​ເປັນ​ລູກຊາຍ​ຂອງ​ມີກາ, ມີກາ​ເປັນ​ລູກຊາຍ​ຂອງ​ຊີກະຣີ, ຊີກະຣີ​ເປັນ​ລູກຊາຍ​ຂອງ​ອາສັບ;16ໂອບາດີຢາ​ເປັນ​ລູກຊາຍ​ຂອງ​ເຊມາອີຢາ, ເຊມາອີຢາ​ເປັນ​ລູກຊາຍ​ຂອງ​ກາລານ, ກາລານ​ເປັນ​ລູກຊາຍ​ຂອງ​ເຢດູທູນ ແລະ ເບເຣກີຢາ ລູກຊາຍ​ຂອງ​ອາສາ, ອາສາ​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້ໄດ້​ອາໄສ​ຢູ່​ໃນ​ບ້ານ​ຕ່າງໆ​ຂອງ​ຊາວ​ເນໂຕຟາ.
17ຄົນ​ເຝົ້າຍາມ​ປະຕູ​ວິຫານ ມີ​ດັ່ງນີ້: ຊໍລູມ, ອັກກຸບ, ຕານໂມນ ແລະ ອາຮີມານ​ພ້ອມ​ທັງ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ, ຊໍລູມ​ເປັນ​ຜູ້ນຳ​ຂອງ​ພວກເຂົາ.18ຄົນ​ເຝົ້າຍາມ​ປະຕູ​ເຫລົ່ານີ້​ເປັນ​ຄົນ​ຈາກ​ຄ້າຍພັກ​ຂອງ​ຊາວ​ເລວີ ພວກເຂົາ​ຍັງ​ຮັບຜິດຊອບ​ເຝົ້າຍາມ​ປະຕູ​ຂອງ​ກະສັດ​ທາງ​ດ້ານ​ຕາເວັນອອກ​ຈົນ​ເຖິງ​ທຸກ​ວັນນີ້.19ຊໍລູມ​ເປັນ​ລູກຊາຍ​ຂອງ​ໂກເຣ, ໂກເຣ​ເປັນ​ລູກຊາຍ​ຂອງ​ເອບີອາສັບ, ເອບີອາສັບ​ເປັນ​ລູກຊາຍ​ຂອງ​ໂກຣາ ຊາມລູມ ແລະ ພີ່ນ້ອງ​ເປັນ​ຄົນ​ເຝົ້າຍາມ​ນໍາກັນ​ມາ​ຈາກ​ຕະກຸນ​ດຽວ​ກັນຄື (ຕະກຸນ​ໂກຣາ) ເປັນ​ຜູ້ຮັບຜິດຊອບ​ເຝົ້າຍາມ​ຢູ່​ທີ່​ປະຕູ​ຂອງ​ຫໍເຕັນ ເໝືອນດັ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ຮັບຜິດຊອບ​ເຝົ້າຍາມ​ທາງ​ເຂົ້າ​ບ່ອນທີ່​ພຣະເຈົ້າຢາເວ​ສະຖິດ​ຢູ່.20ໃນ​ສະໄໝກ່ອນ​ນັ້ນ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ເຄີຍ​ເປັນ​ຂ້າລາຊະການ​ທີ່​ຮັບຜິດຊອບ​ເບິ່ງແຍງ​ພວກຄົນ​ເຝົ້າຍາມ ແລະ ພຣະເຈົ້າ​ຢາເວ​ຢູ່​ນໍາ​ລາວ21ເຊກາຣີຢາ​ລູກຊາຍ​ຂອງ​ເມເຊເລມີຢາ​ເປັນ​ຄົນ​ເຝົ້າຍາມ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.22ຜູ້​ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຄົນ​ເຝົ້າຍາມ​ປະຕູ​ເຂົ້າ​ເຊິ່ງ​ລວມ​ທັງ​ໝົດ​ມີ 212 ຄົນ ພວກເຂົາ​ໄດ້​ຖືກ​ຈົດ​ຊື່​ເຂົ້າ​ຕາມ​ລໍາດັບ​ເຊື້ອສາຍ​ໃນ​ບ້ານ​ຕ່າງໆ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່.
ພວກ​ຄົນ​ເຝົ້າຍາມ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັບ​ຕໍາແໜ່ງ​ຂອງ​ພວກເຂົາ​ດ້ວຍ​ຄວາມ​ໄວ້ວາງໃຈ​ຈາກ​ດາວິດ ແລະ ຜູ້​ທຳນວາຍ​ຊາມູເອນ.
23ພວກເຂົາ ແລະ ເຊື້ອສາຍ​ໄດ້​ຮັບ​ໜ້າທີ່​ເຝົ້າຍາມ​ປະຕູ​ຕ່າງໆ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ວິຫານ​ເອີ້ນ​ວ່າ ຫໍເຕັນ​ແຫ່ງ​ການ​ຊຸມນຸມ.24ພວກຄົນ​ເຝົ້າຍາມ​ປະຈຳການ​ທີ່​ປະຕູ​ທັງ​ສີ່​ດ້ານ​ຄື​ດ້ານ​ຕາເວັນອອກ, ຕາເວັນຕົກ, ເໜືອ ແລະ ໃຕ້.25ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ຈາກ​ບ້ານ​ຕ່າງໆ​ກໍ​ໄດ້​ປ່ຽນ​ຜຽນ​ກັນ ແລະ ໄດ້​ແປ່ງ​ໜ້າ​ທີ່​ກັນ​ເຝົ້າ​ເທື່ອລະ​ເຈັດ​ວັນ.26ຫົວໜ້າ​ເຝົ້າຍາມ​ປະຕູ​ສີ່​ຄົນ​ເປັນ​ຊາວ​ເລວີ​ທີ່​ໄດ້​ຮັບ​ຄວາມ​ໄວ້ວາງໃຈ​ໃຫ້​ຮັບຜິດຊອບ​ຫ້ອງ​ຕ່າງໆ ແລະ ຊັບສົມບັດ​ຕ່າງໆ​ໃນ​ວິຫານ​ຂອງ​ພຣະເຈົ້າ.27ພວກເຂົາ​ຕ້ອງ​ເຝົ້າຍາມ​ປະຈຳການ​ອ້ອມ​ວິຫານ​ຂອງ​ພຣະເຈົ້າ​ຕະຫລອດ​ຄືນ, ເພາະ​ພວກເຂົາ​ຕ້ອງ​ເຝົ້າ​ຮັກສາ​ວິຫານ ແລະ ພວກເຂົາ​ມີ​ໜ້າທີ່​ເປີດ​ປະຕູ​ທຸກ​ເຊົ້າ.
28ພວກເຂົາ​ບາງ​ຄົນ​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ເຄື່ອງໃຊ້​ຕ່າງໆ​ທີ່​ນໍາໃຊ້​ໃນ​ການນະມັດສະການ, ພວກເຂົາ​ຈະ​ນັບເບິ່ງ​ເມື່ອ​ພວກເຂົາ​ໄດ້​ນໍາ​ໄປ ແລະ ນຳ​ເອົາ​ກັບ​ມາ.29ຄົນອື່ນ​ຖືກ​ຮັບຜິດຊອບ​ເບິ່ງແຍງ​ເຄື່ອງໃຊ້​ຕ່າງໆ ແລະ ເຄື່ອງໃຊ້​ສັກສິດ​ລວມ​ທັງ​ແປ້ງ, ເຫລົ້າ​ອະງຸ່ນ, ນໍ້າມັນ​ໝາກກອກ, ເຄື່ອງຫອມ ແລະ ເຄື່ອງເທດ.30ແຕ່​ປະໂລຫິດ​ບາງຄົນ​ເບິ່ງແຍງ​ການ​ປຸງ​ເຄື່ອງເທດ31ຊາວ​ເລວີ​ຄົນ​ໜຶ່ງ​ຊື່​ວ່າ ມັດຕີທີຢາ, ລູກຊາຍ​ກົກ​ຂອງ​ຊໍລູມ​ແຫ່ງ​ຕະກຸນ​ໂກຣາ, ໄດ້​ຮັບຜິດຊອບ​ໜ້າທີ່​ໃຫ້​ເຮັດ​ເຂົ້າຈີ່​ຖວາຍ​ບູຊາ.32ພີ່ນ້ອງ​ຕະກຸນ​ໂກຮາດ​ບາງຄົນ​ມີ​ໜ້າທີ່​ຈັດຕຽມ​ເຂົ້າຈີ່​ວາງ​ໄວ້​ເທິງ​ໂຕະ​ທຸກ​ວັນຊະບາໂຕ.
33ບັນດາ​ນັກດົນຕີ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ຊາວເລວີ​ໄດ້​ພັກ​ທີ່​ຫ້ອງ​ໃນ​ວິຫານ ແລະ ໄດ້​ຖືກ​ຍົກເວັ້ນ​ຈາກ​ໜ້າທີ່​ອື່ນໆ ເພາະ​ພວກເຂົາ​ຕ້ອງ​ຮັບຜິດຊອບ​ວຽກ​ທັງ​ກາງເວັນ ແລະ ກາງຄືນ.
34ພວກຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ ແລະ ເປັນ​ຜູ້ນຳ​ຕ່າງໆ​ຂອງ​ຊາວ​ເລວີ ມີ​ລາຍຊື່​ບັນທຶກ​ໄວ້ຕາມ​ລຳ​ດັບ​ເຊື້ອສາຍ​ຂອງ​ພວກເຂົາ ແລະ ໄດ້​ອາໄສ​ໃນ​ຢູ່​ເຢຣູຊາເລັມ.

ເຊື້ອສາຍ​ຂອງ​ໂຊນ

35ເຢອີເອນ​ເປັນ​ພໍ່ ​ຂອງ​ກີເບໂອນ​ອາໄສ​ຢູ່​ທີ່​ກີເບໂອນ. ເມຍ​ຂອງ​ລາວ​ຊື່​ວ່າ​ມາອາກາ36ແລະ ລູກຊາຍ​ກົກ​ຂອງ​ລາວ​ແມ່ນ​ອັບໂດນ ລູກຊາຍ​ຄົນ​ອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ,37ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະ ມີກໂລດ,38ມີກໂລດ​ເປັນ​ພໍ່​ຂອງ​ຊີເມອາ. ພວກເຂົາ​ກໍ​ອາໄສ​ຢູ່​ໃກ້​ຍາດ​ພີ່ນ້ອງ​ທີ່​ຢູ່​ເຢຣູຊາເລັມ​ເໝືອນ​ກັນ.39ເນຣະ​ເປັນ​ພໍ່​ຂອງ​ກີເຊ, ກີເຊ​ເປັນ​ພໍ່​ຂອງ​ໂຊນ ແລະ ໂຊນ​ເປັນ​ພໍ່​ຂອງ​ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ. 40ລູກຊາຍ​ຂອງ​ໂຢນາທານ ມີ​ດັ່ງນີ້: ເມຣິບບາອານ, ຜູ້​ເປັນ​ພໍ່​ຂອງ​ມີກາ.41ບັນດາ​ລູກຊາຍ​ຂອງ​ມີກາ ມີ​ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ. 42ອາຮາດ​ເປັນ​ພໍ່​ຂອງ​ຢາດາ , ຢາດາ​ເປັນ​ພໍ່​ຂອງ​ອາເລເມດ, ອາຊະມາເວດ ແລະ ຊິມຣີ, ຊິມຣີ​ເປັນ​ພໍ່​ຂອງ​ໂມຊາ.43ໂມຊາ​ເປັນ​ພໍ່​ຂອງ​ບີເນອາ, ບີເນອາ​ເປັນ​ພໍ່​ຂອງ​ເຣຟາອີຢາ, ເຣຟາອີຢາ​ເປັນ​ພໍ່​ຂອງ​ເອເລອາສາ, ເອເລອາສາ​ເປັນ​ພໍ່​ຂອງ​ອາເຊນ.44ອາເຊນ​ມີ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອາເຊນ.

Biblica, Inc.

https://app.library.bible/content/eab9312f9f16b3a2